ຄວາມເປັນເອກະລັກສະເພາະຂອງທາດຈຳຢູ່ ຫວຽດນາມ

(vovworld)- ທາດ​ຈຳ​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສາ​ສະ​ຫ​ນາ​ຂອງ​ລາ​ຊະ​ອາ​ນາ​ຈັກ ຈຳ​ປາ​ເດີມ, ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສາ​ສະ​ຫ​ນາ​ຮີນ​ດູ. ປະ​ຈຸ​ບັນ ຢູ່ ຫວຽດ​ນາມ ຍັງ​ມີ​ທາດ​ຈຳ​ປະ​ມານ 50 ແຫ່ງ ຖືກ​ຕັ້ງ​ກະ​ແຈກ​ກະ​ຈາຍ​ຢູ່​ບັນ​ດາ​ແຂວງ​ແຄມ​ທະ​ເລ​ພາກ​ກາ​ງ​ຫວຽດ​ນາມ. ຕາມ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ແລ້ວ, ທາດ​ບາງ​ແຫ່ງທີ່​ມີ​ອາ​ຍຸ​ຫ​ນຸ່ມ​ສຸດ​ກໍ​ໄດ້​ຮັບ​ການກໍ່​ສ້າງ​ກ່ອນນີ້ 500-600 ປີ, ບາງ​ທາດ​ມີ​ອາ​ຍຸ​ນັບ​ພັນ​ປີ. ຄົນ​ບູ​ຮານ​ໄດ້​ກໍ່​ສ້າງ​ທາດ​ຈຳ​ດ້ວຍ​ວັດ​ສະ​ດຸ ແລະ ເຕັກ​ນິກ​​ພິ​ເສດ​ໃດ​ເພື່ອ​​ໃຫ້ບັນ​ດາ​ທາດ​​ເຫລົ່າ​ນັ້ນ​ສາມາດ​ຍືນ​ຍົງ​ມາ​ເປັນ​ເວລາ​ຫລາຍປີຄື​ແນວ​ນັ້ນ, ໃນ​ລາຍ​ການ​ສີ​ສັນ 54 ຊົນ​ເຜົ່າ ພາກນີ້ ເຊີນ​ທ່ານ​ຊອກ​ຮູ້​ບັນ​ຫາ​ດັ່ງ​ກ່າວ​ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ລານ​ແອງ​ທີ່​ພາດ​ຫົວ​ເລື່ອງວ່າ: ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ທາດ​ຈຳ​ຢູ່ ຫວຽດ​ນາມ.

ຄວາມເປັນເອກະລັກສະເພາະຂອງທາດຈຳຢູ່ ຫວຽດນາມ - ảnh 1
ທາດຈຳຢູ່ ຕູຍຮ່ວາ ແຂວງ ຟູອຽນ
ພາບ:internet

ເດີນ​ທາງ​ລຽ​ບ​ຕ​າມ​ພາກ​ກາງ​ຫວຽດ​ນາມ, ຈາກ​ກີ່ວ​ແດວ​ງາງ ຕະ​ຫລອດຮອດ ຟານ​ທຽດ, ພວກ​ເຮົາ​ຈະ​ພົບ​ເຫັນ​ບັນ​ດາ​ທາດ​ຈຳ​ຫລາຍ​ຊັ້ນ, ຢູ່​ເທິງ​ບານ​ອອກ ແລະ ຮັດ​ເຂົ້າ​ຄື​ຮູບດອກ​ໄມ້. ຫ​ນ້າຝາ​ຜະ​ຫນັງເບື້ອງ​ນອກ​ຂອງ​ທາດ​ຖືກ​ແກະ​ຄວັດ​ສະ​ຫລັກ​ຮູບ​ໃບ​ໄມ້, ນົກ​ປະ​ເພດ​ຕ່າງໆ ແລະ ນາງ​ລະບຳດ້ວຍ​ລວດ​ລາຍ​ລະ​ອຽດ​ລະ​ອໍ.

        ຖ້າ​ພວກ​ເຮົາ​ມາ​ຢ້ຽມ​ຢາມ ອັງ​ກ​ໍ​ວັດ, ທາດ ບາ​ຢອນ ຢູ່ ກຳ​ປູ​ເຈຍ ຫລື ບັນ​ດາ​ວິ​ຫານ​ໄຫວ້​ບູ​ຊາ​ເທວະ​ດາ​ອື່ນ​ຢູ່ ອິນ​ໂດ​ເນ​ເຊຍ, ຢູ່ ອີນ​ເດຍ ເຄີຍ​ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ຫີນ, ສ່ວນ​ທາດ​ຈຳ ຢູ່ ຫວຽດ​ນາມ ພັດ​ໄດ້​ຮັບ​ກ​ານກໍ່​ສ້າງ​ດ້ວຍ​ດິນ​ຈີ່. ມາ​ຮອດ​ປະ​ຈຸ​ບັນ, ພາຍ​ຫລັງ​ນັບ​ຮ້ອຍໆ​ປີ, ສີ​​ແດງຂອງ​ດິນ​ຈີ່​ຍັງ​ຄົງ​ຮັກ​​ໄວ້ຄື​ເກົ່າ. ລວດ​ລາຍ​ໄດ້​ຮັບ​ການ​ແກະ​ຄວັດ​ສະ​ຫລັກ​ຢູ່​ເທິງ​ດິ​ນ​ຈີ່ ຊື່ງ​ແມ່ນ​ສິ່ງ​ທີ່ບໍ່​ເຄີຍ​ມີ​ໃນ​ເຕັກ​ນິກກໍ່​ສ້າງ ແລະ ສະ​ຖາ​ປັດ​ຕະ​ຍະ​ກຳ. ທ່ານ ໂງວັນ​ຢ​ວານ, ສະ​ຖາ​ບັນ​ຄົ້ນ​ຄ​ວ້າ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ກ​ຳ​ມະ​ການ​ສະ​ພາ​ມໍລະດົກ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ຖື​ວ່າ: ຊາວ​ເຜົ່າ​ຈຳ​ແມ່ນ “ຜູ້​ປະດິດ​ສ້າງ​ສິ​ລະ​ປະ​ກໍ່​ສ້າງ​ດ້ວຍ​ດິນ​ຈີ່.

        “ຕາມ​ທຳ​ມະ​ດາ​ແລ້ວບັນ​ດາກ​ິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່ກໍ່​ສ້າງດ​້ວຍ​ດິນ​ຈີ່ ອາ​ຍຸ​ຍືນ​ຍົງ​ຫລາຍ​ສຸດ​ແມ່ນ ຫ​ນຶ່ງ​ສັດ​ຕະ​ວັດ. ​ແຕ່ບັນ​ດາ​ວິ​ຫານ​ທາດ​ຈຳ​ປາທີ່ຍັງ​ຄົງ​ຕົວມາ​ຮອດປະ​ຈຸ​ບັນ​ ​ລ້ວນ​ແຕ່​ມີ​ອາ​ຍຸ 700-800 ປີ​ ຊຳ​້ບໍ່​ໜຳ​ ມີທາດບາງ​ແຫ່ງ​ມີ​ອາ​ຍຸກວ່າ​ 1000 ​ປີ. ​ເມື່ອພວກ​ເຮົາຊົມ​ບັນ​ດາ​ວິ​ຫານ​ທາດ ຈຶ່ງ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ ຄົນ​ຮຸ່ນ​ກ່ອນກໍ່​ສ້າງ​ດ້ວຍ​ດິນ​ຈ​ີ່ ແຕ່​ລະ​ຫວ່າງ​ບັນ​ດາ​ກ້ອນດິນ​ຈີ່​ພັດ​ຕິດ​​ແຈບ​ກັນ​ບໍ່​ຫ່າງ. ຢູ່​ເທິງ​ຝາຜະໜັງ​ດິນ​ຈີ່ນັ້ນ ຖືກແກະ​ຄວັດ​ສະ​ຫລັກ​ລວດ​ລາຍ​ຢ່າງ​ລະ​ອຽດ​ລະ​ອ​ໍ. ເຕັກ​ນິກກໍ່​ສ້າງ​ດິນ​ຈີ​່​ແມ່ນຕິດ​​ແຈບ​ກັນ ແລະ ລວດລາຍ​ຖືກແກະ​ຄວັດ​ສະ​ຫລັກ​​ໂດຍ​ກົງ​ເທິງ​ດິນ​ຈີ ມີ​ພຽງ​​ແຕ່ຢູ່​ຈຳ​ປາ​ເທົ່າ​ນັ້ນ ຫາກ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ກໍ​ຄື​ຢູ່​ໃນ​ໂລກພັດບໍ່​ມີ.”

ຄວາມເປັນເອກະລັກສະເພາະຂອງທາດຈຳຢູ່ ຫວຽດນາມ - ảnh 2
ທາດຈຳຢູ່ບີ່ງດີ້ງ
ພາບ:internet

        ເຕັກ​ນິກ​ກໍ່​ສ້າງ​ທາດ​ດ້ວຍ​ດິນ​ຈີ່ດັ່ງກ່າວ​ໄດ້​ຍືນ​ຍົງ​ມາ​ເປັນ​ເວລາ​ນັບ​​ພັນ​ປີ ​ແລະ ​ກາຍ​ເປັນ​ ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຫ​ນຶ່ງ​ດຽວ​ຢູ່​ໃນ​ໂລກນັ້ນ​ແມ່ນ​ສິ່ງ​ທີ່​​ເລິກລັບ,ອັນ​ໄດ້ ດຶງດູດ​​​ນັກ​ວິ​ທະ​ຍາ​ສາດ​ຫລາຍ​ທ່ານມາ​ຄົ້ນ​ຄ້ວາ. ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ ​ໄດ້ສົມ​ທົບ​ກັບ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ໂປ​ໂລຍ, ຝ​ລັ່ງ, ອີ​ຕາ​ລີ ຄົ້ນ​ຄ້ວາເພື່ອ​ຊອກຫາ​ຄຳ​ຕອບ. ຜ່ານ​ການ​ຄົ້ນ​ຄ້ວາ ບັນດາຜູ້​ຊ່ຽວຊານຊີ້​ໃຫ້​ເຫັນ​ວ່າ ຊາວ​ເຜົ່າ​ຈຳ​ກໍ່ສ້າງ​ທາ​ດ້ວຍ​ດິນ​ຈີ່​ທີ່​ຜະລິດ​ຈາກ​ດິນດາກ​ໃນ​ທ້ອງ​ຖິ່ນ ​ແຕ່ເຂົາ​ເຈົ້າ​ ​ຜະ​ລິດ​​ດິນ​ຈີ່​​ເຫລ່ົາ​ນັ້ນ​ໃຫ້​ມີ​ລັກ​ສະ​ນະ​ພິ​ເສດສະ​ເພາະ​ຊື່ງ​ດິນ​ຈີ​່ປະ​ຈຸ​ບັນພັດ​ບໍ່​ມີ. ຮອງ​ສາ​ດສະ​ດາ​ຈານ ໂງວັນ​ຢ​ວານ, ປຽບ​ທຽບ​ດິນ​ຈີ​່ກໍ່​ສ້າງ​ທາດ​ຈຳ ຊື່ງ​ທ່ານ​ເອີ້ນ​ວ່າ​ດິນ​ຈີ​ຈາມ​ກັບ​ດິ​ນ​ຈີ​ ​ທຳ​ມະ​ດາ​​ໃນະ​ຈຸ​ບັນ​ວ່າ:

        “ດິນ​ຈີ​່ຈາມ​ແມ່ນ​ຕ່າງ​ກັບ​ດິນ​ຈີ​່ຜະ​ລິດ​ປະ​ຈຸ​ບັນ. ​ເຖິງ​ວ່າ​ຈະ​ແມ່ນ​​ດິນ​ຢູ່ພາກ​ກາງ​ ດຽວ​ກັນ ​ແຕ່​ດິນ​ຈີ​່ທີ່ພວກ​ເຮົາ​ຜະ​ລິດ​ອອກ​ໃນ​ປະຈຸ​ບັນ​ພັດ​ຕ່າງ​ກັບ​ດິນ​ຈີ່ຈາມ​ຫລາຍ​. ຖ້າ​ພວກ​     ເຮົາ​ເອົາ​ດິນ​ຈີ່ 2 ກ້ອນ​ທີ່ມີ​ຂະຫນາດ​ດຽວມາ​ປຽບທຽບ ​ຈະ​​ເຫັນ​ວ່າ ດິນ​ຈີ​ຈາ​ມ​ຍາມ​ໃດ​ກໍ​​ເບົາ​ກວ່າ​ດິນ​ຈີ​່ຜະລິດ​​ໃນປະຈຸ​ບັນ. ​ເມ່ືອ​ນຳ​ວິ​ໄຈ​ເຫັນ​ວ່າ: ທາງ​ໃນດິນ​ຈີ​່ຈາມ​ແມ່ນ​ຜົງ​ ​ດັ່ງ​ນັ້ນ​ມັນ​ຈຶ່ງ​ເບົາ​ແລະ​ມີ​ຄວາມ ຫນຽວ​ກວ່າ.”

ຖ້າ​ສັງ​ເກດດ້ວຍ​ຕາ​ພວກ​ເຮົາ​ກໍ​ສາມາດເຫັນ​ວ່າ ຫນ້າດິນ​ບໍ່​ກ້ຽງ​ສະ​ເຫມີ. ​​ສ່ວນ​ທາງ​ຍັງ​ມີ​ຂີ້​ຊາຍ, ​ແກບ, ​ເຟືອງ​ຫລື​ຊາດ​​ໄມ້.

ຫ​ນຶ່ງ​ໃນ​ບັນ​ດາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ວິ​ຫານ​ທາດ​ຈຳ​ທີ່ກວ້າງ​ໃຫ​ຍ່, ທີ່​ມີ​ຊື່​ສຽງ​ຢູ່​ຫວຽດ​ນາມ ແລະ ໃນ​ໂລກ ນັ້ນ​ແມ່ນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ເຄ​ຫະ​ສະ​ຖານ ໝີ້​ເຊີນ ຂຶ້ນ​ກັບ​ຕາ​ແສງ ຢູຍ​ຟູ, ເມືອງ ຢູຍ​ຊວຽນ ແຂວງ ກວ໋າງ​ນາມ. ປີ 1999 ເຂດ​ປູ​ຊະ​ນີ​ຍະ​ສ​ະ​ຖານ ຫມີ້​ເຊີນ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ໂລກ. ທ່ານ ​ເລ​ຊວນ​ຕຽນ, ນັກວິຊາການ​ເຂດ​ປູ​ຊະນີ​ຍະສະ​ຖານ ຫມີ້​ເຊີນ ​ໃຫ້​ຮູ້​ວ່າ: ຝາ​ຜະຫນັງຕອນ​ໃດ​ກ້ຽງ, ບໍ່​ແຕກ ​ແມ່ນ​ຝາ​ຜະ​ຫນັງ​ເດີມ​ທີ​ມີ​ມາ​ແຕ່​ສັດຕະວັດ​ທີ 8,  ສ່ວນ​ຝາ​ຜະ​ຫນັງຕອນ​ໃດ​ບໍ່​ເຂົ້າກັນ ນັ້ນ​ແມ່ນ​ຖືກ​ບຸລະນະສ້​ອມ​ແປງ​​ເມື່ອ​ຕົ້ນ​ສັດຕະວັດ​ທີ 20.

“​ເລີ່​ມຕົ້ນປີ 2005, ບັນດາ​ນັກວິທະຍາສາດ ຫວຽດນາມ ​ໄດ້​ສົມທົບ​ກັບ​ມະຫາວິທະຍາ​ໄລ Milan ຂອງ​ອີ​ຕາ​ລີ ຜະລິດ​ດິນ​ຈີ​່ກ້ອນ​ໃຫມ່ ​ແລະ ​ເຫັນ​ວ່າ ຄຸນ​ນະພາ​ບຂອງ​ດິນ​ຈີ​່ໃຫມ່​​​ແມ່ນ​ຕຳ່​ກວ່າ​ດິນຈີ​່ເດີມ​ປະມານ 5 ​ເທົ່າ. ຖ້າ​ພວ​ກ​ເຮົາ​ສັງ​ເກດ​ຈະ​ເຫັນ​ວ່າ: ຝາ​ຜະ​ຫນັງຕອນ​ທີ່​ແຕກ​ຈຶ່ງ​ເປັນໄຄ​ນ້ຳ, ສ່ວນ​ຕອນ​ບໍ່​ແຕກ​ບໍ່​ຖືກ​ໄຄ​ນ້ຳ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າບັນດາ​ນາຍ​ຊ່າງ​​ໃນ​ເມື່ອກ່ອນ​​ໄດ້​ທາທາດ​ຊັ້ນ​ຫນຶ່ງ​ໃສ່​ຫນ້າດິນ​ຈີ ທີ່​ດີກ​ວ່າ​ໃນ​ປະຈຸ​ບັນ​ຫລາຍ​ເທົ່າ.”

        ມາ​ຢ້ຽມຢາມ​ເຄຫາ​ສະຖານ ຫມີ້​ເຊີນ ຫລື​ບໍ່​ວ່າ​ທາດ​ຈຳ​ແຫ່ງ​ໃດ ພວກ​ເຮົາ​ມີ​ຄວາມ​ຮູ້ສຶກ​ວ່າ ບັນດາ​ກິດຈະກຳ​ທີ່​ມີ​ອາຍຸ​ນັບ​ຫລາ​ຍຮ້ອຍປີ​ນັ້ນ ຄື​ດັ່ງ​ຫາ​ກໍ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ກ່ອນ​ນີ້ບໍ່​ດົນ​ປານ​ໃດ. ​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກ​ອາກາດ​ຮ້າຍ​ແຮງ​ຂອງ​ພາກ​ກາງ​ ​ແລະ ຕ້ອງ​ຜ່ານ​ການ​ເວລາ​ນັບ​ຮ້ອຍ​ປີ​ກໍ​ຕາມ ​ແຕ່​ບັນດາທາດ​ຈຳ​ທີ່​ຖືກ​ກໍ່ສ້າງ​ດ້ວຍ​ດິນ​ຈີ່​ທີ່​ມີ​ສີສົດ​ໃສ​ນັ້ນຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​​​ໄວ້​ຄື​ເກົ່າ.                           

                                                                                                                                                                       

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ