ງານບຸນດອກໄມ້ຂອງຊາວເຜົ່າກົງຢູ່ແຂວງ ດ້ຽນບຽນ

(VOVWORLD) -ດ້ວຍພົນລະເມືອງພຽງປະມານ 1000 ຄົນ, ຊາວເຜົ່າ ກົງ ອາໄສຕົ້ນຕໍຢູ່ແຂວງ ດ້ຽນບຽນ ດ້ວຍງານບຸນ ແລະ ຮີດຄອງປະເພນີທີ່ເປັນເອກະລັກສະເພາະຫລາຍຢ່າງ. ໃນຊຸມມື້ຕົ້ນເດືອນທັນວາ ປະຈຳປີ, ພໍ່ແມ່ປະຊາຊົນຊາວເຜົ່າ ກົງ ພັດຫ້າງຫາກະກຽມຈັດຕັ້ງງານບຸນດອກໄມ້, ເປັນຂີດໝາຍສົ່ງທ້າຍປີເກົ່າຜ່ານມາດ້ວຍລະດູການເກັບກ່ຽວໄດ້ຮັບຜົນດີ, ກະກຽມຕ້ອນຮັບປີໃຫມ່ມີໂຊກມີໄຊ, ສົມບູນພູນສຸກ.

ງານບຸນດອກໄມ້ຂອງຊາວເຜົ່າກົງຢູ່ແຂວງ ດ້ຽນບຽນ  - ảnh 1 ຊາວເຜົ່າ ກົງ ກະກຽມງານບຸນດອກໄມ້

ພາບ: ອິນເຕີແນັດ

ໃນຈຸດເວລາທດອກຫອນໄກ່ເບັ່ງບານເຕັມໄປດ້ວຍສີແດງທົ່ວເຂດເນີນພູ, ທົ່ງໄຮ່ ກໍ່ແມ່ນສັນຍານດອກຫອນໃຫ້ຮູ້ວ່າຊາວເຜົ່າກົງໄດ້ກ້າວເຂົ້າສູ່ລະດູການເກັບກ່ຽວ. ເມື່ອເຂົ້າໃນໄຮ່ໄດ້ເກັບກ່ຽວເອົາກັບເມືອເຮືອນ, ມີເຂົ້າເຕັມສາງ, ທຸກຄົນເລີ່ມຕົ້ນໄດ້ພັກຜ່ອນ ນັ້ນກໍ່ແມ່ນຈຸດເວລາທີ່ຊາວເຜົ່າກົງ ກະກຽມຈັດຕັ້ງ ງານບຸນດອກໄມ້ ຊື່ງແມ່ນງານບຸນສຳຄັນກວ່າໝູ່ຂອງຊາວເຜົ່າກົງ. ສຳລັບ ຊາວເຜົ່າ ກົງແລ້ວ, ນີ້ແມ່ນພິທີຊົມເຊີຍປີຜ່ານມາການອອກແຮງງານທຳການຜະລິດໄດ້ຮັບຜົນດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ປູ່ຍ່າຕາຍາຍ, ເທວະດາຟ້າແຖນທີ່ໄດ້ດົນບັນດານຊ່ວຍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ພາວະນາຂໍໃຫ້ປີຫນ້າ ມີຊີວິດອີ່ມໜຳສຳລານສົມບູນພູນສຸກກວ່າ. ບັນດາເຄື່ອງຂອງຖະຫວາຍບູຊາແມ່ນບັນດາຜະລິດຕະພັນພິເສດໂດຍຄອບຄົວເຮັດຫລືຫາມາໄດ້. ເຄື່ອງຂອງບູຊາທຸກຢ່າງລ້ວນແຕ່ໄດ້ຈັດວາງເປັນຄູ່. ນອກນັ້ນ ຢູ່ເທິງແທ່ນບູຊາ, ຊາວເຜົ່າກົງ ຍັງວາງບັນດາເຄື່ອງມືອອກແຮງງານຄື: ໃບມີດ, ໃບພ້າ …. ເພາະ ເຂົາເຈົ້າມີຄວາມສຳນຶກວ່າ ບັນດາເຄື່ອງມືເຫລົ່ານີ້ໄດ້ພ້ອມກັບຜູ້ອອກແຮງງານເຮັດວຽກຢ່າງລຳບາກຕະຫລອດປີ ສະນັ້ນ ກໍ່ມີຄຸນງາມຄວາມດີ. ພິເສດ ໃນງານບຸນດອກໄມ້ຂອງຊາວເຜົ່າກົງ ສິ່ງທີ່ຂາດບໍ່ໄດ້ນັ້ນແມ່ນດອກທ່ອນໄກ່. ໃນຊຸມມື້ງານບຸນດອກໄມ້ບັນດາຄອບຄົວໃນບ້ານ ໄດ້ໄປໄຮ່ເພື່ອເກັບດອກຫອນໄກ່ ລວມມີດອກຫອນໄກ່ສີແດງ ແລະ ສີເຫລືອງ ເພື່ອປະດັບປະດາພ້ອມກັບບັນດາເຄື່ອງຂອງບູຊາ. ດອກຫອນໄກ່ຍັງໄດ້ວາງຢູ່ແທ່ນບູຊາ ເພາະ ຕາມຄວາມສຳນຶກຂອງຊາວເຜົ່າກົງແລ້ວ, ດອກຫອນໄກ່ ແມ່ນສັນຍາລັກໃຫ້ແກ່ຄວາມໂຊກດີ. ທ່ານ ຫນ້າວັນພັນ ໝໍພອນ ຊາວເຜົ່າ ກົງ ຢູ່ດ້ຽນບຽນ ໃຫ້ຮູ້ວ່າ:

“ງານບຸນດອກໄມ້ຂອງຊາວເຜົ່າ ກົງ ປີໃດກໍ່ໄດ້ຮັບການຈັດຕັ້ງຂຶ້ນ. ເວລາທຳພິທີການ ຕ້ອງມີກະຮອກ ຄູ່ຫນຶ່ງ, ປາຄູ່ຫນຶ່ງ, ເຜືອກ ແລະ ໝາກໄມ້ທີ່ເອົາມາແຕ່ໄຮ່. ຈາກນັ້ນ ແຕ່ລະປີ ເຂົາເຈົ້າລ້ວນແຕ່ ຈັດພິທີພາວະນາຂໍໃຫ້ການທຳມາຫາກິນໄດ້ຮັບຜົນດີ, ພໍ່ແມ່ປະຊາຊົນໃນບ້ານ ມີສຸຂະພາບແຂງແຮງ, ການລ້ຽງສັດໃຫຍ່ໄວ. ເມື່ອທຳພິທີສຳເລັດ ພໍ່ແມ່ປະຊາຊົນໃນບ້ານໄດ້ຈັດພາເຂົ້າລ້ຽງຊາວບ້ານ.”

        ຍ້ອນຮັກສາສີສັນຊົນເຜົ່າຕົນໄວ້ໄດ້ ສະນັ້ນ ເມື່ອງານບຸນດອກໄມ້ຂອງຊາວເຜົ່າກົງໄດ້ຮັບການຈັດຕັ້ງຂຶ້ນ ລ້ວນແຕ່ດຶງດູດປະຊາຊົນ, ນັກທ່ອງທ່ຽວຢູ່ບໍລິເວນມາເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ຈາກນັ້ນ ສະແດງໃຫ້ເຫັນຄວາມສະຫນິດຕິດພັນຂອງວົງຄະນາຍາດບັນດາເຜົ່າອື່ນສຳລັບຊົນເຜົ່າມີພົນລະເມືອງຫນ້ອຍຄືເຜົ່າກົງ. ປ້າ ເລືອງທິດ້າຍ ນັກທ່ອງທ່ຽວມາເຂົ້າຮ່ວມງານບຸນດອກໄມ້ຂອງຊາວເຜົ່າ ກົງ ແບ່ງປັນວ່າ:

        “ນີ້ເປັນຄັ້ງທຳອິດ ຂ້າພະເຈົ້າມາເຂົ້າຮ່ວມງານບຸນດອກໄມ້ຂອງຊາວເຜົ່າກົງ, ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເພາະຊາວເຜົ່າກົງ ຍັງຮັກສາສີສັນຊົນເຜົ່າຕົນໄວ້, ນັບທັງພິທີກຳ, ຊຸດອາພອນປະຈຳເຜົ່າ, ການດຳເນີນຊີວິດຂອງຊາວເຜົ່າກົງກໍ່ຍັງສືບຕໍ່ໄດ້ຮັບການຮັກສາໄວ້ເປັນຢ່າງດີ.”

        ສຳລັບ ອ້າຍ ຟ້າມດຶກລອງ, ແມ່ນນັກທ່ອງທ່ຽວເປັນຄັ້ງທຳອິດມາເຂົ້າຮ່ວມງານບຸນດອກໄມ້ຂອງຊາວເຜົ່າກົງ ຢູ່ ບ້ານ ປູງບອນ ແຂວງ ດ້ຽນບຽນ ຖືວ່າ: ນີ້ແມ່ນງານບຸນທີ່ເປັນກະລັກສະເພາະ.

        “ຂ້າພະເຈົ້າແມ່ນປະຊາຊົນດຳລົງຊີວິດຢູ່ບໍລິເວນເມືອງ ແຕ່ນີ້ເປັນຄັ້ງທຳອິດທີ່ມາເຂົ້າຮ່ວມງານບຸນດອກໄມ້ນີ້ ຂ້າພະເຈົ້າເຫັນວ່າ ແມ່ນສິ່ງທີ່ໃຫມ່ອ່ຽມ ແລະ ເປັນເອກະລັກສະເພາະ, ມີຫລາຍສີສັນໃຫມ່ກວ່າເມື່ອທຽບໃສ່ບັນດາເຜົ່າອື່ນ. ປີຫນ້າ ຂ້າພະເຈົ້າຈະເຂົ້າຮ່ວມອີກ, ແນ່ນອນວ່າຈະມີຄວາມເບີກບານມ່ວນຊື່ນກວ່າ.”

ງານບຸນດອກໄມ້ຂອງຊາວເຜົ່າກົງຢູ່ແຂວງ ດ້ຽນບຽນ  - ảnh 2 ຊາວເຜົ່າກົງພ້ອມກັນຟ້ອນລຳທຳເພງຢ່າງມ່ວນຊື່ນໂອກາດງານບຸນ

        ງານບຸນດອກໄມ້ແມ່ນງານບຸນພື້ນເມືອງທີ່ເປັນເອກະລັກສະເພາະ, ມີຫລາຍປັດໄຈດ້ານວັດທະນະທຳຢ່າງຕັ້ງຫນ້າ, ສະແດງໃຫ້ເຫັນຊີວິດການເປັນຢູ່ ແລະ ສີສັນຂອງຊາວເຜົ່າກົງຢູ່ເຂດພູສູງໄຕບັກ ຢ່າງມີຊີວິດຊີວາ. ໃນຊຸມປີມໍ່ໆມານີ້ ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ແຂວງ ດ້ຽນບຽນ ຍັງຄົງສຸມໃສ່ຍູ້ແຮງການພັດທະນາເສດຖະກິດສັງຄົມ ຂອງເຂດຊາວເຜົ່າກົງ, ເປີດກວ້າງການພົວພັນແລກປ່ຽນດ້ານວັດທະນະທຳ, ຄວາມສະຫນິດຕິດພັນລະຫວ່າງຊາວເຜົ່າ, ສະນັ້ນ ຊີວິດການເປັນຢູ່ຂອງ ຊາວເຜົ່າກົງ ມີຄວາມເປັນປົກກະຕິດີກວ່າ. ເລື່ອງຈັດຕັ້ງງານບຸນດອກໄມ້ປີ 2017 ໃຫ້ແກ່ຊາວເຜົ່າກົງຢູ່ ແຂວງ ດ້ຽນບຽນ ໄດ້ປະກອບສ່ວນຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າສ່ວນຫນ້ອຍໄວ້, ເປັນການຮັດແຫນ້ນຄວາມສາມັກຄີລະຫວ່າງ 19 ຊົນເຜົ່າອ້າຍນ້ອງຢູ່ບໍລິເວນ. 

ຕອບກັບ

ຂ່າວ/ບົດ​ອື່ນ