ງານບຸນຝົນຕົກຂອງຊາວຮ່າຍີ່

(vovworld) - ງານ​ບຸນ​ຝົນຕົກ​ແມ່ນ​ໜຶ່ງ​ໃນ 7 ງານ​ບຸນ​ໃນ​ປີ​ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່. ງານ​ບຸນ​ຝົນຕົກ​​ເຄີຍ​ດຳ​ເນີນ​ໃນ​ທ້າຍ​ລະດູ​ຮ້ອນ, ​ເມື່ອ​ເຂົ້າ​ເປັນ​ສາວ, ທົ່ງສາລີມີ​ສີ​ຂຽວອ່ອນ. ບັນດາ​ພິທີ​ໃນ​ບຸນ​ຝົນຕົກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ຖື​ບູຊາ​ເທວະ​ດາ​ກະສິກຳ, ເທວະດາຝົນ ແລະ ນ້ຳຂອງປະຊາຄົມຊາວເຜົ່າຮ່າຍີ່, ເພື່ອພາວະນາຂໍໃຫ້ລະດູການປູກຝັງໄດ້ຮັບຜົນດີ, ການລ້ຽງສັດພັດທະນາ, ທຸກຄົນມີສຸຂະພາບເຂັ້ມແຂງ, ຊີວິດອີ່ມໜຳສຳລານ.
ງານບຸນຝົນຕົກຂອງຊາວຮ່າຍີ່ - ảnh 1
(ພາບປະກອບ)

ຊາວຮ່າຍີ່ດຳລົງຊີວິດດ້ວຍການເຮັດກະສິກຳ, ປູກເຂົ້າຢູ່ຕາມທົ່ງນາຂັ້ນໄດ ເປັນຕົ້ນຕໍ​, ດັ່ງ​ນັ້ນ​ຈຶ່ງ​ຖື​ເປັນ​ສຳຄັນ​​ເລື່ອງ​ບູຊາ​ບັນດາເທວະ​ດາ​ກະສິກຳ, ພິ​ເສດ​ແມ່ນ​ເທວະ​ດາ​ນ້ຳ, ​ເທວະ​ດາ​ຝົນ. ​ໂດຍ​ຕ່າງ​ກັບ​ບຸນ​ໂຄ​ຢາ​ຢາ​ ທີ່​ມີ​ລັກສະນະ​ພາວະນາ​ຂໍ​ໃຫ້​ຝົນຕົກ, ດ້ວຍ​ບັນດາ​ພິທີ​ບູຊາ​ເທວະ​ດາ​ທີ່​ດິນ, ​​ເທວະ​ດາ​ນ້ຳ, ເທວະ​ດາ​ປ່າ, ຕົ້ນ​ໄມ້... ​ແລະ​ເຄີຍ​ຈັດ​ຕັ້ງ 3 ປີ​ເທື່ອ​ໜຶ່ງ​ດ້ວຍ​ຂະໜາດ​ໃຫ່ຍ. ສ່ວນ​ບຸນ​ຝົນຕົກ​ເຄີຍ​ຈັດ​ຕັ້ງ​ໜຶ່ງ​ວັນ​ໃນ​ປີ​ເພື່ອ​ບູຊາ​ເທວະ​ດາ​ຝົນ. ນີ້​ກໍ່​ແມ່ນ​ພິທີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ກະສິກຳ. ​ໃນ​ຫຼາຍ​ກໍລະນີ, ຊາວ ຮ່າ​ຍີ່​ກໍ່​ຈັດ​ຕັ້ງ​ພິທີ​ພາວະນາ​ຂໍ​ໃຫ້​ຝົນຕົກ​ພ້ອມ​ກັບ​ງານ​ບຸນ​ໂຄ​ຢາ​ຢາ. ທ່ານ ​ເລືອ​ງວັນ​ທຽດ, ພະນັກງານ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

ຕາມ​ປະ​ເພນີ, ພິທີ​ບູຊາ​ພາວະນາ​ຂໍ​ໃຫ້​ຝົນຕົກ​ເຄີຍ​ຈັດ​ຕັ້ງ​ໃນ​ເດືອນ​ຮ້ອນ​ທີ່​ສຸດ​ຂອງ​ປີ, ນັ້ນ​ແມ່ນ​ເດືອນ 6. ​ໃນ​ຍາມ​ນັ້ນ, ບັນດາ​ນາ​ຂັ້ນ​ໄດ​ຕ້ອງການ​ນ້ຳ​ຫົດ​ທີ່​ສຸດເພື່ອ​ໃຫ້​ເຂົ້າ​ສຸກ, ​ເພື່ອ​​ໃຫ້ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ນີ້​ແມ່ນ​ພິທີ​ສະ​ແດງ​ໃຫ້​ເຫັນ​ການ​ປະພຶດ​ຕໍ່​ຢ່າງ​ກົມກຽວ​ລະຫວ່າງ​ມະນຸດ​ແລະ​ທຳ​ມະ​ຊາດ. ຊາວ ຮ່າ​ຍີ່​ຖື​ວ່າ, ​ເພື່ອ​ພາວະນາ​ດິນຟ້າ​ເອື້ອ​ອຳນວຍ​ຄວາມ​ສະດວກ, ​ແມ່ນ​ຕ້ອງ​ຈັດ​ຕັ້ງ​ພິທີ​ບູຊາຂໍ​ໃຫ້​ຝົນຕົກ“.

ງານບຸນຂໍ​ໃຫ້​ຝົນຕົກ​ຖືກ​ຈັດ​ຕັ້ງ​ປະຈຳ​ໄລຍະ​ໃນ​ປີ. ​ສຳລັບ​ປີ​ຖືກ​ໄພ​ແຫ້ງ​ແລ້ງ, ຊາວ​ເຜົ່າ ຮ່າ​ຍີ່​ອາດ​ຈະ​ຈັດ​ຕັ້ງ​ພິທີ​ນີ້​ເຖິງ 2, 3 ​ເທື່ອ​ໃນ​ປີ, ດ້ວຍ​ຄວາມ​ປາຖະໜາ​ວ່າ​ເທວະ​ດາ​ຈະ​ຟັງ​ໄດ້​ຄຳ​ພາວະນາ, ບັນດານ​ໃຫ້ມີ​ນ້ຳ​ຫົດ​ຢ່າງ​ພຽງພໍ ​ເພື່ອ​ໃຫ້​ທົ່ງ​ນາ, ຕົ້ນ​ໄມ້​ໃບ​ຫຍ້າ​ຂຽວ​ສົດ​ງົດ​ງາມ. ​ເຄື່ອງ​ຂອງ​ບູຊາ​ແມ່ນ​ໝູດຳ​ໜຶ່ງ​ໂຕ. ຖ້າ​ແມ່ນ​ໝູ່​ບ້ານ​ໃຫຍ່, ຫຼື​ປີ​ນັ້ນ​ຝົນຕົກ​ໜ້ອຍ, ຊາວບ້ານ​ຈະ​ຈັດ​ຕັ້ງ​ພິທີ​ດ້ວຍ​ເຄື່ອງ​ຂອງ​ບູຊາ​ເທວະ​ດາ​​ໃຫຍ່​ກວ່າ, ບາງ​ເທື່ອ​ຈະ​ແມ່ນ​ຄວາຍ​ດຳ​ໜຶ່ງ​ໂຕ.

ງານບຸນຝົນຕົກຂອງຊາວຮ່າຍີ່ - ảnh 2
(ພາບປະກອບ)

​ໃນ​ງາ​ນບຸນ​ຝົນຕົກ, ບັນດາ​ຄອບຄົວ​ໃນ​ບ້ານ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ຕື່ນ​ນອນ​ແຕ່​ຮຸ່ງ​ເຊົ້າ​ເພື່ອ​ຕົ້ມ​ນ້ຳ, ຂ້າ​ໝູ ຫຼື​ກະກຽມ​ເຄື່ອງ​ຂອງ​ບູຊາ​ໃຫ້​ພິທີ​ບູຊາ​ເທວະ​ດາ. ສຽງ​ສາກ​ຕຳ​ເຂົ້າ, ຕົ້ມ​ເຂົ້າ, ​ເຮັດ​ເຂົ້າໜົມ​ຂອງ​ຊາວບ້ານ​ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ເຂດ​ພູຜາ​ປ່າ​ໄມ້. ພາຍຫຼັງ​ກະກຽມ​ສຳ​ເລັດ, ​ເຂົາ​ເຈົ້າ​ນຳ​ເອົາ​ເຄື່ອງ​ຂອງ​ບູຊາ​ໄປ​ຍັງ​​ແຄມນາ​ຂອງ​ຜູ້​ທີ່​​ເຮັດ​ນາ​ປູກ​ເຂົ້າ​​ໄດ້ດີ​ທີ່​ສຸດ​ໃນ​ໝູ່​ບ້ານ​ເພື່ອ​ທຳ​ພິທີ​ບູຊາ. ພາ​ເຂົ້າ​ບູຊາ​ເທວະ​ດາ​ຝົນ​ນອກຈາກ​ຊີ້ນ​ໝູ​ແລ້ວ, ​ຍັງ​ມີ​ເຂົ້າ, ​ເຫຼົ້າ, ນໍ້າ​ຫວານຂີງ, ຊາ, ອ້ອຍ, ກ້ວຍ ​ແລະ ດອກ​ຫອນ​ໄກ່... ໝໍ​ຜີ​ຕ້ອງ​ແມ່ນ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ບ້ານ. ພິທີ​ບູຊາ​ດຳ​ເນີນ​ແຕ່​ຕອນ​ເຊົ້າ ​ແລະ ສິ້ນ​ສຸດ​ລົງ​ໃນ​ຕອນ​ທ່ຽງ. ຊາວ ຮ່າ​ຍີ່​​ເຊື່ອ​ວ່າ, ​ໃນ​ຈຸດ​ເວລາ​ນັ້ນ, ບັນດາ​ເທວະ​ດາ​ຈຶ່ງ​ສາມາດ​ຮັບ​ຟັງ​ຄຳ​ສູດ​ພາວະນາຂອງ​ເຂົາ​ເຈົ້າ​ໄດ້. ພາຍຫຼັງ​ພິທີ​ບູຊາ, ລູກ​ຫຼານ​ໃນ​ວົງ​ຕະກຸນ​ລ້ວນ​ແຕ່​ຮັບ​ປະທານ​ເຄື່ອງ​ຂອງ​ບູຊາ​ນ້ອຍ​ໜຶ່ງ “​ເພື່ອ​ໄດ້ຮັບ “​ໂຊກ​ໝານ“. ປະຈຸ​ບັນ, ມີ​ຫຼາຍ​ບ້ານ​ຂອງ​ຊາວ ຮ່າ​ຍີ່​ຢູ່​ບັນດາ​ເຂດ​ພູ​ສູງ​ຄື: ດ້ຽນບຽນ, ລາຍ​ເຈົາ, ລາວ​ກາຍ... ຍັງ​ຄົງ​ຈັດ​ຕັ້ງ​ງານ​ບຸນນີ້​ຕາມ​ປະ​ເພນີ​ຢູ່. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການຈັດ​ຕັ້ງ​ບຸນ​ຝົນຕົກຂອງ​ຊາວ​ເຜົ່າ ຮ່າ​ຍີ່​ໃນ​ປະຈຸ​ບັນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ ​ແລະ ມີ​ລັກສະນະ​ພິທີງານ​ບຸນຫຼາຍ​ກວ່າ. ທ່ານ ​ເລືອ​ງວັນ​ທຽດ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

“ປະຈຸ​ບັນ, ພິທີ​ບູຊາ​ຂໍ​ໃຫ້​ຝົນຕົກບໍ່​ສັບສົນ​ຄື​ກ່ອນ​ນີ້. ຜູ້​ເຂົ້າ​ຮ່ວມ​ກໍ່​ມີ​ຫຼາຍ​ພາກສ່ວນ​ກວ່າ, ການ​ຄະລຳ​ກໍ່​ບໍ່​ຫຼາຍ. ​ເຄື່ອງ​ຂອງ​ບູຊາ​ກໍ່​ມີ​ການ​ປ່ຽນ​ແປງ. ນອກຈາກ​ເຄື່ອງ​ຂອງ​ຕາມ​ປະ​ເພນີ​ແລ້ວ​ຍັງ​ມີ​ເຂົ້າໜົມ, ໝາກ​ໄມ້​ອີກ. ກ່ອນ​ນີ້​ເຫຼົ້າ​ບູຊາ​ຖືກ​ບັນຈຸ​ໃນ​ລຳ​ໄມ້​ເຮ້ຍ, ປະຈຸ​ບັນ​ແມ່ນ​ແກ້ວ​ເຫຼົ້າ​ທີ່​ຊື້​ຢູ່​ຕະຫຼາດ, ຊຳ້​ບໍ່​ໜຳ​ຍັງ​ມີ​ແກ້ວ​ເຫຼົ້າ​ຂອງ​ຕ່າງປະ​ເທດ​ອີກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພິທີ​ບູຊາ​ຍັງ​ຄົງ​ຮັກສາ​ບັນຍາກາດ​ເຄັ່ງຂຶມ​​ໄວ້​ຢູ່. ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ຂອງ​ມະນຸດ​ທີ່​ມີ​ຕໍ່​​ເທວະ​ດາ“.

ບໍລິ​ເວນ​ຈັດ​ງານ​ບຸນ​ຝົນຕົກ​ກໍ່​ມີ​ການ​ປ່ຽນ​ແປງ. ກ່ອນ​ນີ້​ພິທີ​ບູຊາ​ເຄີຍ​ຈັດ​ຕັ້ງ​ຢູ່​ເຂດ​ໄຮ່ນາ, ປະຈຸ​ບັນສາມາດ​ຈັດ​ຕັ້ງ​ໃນ​​ເຮືອນ​ຂອງ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ຫຼື​ເຮືອນ​ຂອງ​ຄອບຄົວ​ຜູ້​ຜະລິດ​ກະສິກຳ​ເກັ່ງ​ໃນ​ບ້ານ. ​ໃນ​ວັນ​ບຸນ​ຍັງ​ມີ​ການຂັບ​ຮ້ອງ​ ​ແລະ ລະ​ຫຼີ້ນພື້ນ​ເມືອງ. ພິ​ເສດງານ​ບຸນຍັງ​ຄົງ​ຮັກສາ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ ​ແລະ ​ອົບ​ອຸ່ນຢູ່. ບຸນ​ຝົນຕົກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຄອບຄົວ, ລູກ​ຫຼານ​ໃນ​ວົງ​ຕະກຸນ​ເຕົ້າ​ໂຮມ​ກັນ. ນັບ​ແຕ່​ຕອນ​ແລງ​ເຖິງ​ຍາມ​ກາງຄືນ, ທຸກ​ຄົນ​ໃນ​ບ້ານ​ເຄີຍ​ມາ​ຫຼີ້ນ​ໃນ​​ເຮືອນ​ຂອງ​ກັນ. ຄອບຄົວ​ໃດ​ມີ​ແຂກ​ມາ​ຫຼີ້ນ​ກໍ່​ເຊີນ​ກິນ​ເຫຼົ້າ, ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ສະໜິດ​ຕິດ​ພັນທຸ​ກຄົນ​ໃນ​ປະຊາ​ຄົມ​ຊາວ​ເຜົ່າ​ຮ່າ​ຍີ່​​ ໃຫ້​ມີຄວາມໝັ້ນຄົງກວ່າ​ອີກ.

ຂ່າວ/ບົດ​ອື່ນ