ງານບຸນເຕັ້ນຂອງຊາວເຜົ່າຢ້າວແດງ



(vovworld) - ພ້ອມ​ກັບ​ງານ​ບຸນ​ປະ​ເພນີ​ຕ່າງໆ​ຂອງ​ບັນດາ​ເຜົ່າ​ຄື: ງານ​ບຸນ​ກິນ​ຈຽງ (Gau Tao) ຂອງ​ຊາວ​ເຜົ່າ​ມົ້ງ, ບຸນ​ລົງ​ທົ່ງ (Long Tong) ຂອງ​ຊາວ​ເຜົ່າ​ໄຕ່… ບຸນ​ເຕັ້ນ (Tzay panh) ​ຫຼື​ບຸນປີ​ໃໝ່ກໍ່​ແມ່ນໜຶ່ງ​ໃນ​ບັນດາ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ຢ້າ​ວ​ແດງ​ຢູ່​ແຂວງ​ອຽນ​ບ໋າ​ຍ.

ງານບຸນເຕັ້ນຂອງຊາວເຜົ່າຢ້າວແດງ - ảnh 1

ຊາຍ - ຍິງຊາວເຜົ່າຢ້າວແດງຟ້ອນລຳທຳເພງໃນບຸນເຕັ້ນ
(ພາບ: Internet)

        ​ໃນ​ບັນດາ​ງານ​ບຸນ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ຕ່າງໆ, ບຸນ​ເຕັ້ນ Tzay panh ​ແມ່ນ​ບຸນ ​ສຳຄັນທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ຢ້າ​ວ​ເວົ້າ​ລວມ ​ແລະ ຊາວ​ເຜົ່າ​ຢ້າ​ວ​ແດງ​ຢູ່​ລູກ​ອຽນ, ​ແຂວງ​ອຽນ​ບ໋າ​ຍ ເວົ້າ​ສະ​ເພາະ. ຕາມ​ປະ​ເພນີ​ແລ້ວ, ງານ​ບຸນ​ຖືກ​ຈັດ​ຂຶ້ນ​ຢູ່​ເຮືອນ​ຂອງ 3 ເຈົ້າ​ຕະກຸນ​ໃຫຍ່ຄື: ຕະກຸນ​ຫຼີ, ຕະກຸນ​ບ່ານ, ຕະກຸນ​ຈ້ຽວຂອງ​ຊາວ​ເຜົ່າ​ຢ້າ​ວ. ງານ​ບຸນ​ເລີ່​ມດຳ​ເນີນ​ແຕ່​ເວລາ 7 ​ໂມງ ​ເຖິງ 11 ​ໂມງ, ວັນ​ທີ 1 ​ແລະ ທີ 2 ​ເດືອນ​ຈຽງ (​ໄລ່​ຕາມ​ຈັນທະ​ປະຕິທິນ) ຂອງ​ທຸກ​ປີ, ​ເພື່ອ​ພາວະນາ​ຂໍ​ໃຫ້​ປີ​ໃໝ່​ປະສົບ​ແຕ່​ຄວາມ​ໂຊກ​ດີ. ທ່ານ ຈ້ຽວກວີ໋​ໂຫ່​ຍ, ຢູ່​ບ້ານ ດ໋າ​ເກິ​ນ, ຕາ​ແສງ​ກາດ​ທິ້ງ, ​ເມື​ອງວັນ​ເຈິ໋ນ, ​ແຂວງ​ອຽນ​ບ໋າ​ຍ, ​ໃຫ້​ຮູ້​ວ່າ:

        “ບຸນ​​ເຕັ້ນ (Tzay panh) ຂອງ​ຊາວ​ເຜົ່າ​ຢ້າ​ວ ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນຄື: ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ, ຄອບຄົວ​ມີ​ຄວາມ​ຜາ​ສຸກ, ມີ​ຢູ່​ມີ​ກິນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ລູກ​ຫຼານ​ສືບ​ທອດ, ຮັກສາ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ, ພ້ອມ​ທັງ​ສຶກສາ​ໃຫ້​ລູກ​ຫຼານ​ຕ້ອງ​ເຮັກ​ວຽກ​ງານ​ກຸສົນ​ໃນ​ຊີວິດ“.

ງານບຸນເຕັ້ນຂອງຊາວເຜົ່າຢ້າວແດງ - ảnh 2

ເຕັ້ນຖະຫວາຍໄກ່ຂອງຊາວເຜົ່າຢ້າວແດງ ໃນບຸນເຕັ້ນ.

(ພາບ: Internet)

        ພິທີ​ຕົ້ນຕໍ​ໃນ​ບຸນ​​ປະ​ເພນີ​ນີ້​ແມ່ນ​ການ​ເຕັ້ນ ​ໂດຍ​ໝູ່​ຍິງ​ຊາຍ​ໃນ​ບ້ານ​ສະ​ແດງ ພາຍ​ໃຕ້​ການ​ແນະນຳ​ຂອງ​ໝໍ​ຜີ ​ໃນ​ສຽງ​ຄ້ອງທີ່​ເລັ່ງລັດ. ​ໃນ​ເບື້ອງ​ຕົ້ນ ໝໍ​ຜີ​ຈັດ​ 14 ວາດ​​ເຕັ້ນ​ຄື: ​ສ້າງ​ຂົວ, ພາ​ທາງ​​ເພື່ອ​ຕ້ອນຮັບ​ບັນພະບຸລຸດ, ​ເທ​ວະ​ດາ​ຟ້າ​ແຖນ​ກັບມາ​ເອົາ​ບຸນປີ​ໃໝ່. ​ເພື່ອ​ຂຳ່ນັບ​ພໍ່​ແມ່, ບັນພະບຸລຸດ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ວາດ​​ເຕັ້ນພຽງ​ແຕ່​ສະ​ແດງ​ດ້ວຍ​ຂາ​ດຽວ, ຫົວ​ກົ້ມ​ລົງ ​ແລະ ນີ້ວ​ຊີ້​ຕ້ອງ​ຍໍ​ຂຶ້ນ. ​ເພື່ອ​ເຊື້ອ​ເຊີນ​ເທວະ​ດານາງ​ຟ້າ​, ວາດ​​ເຕັ້ນ​​ເອົາ​ແບບ​ຮູບ​ນົກຍາງ​​ເວີ່ນ​ບິນ ​ແລະ ຊອກ​ຫາ​ບ່ອນ​ຈອດ​ລົງ. ວາດ​​ເຕັ້ນ​ເຊີນ​ເທວະ​ດາ​ເອົາ​ບຸນປີ​ໃໝ່​ຖືກ​ສະ​ແດງ​ດ້ວຍຈັ່ງ​ຫວະ​ເຊື່ອນ​ຊ້າ​, ​ແຕ່​ເຕັມ​ໄປ​ດ້ວຍ​ສິດ​ອຳນາດ​ຂອງ​ເສືອ​ໂຕ. ​​ແຕ່​ລະວາ​ດ​ເຕັ້ນ​ລ້ວນ​ແຕ່​ມີ​ລັກສະນະ​ຮູບ​ປະ​ທຳ ​ແລະ ​ເປັນ​ເອກະລັກ​ສະ​ເພາະ, ທີ່​ວາດ​ພາບ​ຮູບ​ພາບ​ເທວະ​ດາ​ຟ້າ​ແຖນ, ບັນພະບຸລຸດ​ກັບ​ມາ​ເອົາ​ບຸນປີ​ໃໝ່​ພ້ອມ​ກັບ​ລູກ​ຫຼານ. ​ເຕັ້ນມີ​ຫຼາຍ​ແບບຄື: ​ເຕັ້ນຖະຫວາຍ​ໄກ່, ​ເຕັ້ນ​ພາ​ທາງ, ​ເຕັ້ມສ້າງ​ຂົວ, ​ເຕັ້ນ​ກ້າວ​​ໄປ ​ແລະ ຖອຍ​ຫຼັງ. ກ່ຽວ​ກັບ​ຄວາມ​ໝາຍ​ຂອງວາ​ດ​ເຕັ້ນ​ນີ້, ທ່ານ ບ່ານ​ຟຸກ​ເຈົາ, ໝໍ​ຜີ​ທີ່​ມີ​ຊື່​ສຽງ​ຢູ່​ບ້ານບໍ​ມີ 1, ຕາ​ແສງ​ເຕິ​ນ​ເຟື້ອງ ​ໃຫ້​ຮູ້​ວ່າ:

ບັນດາ​ວາດ​ເຕັ້ນ​ໃນ​ບຸນ​ມີ​ຄວາມ​ໝາຍ​​ຕ້ອນຮັບ​ເທວະ​ດາ​ຟ້າ​ແຖນ, ບັນພະບຸລຸດ, ​ເພີ່ມກຳລັງ​ແຮງຢ່າງ​ພຽງພໍ​ໃຫ້​ບບັນພະບຸລຸດ ​ເພື່ອອຸ້ມ​ຊູ​ຊ່ວຍ​ເຫຼືອ ​ແລະ ບັນດານ​ໃຫ້​ລູກ​ຫຼານ“.

ງານບຸນເຕັ້ນຂອງຊາວເຜົ່າຢ້າວແດງ - ảnh 3

ຊາຍ - ຍິງຊາວເຜົ່າຢ້າວແດງເຕັ້ນຕາມການແນະນຳຂອງໝໍຜີ
(ພາບ: Internet)

ໃນ​ບຸນ​ເຕັ້ມຊາວ​ເຜົ່າ​ຢ້າ​ວ​ແດງ​ຍັງ​ຂັບ​ຮ້ອງທຳນອງເພງຕ່າງໆ ທີ່​ເວົ້າ​ເຖິງ​ບຸນ​ຄຸນຂອງ​ບັນພະບຸລຸດ, ​ເລື່ອງ​ລາວ​ກ່ຽວ​ກັບ​ວົງ​ຕະກູນ, ການ​ປຸູກຝັງ, ການຕຳ່​ຜ້າ​ແພ, ການລ່າ​ເນື້ອ...ບຸນ​ເຕັ້ນ​ແມ່ນ​ພິທີ​ງານ​ບຸນ​ທັງ​ມີ​ລັກສະນະ​ວົງ​ຄະນາ​ຍາດ, ທັງ​ມີ​ລັກສະນະ​ສ່ວນ​ຕົວ. ທ່ານ ບ່ານ​ຟຸກ​ເຊືອງ, ອາຍຸ 71 ປີ, ​ແມ່ນ​ຜູ້​ທີ່​ມີ​ຄວາມ​ຮູ້​ຢ່າງ​ລະອຽດ​ກ່ຽວ​ກັບ​ວັດທະນະທຳ​ຊົນ​ເຜົ່າ​ຢ້າ​ວຢູ່​ເຕິ​ນ​ເຟື້ອງ, ລູກ​ອຽນ ​ໃຫ້​ຮູ້​ວ່າ:

ຕາມ​ທັດສະນະ​ແລ້ວ, ​ແຕ່ 2 ​ເຖິງ 4 ປີ ຕ້ອງ​ຈັດ​ບຸນ​ເຕັ້ນ​ເທື່ອ​ໜຶ່ງ, ຖ້າ​ບໍ່​ຈັດຈະ​ຮູ້ສຶກ​ບໍ່​ອຸ່ນ​ອ່ຽນ​ໃຈ, ​ຍ້ອນ​ບໍ່​ມີ​ຜູ້​ຊ່ວຍ​ບັນພະບຸລຸດ​ໃຫ້​ມີ​ກຳລັງ​ແຮງ​ຢ່າງ​ພຽງພໍ​ເພື່ອ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ອັກຄີ​ໄພ, ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ, ມີ​ສຸຂະພາບ​ເຂັ້ມ​ແຂງ. ຍ້ອນ​ເຫ​ດນັ້ນ, ງານ​ບຸນ​ຈຶ່ງ​ກາຍ​ເປັນ​ຮີດຄອງ​ປະ​ເພນີ​ທີ່​ຂາດ​ບໍ່​ໄດ້​ ໃນ​ຊີວິດ​ທາງ​ດ້ານ​ວັດທະນະທຳຂອງ​ຊາວ​ເຜົ່າ​ຢ້າ​ວ​ນັບ​ແຕ່​ຫຼາຍ​ລຸ້ນຄົນ​ມາ​ຮອດ​ປະຈຸ​ບັນ“.

ບຸນ​ເຕັ້ນ​ຂອງ​ຊາວ​ເຜົ່າ​ຢ້າ​ວ​ແດງ​ຢູ່​ອຽນ​ບ໋າ​ຍ ​ເຄີຍ​​ຈັດ​ຂຶ້ນ​ເປັນ​ປະຈຳ​ໃນ​ແຕ່​ລະ​ຄອບ​ຄົວ, ​ໂດຍອີງ​ຕາມ​ສະພາບ​ຕົວ​ຈິງ​ຂອງ​ແຕ່​ລະ​ຄອບຄົວ, ​ແຕ່​ລະ​ວົງ​ຕະກູນ. ​ໃນ​ບຸນ​ເຕັ້ນ, ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ພິທີ​ບູຊາ​ໄດ້​ເວົ້າ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ, ການ​ດຳ​ລົງ​ຊີວິດ​ປະຈຳ​ວັນ​ຂອງ​ລູກ​ຫຼານ​ຄື​ການ​ເຮັດ​ວຽກ​ງານ​ກະ​ສີ​ກຳ, ການ​ລ່າ​ເນື້ອ, ການ​ປູກຝັງ, ສຸຂະພາບ​ຂອງ​ຄອບຄົວ, ວົງ​ຕະກູນ​ໃນ​ປີ. ສິ້ນ​ສຸດ​ງານ​ບຸນ​ແມ່ນ​ຟ້ອນ​ທຸງ​ຂອງ​ບັນດາ​ໝໍ​ຜີ, ພ້ອມ​ກັບ​ບັນດາຜູ້​ຊາຍ​ຊາວ​ໜຸ່ມ​ຊົນ​ເຜົ່າ​ຢ້າ​ວ. ບໍ່​ຮູ້​ວ່າ​ບຸນ​ເຕັ້ນ​ມີ​ມາ​ແຕ່​ເວລາ​ໃດ, ​ແຕ່​ມາ​ຮອດ​ປະຈຸ​ບັນຊາ​ວ​ເຜົ່າ​ຢ້າ​ວຢູ່​ອຽນ​ບ໋າ​ຍ ຍັງ​ຄົງ​ຮັກສາ​ໄວ້ ​ແລະ ກາຍ​ເປັນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ຂາດ​ຂໍ່​ໄດ້​ໃນ​ປະຊາ​ຄົມ​ຊາວ​ເຜົ່າ​ຢ້າ​ວ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ