ຊົນເຜົ່າແຢຈຽງຢູ່ເຂດຊາຍແດນຫວຽດນາມ - ລາວ

(vovworld) - ໂດຍ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 6 ຊົນ​ເຜົ່າ​ຢູ່​ແຂວງ ກອນ​ຕຸມ, ຊາວ​ເຜົ່າ ແຢ​ຈຽງ ມີ​ພົນ​ລະ​ເມືອງ​ທັງ​ໝົດ​ກວ່າ 33.000 ຄົນ, ອາ​ໄສ​ຕົ້ນ​ຕໍ​ແມ່ນ​ຢູ່​ເມືອງ​ Đăk Glei ແລະ ເມືອງ ງອກ​ໂຮ່ຍ, ລຽບ​ຕາມ​ສາຍ​ທາງ ໂຮ່​ຈີ​ມິນ, ຕິດ​ກັບ​ຊາຍ​ແດນ ລາວ. ໂດຍ​ແມ່ນ​ຊົນ​ເຜົ່າ​ທີ່​ດຳ​ລົງ​ຊີ​ວິດ​ມາ​ແຕ່​ດົນ​ນານ​ຢູ່​ເຂດ​ອ້ອມ​ພູ ງອກ​ລິງ (ຫວຽດ​ນາມ) ແລະ ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ປະ​ເທດ ລາວ, ຊາ​ວເຜົ່າ ແຢ​ຈຽງ ມີ​ຊີ​ວິດ​ທາງ​ດ້ານ​ຈິດ​ວີນ​ຍານ​ອຸ​ດົມ​ສົມ​ບູນ ແລະ ມາ​ຮອດ​ປະ​ຈຸ​ບັນ​ຍັງ​ຄົງ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໄວ້​ໄດ້. ກໍ່​ເຊັ່ນ​ດຽວ​ກັບ​ບັນ​ດາ​ຊົນ​ເຜົ່າ​ອ້າຍ​ນ້ອງ​ອື່ນໆ​ໃນ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ ຫວຽດ​ນາມ, ຊາວ​ເຜົ່າ ແຢ​ຈຽງ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ​ພັດ​ທະ​ນາ​ປະ​ເທດ​ຊາດ.

ຊົນເຜົ່າແຢຈຽງຢູ່ເຂດຊາຍແດນຫວຽດນາມ - ລາວ - ảnh 1
(ພາບປະກອບ)

ຈາກ​ພາກ​ເໜືອໄປ​ຕາມ ​ເສັ້ນ​ທາງ​ ໂຮ່​ຈີ​ມິນ ເຖິງ​ເມືອງ Đăk Glei, ແຂວງ ກອນ​ຕຸມ, ແມ່ນ​ບ່ອນ​ອາ​ໄສ​ຂອງ​ຊາວ​ເຜົ່າ ແຢ​ຈຽງ. ຈາກ​ນັ້ນ​ໄປ​ທາງ​ທິດ​ໃຕ້​ຕາມ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ລາວ ເຖິງ​ເມືອງ ງອກ​ໂຮ່ຍ ແມ່ນບັນ​ດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ ແຢ​ຈຽງ.

ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຫົວ​ໜ່ວຍ​ສັງ​ຄົມ​ໜຶ່ງ​ດຽວ​ຂອງ​ຊາວ​ເຜົ່າ ແຢ​ຈຽງ ແມ່ນ​ໝູ່​ບ້ານ. ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ໃນ​ບ້ານ ເປັນ​ຜູ້ຊ​ີ້​ນຳ​​ວຽກ​ງານ​ລວມ​ຂອງ​ໝູ່​ບ້ານ. ນັ້ນ​ແມ່ນ​ຜູ້​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ມີ​ຄວາມ​ຮູ້​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ , ມີຫຼາຍ​ບົດ​ຮຽນ​ໃນ​ການ​ຜະ​ລິດ, ທັງ​ເປັນ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງ​ບ້ານ. ການ​ພົວ​ພັນ​​ຂອງ​ປະ​ຊາ​ຄົມໃນ​ໝູ່​ບ້ານ​ແມ່ນ​ແໜ້ນ​ແຟ້ນ​ສົມ​ຄວນ. ກໍ່​ເຊັ່ນ​ດຽວ​ກັບ​ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ ໄຕ​ງວຽນ, ຊາວ​ເຜົ່າ ແຢ​ຈຽງ ມີ​ຄວາມ​ເຊື່ອ​ຖື​ເທວະ​ດາ​ຟ້າ​ແຖນ. ເທວະ​ດາ​ສູງ​ສຸດ​ທີ່​ຄອບ​ງຳ​ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ຢ່າງ (ຟ້າ). ດັ່ງ​ນັ້ນ​ຟ້າ​ໄດ້​ຮັບ​ການ​ເຄົາ​ລົບ​ນັບ​ຖື​ທີ່​ສຸດ. ຈາກ​ທັດ​ສະ​ນະ​ເຊື່ອ​ຖື​ເທວະ​ດາ​ຟ້າ​ແຖນ, ແລະ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ວີນ​ຍານນັ້ນ, ຊາວ​ເຜົ່າ ແຢ​ຈຽງ ກໍ່​ມີຫຼາຍ​ພິ​ທີ​ການ​ໃນ​ການ​ເຄື່ອນ​ໄຫວ​ປະ​ຊາ​ຄົມ ກໍ່​ຄື​ໃນ​ແຕ່​ລະ​ຄອບ​ຄົວ, ຄື: ພິ​ທີ​ບູ​ຊາ​ຟ້າ​ແຖນ, ພິ​ທີ​ບູ​ຊາ ເຮືອນຣົງ, ປະ​ເພ​ນີ​ກິນ​ເຂົ້າ​ໃໝ່… ນອກ​ນັ້ນ​ຍັງ​ມີ​ບັນ​ດາ​ປະ​ເພ​ນີຫຼ້າຫຼັງທີ່​ກີດ​ຂວາງ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ຄົນ ແລະ ທັງ​ປະ​ຊາ​ຄົມ. ຕາມ​ການ​ເວ​ລາ, ພາຍ​ໃຕ້​ແສງ​ສະ​ຫວ່າງ​ແຫ່ງ​ຄວາມ​ສີ​ວິ​ໄລ, ​ປະ​ເພ​ນີ​ທີ່ຫຼ້າຫຼັງຫຼາຍ​ຢ່າງ​ກໍ່​ຖືກ​ລົບ​ລ້າງ​ໄປ. ທ່ານ ອາ​ເບ, ຢູ່​ບ້ານ ດັກ​ຣັງ, ຕາ​ແສງ ​ດັກ​ຢຸກ, ເມືອງ ງອກ​ໂຮ່ຍ, ໃຫ້​ຮູ້​ວ່າ:

“ກ່ອນນີ້ຊາວ​ເຜົ່າ ແຢ​ຈຽງ ຄະ​ລຳຫຼາຍ​ຢ່າງ, ໝາ​ເກີດ​ ລູກ​ກໍ່ຄະ​ລຳ, ຄົນ​ຕາຍ​ກໍ່​ຄະ​ລຳ. ຄອບ​ຄົວ​ໃດຖືກ​ເຄາະ​ຮ້າຍ​ກໍ່​ຕ້ອງ​ຄະ​ລຳ, ງົວ​ຄວາຍ​ຕາຍ, ຄົນ​ຕາຍ​ດຶກ​ນ້ຳລ້ວນ​ແຕ່​ຖືກ​ຄະ​ລຳ​ໝົດ, ແຕ່​ປະ​ຈຸ​ບັນ, ​ເມື່ອ​ທະ​ຫານ​ເຂົ້າ​ບ້ານ​ຂົນ​ຂວາຍ​ປະ​ຊາ​ຊົນ, ຊາວ​ເຜົ່າ ແຢ​ຈຽງ ໄດ້​ລົບ​ລ້າງ​ບັນ​ດາປະ​ເພ​ນີທີ່ຫຼ້າຫຼັງ​ນັ້ນ​​ແລ້ວ”.

ພ້ອມ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັ້ນ, ຊາວ​ເຜົ່າ ແຢ​ຈຽງ ກໍ່​ມີ​ສະ​ຕິ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ. ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ໃນ​ທ້ອງ​ຖີ່ນ, ໝູ່​ບ້ານ​ໃດ​ຂອງ​ຊາວ​ເຜົ່າ ແຢ​ຈຽງ ກໍ່​ມີ​ເຮືອນ​ຣົງ (ເຮືອນ​ຮ້ານຫຼັງ​ຍາວທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ) ເປັນ​ບ່ອນ​ດຳ​ເນີນ​ຊີ​ວິດ​ຂອງ​ປະ​ຊາ​ຄົມ, ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ ແລະ ງານ​ບຸນ​ທີ່​ດີ​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ​ໄວ້​ໃນ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ. ທ່ານ ເຢືອງ​ໂຕນ​ບາວ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ ໄຕ​ງວຽນ, ໃຫ້​ຮູ້​ວ່າ:

“ໃນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ ແຢ​ຈຽງ ຍັງ​ຄົງ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ດີຫຼາຍ​ຢ່າງ​ໄວ້. ຕົວ​ຢ່າງ​ຄື​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ, ເປັນ​ຕົ້ນ​ແມ່ນ ດິງ​ຕຸດ, ເພື່ອຫຼິ້ນ​ດົນ​ຕີ​ປະ​ເພດນີ້ ຕ້ອງ​ມີ​ຜູ້​ຊາຍ 6 ຄົນ, ແຕ່​ພັພັດນຸ່ງ​ເຄື່ອງຂອງ​ຜູ້​ຍິງ​ເພື່ອ​ສະ​ແດງ. ສຳຫຼັບງານ​ບຸນ, ກໍ່​ເຊັ່ນ​ດຽວ​ກັບຫຼາຍ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ໄຕ​ງວຽນ, ຊາວ​ເຜົ່າ ແຢ​ຈຽງ ມີ​ງານ​ບຸນ​ເຂົ້າ​ຈີ່, ງານ​ບຸນ​ເຮືອນ​ຣົງ… ນັ້ນ​ແມ່ນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຊາວ​ເຜົ່າ ແຢ​ຈຽງ ເຊິ່ງ​ປະ​ຈຸ​ບັນ​ເຂົາ​ເຈົ້າ​ຍັງ​ຄົງ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ໃນ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຸ​ບັນ​ນີ້”.  

ຊົນເຜົ່າແຢຈຽງຢູ່ເຂດຊາຍແດນຫວຽດນາມ - ລາວ - ảnh 2
(ພາບປະກອບ)

ໃນ​ຊຸມ​ປີ​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ນັບ​ແຕ່​ປີ 1991, ເມື່ອ​ແຂວງ ກອນ​ຕຸມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຄືນ​ໃໝ່, ບົນ​ພື້ນ​ຖານ​ແຍກ​ອອກ​ຈາກ​ແຂວງ ຢາ​ລາຍ - ກອນ​ຕຸມ ນັ້ນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ ແຢ​ຈຽງ ນັບ​ມື້​ນັບ​ມີ​ການ​ປ່ຽນ​ໃໝ່. ທີ​ສອງ​ແມ່ນ, ເມື່ອ​ເສັ້ນ​ທາງ ໂຮ່​ຈີ​ມິນ ໄດ້​ຮັບ​ການ​ລົງ​ທຶນ​ກໍ່​ສ້າງ​ສຳ​ເລັດ, ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ແລກ​ປ່ຽນ​​ດ້ານການ​ຄ້າ​ຢູ່​ເຂດ​ທີ່​ຊາວ​ເຜົ່າ ແຢ​ຈຽງ ອາ​ໄສ. ປະ​ຈຸ​ບັນ, ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຮູ້​ປູກ​ເຂົ້າບະ​ເລ, ເຂົ້າ​ນາ​ໄຮ່​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ຊຳ​ນານ​ໃນ​ການ​ປູກ​ເຂົ້າ​ນາ​ທາມ, ປູກ​ຝັງ, ບົວ​ລະ​ບັດ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ​ຊະ​ນິດ​ຕ່າງໆ​ຢູ່​ເຂດ ໄຕ​ງວຽນ ​ອີກ​ດ້ວຍ​ເຊັ່ນ: ຕົ້ນ​ຢາງ​ພາ​ລາ, ຕົ້ນ​ກາ​ເຟ. ປະ​ຈຸ​ບັນ, ຊາວ​ເຜົ່າ ແຢ​ຈຽງຄອບ​ຄົວ​ໃດ​ກໍ່​ມີຂອງກິນຂອງ​ເພື່ອ.

ດ້ວຍ​ສະ​ຕິ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ໄວ້, ໄປ​ຄຽງ​ຄູ່​ກັບ​ການ​ນຳ​ໃຊ້​ພາ​ສາ​ສາ​ມັນ, ຊາວ​ເຜົ່າ ແຢ​ຈຽງ ໃນ​ປະ​ຈຸ​ບັນ​ຍັງ​ຄົງ​ນຳ​ໃຊ້​ພາ​ສາ​ໝວດ ມອນ - ຂະ​ແມ ແລະ ຮັກ​ສາ​ຕົວ​ໜັງ​ສືຂອງ​ຕົນ​ໄວ້. ພ້ອມ​ກັນ​ນັ້ນ, ໃນ​ການ​ດຳ​ເນີນ​ຊີ​ວິດ​ປະ​ຈຳ​ວັນ, ຄຽງ​ຂ້າງ​ບັນ​ດາ​ເຮືອນ​ຕຶກ​ທີ່​ໄດ້​ຮັບ​ການ​ກໍ່​ສ້າງ​ຕາມ​ແບບ​ທັນ​ສະ​ໄໝ, ບັນ​ດາ​ເຄື່ອງ​ໃຊ້​ຄື: ລົດໂອ​ໂຕ, ລົດ​ຈັກ, ຕູ້​ເຢັນ, ເຕົາ​ແກ​ັສ… ຊາວ​ເຜົ່າ ແຢ​ຈຽງ ຍັງ​ຄົງ​ຮັກ​ສາ​ບັນ​ດາ​ເຮືອນ​ຮ້ານ​ທີ່​ສະ​ອາດ​ປອດ​ໂປ່ງ, ​ເຄົາລົບບັນ​ດາເຕົາ​ໄຟ​ຂອງ​ປູ່​ຍ່າ​ຕາ​ຍາຍ, ​ກໍ່​ຄືບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາວ​ເຜົ່າ ແຢ​ຈຽງ ໄວ້.

 

ຕອບກັບ

ຂ່າວ/ບົດ​ອື່ນ