ຊາວເຜົ່າເມື່ອງ ຢູ່ ເມືອງແທງເຊີນ ແຂວງ ຟູທໍ້ ອະນຸລັກຮັກສາສີສັນວັດທະນະທຳຂອງເຜົ່າຕົນ

(VOVWORLD) -ຕາແສງ ຫວໍມຽວ ເມືອງ ແທງເຊີນ ແຂວງ ຟູທໍ້ ຊຶ່ງແມ່ນສະຖານທີ່ມີ 100% ພໍ່ແມ່ພີ່ນ້ອງເຜົ່າເມື່ອງດຳລົງຊີວິດ. ພ້ອມກັບການຂົນຂວາຍ “ທົ່ວປວງຊົນສາມັກຄີ ກໍ່ສ້າງເຂດຊົນນະບົດໃຫມ່, ຕົວເມືອງສີວິໄລ” ຕິດພັນກັບຂະບວນການສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ, ພໍ່ແມ່ພີ່ນ້ອງໄດ້ຕັ້ງຫນ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າຕົນ.
ຊາວເຜົ່າເມື່ອງ ຢູ່ ເມືອງແທງເຊີນ ແຂວງ ຟູທໍ້ ອະນຸລັກຮັກສາສີສັນວັດທະນະທຳຂອງເຜົ່າຕົນ - ảnh 1 ພາບປະກອບ

ໃນຊຸມມື້ຕົ້ນລະດູບານໃຫມ່, ຢູ່ ຫໍວັດທະນະທຳ ເຂດ ຈ້າຍ ຕາແສງ ຫວໍມຽວ ມີບັນຍາກາດຟົດຟື້ນມ່ວນຊື່ນ ດ້ວຍສຽງດົນຕີ, ສຽງຂັບຮ້ອງຂອງພໍ່ແມ່ພີ່ນ້ອງ, ເພື່ອກະກຽມໃຫ້ແກ່ການພົບປະແລກປ່ຽນ ແລະ ງານບຸນໃນບໍລິເວນເມືອງ. ທ່ານນາງ ຮ່າທິເມົ້າ, ຢູ່ເຂດຈ້າຍ ຕາແສງ ຫວໍມຽວ ພ້ອມກັບພໍ່ແມ່ປະຊາຊົນມີຄວາມກະຕືລືລົ້ນທີ່ສຸດເມື່ອໄດ້ນຸ່ງບັນດາຊຸດອາພອນປະຈຳເຜົ່າ ສະແດງບັນດາທຳນອງເພງພື້ນເມືອງຂອງເຜົ່າຕົນ. ທ່ານນາງ ຮ່າທິເມົ້າ ແບ່ງປັນວ່າ:

        “ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ ເພື່ອໃຫ້ພວກຂ້າພະເຈົ້າຟື້ນຟູຄືນບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອ, ເພື່ອໃຫ້ພວກຂ້າພະເຈົ້າພ້ອມກັນທວນຄືນປະຫວັດຄວາມເປັນມາຂອງເຜົ່າຕົນ. ພວກຂ້າພະເຈົ້າດຳລົງຊີວິດໃນບ້ານ ກໍ່ລ້ວນແຕ່ປະຕິບັດຕາມຮີດຄອງປະເພນີຂອງເຜົ່າຕົນຄື: ງານດອງ, ງານສົບ. ຈາກນັ້ນ ສ້າງຊີວິດການເປັນຢູ່ໃຫ້ມີຄວາມອີ່ມຫນຳສຳລານສົມບູນພູນສຸກ.”

        ພໍ່ແມ່ພີ່ນ້ອງເຜົ່າເມື່ອງຢູ່ເຂດຈ້າຍ ຜູ້ໃດກໍ່ນິຍົມສິລະປະ, ຖືສິລະປະປຽບເຫມືອນຂົວຕໍ່ເພື່ອເພີ່ມທະວີຄວາມສາມັກຄີລະຫວ່າງຄຸ້ມບ້ານ. ຫໍວັດທະນະທຳແມ່ນຈຸດນັດພົບທີ່ຊີນເຄີຍຂອງບໍ່ພຽງແຕ່ບັນດາສະມາຊິກໃນກອງສິລະປະກອນເທົ່ານັ້ນ ຫາກຍັງແມ່ນຂອງປະຊາຊົນໃນເຂດເມື່ອມີລາຍການສະແດງວັດທະນະທຳສິລະປະແຕ່ລະເທື່ອອີກດ້ວຍ. ທ່ານນາງ ຟຸ່ງທິເວີນ ຢູ່ເຂດຈ້າຍ ຕາແສງ ຫວໍມຽວ ເມືອງແທງເຊີນ ແຂວງ ຟູທໍ້ໃຫ້ຮູ້ວ່າ:

        “ໃນຄຸ້ມບ້ານຂອງພວກຂ້າພະເຈົ້າ, ຂະບວນການວັດທະນະທຳສິລະປະແມ່ນຟົດຟື້ນທີ່ສຸດ. ເມື່ອເຂດຊຸມຊົນສ້າງຕັ້ງກອງສິລະປະກອນເພື່ອທວນຄືນບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າເມື່ອງ ໄດ້ຮັບການສະຫນັບສະຫນູນຈາກພໍ່ແມ່ປະຊາຊົນຢ່າງສຸດອົກສຸດໃຈ. ທົ່ວເຂດໄດ້ປະກອບສ່ວນ, ສະຫນັບສະຫນູນວັດຖຸເພື່ອສ້າງກອງສິລະປະກອນ, ຢູ່ ໃນຄອບຄົວ ລູກຫລານກໍ່ສະຫນັບສະຫນູນ, ລະດົມກຳລັງໃຈເພື່ອໃຫ້ພວກເອື້ອຍນ້ອງແມ່ຍິງເຂົ້າຮ່ວມກອງສິລະປະກອນເພື່ອນຳສີສັນວັດທະນະທຳເຜົ່າເມື່ອງນັບມື້ນັບພັດທະນາກວ່າ.”

        ໂດຍຕັ້ງຢູ່ໃຈກາງຂອງຕາແສງ ຫວໍມຽວ ເມືອງແທງເຊີນ, ເຂດຈ້າຍ ມີ 140 ຄອບຄົວ, ດ້ວຍປະຊາກອນກວ່າ 500 ຄົນ ແລະ 100% ແມ່ນຊາວເຜົ່າເມື່ອງ. ໃນຫລາຍປີຜ່ານມາເຂດນີ້ ຍາມໃດກໍ່ໄດ້ຮັບການຄັດເລືອກແມ່ນເຂດຊຸມຊົນວັດທະນະທຳດີເດັ່ນຂອງຕາແສງ. ທ່ານ ຮ່າແມ້ງຮຸ່ງ, ຫົວຫນ້າເຂດຈ້າຍໃຫ້ຮູ້ວ່າ: ເມື່ອແຂວງປຸກລະດົມຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດດ້ານວັດທະນະທຳ”, ເຂດຊຸມຊົນໄດ້ຕັ້ງຫນ້າຕອບສະຫນອງ ແລະ ຜັນຂະຫຍາຍການປະຕິບັດເຂົ້າເຖິງແຕ່ລະຄອບຄົວ. ໂດຍປະຕິບັດແຜນນະໂຍບາຍການລົງທຶນກໍ່ສ້າງໃນທົ່ວສັງຄົມ, ປະຈຸບັນ ເຂດຊຸມຊົນໄດ້ມີຫໍວັດທະນະທຳ, ເດີ່ນກິລາ…ເຂດຊຸມຊົນຍັງສ້າງກົດລະບຽບດ້ານວັດທະນະທຳ, ເນື້ອໃນກົດລະບຽບຍາມໃດກໍ່ຕິດແທດກັບຕົວຈິງຢ່າງມີຊີວິດຊີວາຂອງຊີວິດສັງຄົມຄື: ເນື້ອໃນວັດທະນະທຳຄົມມະນາຄົມ, ກຳນົດການຮັກສາອະນາໄມສິ່ງແວດລອ້ມຂຽວ - ສະອາດ - ສວຍງາມ - ໃສແຈ້ງ, ກຳນົດການປະຕິບັດວິຖີຊີວິດສີວິໄລໃນພິທີສູ່ຂໍງານດອງ, ງານສົບ, ພິທີອວຍພອນອາຍຸຍືນ ແລະ ງານບຸນຕ່່າງໆ. ທ່ານ ຮ່າແມ້ງຮຸ່ງ ແບ່ງປັນວ່າ:

        “ຊີວິດດ້ານວັດທະນະທຳຂອງຄຸ້ມບ້ານ ຈ້າຍ ໄດ້ຮັບການສ້າງຂຶ້ນນັບແຕ່ປີ 2011. ຂະບວນການວັດທະນະທຳ, ສິລະປະ ມາຮອດປະຈຸບັນ, ທຸກການເຄື່ອນໄຫວລ້ວນແຕ່ກ້າວຂຶ້ນ ແລະ ພັດທະນາ. ສ່ວນຂະບວນການສ້າງຊີວິດດ້ານວັດທະນະທຳ ຢູ່ເຂດຊຸມຊົນກໍ່ເລີ່ມຕົ້ນແຕ່ປີ 2011. ຂະບວນການວັດທະນະທຳ, ສິລະປະຕະຫລອດຮອດຄວາມສາມັກຄີ, ສະຫນິດຕິດພັນຂອງຄຸ້ມບ້ານຍາມໃດກໍ່ໄດ້ຮັກສາ ແລະ ເສີມຂະຫຍາຍ.”

ຊາວເຜົ່າເມື່ອງ ຢູ່ ເມືອງແທງເຊີນ ແຂວງ ຟູທໍ້ ອະນຸລັກຮັກສາສີສັນວັດທະນະທຳຂອງເຜົ່າຕົນ - ảnh 2 ພາບປະກອບ

        ໃນວັດທະນະທຳບ້ານ, ກົດລະບຽບຂອງບ້ານ ແມ່ນວິທີການຄຸ້ມຄອງໝູ່ບ້ານຕາແສງຂອງລຸ້ນພໍ່ລຸ້ນອ້າຍດ້ວຍຕົນເອງເພື່ອໝູນໃຊ້ເຂົ້າໃນການສ້າງເຂດຊຸມຊົນວັດທະນະທຳ, ສ້າງຊີວິດການເປັນຢູ່ດ້ານວັດທະນະທຳຢູ່ຂັ້ນຮາກຖານ. ປັບປຸງມູນເຊື້ອວັດທະນະທຳສາມັກຄີ, ສົ່ງເສີມທຸກຄົນມີຄວາມສາມັກຄີ ປອງດອງ, ຊ່ວຍກັນຜ່ານຜ່າຄວາມຫຍຸ້ງຍາກ. ທ່ານ ຮ່າວັນຟີ ປະຊາຊົນເຂດຈ້າຍ ຕາແສງ ຫວໍມຽວ ໃຫ້ຮູ້ວ່າ: ຂະບວນການສ້າງເຂດຊຸມຊົນວັດທະນະທຳຄວນສືບທອດບັນດາຈຸດກ້າວຫນ້າເພື່ອເສີມຂະຫຍາຍໄດ້ບັນດາດຄອງປະເພນີອັນດີງາມຂອງລຸ້ນພໍ່ລຸ້ນອ້າຍ, ມູນເຊື້ອວັດທະນະທຳ ປະຫວັດສາດ ປະຕິວັດຂອງທ້ອງຖິ່ນ, ເດັດດ່ຽວລົບລ້າງບັນດາປະເພນີຫລ້າຫລັງ.

ຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດດ້ານວັດທະນະທຳ” ຕິດພັນກັບວຽກງານສ້າງຊີວິດການເປັນຢູ່ທາງດ້ານເສດຖະກິດ ແລະ ອະນຸລັກຮັກສາເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າ. ການກໍ່ສ້າງບັນດາສະຖານທີ່ດຳເນີນຊີວິດດ້ານວັດທະນະທຳ, ການເຄື່ອນໄຫວກິລາ ແລະ ສິລະປະ ໄດ້ປະກອບສ່ວນຍົກສູງຊີວິດດ້ານວັດທະນະທຳ. ທ່ານ ຫງວຽນຈຸງແທັກ ຮອງປະທານຄະນະກຳມະການປະຊາຊົນຕາແສງ ຫວໍມຽວ ໃຫ້ຮູ້ວ່າ: ເສີມຂະຫຍາຍຈຸດວັດທະນະທຳທີ່ເປັນມູນເຊື້ອອັນດີງາມ ແມ່ນມີຄວາມໝາຍ, ເປັນພື້ນຖານເພື່ອສ້າງວັດທະນະທຳເຂດຊົນນະບົດໃຫມ່.

        “ໃນຊຸມປີຜ່ານມາ ເລື່ອງສ້າງຊີວິດດ້ານວັດທະນະທຳໃນເຂດຊຸມຊົນໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງຕາແສງ ແລະ ໄດ້ຈັດວາງໄດ້ເປັນວຽກງານຕົ້ນຕໍ. ພວກຂ້າພະເຈົ້າຈັດຕັ້ງບັນດາກອງປະຊຸມໂຄສະນາໃຫ້ພໍ່ແມ່ປະຊາຊົນຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງເຜົ່າເມື່ອງ ໄປຄຽງຄູ່ກັບການພົວພັນແລກປ່ຽນດ້ານວັດທະນະທຳທັນສະໄຫມ.”

        ຊີວິດຂອງພໍ່ແມ່ພີ່ນ້ອງຊາວເຜົ່າເມື່ອງ ຢູ່ເຂດຈ້າຍ ພວມພັດທະນາໃນແຕ່ລະມື້ ພ້ອມກັນນັ້ນ ບັນດາຄຸນຄ່າວັດທະນະທຳຊົນເຜົ່າຍັງຄົງໄດ້ຮັບການເຄົາລົບ ແລະ ຮັກສາໄວ້ຈາກພໍ່ແມ່ພີ່ນ້ອງຊາວເຜົ່າເມື່ອງ, ປະກອບສ່ວນຍົກສູງຊີວິດວັດທະນະທຳດ້ານຈິດໃຈຂອງເຜົ່າຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ