ຊາວເຜົ່າໄຕສ້າງຄວາມຮັ່ງມີຈາກຕົ້ນໝາກກໍ່


(vovworld) - ເມື່ອ​ເວົ້າ​ເຖິງໝາກ​ກໍ່, ຜູ້​ຄົນ​ທັງຫຼາຍ​ເຄີຍ​ຄິດ​ເຖິງໝາກ​ກໍ່ຂອງ​ຈູ່ງ​ແຄ໋ງ, ​ແຂວງ​ກາວ​ບັ່ງ, ​ແຕ່​ຊາວ​ຮ່າ​ໂນ້ຍ, ຫາຍ​ຝ່ອງ ​ແລະ ບາງ​ແຂວງ​ໃນ​ເຂດ​ພູດ​ອຍທາງ​ພາກ​ເໜືອ​ຫຼາຍ​ຄົນ​ພັດ​ນິຍົດໝາກ​ກໍ່ຂອງ​ຄອບຄົວ​ອ້າຍ ຫງວຽນ​ຈູງ​ຮ໋ຽວ, ຊາວ​ເຜົ່າ​ໄຕ, ຢູ່​ບ້ານ​ກວາງ​ຈູງ​ 2 (ຕາ​ແສງ​ກວາງ​ຫຼາກ, ນະຄອນ​ລ້າງ​ເຊີນ, ​ແຂວງ​ລ້າງ​ເຊີນ). ​ໂດຍ​ແມ່ນ​ຄອບຄົວ​ທຳ​ອິດ​ປູກ ​ແລະ ສ້າງ​ຄວາມ​ຮັ່ງມີ​ຈາກ​ຕົ້ນໝາກ​ກໍ່, ຄອບຄົວ​ອ້າຍ​ ຮ໋ຽວ ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ຈຳນວນ​ໜຶ່ງ​ຢູ່​ທ້ອງ​ຖີ່​ນ.

ຊາວເຜົ່າໄຕສ້າງຄວາມຮັ່ງມີຈາກຕົ້ນໝາກກໍ່ - ảnh 1

ພາບປະກອບ

        ​ຂີ່​ລົດຈາກ​ໃຈກາງນະຄອນ​ລ້າງ​ເຊີນ​ ໄປ​ຍັງຄອບຄົວ​ອ້າຍ ຫງວຽນ​ຈູງ​ຮ໋ຽວ ມີ​ແຕ່​ເສຍ​ເວລາ 15 - 20 ນາທີ​ເທົ່າ​ນັ້ນ. ໝາກ​ກໍ່ຂອງ​ຄອບຄົວ​ອ້າຍ ​ຮ໋ຽວ ບໍ່​ພຽງ​ແຕ່​ມີ​ລູກ​ຄ້າ​ພາຍ​ໃນ​ນະຄອນ​ລ້າງ​ເຊີນ​ຈ່ອງ​ຊື້ເທົ່າ​ນັ້ນ, ຫາກລູກ​ຄ້າ​ຢູ່​ທ້ອງ​ຖີ່​ນອື່ນໆ​ຄື: ຮ່າ​ໂນ້ຍ, ບັກ​ຢາງ, ຫາຍ​ຝ່ອງ, ຮ່າ​ຢາງ ​ກໍ່​ເຄີຍ​ໂທລະສັບ​ມາ​ຊື້ ອີກ​ດ້ວຍ. ລູກ​ຄ້າ​ຢູ່​ຕ່າງ​ແຂວງ​ເຄີຍ​ຊື້ໝາກ​ກໍ່ຢ່າງ​ໜ້ອຍ​ສຸດ 10 ກິ​ໂລກຼາມ/​ເທື່ອ. ອ້າຍ ຮ໋ຽວ ​ໃຫ້​ຮູ້​ວ່າ:

        “ປີຜ່ານມາ, ຄອບ​ຄົວ​ຂ້າພະ​ເຈົ້າ​ເກັບ​ກ່ຽວໝາກ​ກໍ່ໄດ້​ກວ່າ 1 ​ໂຕນ, ບໍ່ພໍ​ຂາຍ​ເທື່ອ. ​ພາຍຫຼັງ​ເກັບ​ກ່ຽວ​ຈະ​ແບ່ງ​ປະ​ເພດ, ເມັດ​ນ້ອຍ​ຂາຍ​ໄດ້ 60.000 ດົ່ງ/ກິ​ໂລກຼາມ, ສ່ວນ​ເມັດ​ໃຫຍ່​ຂາຍ​ໄດ້ 80.000 ດົ່ງ/ກິ​ໂລກຼາມ. ​ແຕ່​ລະ​ລະດູ​ການ​ເບັບກ່ຽວ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ 160 170 ລ້ານ​ດົ່ງ“.

        ປີ 2003, ນະຄອນ​ລ້າງ​ເຊີນ ​ມີ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຮູບ​ແບບປູກຕົ້ນ​ໝາກ​ກໍ່​ແນວ​ພັນ​ໃໝ່ທົດ​ລອງ. ​ເວລາ​ນັ້ນ​ຄອບຄົວ​ອ້າຍ ຮ໋ຽວ, ນອກຈາກ​ເຮັດ​ນາ​ແລ້ວ, ຍັງ​ສຸມ​ໃສ່​ປູກ​ຕົ້ນ​ໄມ້​ກິນ​ໝາກ​ຄື: ຕົ້ນໝາກ​ໂກ, ຕົ້ນໝາກ​ລິນ​ຈີ່ ​ແລະ ຕົ້ນໝາກ​ໝັ້ນ. ​ແຕ່​ຍ້ອນ​ແນວ​ພັນ​ບໍ່​ເໝາະ​ສົມ​ກັບ​ທາດ​ດິນ, ດັ່ງ​ນັ້ນ​ຜົນ​​ເກັບ​ກ່ຽວ​ບໍ່​ໄດ້​ຫຼາຍ​ປານ​ໃດ. ​ເຖິງ​ວ່າ​ບໍ່​​ແນ່ນອນ​ວ່າ​ຕົ້ນໝາກ​ກໍ່ຈະ​ເໝາ​ສົມ​ກັບ​ທາດ​ດິນ​ຢູ່​ລ້າງ​ເຊີນ​ຫຼື​ບໍ່, ​ແຕ່​ຄອບຄົວ​ອ້າຍ​ຍັງ​ຊື້​ເບ້ຍ​ຕົ້ນ​ໝາກ​ກໍ 300 ​ເບ້ຍ​ມາ​ປູກ. ພາຍຫຼັງ 2 ປີ ກໍ່​ເຫັນ​ວ່າໝາກ​ກໍ່ນີ້​ໃຫຍ່ເທົ່າ​ກັບໝາກ​ກໍ່ຂອງ​ກາວ​ບັ່ງ. ປີ 2006, ອ້າຍ ຮ໋ຽວກໍ່​ຕົກລົງ​ຫັນ​ເນື້ອ​ທີ່​ປູກ​ຕົ້ນ​ໄມ້​ກິນ​ໝາກ 3 ​ເຮັກຕາ​ມາ​ປູກຕົ້ນໝາກ​ກໍ່.

        ພາຍຫຼັງ 4 ປີ ​ແຫ່ງ​ການ​ປູກຕົ້ນໝາກ​ກໍ່, ​ເມື່ອ​ຮອດ​ລະດູ​ການ​ເກັບ​ກ່ຽວ. ອ້າຍ ຮ໋ຽວ ພ້ອມ​ກັບ​ເມຍ​ຂອງ​ຕົນ​ແມ່ນ​ເອືອຍ ຮ່ວາງ​ທິຖູ​ຍ ຕ້ອງ​ນຳ​ເອົາໝາກ​ກໍ່ ​ໄປ​ຍັງ​ຮ້ານ​ຕ່າງໆ​ເພື່ອຂາຍ. ​ເອື້ອຍ ຖູ​ຍ ​ແບ່ງປັນ​ວ່າ:

        “​ໃນ​ເບື້ອງ​ຕົ້ນ​ເມື່ອ​ຈ່າວ​ຂາຍ, ຂ້າພະ​ເຈົ້າ​ຕ້ອງ​ຂົ້ວໝາກ​ກໍ່ປະມານ 4,5 ກິ​ໂລກຼາມ​​​ແລ້ວ​ນຳ​ໄປ​ຮ້ານກິນ​ດື່ມຕ່າງໆ​ເພື່ອ​ໃຫ້​ແຂກຊີມ​ເບິ່ງ, ​ເມື່ອ​ເຫັນ​ແຊບ​ເຂົາ​ເຈົ້າ​ກໍ່​ໂທ​ມາ​ຈ່ອງ​ຊື້. ລູກ​ຄ້າ​ບາງ​ຄົນ​ເວົ້າ​ວ່າໝາກ​ກໍ່ຂອງ​ຂ້າພະ​ເຈົ້າ​ຜົງ, ຫວານ​​ແລະ ​ໝາກກໍ່​ໃຫຍ່​ກວ່າໝາກ​ກໍ່ກາວ​ບັ່ງ. ບາງ​ເທື່ອ​ຍ້ອນ​ດິນ​ຟ້າ​ອາກາດ​ຢູ່​ທີ່​ນີ້​ເໝາະສົມ, ໝາກ​ກໍ່ຈຶ່ງ​ມີ​ຄຸນ​ນະພາ​ບສູງ, ສະ​ນັ້ນ, ປະຈຸ​ບັນ​ເມື່ອ​ເກັບ​ກ່ຽວ​ໄດ້​ເທົ່າ​ໃດ, ລູກ​ຂ້າ​ກໍ່​ມາ​ຊື້​ໝົດ​ເທົ່າ​ນັ້ນ“.

        ຮູບ​ແບບ​ສວນຕົ້ນໝາກ​ກໍ່ທຳ​ອິດ​ຢູ່​ລ້າງ​ເຊີນ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ເສດຖະກິດ​ໃຫ້​ຄອບຄົວ​ອ້າຍ​ຮ໋ຽວ ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ຈຳນວນ​ໜຶ່ງ​ຢູ່​ບ້ານ​ກວາງ​ຈູງ 2 ອີກ​ດ້ວຍ. ປ້າ ຮ່ວາງ​ທິກຽມ, ອາຍຸ 61 ປີ, ຊາວ​ຊົນ​ເຜົ່າ​ໄຕ, ຢູ່​ບ້ານ​ກວາງ​ຈູງ 2, ຕາ​ແສງ​ກວາງ​ຫຼາກ, ມີ​ລູກ 5 ຄົນ. ກ່ອນ​ນີ້​ຄອບຄົວ​ຂອງ​ປ້າ​ມີ​​ເນື້ອທີ່ດິນ​​​ເກືອບ 7.200 ຕາ​ແມັດ, ​ແຕ່​​ເມື່ອ​ລູກ​ສ້າງ​ຄອບຄົວ, ປ້າ​ໄດ້​ແບ່ງ​ທີ່​ດິນໃຫ້​ລູກ​ເກືອບ​ທັງ​ໝົດ​, ພຽງ​ແຕ່​ຮັກສາ​ໄວ້ 720 ຕາ​ແມັດ​ເທົ່າ​ນັ້ນ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ດ້ວຍ​ການ​ເກັບ​ກ່ຽວ​ໝາກ​ກໍ່​​​ຊ່ວຍ​ໃຫ້​ອ້າຍ ຮ໋ຽວ​, ​ແຕ່ລະ​ປີ, ປ້າ​ກໍ່ມີ​ເງິນ​ປະຢັດ​​​ຈຳນວນ​ໜຶ່ງ. ປ້າ ກຽມ​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ໄດ້​ບອກ​ກັບ​​ລູກ​ວ່າ​ຈົ່ງ​ຫັນ​ເນື້ອ​ທີ່​ດິນມາ​ປູກຕົ້ນໝາກ​ກໍ່ຄື​ອ້າຍ ຮ໋ຽວ ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ຄອບຄົວ ​ແລະ ລູກ​ຂ້າພະ​ເຈົ້າ​ກໍ່​ເຫັນ​ດີ​ຈະ​ປະຕິບັດ​ຕາມ“.

ຊາວເຜົ່າໄຕສ້າງຄວາມຮັ່ງມີຈາກຕົ້ນໝາກກໍ່ - ảnh 2
ພາບປະກອບ

        ປະຈຸ​ບັນ, ບ້ານ​ກວາງ​ຈູງ 2 ມີ 78 ຄອບຄົວ. ​ແຕ່​ອ້າຍ ຮ໋ຽວ​ ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​​ເປັນ​ປະຈຳໃຫ້ 4 ຄອບຄົວ. ນອກ​ນັ້ນ, ອ້າຍ ຮ໋ຽວ ຍັງ​ມີປ່າ​ແປກກວ່າ 60 ​ເຮັກຕາ​ອີກ, ອັນ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະມານ 20 ຄົນອີກ​ດ້ວຍ.

        ທ່ານ ຈູ​ດຶກ​ຄອຍ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ກວາງ​ຫຼາກ, ​ໃຫ້​ຮູ້​ວ່າ. ຄະນະ​ການ​ນຳ​ຕາ​ແສງ​ກຳນົດ​ຮູບ​ແບບປູກໝາກ​ກໍ່ ​ແມ່ນ​ຮູບ​ແບບ​ທີ່​ບັນລຸ​ປະສິດທິ​ຜົນ​ເສດຖະກິດ​ສູງ. ປະຈຸ​ບັນ​ທາງ​ຕາ​ແສງ​ພວມ​ຄິດ​ເຖິງ​ເລື່ອງ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່ໝາກ​ກໍ່ກວາງ​ຫຼາກ.

        ​“ໃນ​ໄລຍະ​ຍາວ, ການ​ພັດທະນາ​ຕົ້ນໝາກ​ກໍ່​ແມ່ນ​ເໝາະ​ສົມ, ​ເພາະວ່າ​ກວາງ​ຫຼາກ​ ມີ​ທ່​າແຮງ​ດ້ານ​ທີ່​ດິນ. ​ແຕ່​ຢາກ​ເຂົ້າ​ຮ່ວມ​ຮູບ​ແບບ​ນີ້​ແມ່ນ​ຕ້ອງ​ມີ​ຄວາມ​ດຸ​ໝັ່ນ, ຕ້ອງ​ມີ​ທຶນ.. ຂ້າພະ​ເຈົ້າ​ໄດ້​​ແລກປ່ຽນ​ກັບ​ອ້າຍ ຮ໋ຽວ ວ່າ​ຄວນ​ເຮັດ​ວຽກ​ກັບ​ພະ​ແນ​ກວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເພື່ອ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້ໝາກ​ກໍ່ກວາງ​ຫຼາກ ​ເພື່ອ​ຮັບປະກັນ​ລັກສະນະ​ໝັ້ນຄົງ​ໃຫ້​ໄດ້“.

        ຊີວິດ​ທາງ​ດ້ານ​ເສດຖະກິດ​ຂອງ​ປະຊາຊົນ​ກວ່າ 4.500 ຄົນ​ໃນ​ຕາ​ແສງ​ກວາງ​ຫຼາກ​ ​ເມື່ອ​ກ່ອນ​ນີ້​, ແມ່ນ​ອີງ​ໃສ່​ຕົ້ນ​ສາລີ, ຕົ້ນ​ເຂົ້າ. ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ໄດ້​ຊີ້​ນຳ​ໃຫ້​ປະຊາຊົນ​ປູກ​ທົດ​ລອງ​ຕົ້ນໝາກ​ໂກ, ໝາກ​ໝັ່ນ,… ​ແຕ່​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ບໍ່​ສູງ. ຖ້າ​ການ​ພັດທະນາຮູບ​ແບບ​ສວນຕົ້ນ​ໝາກ​ກໍ່ປະສົບ​ຜົນສຳ​ເລັກ ຈະ​ປະກອບສ່ວນຊ່ວຍ​ສ້າງ​ລາຍ​ຮັບ ​ແລະ ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ​ໃຫ້​​ແກ່ຊາວ​ຊົນ​ເຜົ່າ​ໄຕ​ຢູ່​ແຫ່ງ​ນີ້ຢ່າງ​ມີ​ປະສິດທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ