ບັກຢາງ ເຂດດິນແດນແຫ່ງທັດສະນິຍະພາບ, ປູຊະນິຍະສະຖານ

(vovworld) - ​​​ໂດຍ​ຫ່າງ​ຈາກ​ນະຄອນຫລວງ ຮ່າ​ໂນ້ຍ​ໄປທາງ​ທິດ​ເຫນືອ ກວ່າ 50 ກິ​ໂລ​​ແມັດ, ​ແຕ່​ດົນ​ນານ​ມ​າ​ແລ້ວ ບັກ​ຢາງ (Bắc Giang)ໄດ້​​​ເປັນ​ທີ່ຮູ້ຈັກ​ກັນ​ດີ​ວ່າແມ່ນ​ເຂດ​ດິນ​​ແດນທີ່​ມີ​ທັດສະ​ນິຍະ​ພາບ​ສວຍ​ງາມ​ ​ແລະ ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ​ຫລາຍ​ແຫ່ງ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, UNESCO ​ໄດ້​ຮັບຮອງ​ແມ່ພິມ​ດ້ວຍ​ໄມ້​ຂອງ​ວັດ ຫວີງ​ງຽມ (Vĩnh Nghiêm) ຢູ່​ຕາ​ແສງ ຈີ​ອຽນ (Trí Yên) ເມືອງ ອຽນ​ຢູ໋ງ (Yên Dũng ) ແຂວງ ບັກ​ຢາງ ​ແມ່ນ​ມໍລະດົກ​​ແຫ່ງຄວາມ​ຊົງ​ຈຳ​ຂອງ​ໂລກ ​ແລະ ​ເຂດ​ປູຊະນີຍະສະຖານການ​ລຸກ​ຮື​ຂຶ້ນ ອຽນ​ເທ້ ກໍ​ໄດ້ຮັບ​ການຮັບຮອງ​ຈາກ​ລັດຖະບານ​​ແມ່ນເຂດ​ປູຊະນີຍະ​ສະຖານ​ລະດັບ​ຊາດ​ພິ​ເສດ.

ບັກຢາງ ເຂດດິນແດນແຫ່ງທັດສະນິຍະພາບ, ປູຊະນິຍະສະຖານ - ảnh 1
ງານບຸນ ອຽນຕື໋
ພາບ:internet

        ​ໂດຍ​ແມ່ນ​ແຂວງ​ຢູ່​ເຂດ​ພູດ​ອຍພາກ​ເຫນືອ ຫວຽດນາມ, ​ແຂວງ ບັກ​ຢາງ ​ແມ່ນ​​ສະຖານ​ທີ່ມີ​ທິວ​ທັດ​ທຳມະ​ຊາ​ດສວຍ​ງາມ ​ແລະ ​ເຂດ​ປູຊະນີຍະສະຖານ​ຫລາຍ​ແຫ່ງ. ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ເຂດ​ອະນຸລັກ​ທຳ​ມະ​ຊາດ ​ໄຕ​ອຽນ​ຕື໋ (Tây Yên Tử) ​ດ້ວຍ​ເນື້ອ​ທີ່​ປ່າ​ທຳ​ມະ​ຊາດ​ກວ່າ 2000 ​ເຮັກຕາ, ຕັ້ງ​ຢູ່​ເມືອງ ລຸກ​ນາມ ​ແລະ ​ເຊີນ​ດົ້ງ. ນອກຈາກ ​ແຫ​ລ່ງຊັບພະຍາກອນ​ປ່າ​ດ້ວຍ​ໄມ້​ມີຄ່າຫາ​ຍາກ​ຫລາຍ​ຊະນິດຄື: ​ໄມ້​ແດງ, ​ໄມ້​ໂລງ​ເລງ​, ​ຍົມ, ​ໄມ້​ຈິກ​ແລ້ວ,  ຢູ່​ທີ່​ນີ້​ຍັງ​ມີ​ສະ​ຫມູນ​ໄພຫລາຍ​ຊະນິດອີກ​ດ້ວຍ. ພິ​ເສດ ຢູ່ ອຽນ​ຕື໋ ມີ​ທັດສະນິ​ຍະ​ພາບ​ສວຍ​ງາມ​ຫລາຍ​ແຫ່ງ​ຄື: ນ້ຳຕົກຕາດ ຢອດ(thác Giót), ຫນອງ​ວົວ, ຫນອງ​ຕຽນ ​ແລະ​ອື່ນໆ. ອຽນ​ຕື໋ ຍັງ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ລະບົບ​ປູຊະນີຍະສະຖານ​ທີ່​ຕິດ​ພັນ​ກັບປະຫວັດສາດ​ແຫ່ງ​ການ​ພັດທະນາ​ຂອງ ພຸດທະສາສະໜາ​ ນິກາຍຈຸກ​ເລິ​ມ (Thiền Phái Trúc Lâm) ​ໂດຍ​ແມ່ນ​ພະ​ເທບ ​ເຈີ​ນ​ເຍີນຕົງ (Trần Nhân Tông) ກໍ່ຕັ້ງ​ແຕ່​ສັດຕະວັດ​ທີ 13. ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ວັດ ຫວີງ​ງຽ​ມ(Vĩnh Nghiêm) ຂຶ້ນ​ກັບ​ຕາ​ແສງ ຈີ​ອຽນ (Trí Yên) ​ເມ​ືອງ ອຽນ​ຢູ໋ງ (Yên Dũng). ນີ້​ແມ່ນ​ວັດ​​ເກົ່າ​ແກ່​​ແຫ່ງ​ຫນຶ່ງ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ກ່ອນ​ນີ້​ປະມານ 1000 ປີ. ​ໃນ​ສະ​ໄຫມ​ເຈົ້າຊີວິດ ​ເຈີ​ນ ​ແຕ່ສັດຕະວັດ​ທີ 14 -15, ​ນີ້​ແມ່ນ​ສູນ​ພຸດທະສາສະຫນາ​​ໃຫຍ່​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ປະຈຸ​ບັນ ຢູ່​ວັດ​ ຫວີງ​ງຽມ ຍັງ​ຄົງ​ຮັກສາ​​ແມ່ພິມ​ດ້ວຍ​ໄມ້​ຂອງ ພຸດທະສາສະໜາ​ ນິກາຍຈຸກ​ເລິ​ມ (Thiền Phái Trúc Lâm) ຊຶ່ງ​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ວ່າແມ່ນ​ມໍລະດົກ​ເອກະສານ​ໂລກ. ພະ​ອາຈານ ທິກ​ແທນ​ວີ້ງ (Thích Thanh Vịnh) ​ເຈົ້າ​ອະທິກາ​ນວັດ ຫວີງ​ງຽມ ​ໃຫ້​ຮູ້​ວ່າ:

        “​ແມ່​ພິມ​ດ້ວຍ​ໄມ້​ດັ່ງກ່າວໄດ້​ຮັບ​ການ​ຄວັດ​ໃນ​ໄລຍະ​ແຕ່​ສັດຕະວັດ​ທີ 14 ​ເມື່ອ ພຸດທະສາສະໜາ​ ນິກາຍຈຸກ​ເລິ​ມ (Thiền Phái Trúc Lâm) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ບັນດາ​ແມ່ພິມ​ດ້ວຍ​ໄມ້​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ ບົດບາດ ​ແລະ ​ແນວ​ຄິດ​ຂອງ ພຸດທະສາສະໜາ​ ນິກາຍຈຸກ​ເລິ​ມ (Thiền Phái Trúc Lâm) ແມ່ນ​ມາຈາກ​ຕ່າງປະ​ເທດ”

        ​ແຕ່​ດົນ​ນານ​ມາ​ແລ້ວ, ​ແຂວງ ບັກ​ຢາງ​ ແມ່ນ​ແຫ່ງ​ທີ່​ລື​ຊື່​ດ້ວຍ​ມູນ​ເຊື້ອ​ແຫ່ງ​ການ​ຕໍ່​ສູ້​ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ. ຢູ່ ບັກ​ຢາງ ມີ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ, ວັດທະນະທຳທີ່​ຕິດ​ພັນ​ກັບ​ປະຫວັດ​​ແຫ່ງ​ການຕໍ່ສູ້​​, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​​ໃນ​ນັ້ນ​ປູ​ຊະນີ​ຍະ​ສະຖານ​ທີ່​ສວຍ​ງາມ ​ແລະ ມີ​ຊື່​ສຽງ​ກວ່າ​ໝູ່ ​ແມ່ນກຳ​ແພງ​ເກົ່າ ​ເຊືອງ​ຢາງ ​ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ສັດຕະວັດ​ທີ 15. ນອກ​ນັ້ນຍັງ ມີ​ສຸສານ ດີງ​ເຮືອງ ​​ແມ່ນ​ສະ​ຖາ​ປັດຕະຍະ​ກຳ​ຄວັດ​ຫີນ ​ໄດ້​ຮັບ​ການ​ກໍ່ສ້າງ​ເມື່ອ​ປີ 1727 ຢູ່ ຕາ​ແສງ ຮ່ວາ​ຮຽບ. ນີ້​ແມ່ນ​ສຸສານ​ຂອງ​ອາດຍາເຈົ້າ​ນາຍ​​ຫລັງ​ສະ​ໄຫມ​ເຈົ້າ​ຊີວິດ ​ເລ. ນອກ​ນັ້ນ ຍັງ​ມີ​ເຂດ​ປູຊະນີ​ຍະສະ​ຖານ​ອີກ​ແຫ່ງ​ຫນຶ່ງ​ຕ້ອງ​ເວົ້າ​ເຖິງ​ ນັ້ນ​ແມ່ນ​ເຂດ​ປູຊະນີ​ຍະສະ​ຖານ​ກ່ຽວ​ກັບການ​ລຸກ​ຮື​ຂຶ້ນ​ຂອງ​ຊາວ​ກະສິກອນ ອຽນ​ເທ ​ໃນ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ (1884 -1913) ​ເຊິ່ງລວມມີລະບົບ​ກຳ​ແພງ, ປ້ອມ, ຫໍພິພິດທະພັນ… ​ເຂດ​ປູຊະນີຍະສະຖານ​ແຫ່ງ​ນີ້​ຖືກຈັດ​ອັນ​ດັບ​ແມ່ນ​ເຂດ​ປູຊະນີຍະສະຖານ​ລະດັບ​ຊາດ​ພິ​ເສດ​ຈາກລັດຖະບານ. ຢູ່ ບັກ​ຢາງ ບໍ່​ພຽງ​ແຕ່​ມີ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຫລາຍ​ແຫ່ງ​ອີກ​ດ້ວຍ. ຢູ່​ບໍລິ​ເວນ​ເມືອງ ລຸກ​ງ້າ​ນ ມີ​ຫນອງ ​ເກີ​ມ​ເຊີນ ດ້ວຍ​ເນື້ອ​ທີ່​ກວ່າ 2.500 ​ເຮັກຕາ ຕັ້ງ​ຢູ່​ໃຈກາງ​ເຂດ​ພູທີ່​ສະ​ຫລັບ​ສັບ​ຊ້ອນ​ກັນ.

ບັກຢາງ ເຂດດິນແດນແຫ່ງທັດສະນິຍະພາບ, ປູຊະນິຍະສະຖານ - ảnh 2
ແມ່​ພິມ​ດ້ວຍ​ໄມ້
ພາບ:internet

        ບັກ​ຢາງ ​ແມ່ນ​ສະຖານ​ທີ່​ປະສົມ​ປະສານ​ລະຫວ່າງ​ວັດທະນະທຳ ຫວຽດ​ເດີມ ​ແລະ ວັດທະນະທຳ​​ເຜົ່າ​ໄຕ, ນຸ່ງ. ບັນດາ​ບ້ານ​ຂອງ​ຊາວ​ເຜົ່າ​ໄຕ, ນຸ່ງ, ທ໋າຍ, ຢາ​ວ,ຊານ​ຢິວ, ຊານ​ໄຈ, ຊາວ​ຈີນ … ດຳ​ລົງ​ຊີວິດ​ຢູ່​​ໃນບໍລິ​ເວນນີ້​ຍັງ​ຄົງ​ຮັກສາ​ໄດ້​ສີສັນ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ເປັນ​ເອກະລັກ​ສະ​ເພາະ​ໄວ້​ຢູ່. ນີ້​ກໍ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ສ້າງ​ຄວາມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​​ເຂດ​ດິນ​ແດນແຫ່ງ​ນີ້. ທ່ານ​ນາງ ຮ່ວາງ​ທິຮວາ, ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ແຂວງ ບັກ​ຢາງ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ວຽກ​ງານ​ທີ່​ພວກ​ຂ້າພະ​ເຈົ້າ​ພວມ​ປະຕິບັດ ນັ້ນ​ແມ່ນ​ວາງ​ແຜນ​ພັດທະນາ​ການທ່ອງທ່ຽວ​ຂອງ​ແຂວງ ບັກ​ຢາງ​ຮອດ​ປີ 2020, ​ໃນ​ນັ້ນ ພວກ​ຂ້າພະ​ເຈົ້າ​ພວມ​ສ້າງ​ແຜນ​ຮ່າງ​ຮອດ​ປີ 2014 ບັກ​ຢາງ ​ແມ່ນ​ແຂວງ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງຊາດ. ດ້ວຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ທັດສະນິ​ຍະ​ພາບ​ທຳ​ມະ​ຊາດ, ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ, ວັດທະນະທຳ …. ​ແຂວງ ບັກ​ຢາງ​ຈະມີ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ກວ່າ​ອີກ.”

        ປະຈຸ​ບັນ ​ແຂວງ ບັກ​ຢາງ ​ແມ່ນ​ທ້ອງ​ຖິ່ນ​ມີ​ງານ​ບຸນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ແລະ ​ເຂດ​ພາກ​. ຊາວ ບັກ​ຢາງ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ແມ່ນ​​ແຫ່ງ​ກຳ​ເນີ​ດທຳນອງ​ເພງ​ກວານ​ຫໍ້ພື້ນ​ເມືອງ ດ້ວຍ​ໝູ່​ບ້ານ​ເກົ່າແຄມ​ແມ່​ນ້ຳ​ 23 ​ແຫ່ງ ປະຊາຊົນ​ຢູ່​ທີ່​ນີ້ ລ້ວນ​ແຕ່​ຮູ້ຈັກ​ຂັບ​ກວານ​ຫໍ້. ຢູ່ ບັກ​ຢາງ ມີ​ອາ​ຫານ​ພິ​ເສດ​ຂອງ​ທ້ອງ​ຖິ່ນ 9 ປະ​ເພດ​ຄື: ໝາກລີ​ນຈີ່​ເມືອງ​ລຸກ​ງ້າ​ນ, ​ເຫລົ້າ​ ລ່າງ​ເວີນ, ນ້ຳ​​ເຜີ້ງ ລຸກ​ງ້າ​ນ, ​ເຫລົ້າ​ກຽນ​ແທ່ນ, ​ເຂົ້າຫນຽວ ພີ່​ດ່ຽນ ​ແລະ​ອື່ນ​ໆ. ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຫລາຍ​ແຫ່ງ, ຄວາມ​ງາມ​ຂອງ​ຫນອງ​ນ້ຳ ພ້ອມ​ກັບ​​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ເຜົ່າ​ຢູ່​ທີ່​ນີ້, ​ໄດ້​ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽ​ວມາ​ຢ້ຽມຢາມ ບັກ​ຢາງ ​ເຂດ​ດີ​ນທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ມູນ​ເຊື້ອ​ຢູ່​ທິດ​ເໜືອຂອງເມືອງ​ຫຼວງ​ທັງ​ລອງ.

ຕອບກັບ

ຂ່າວ/ບົດ​ອື່ນ