ບຸນຄູຢາຢາຂອງຊາວເຜົ່າຮ່າຍີ່

(vovworld) - ​ໃນ​ເວລາ​ໜຶ່ງ​ປີ, ຊາວ ຮ່າ​ຍີ່​ມີ​ຫຼາຍ​ງານ​ບຸນ​ທີ່​ສຳຄັນ​ເຊັ່ນ: ບຸນຢາ​ທໍ​ທໍ (ບຸນປີ​ໃໝ່​ປະຈຳ​ຊາດ), ຢາ​ມາ​ຢໍ (ພິທີ​ບູຊາ​ປ່າ), ບຸນຄູ​ຢາ​ຢາ ຫຼື​ເອີ້ນ​ວ່າ ​ໂຄ​ຢາ​ຢາ (​ແມ່ນບຸນ​ພາວະນາ​ຂໍ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ)... ບຸນ​ຄູ​ຢາ​ຢາ​ແມ່ນ​ງານ​ບຸນ​ພົ້ນ​ເດັ່ນ​ຂອງ​ຊົນ​ເຜົ່າ ຮ່າ​ຍີ່. ບົດ​ຂຽນ​ຂອງ ​ໂຕ​ຕ໋ວນ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ.
ບຸນຄູຢາຢາຂອງຊາວເຜົ່າຮ່າຍີ່ - ảnh 1
(ພາບປະກອບ)

        ຄູ​ຢາ​ຢາ ຫຼື​ໂຄ​ຢາ​ຢາ​ຕາມ​ພາສາຊົນ​ເຜົ່າ ຮ່າ​ຍີ່ມີ​ຄວາມ​ໝາຍວ່າ: “ການ​​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ“. ນີ້​ແມ່ນ​ງານ​ບຸນ​ພາວະນາ​ຂໍ​ໃຫ້ລະດູ​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ, ນີ້​ກໍ່​ແມ່ນ​ງານ​ບຸນ​ໃຫຍ່​ກວ່າ​ໝູ່​ໃນ​ປີ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່. . ຊາວ​ເຜົ່າ ຮ່າ​ຍີ່​ຈັດ​ຕັ້ງ​ງານ​ບຸນ​ນີ້​ເພື່ອ​ບູຊາ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນດາ​ເທວະ​ດາ​ທີ່​ໄດ້​ປົກ​ປ້ອງ​​ເພື່ອ​ໃຫ້ລະດູ​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ. ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ງານ​ບຸນ​ນີ້, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ ​ເລິ​ມບ໋າ​ນາມ, ​ໃຫ້​ຮູ້​ວ່າ:

        “ບຸນ​ຄູ​ຢາ​ຢາ​ຕິດ​ພັນ​ກັບ​ວິວັດ​ທະນາການ​ປະຫວັດສາດ, ວັດທະນະທຳ​ຂອງ​ຊາວ ຮ່າ​ຍີ່, ຍ້ອນ​ວ່າ​ບັນດາ​ງານ​ບຸນ​ຂອງ​ຊາວ​ເຜົ່າ​ຢູ່​ເຂດ​ພູດ​ອຍ​ເຄີຍ​ຕິດ​ພັນ​ກັບ​ຄວາມ​ໝາຍ​ເກີດ​ດອກ​ອອກ​ຜົນ. ສ່ວນ​ງານ​ບຸນ​ນີ້​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ອຸດົມສົມ​ບູນ​ໃນ​ວັດທະນະທຳ, ກ່ຽວຂ້ອງ​ເຖິງ​ການ​ປົກ​ປັກ​ຮັກສາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ. ດ້ານ​ອື່ນ, ງານ​ບຸນ​ຍັງ​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ສະໜິດ​ຕິດ​ພັນ​ວົງ​ຄະນາ​ຍາດ​ຂອງ​ຊາວ ຮ່າ​ຍີ່, ດ້ວຍ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂົາ​ເຈົ້າ​ອີກ​ດ້ວຍ.
ບຸນຄູຢາຢາຂອງຊາວເຜົ່າຮ່າຍີ່ - ảnh 2
(ພາບປະກອບ)

        ຕາມ​ປະ​ເພນີ, ງານ​ບຸນ​ຄູ​ຢາ​ຢາ​ເຄີຍ​ຈັດ​ຕັ້ງ​ໃນ​ເດືອນ 6 ​ໄລ່​ຕາມ​ຈັນທະ​ປະຕິທິນ. ​ໃນ​ຊຸມ​ວັນ​ບຸນ​ນີ້​ໄດ້​ດຳ​ເນີນ​ພິທີ​ພາວະນາ​ຂໍ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ລູກ​ຫຼານ​ຖະຫວາຍ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ໃນ​ປີ​ຕໍ່​ບັນພະບຸລຸດ. ​ເພື່ອ​ກະກຽມ​ຕ້ອນຮັບ​ບຸນ ຄູ​ຢາ​ຢາ, ບັນດາ​ຜູ້​ທີ່​ມີ​ຍົດ​ສັກ​​ໃນ​ບ້ານ​ຈະ​ຮຽກ​ໂຮມ​ບັນດາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ​ເຈົ້າ​ວົງ​ຕະກຸນ​ມາ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງປະກອບ​ເງິນ​ເພື່ອ​ຊື້ຄວາຍ ​ແລະ ຕັ້ງ​ຕູບ​ບູຊາ​ເທວະ​ດາ. ກ່ອນທີ່​ຈັດ​ງານ​ບຸນ, ທັງ​ບ້ານ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ. ​ແມ່ຍິງ​ຮັບ​ຜິດ​ຊອບ​ວຽກ​ງານ​ກະກຽມ​ເຄື່ອງ​ຂອງ​ບູຊາ​ໃນ​ວັນ​ທຳ​ອິດ​ຂອງ​ງານ​ບຸນ. ນັບ​ແຕ່​ຮຸ່ງ​ເຊົ້າ, ສຽງ​ສາກ​ຕຳ​ເຂົ້າໜົມ​ໄຢ່ຂອງ​ແມ່ຍິງ​ຊາວ​ເຜົ່າ ຮ່າ​ຍີ່​ໄດ້​ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ບ້ານ. ​ໃນ​ຂະນະ​ນັ້ນ, ຜູ້​ຊາຍ​ຕ້ອງ​ເຂົ້າ​ປ່າ​ຕັດ​ໄມ້​ເພື່ອ​ຕັ້ງ​​ໂອ່ນ​ຊາ ​ແລະ ມ​້າ​ແປ້ນbap benh ​ເພື່ອ​ໃຫ້​ທຸກ​ຄົນ​​ລະ​ຫຼິ້ນ​ບັນ​ເທິງ​ໃນ​ງານ​ບຸນ. ຮອດ​ວັນ​ທີ 2 ຂອງ​ງານ​ບຸນ, ທົ່ວ​ບ້ານ​ຈະ​ປະຕິບັດ​ພິທີ​ຂ້າ​ຄວາຍ​ເພື່ອ​ບູຊາ​ເທວະ​ດາ. ຕາມ​ປະ​ເພນີ, ຄວາຍ​ບູຊາ​ຕ້ອງ​ແມ່ນ​ຄວາຍ​ເຖິ​ກ, ​ແຂງ​ແຮງ, ຂົນ​ສີດຳ ​ແລະ ຊື້​ເອົາ​ມາ​ຈາກ​ບ້ານ​ອື່ນ. ພາຍຫຼັງ​ພິທີ​ຕົ້ນຕໍ, ພິທີ​ຂ້າ​ຄວາຍ​ຖືກ​ດຳ​ເນີນຢູ່​ເຂດ​ຕູບ​ຕໍ່ໜ້າ​ບ້ານ, ທັງ​ແມ່ນ​ບໍລິ​ເວນ​ໃຫ້​ທົ່ວ​ບ້ານ. ​ແຕ່​ລະ​ຄອບຄົວ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ເຂົ້າ​ຮ່ວມ​ພິທີ​ຂ້າ​ຄວາຍ ​ແລະ ນຳ​ເອົາ​ຊີ້ນ​ຄວາຍ​ຖືກ​ແບ່ງ​ເມືອ​ເຮືອນ. ທ່ານ ຈູ​ໂຖ​ແຈ, ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ຢູ່​ຕາ​ແສງ ອີ​ຕີ໋, ​ເມືອງ ບາດ​ສາດ, ​ແຂວງ ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “ຄອບຄົວ​​ໃດ​ກໍ່ໄດ້​ຮັບ​ຊີ້ນ​ຄວາຍ​ຈາກ​ເຈົ້າ​ຂອງ​ພິທີ​ບູຊາ​ສອງ​ຄົນ​ ເພື່ອ​ທຳ​ພິທີ​ບູຊາ​ໃນ​ເຮືອນ​ຂອງ​ຕົນ. ນີ້​ແມ່ນ​ຮີດຄອງປະ​ເພນີຂອງ​ຊາວ ຮ່າ​ຍີ່. ​ໃນ​ບ້ານ​ມີ 50 ຄອບຄົວ, ຊີ້ນ​ງົວ​ກໍ່​ຖືກ​ແບ່ງ​ເປັນ 50 ພູດ​ເທົ່າ​ກັນ. ນີ້​ບໍ່​ແມ່ນ​ຊີ້ນ​ເພື່ອ​ຊື້​ຂາຍ, ຫາກ​ແມ່ນ​ຊີ້ນ​ເພື່ອ​ບູຊາ, ​ເພາະວ່າ​ແຕ່ລະ​ປີ​ມີ​ພຽງ​ເທື່ອ​ດຽວ​ເທົ່າ​ນັ້ນ“.

        ຮອດ​ມື້​ທີ 3 ຂອງ​ງານ​ບຸນ, ຊາວບ້ານ​ເລີ່​ມດຳ​ເນີນ​ພິທີ​ບູຊາ, ຈັດ​ງານ​ລະ​ຫຼິ້ນ​ບັນ​ເທິງ​ໃນ​ຍາມ​ແລງ. ຕາມ​ເລື່ອງ​ລາວ​ທີ່​ເລົ່າ​ຂານ​ກັນ​ມາ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ແລ້ວ, ບັນດາ​ເທວະ​ດາ​ໃນ​ແດນ​ສະຫວັນ​ໄດ້​ລົງ​ໂລກ​ມະນຸດ​ເພື່ອ​ ຂີ່ໂອ່​ນຊາ ​ແລະ ຂີ່​ມ້າ​ແປ້ນ, ຈາກ​ນັ້ນ​ເມື່ອ​ຮອດ​ງານ​ບຸນ ຄູ​ຢາ​ຢາ, ຊາວ ຮ່າ​ຍີ່​ເຄີຍ​ຕັ້ງໂອ່​ນຊາ ​ແລະ ມ​້າ​ແປ້ນ​ເພື່ອ​ໃຫ້​ປະຊາຊົນ​ພາຍຫຼັງ​ທຳ​ພິທີ​ບູຊາ​ຈະ​ເຂົ້າ​ຮ່ວມ​ການ​ລະ​ຫຼິ້ນ, ບັນ​ເທິງ. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ​ໃນ​ວັດທະນະທຳ​ຂອງ​ຊາວ ຮ່າ​ຍີ່, ການ​ລະ​ຫຼິ້ນ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝາຍ​ຈະ​ເລີ​ນພັນ​ອີກ​ດ້ວຍ. ການ​ລະ​ຫຼິ້ນ​ນີ້​ຕ້ອງການ​ມີ​ຜູ້ຍິງ ​ແລະ ຜູ້​ຊາຍ​ເຂົ້າ​ຮ່ວມ, ນັ້ນ​ແມ່ນ​ສັນຍາ​ລັກ​​ໃຫ້ຄວາມ​ກົມກຽວລະຫວ່າງ “ອິນ​ຢ໋າງ“ ​ເພື່ອ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ເກີດ​ດອກ​ອອກ​ຜົນ. ນັ້ນ​ກໍ່​ແມ່ນ​ສາຍ​ເຫດທີ່​ພາ​​ໃຫ້ການ​ລະ​ຫຼິ້ນ​ນີ້​ແມ່ນ​ຂາດ​ບໍ່​ໄດ້​ໃນ​ບຸນ ຄູ​ຢາ​ຢາ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່. ພ້ອມ​ກັບ​ການ​ລະ​ຫຼິ້ນ​ບັນ​ເທິງ, ​ໃນ​ງານ​ບຸນ​ຍັງ​ມີ​ຂັບ​ກ້ຽວ, ຟ້ອນ​ສິງ​ໂຕ, ​ເປົ່າປີ... ອີກ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ສີສັນ​ທີ່​ເປັນ​ມູນ​ເຊື້ອ​ໃນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່.

ບຸນຄູຢາຢາຂອງຊາວເຜົ່າຮ່າຍີ່ - ảnh 3
(ພາບປະກອບ)

        ງານ​ບຸນ​ຄູ​ຢາ​ຢາສະ​ແດງ​ໃຫ້​ເຫັນ​ວ່າ, ຊາວ​ເຜົ່າ ຮ່າ​ຍີ່​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ບູຊາ​ບັນພະບຸລຸດ, ບູຊາ​ບັນດາເທວະ​ດາ​ທີ່​ມີຜົນ​ສະທ້ອນ​ເຖິງ​ຊີວິດ​ຂອງ​ມະນຸດ. ​ຜ່ານ​ນັ້ນ​ກໍ່​ສະ​ແດງ​ໃຫ້​ເຫັນ​ນຳ້​ໃຈ​ສາມັກຄີ, ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ປະຊາ​ຄົມບ້ານ​ຕາ​ແສງຂອງ​ຊາວ​ເຜົ່າ ຮ່າ​ຍີ່​ອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ