ບັນດາຜູ້ຮັກສາວັດທະນະທຳຂອງຊົນເຜົ່າເອເດ


(vovworld) - ຊາວ​ເອ​ເດ ເຖິງວ່າ​ຈະ​ດຳ​ລົງ​ຊີ​ວິດ​ຢູ່​​ແຫ່ງໃດ, ໄຕ​ງວຽນ ຫຼື​ເຂດ​ແຄມ​ທະ​ເລ​ທາງ​ພາກ​ກາງ, ເຂົາ​ເຈົ້າກໍ່​ລ້ວນ​ແຕ່​ມີ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ລວມ​ນັ້ນ​ແມ່ນ, ພ້ອມ​ກັນ​ເຄື່ອນ​ໄຫວວັດ​ທະ​ນະ​ທຳ​ລວມ. ເຖິງວ່າ​ຈະ​ຢູ່​ບ່ອນ​ໃດ, ຊາວ​ຊົນ​ເຜົ່າ​ເອ​ເດ​ ກໍ່​ມີ​ສະ​ຕິ​ຮັກ​ສາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ຕົນ​ໃນ​ການ​ນຸ່ງ​ຖື, ການ​ປາກ​ເວົ້າ ແລະ ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ເອ​ເດໄວ້.

        ນັກ​ສິ​ລະ​ປະ​ການ ເອິມ​ເຮີ​ລວານ (Âm HʹLoan) ຢູ່​ບ້ານ​ກະ​ໂທນ (Kʹ Thon), ຕາ​ແສງ​ເຕິນ​ເລີ້ຍ, ນະ​ຄອນບວນ​ມາ​ທວດ, ແຂວງ​ດັກ​ລັກ, ເຖິງວ່າ​ບໍ່​ທັນ​ຜ່ານ​ຊຸດ​ຮຽນ​ດົນ​ຕີ​ໃດໆ​ກໍ່​ຕາມ, ແຕ່​ທ່ານ​ພັດ​ແມ່ນ​ຜູ້​ຜະ​ລິດ​ເຄື່ອງ​ດົນ​ຕີ​​​ບັນ​ລຸ​ມາດ​ຕະ​ຖານ​ໄດ້ຫຼາຍ​ປະ​ເພດ. ໃນ​ເຮືອນຫຼັງ​ນ້ອຍ​ໆຂອງ​ຕົນ, ພາຍຫຼັງ​ຜະ​ລິດ​ເຄື່ອງ​ດົນ​ຕີ​ອັນໃດສຳ​ເລັດ, ທ່ານ​ກໍ່​ຫຼິ້ນ​​ດົນ​ຕີ, ບົດ​ທີ່ຕົນ​ລຶ້ງ​ເຄີຍ ແລະ ນິ​ຍົມ.

ບັນດາຜູ້ຮັກສາວັດທະນະທຳຂອງຊົນເຜົ່າເອເດ - ảnh 1
ນັກ​ສິ​ລະ​ປະ​ການ ເອິມ​ເຮີ​ລວານ (Âm HʹLoan)
ຜູ້ຮັກສາວັດທະນະທຳຂອງຊົນເຜົ່າເອເດ
(ພາບ​ອິນ​ເຕີ​ແນດ)

        ໃນບ້ານກະ​ໂທນ (Kʹ Thon) ແລະ ບັນ​ດາ​ບ້ານ​ອ້ອມ​ຂ້າງ, ຈຳ​ນວນ​ຜູ້​ສາ​ມາດ​ຜະ​ລິດ​ເຄື່ອງ​ດົນ​ຕີ​ໄດ້ຄື​ນັກ​ສິ​ລະ​ປະ​ການ ເອິມ​ເຮີ​ລວານ (Âm HʹLoan) ແມ່ນ​ບໍ່ຫຼາຍ ແລະ ການ​ຮູ້​ຜະ​ລິດ​ເຄື່ອງ​ດົນ​ຕີ​ນັ້ນຂອງ​ທ່ານ​ກໍ່​ບໍ່​ແມ່ນ​ເລື່ອງ​ບັງ​ເອີນ. ຫາກທຸກ​ສິ່ງ​​ທຸກ​ຢ່າງລ້ວນ​ແຕ່​ເລີ່ມ​ມາ​ຈາກ​ຄວາມ​ເມົາ​ມົວ. ນັກ​ສິ​ລະ​ປະ​ການເອິມ​ເຮີ​ລວານ (Âm HʹLoan) ຮຽນ​ໄດ້ສິ່ງ​ດັ່ງ​ກ່າວ​ຈາກ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ

        “ເພື່ອ​ຜະ​ລິດ​ເຄື່ອງ​ດົນ​ຕີ​ໃຫ້​ໄດ້ນັ້ນ, ກ່ອນ​ອື່ນ​ຂ້າ​ພະ​ເຈົ້າ​ຕ້ອງ​ຟັງ, ​ຮູ້​ທຳ​ນອງ​ດົນ​ຕີ, ແລ້ວ​ເມົາ​ມົວ. ຢາກ​ເຮັດ​ອັນ​ໃດກໍ່​ຕ້ອງ​ມີ​ຄວາມສຸດ​ຈິດ​ສຸດ​ໃຈຈຶ່ງ​ສາ​ມາດ​ເຮັດ​ໄດ້”.

        ມື້​ໃດ, ນັກ​ສິ​ລະ​ປະ​ການເອິມ​ເຮີ​ລວານ (Âm HʹLoan) ກໍ່​ດຸ​ໝັ່ນເຫຼົາ ແລະ ຖາກ​ໄມ້​ໄຜ່​ຢ່າງ​ລະ​ອຽດ​ລະ​ອໍ​ເພື່ອ​ຜະ​ລິດ​ເຄື່ອງ​ດົນ​ຕີ​ໃຫ້​ມີ​ນ້ຳ​ສຽງ​ດີ​ທີ່​ສຸດ. ຍ້ອນ​ມີ​ສີ​ມື​ການ​ຊ່າງ ແລະ ມີ​ຄວາມ​ຊຳ​ນານ, ດັ່ງ​ນັ້ນ​ເຄື່ອງ​ດົນ​ຕີ​ໂດຍ​ນັກ​ສິ​ລະ​ປະການ ເອິມ​ເຮ​ີລວານ (Âm HʹLoan) ຜະ​ລິດ​, ໜ່ວຍ​ໃດ​ກໍ່ບັນ​ລຸ​ມາດ​ຕະ​ຖານ. ໂດຍ​ແມ່ນ​ຜູ້ຫຼິ້ນດົນ​ຕີ ແລະ ຜະ​ລິດ​ເຄື່ອງ​ດົນ​ຕີ​ໄດ້ຫຼາຍ​ປະ​ເພດ, ນັກ​ສິ​ລະ​ປະ​ການ ເອິມ​ເຮີລວານ (Âm HʹLoan) ຍາມ​ໃດ​ກໍ່​ຄິດ​ວ່າ:

        “ປະ​ຈຸ​ບັນ, ຢູ່ບາງ​ແຫ່ງ​ໄດ້​ເປີດ​ຊຸດຮຽນດົນ​ຕີ​ພື້ນ​ເມືອງ​ໃຫ້​​ເດັກ​ນ້ອຍ ເພື່ອ​ເຜີຍ​ແຜ່​ວັດ​ທະ​ນະ​ທຳຊົນ​ເຜົ່າ. ຢາກ​ຮັກ​ສາ​ເຄື່ອງ​ດົນ​ຕີ​ໄວ້, ຕ້ອງ​ມີ​ຜູ້​ຮູ້​ນຳ​ໃຊ້ ແລະ ຮູ້​ຜະ​ລິດ​ເຄື່ອງ​ດົນ​ຕີ. ດັ່ງ​ນັ້ນ​ຕ້ອງ​ເປີດ​ຊຸດ​ບຳ​ລຸງ​ສ້າງ, ສອນ​ວິ​ທີ​ຜະ​ລິດເຄື່ອງ​ດົນ​ຕີ, ຂັບ​ຮ້ອງ, ຕີ​ຄ້ອງ​ດ້ວຍ​ໄມ້​ໄຜ່ ແລະ ດ້ວຍ​ທອງ. ຂ້າ​ພະ​ເຈົ້າ​ກໍ່​ເຂົ້າ​ຮ່ວມ​ການ​ສອນ​ຕີ​ຄ້ອງ​ດ້ວຍ​ໄມ້​ໄຜ່​ໃຫ້​ແກ່ພວກ​ນ້ອງ”.

        ເຖິງວ່າ​ອາ​ຍຸ​ສູງ, ສຸ​ຂະ​ພາບ​ອ່ອນ​ເພຍ​ແລ້ວ​ກໍ່​ຕາມ, ແຕ່​ຢູ່​ບ່ອນ​ໃດ​ເຊີນ​ມາ​ສອນ​ດົນ​ຕີ​ຊົນ​ເຜົ່າ​ເອ​ເດໃຫ້​ພວກ​ຫຼານ, ນັກ​ສິ​ລະ​ປະ​ການ ເອິມ​ເຮີ​ລວານ (Âm HʹLoan) ກໍ່​ຍິນ​ດີ​ຕ້ອນ​ຮັບ. ທ່ານ​ເວົ້າ​ວ່າ​ຖ້າ​ບໍ່​ສອນ​ໃຫ້​ພວກຫຼານ​ຢ່າງວ່ອງ​ໄວ, ເມື່ອ​ບັນ​ດາ​ຜູ້​ອາ​ສູງ​ຄື​ທ່ານ​ລ່ວງ​ລັບ​ໄປ​ແລ້ວ ຈະ​ບໍ່​ມີ​ຜູ້​ໃດ​ເມົາ​ມົວ​ກັບ​ດົນ​ຕີ​ຂອງ​ຊົນ​ເຜົ່າ​ເອ​ເດ​ອີກ.

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ ເມື່ອ​ເຫັນ​ວ່າ​ ເດັກ​ນ້ອຍຫຼາຍ​ຄົນ​ກ່ອນນີ້​ບໍ່​ສົນ​ໃຈ​ເຖິງ​ດົນ​ຕີ​ພື້ນ​ເມືອງ, ແຕ່ ປະ​ຈຸ​ບັນ​ພັດຢາກ​ຮຽນ​ວິ​ທີຫຼິ້ນ​ດົນ​ຕີ ແລະ ຜະ​ລິດ​ເຄື່ອງ​ດົນ​ຕີ​ຂອງ​ຊົນ​ເຜົ່າ​ຕົນ”.

        ຢູ່​ເມືອງ​ໂຊງ​ຮິງ (Song Hinh) ແຂວງ​ຟູ໋​ອຽນ, ຜູ້​ໃດ​ກໍ່​ຮູ້​ນັກ​ສິ​ລະ​ປະ​ການ ອອຍ​ເບີ​ລື (Oi Blư) ທ່ານ​ກໍ່​ແມ່ນ​ຊາວ​ເຜົ່າ​ເອ​ເດ ​ຜູ້​ໜຶ່ງ​ທີ່​ຮູ້ຫຼິ້ນ ແລະ ຜະ​ລິດ​ເຄື່ອງ​ດົນ​ຕີ​ຫຼາຍ​ປະ​ເພດ​ຄືປີ່, ກອງ, ຄ້ອງ​ທອງ, ຄ້ອງ ກຼາມ(Kʹram). ໃນເຮືອນ​ຍາວຂອງ​ຜົວ​ເມຍ​ທ່ານ ແລະ ຄອບ​ຄົວ​ລູກ​ສາວ​ສອງ​ຄົນ ​ວາງ​ສະ​ແດງ​ເຄື່ອງ​ດົນ​ຕີຫຼາຍ​ປະ​ເພດ​ໂດຍ​ທ່ານ​ເຮັດ​ເອງ. ກໍ່​ເຊັ່ນ​ດຽວ​ກັນ​ກັບນັກ​ສິ​ລະ​ປະ​ການ ເອິມ​ເຮີ​ລວານ (Âm HʹLoan), ນັກ​ສິ​ລະ​ປະ​ການ ອອຍ​ເບີ​ລື (Oi Blư) ​ເອົາ​ໃຈ​ໃສ່​​ທີ່​ສຸດເຖິງ​ວຽກ​ງານ​ສິດ​ສອນ​​ເພື່ອໃຫ້​ລຸ້ນ​ໜຸ່ມ​ມີ​ຄວາມ​ຮັກ​ຕໍ່​ດົນ​ຕີ​ຂອງ​ຊົນ​ເຜົ່າ​ຕົນ. ທ່ານ​ໃຫ້​ຮູ້​ວ່າ, ຍ້ອນ​ມີ​ຄວາມ​ນິ​ຍົມ​ກັບ​ສຽງ​ແຄນ, ສຽງ​ຄ້ອງ, ທ່ານ​ຈຶ່ງ​ເຂົ້າ​ຮ່ວມ​ບັນ​ດາງານ​ບຸນ​ວັດ​ທະ​ນະ​ທຳ​ໂດຍແຂວງ ແລະ ເມືອງ​ຈັດ​ຕັ້ງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ.

        “ໄດ້​ເຂົ້​າ​ຮ່ວມ​ງານ​ບຸນ​ຕ່າງໆ​ຂອງ​ຊົນ​ເຜົ່າ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ແນະ​ນຳ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ດີ​ງາມ​ຂອງຊົນ​ເຜົ່າ​ເອ​ເດ ເຖິງ​ໝູ່​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼວງຫຼາຍ. ຜ່ານ​ງານ​ບຸນ​ນັ້ນ, ຂ້າ​ພະ​ເຈົ້າ​​ກໍ່ຢາກ​ແນະ​ນຳໃຫ້​​ລຸ່ນ​ໜຸ່ມ​ກ່ຽວ​ກັບວິ​ທີ​ເຮັດ ແລະ ຫຼິ້ນເຄື່ອງ​ດົນ​ຕີ​ຂອງ​ຊົນ​ເຜົ່າ​ເອ​ເດ ອີກ​”.

        ຊາວ​ເຜົ່າ​ເອ​ເດ​ ຖື​ວ່າ, ນັກ​ສິ​ລະ​ປະ​ການ ເອິມ​ເຮີ​ລວານ (Âm HʹLoan) ແລະ ອອຍ​ເບີ​ລື (Oi Blư) ແມ່ນ​ຫໍ​ພິ​ພິດ​ທະ​ພັນ​ທີ່​ມີ​ຊີ​ວິດ, ແມ່ນ​ຜູ້​ຮັກ​ສາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ເອ​ເດ ແລະ ເຂົາ​ເຈົ້າ​ເອງ​ພວມ​ຮັກ​ສາ​ ແລະ ຖ່າຍ​ທອດວັດ​ທະ​ນະ​ທຳໃຫ້​ຊາວ​ເຜົ່າ​ເອ​ເດ​ແຕ່​ລະ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ