ບັນດາລາຍການທ່ອງທ່ຽວທະເລທີ່ສ້າງຄວາມດູດດື່ມ

(vovworld) - ຫວຽດນາມ ມີ​ຝັ່ງ​ທະ​ເລ​ຍາວ​ຢຽດກວ່າ 3.200 ກິ​ໂລ​ແມດ, ມີ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ແລະ​ຂື້ນຊື່​ລື​ນາມຫລາຍ​ແຫ່ງ ​ພ້​ອມກັບ​​ເກາະ​​ໃຫຍ່​ນ້ອຍ​ນັບ​ພັນ​ແຫ່ງ. ດ້ວຍ​​ເງື່ອນ​ໄຂ​ທຳ​ມະ​ຊາດ​ທີ່​ອຸດົມສົມ​ບຸນ​ຄື​ດັ່ງກ່າວ,  ຫວຽດນາມ ​​ໄດ້​ກາຍ​ເປັນປະ​ເທດທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ການ​ພັດທະນາ​ການທ່ອງ​ທ່ຽວ​ທະ​ເລ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ອື່ນໆໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ການທ່ອງທ່ຽວ​ທະ​ເລ​ໄດ້​ດຶງ​ດູດ​ນັກ​ທ່ອງທ່ຽວ​ສາກົນ​ມາຢ້ຽມຢາມຫວຽດນາມ ເປັນ​ຈຳນວນ​ຫລວງຫລາຍ. ​ເພື່ອ​ເຮັດ​ໃຫ້ການ​ທ່ອງ​ທ່ຽວ​ທະ​ເລ​ກາຍ​ເປັນ​ຜະລິດ​ຕະພັນ​ພິ​ເສດສະ​ເພາະຂອງ​ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດນາມ, ຂະ​ແຫນງ​ທ່ອງ​ທ່ຽວ​ໄດ້​ສ້າງ​ຜະລິດ​ຕະພັນ​ທີ່ຕິດ​ພັນ​ກັບ​ທະ​ເລຫລາຍ​ຢ່າງ.

ບັນດາລາຍການທ່ອງທ່ຽວທະເລທີ່ສ້າງຄວາມດູດດື່ມ - ảnh 1
ອ່າວຮ້າລອງ
ພາບ: internet

        ປະຈຸບັນບັນດາ​ສະຖານ​ທີ່​ທ່ອງ​ທ່ຽວຢູ່ ຫວຽດນາມ ທີ່ພວມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ​ມີ: ອ່າວ​ຮ້າ​ລອງ ຢູ່​ແຂວງ ກວ໋າງນີງ, ກາດ​ບ່າ ນະຄອນ ຫາຍ​ຟ່ອງ, ​ເກື໋ອຫລໍ່ ​ແຂວງ ​ເງ້ອານ, ຍາ​ຈາງ ​ແຂວງ ​ແຄງ​ຮ່ວາ, ໝູ​ຍ​ແນ ​ນະຄອນ ຟານ​ທຽດ, ​ກົນ​ດ໋າວ ​ແຂວງ ​ບ່າ​ເຣ້ຍ ຫວູງ​ເຕົາ, ຟຸູກວັກ - ກຽນ​ຢາງ… ບັນດາສະຖານ​ທີ່​​​ເຫລົ່າ​ນັ້ນ ​ມີ​ທ່າ​ແຮງ​ກ່ຽວ​ກັບ​ການທ່ອງທ່ຽວ​ທະ​ເລ. ​ເມື່ອມາ​ຢ້ຽມຢາມ ຫວຽດນາມ, ສະຖານ​ທີ​່ທຳ​ອິດ​ທີ່​ນັກ​ທ່ອງ​ທ່ຽວ​​ເຄີຍມາຢ້ຽມຢາມ​ນັ້ນ​ແມ່ນ ອ່າວ​ຮ້າ​ລອງ. ​ໃນ​ເມື່ອກ່ອນ​, ​ເມື່ອມາ​ຫວຽດນາມ, ​ໄປຢ້ຽມຢາມ ອ່າວ​ຮ້າ​ລອງ ນັກ​ທ່ອງ​ທ່ຽວ​​​ເຄີ​ຍຂີ່​ຍົນ ​ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ເຂົາ​ເຈົ້າ​​​​​ພັດ​ມາ​ຢາມ​ດ້ວຍ​ທາງທະ​ເລ. ທ່ານ ຫວູຢູຍຫວູ໋ ຮອງ​ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ Saigontourist ​ໃຫ້​ຮູ້​ວ່າ:

        “ອ່າວ​ຮ້າ​ລອງ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ອ່າວ​ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ອ່າວ​ທີ່ສວຍ​ງາມກວ່າ​ໝູ່, ​ແມ່ນ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ຂອງ​ໂລກ. ​ຍ້ອນ​ເຫດນັ້ນ, ບັນດາ​ບໍລິສັດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ດ້ວຍ​ກຳ​ປັ່ນ​ໄດ້​ກຳນົດ​ວ່າ ອ່າວ​ຮ້າ​ລອງ​ ແມ່ນ​ໜຶ່ງ​ໃນ​ບັນດາສະຖາ​ນທີ່​​ໄດ້ສ້າງ​ຄວາມດຶງ​ດູດ​ນັກ​ທ່ອງ​ທ່ຽວ. ນອກ​ນັ້ນ ປະຈຸ​ບັນ ບັນດາ​ຮາກ​ຖານ​ບໍລິການ​ຢູ່​ທີ່​ນີ້​ກໍ່ສາມາດ​ຕອບ​ສະຫນອງ​​ໄດ້ຄວາມ​ຕ້ອງການ​ເພື່ອ​ຮອງ​ຮັບກຳ​ປັ່ນ​​ໃຫຍ່​ມາ​ຢ້ຽມຢາມ​ອ່າວ​ຮ້າ​ລອງ.”

        ຢູ່ ຮ້າ​ລອງ, ນອກຈາກ​​ໄດ້ໄປ​ຢ້ຽມຢາມ​ທັດສະນີ​ຍະ​ພາບ, ຮັບ​ປະທານ​ສິນ​ທະ​ເລ​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຫັນ​ປະຈັກ​ຕາ​ການ​ດຳລົງ​ຊີວິດ​ຂອງຊາວ​ປະມົງ​ເມື່ອ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ທ່ອງ​ທ່ຽວ​ວົງ​ຄະນາ​ຍາດ ຫລື ລາຍການ​ທ່ອງ​ທ່ຽວ​ກຸສົນອີກ​ດ້ວຍ. ​ເພາະວ່າ ຮູບ​ການທ່ອງທ່ຽວ​ນີ້ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ໂອກາດຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ​​ໂດຍ​ກົງ ຫາກ​ບໍ່​ແມ່ນ​ສະຫນັບສະຫນູນ​ດ້ວຍ​ວັດຖຸ. ສ່ວນ​ຢູ່​ເກາະງອກ - ກາດ​ບ່າ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຂົ້າ​ຮ່ວມ​ລາຍການ​ພະ​ຈົນ​ໄພ. ​ໂດຍ​ກຳ​ໄດ້​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ ກໍ​ຄື​ຢາກ​ສ້າງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃຫມ່​ຕື່ມ​ອີກ, ຍາມ​ໃດບັນດາ​ບໍລິສັດທ່ອງ​ທ່ຽວກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ລາຍການ​ທ່ອງ​ທ່ຽວ​ໃຫມ່. ທ່ານ ເລແມ້ນກຽນ ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ ແກແຊນ ກາດ​ບ່າ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​​ກໍ່ໄດ້ສ້າງຜະລິດ​ຕະພັນ​ທ່ອງ​ທ່ຽວໃຫມ່​ຕື່ມ​ອີກ ນັ້ນ​ແມ່ນ​ທ່ອງ​ທ່ຽວ​ຄົ້ນ​ຫາ ​ແລະ ພະ​ຈົນ​ໄພ, ​ດຳ​ນ້ຳ. ສົມທົບ​ກັບການ​ຢ້ຽມຢາມ​ຖ້ຳ​ບາງ​ແຫ່ງດ້ວຍ​ເຮືອ​ນ້ອຍ Kaya.”

        ກົນ​ດ໋າວ ຂຶ້ນ​ກັບ​ແຂວງ ບ່າເຣ້ຍ ຫວູ໋ງເຕົາ ປະຈຸ​ບັນ​ກໍ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເປັນ​ຈຳນວນ​ຫລວງ​ຫລາຍ. ນອກຈາກ​ລາຍການ​ທ່ອງ​ທ່ຽວ​ດ້ານ​ຈິດ​ວິນ​ຍານ ​ແລ້ວ, ທ່ອງ​ທ່ຽວທະ​ເລ ຢູ່ ກົນ​ດ໋າວ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ​້​ແກ່​ນັກ​ທ່ອງ​ທ່ຽວ. ດ້ວຍ​ແຄມ​ທະ​ເລ​ຍາວ​ພຽງ 2 ກິ​​ໂລ​ແມັດ​ເທົ່ານັ້ນ, ​ແຕ່​ພັດ​ມີຫາດ​ຊາຍ​ທະ​ເລ​ທີ່ສວຍ​ງາມ​ແບບ​ທຳ​ມະ​ຊາດນັບ​ສີ​ບ​ແຫ່ງ , ນ້ຳ​ທະ​ເລ​ຂຽວ​ສະອາດ ພ້ອມ​ດ້ວຍ​ຫິນ​ປະ​ກາ​ລັງມີສີ​ສັນ​ຫລາກ​ຫລາຍນັ້ນ ຍາມ​​ໃດ​ກໍ​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ບັນດາ​ໂຮງ​ແຮມ​ຢູ່ ກົນ​ດ໋າວ ລ້ວນ​ແຕ່ຕັ້ງ​ຢູ່​ພາຍ​ໃຕ້​ຮົ່ມ​ໄມ້ ​ແລະ ຫັນ​ໜ້າ​ອອກ​ສູ່​ທະ​ເລ ທ່ານ ຮູ່ນວັນຮືງ ຫົວຫນ້າ​ພະ​ແນ​ກທ່ອງ​ທ່ຽວ​ຊີວະ​ພາບ ​ແລະ ສຶກສາ​ສິ່ງ​ແວ​ດລ້ອມ ທີ່ຂຶ້ນ​ກັບ​ປ່າ​ສະຫງວນ​ແຫ່ງ​ຊາດ ກົນ​ດ໋າວ ​ໃຫ້​ຮູ້​ວ່າ:

        “ນັກ​ທ່ອງ​ທ່ຽວ​ມັກ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ຊີວະ​ພາບ, ​​ເພື່ອ​ຢ້ຽມຢາມ​ບັນດາ​ເກາະ, ບ່ອນ​ເຕົ່າ​ແຜ່ພັນ ​ແລະ ​ໄດ້ລອຍ​ນ້ຳ, ດຳ​ນ້ຳ ​ເພື່ອ​ມອງ​ເຫັນ​ຫິນ​ປະ​ກາ​ລັງ. ນີ້​ແມ່ນ​ຮູບ​ການທ່ອງທ່ຽວ​​ ເຊິ່ງນັກ​ທ່ອງ​ທ່ຽວ​ນິຍົມ​ຫລາຍ​ກວ່າ​ໝູ່. ​ ແນ່ນອນ​ວ່າໃນ​ໄລຍະ​ຈະມ​າ​ເຖິງ ​ ນັກ​ທ່ອງ​ທ່ຽວ​ຈະ​ມາ​ຢາມ​ກົນ​ດ໋າວ ນັບ​ມື້​ນັບ​ຫລາຍ. ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ, ຈຳ​ເປັນຕ້ອງ​ລົງທຶນກໍ່ສ້າງພື້ນຖານ​ໂຄງ​ລ່າງ​ຢູ່​ບັນດາ​ເກາະ​ເພື່ອ​​ໃຫ້ນັກ​ທ່ອງ​ທ່ຽວ​ພັກຜ່ອນ​ບຳລຸງ​ສຸຂະພາບ.”

ບັນດາລາຍການທ່ອງທ່ຽວທະເລທີ່ສ້າງຄວາມດູດດື່ມ - ảnh 2
     ຍາຈາງ ແຂວງ ແຄງຮ່ວາ
ພາບ: internet

        ທ່ອງ​ທ່ຽວ​ທະ​ເລ​ຍັງ​ຄົງ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ຈຸດ​ສຸ​ມ​ເພື່ອ​ໃຫ້​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຂຸດ​ຄົ້ນ. ອ້າຍ ລ້າຍວັນກວັນພະນັກງານ​ບໍລິສັດ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ທະ​ເລ ກວມ​ປະມານ 75%. ​ໃນ​ລະດູ​ຮ້ອນແຕ່​ວັນ​ທີ 30/04 - 02/9 ມີ​ເຖິງ 95% ລາຍການ​ທ່ອງ​ທ່ຽວ​ທະ​ເລ, ນອກ​ນັ້ນ​ນັ້ນ​ນັກ​ທ່ອງ​ທ່ຽວ​ຍັງ​ຢາກໄປ​ຢ້ຽມຢາມ​ລະບົບ​ຖ້ຳ. ​ເມື່ອ​ໄປ​ຢ້ຽມຢາມ​ພາກ​ກາງ, ນັກ​ທ່ອງ​ທ່ຽວ​ມັກ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທະ​ເລ​, ​ເພາະວ່າບັນດາ​ຫາດ​ຊາຍ​ທະ​ເລ​ຢູ່​ພາກ​ກາງສວຍ​ງາມ ​ແລະ ການບໍລິການ​ກໍ​ດີກ​ວ່າ. ຕົວຢ່າງ​ຄື: ລະບົບ​ໂຮງ​ແຮມ, ຮ້ານ​ອາຫານ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ດີ​ທີ່​ສຸດ,​ ລາຄາ​ກໍ​ເໝາະ​ສົມ. ພິ​ເສດ ຢູ່​ເຂດ​ນີ້ ມີ​ແສງ​ແດດ​ຕະຫລອດ​ປີ ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ພັກຜ່ອນ​ບຳລຸງ​ຂະ​ພາບ​​ໃນ​ທຸກ​ເວລາ​ໄດ້ ”

        ປະຈຸ​ບັນ ຈຳນວນ​ນັກ​ທ່ອງ​ທ່ຽວ​ຈາກ ​ເອີ​ລົບ ​ມາຢ້ຽມຢາມ​ ຫວຽດນາມ ສ່ວນ​ຫລາຍ​ນິຍົມ​​ໄປ​ທ່ອງ​ທ່ຽວທະ​ເລ​ຈາກ​ພາກ​ກາງ​ຕະຫລອດ​ຮອດ​ພາກ​ໃຕ້. ໝາຍ​ຄວາມ​ວ່າ ຈາກ ຍາຈາງ ຕະຫລອດ​ຮອດ ຟານທຽດ.  ພິ​ເສດ ຍາງຈາງ ​ແລະ ຟານທຽດ ​ແມ່ນ​​ເຂດທະ​ເລ​ສອງ​ແຫ່ງ​ທີ່ໄດ້​ຮັບ​ຄວາມ​ນິຍົມທີ່​ສຸດ​ຈາກ​ຊາວ​ເອີ​ລົບ. ​ໃນ​ບັນດາ​ລາຍການ​ທ່ອງ​ທ່ຽວ, ລາຍການທ່ອງ​ທ່ຽວ​ທະ​ເລ​ຂອງ ຫວຽດນາມ ຍາມ​ໃດ​ກໍ​ແມ່ນ​ການ​ເລືອກ​ເຟັ້ນຕົ້ນຕໍ​ຂອງ​ນັກ​ທ່ອງ​ທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ