ບັນດາໝວດຊົນເຜົ່າ ຈຳ ຢູ່ ຫວຽດນາມ

(vovworld) - ​ຊົນ​ເຜົ່າ​ຈຳຂຶ້ນ​ກັບ​ໝວດ​ພາສາ ມາລາ​ຍ-ດາດ໋າວ (ລະບົບ​ພາສາ​ນາວ​ດ໋າວ) ​ແລະ ມີ​ການ​ພົວພັນ​​ເຊື້ອ​ຍາດ​ພົງພັນກັບ​ຊາວ​ເຜົ່າຣາລາຍ (Raglai), ​ເອ​ເດ (Ede), ​ຈູຣູ (Churu) ​ແລະ ຊາວ​ເຜົ່າ ຢາຣາຍ ຢູ່ ຫວຽດນາມ. ຊາວ​ເຜົ່າ​ຈຳ ມີ​ຫລາຍ​ຈຸດ​ທີ່​ຄ້າຍຄື​ນກັນ​ກັບ​ຊາວ ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ບຣູ​ໄນ…. ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ເຂົາ​ເຈົ້າ​ດຳລົງ​ຊີວິດ​ຢູ່​ເຂດ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງຫວຽດນາມ ​ແລະ ສ້າງ​ເປັນ​ພື້ນຖານ​ວັດທະນະທຳ​ທີ່​ອຸດົມສົມບູນດ້ວຍຜົນ​ສະທ້ອນ​ຈາກ​ວັດທະນະທຳ ອິນ​ເດຍ. ​

ບັນດາໝວດຊົນເຜົ່າ ຈຳ ຢູ່ ຫວຽດນາມ - ảnh 1
ຊາວ​ເຜົ່າ​ຈຳກະ​ກຽມ​ງານ​ບຸນ​ຣາ​ມາ​ດານ​
ພາບ:internet


        ປະຈຸ​ບັນ ຊົນເຜົ່າ​ຈຳ ຢູ່ ຫວຽດນາມ ມີ​ພົນລະ​ເມືອງ​ກວ່າ 160.000 ຄົນ ​ແລະ ດຳລົງ​ຊີວິດ​ຢູ່​ບັນດາແຂວງຄື: ນີງທ້ວນ, ບີ່​ງທ້ວນ ​ແລະ ສ່ວນ​ຫນຶ່ງ​​ແມ່ນຢູ່​ແຂວງ ​ຟູ​ອຽນ, ບີ່​ງດີ້​ງ, ອາ​ນຢາງ, ​ໄຕ​ນີງ ​ແລະ ນະຄອນ​ໂຮ່ຈິ​ມີນ. ຊາວ​ເຜົ່າ​ຈຳ ລວມມີ​ຫລາຍ​ໝວດ​ທ້ອງ​ຖິ່ນ, ​ແຕ່​ລະ​ໝວດ​ມີ​ຈຸດ​ພິ​ເສດສະ​ເພາະ​ກ່ຽວ​ກັບ​ສາສະຫນາ, ການ​ເຊື່ອ​ຖື​ສາສະຫນາ​, ວັດທະນະທຳ​ທີ່​ແຕກ​ຕ່າງ​ກັນ. ບັນດາ​ໝູ່​ບ້ານ​ຊາວ​ເຜົ່າ​ຈຳ ​ຖືກຕັ້ງ​ກະ​ແຈກ​ກະຈາຍ​ຢູ່​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງ​ຫວຽດນາມ. ມີ​ບາງ​ໝູ່​ບ້ານ​ຕັ້ງ​ຢູ່​ອ້ອມ​ແອ້ມ​ຫໍ​ທຳ​ມະ​ແລະ ບາງ​ໝູ່​ບ້ານ​ຢູ່​ອ້ອມ​ແອ້ມ​ວັດວາ​ອາ​ຮາມ​ທີ່​ເກົ່າ​ແກ່. ​ໃນ​ນັ້ນ ການ​ເຄື່ອນ​ໄຫວ​​ໄຫວ້​ບູຊາ​ຂອງບາງ​ໝູ່​ບ້ານລ້ວນ​ແຕ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ຢູ່​ວິຫານ​ທາດ. ສາຍ​ເຫດ​ທີ່​ສ້າງຄວາມ​ແຕກ​ຕ່າງ​ກັນ​ນັ້ນ​ກໍ​ຍ້ອນ​ວ່າ ບັນດາ​ໝູ່​ບ້ານ​ຊາວ​ເຜົ່າ​ຈຳ ​ເຊື່ອ​ຖື​ສາສະຫນາ​ແຕກ​ຕ່າງ​ກັນ. ຕາມ​ທ່ານ ​ເລ​ຢູຍດ້າຍ, ຫົວຫນ້າ​ພະ​ແນ​ກຄົ້ນ​ຄ້ວາ ​ແລະ ຮຽບຮຽງ​ວັດທະນະທຳ ຫວຽດນາມ, ສັງກັດ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ ​ແລ້ວ, ຊາວ​ເຜົ່າ​ຈຳ ຢູ່​ຫວຽດນາມ ລວມມີ 4 ໝວດ.

        “ໂດຍ​ອີງ​ໃສ່​ສາສະຫນາ​, ຢູ່ ຫວຽດນາມ, ຊາວ​ເຜົ່າ​ຈຳ ​ຖືກແບ່ງ​ເປັນ 4 ໝວດ. ທີ​ຫນຶ່ງ ​ແມ່ນ​ໝວດ​ເຜົ່າຈຳ​ບາ​ລາ​ມົນ, ປະຈຸ​ບັນ, ນັກວິທະຍາສາດ​ຈຳນວນ​ຫນຶ່ງ​ສະ​ເໜີ​ໃຫ້ເອີ້ນ​ວ່າເຜົ່າ​ຈຳ​ໄດ້​ຮັບຜົນ​ສະທ້ອນ​ຈາກສາສະຫນາບາ​ລາ​ມົນ . ໝວດ​ຊາວ​ເຜົ່າ​ຈຳ​ນີ້ ກວມ​ອັດຕາ​ສ່ວນ​ຫລາຍ. ໝວດ​ຊົນເຜົ່າທີ 2 ກວມ​ອັດ​ຕາຫລາຍ​ພໍ​ສົມຄວນ ນັ້ນ​ແມ່ນ​ໝວດ ​ເຜົ່າຈຳ​ບາ​ນີ ໝາຍ​ເຖິງ​ຊົນເຜົ່າ​ຈຳ​ເຊື່ອ​ຖື​ສາສະຫນາ​ອິດສະ​ລາມ​ເກົ່າ. ​ແລະ ໝວດ​ທີ 3 ​ແມ່ນ​ຊົນເຜົ່າ​ຈຳ​ເຊື່ອ​ຖື​ສາສະຫນາ​ອິດສະ​ລາມ​ໃຫມ່ ໝາຍ​ເຖິງ ຈຳ​ອິດສະ​ລາມ ​ແລະ ໝວດ​ຈຳ​ບໍ່​ເຊື່ອ​ຖື​ສາສະຫນາ​ໃດ​ໃນ​ໂລກ ​ເອີ້ນ​ວ່າ ໝວດຈຳ​ເຮີຣອຍ.”

ບັນດາໝວດຊົນເຜົ່າ ຈຳ ຢູ່ ຫວຽດນາມ - ảnh 2
ແມ່​ຍິງ​ຊາວ​ເຜົ່າ​ຈຳ
ພາບ:internet


        ໝວດ​ຈຳ​ບາ​ລາ​ມົນ ​ແລະ ບາ​ນີ ​ແມ່ນ​​ເຕົ້າ​ໂຮມ​ກັນດຳ​ລົງ​ຊີວິດ​ຢູ່​ສອງ​ແຂວງ ຄື: ນີງທ້ວນ ​ແລະ ບີ່​ງທ້ວນ. ຊາວ​​ເຜົ່າ​ຈຳ​ບາ​ລາ​ມົນ ຍັງ​​ຖືຕົນ​ເອງ​ວ່າ​ແມ່ນ​ຊາວ​ເຜົ່າ​ຈຳ​ເກົ່າ ຫລື ບາ​ຈຳ ​ເພື່ອ​ຈຳ​ແນ​ກກັບ​ຊາວ​ເຜົ່າ​ຈຳ​ບາ​ນີ. ຊາວ​ເຜົ່າ​ຈຳ​ບາ​ລາ​ມົນ ​ແມ່ນເຊື່ອ​ຖື​ຫລາຍ​ເທວະ​ດາ​ຂອງ​ສາສະຫນາຮີນ​ດູ, ສ່ວນ​ຊາວ​ເຜົ່າ​ຈຳ​ບາ​ນີ​ເຊື່ອ​ຖື​ສາສະຫນາ​ອິດສະ​ລາມ, ບູຊາ​ເທວະ​ດາ ອາລາ ​ແລະ ​ເທວະ​ດາ ​Mohamed. ​ເຖິງ​ຢ່າງ​ໃດ​ກໍ​ຕາມ,ສາສະຫນາ​ອິດສະ​ລາມ​ຂອງ​ຊາວ​ເຜົ່າ​ຈຳ​ບາ​ນີ ຖືກຜົນສະທ້ອນຈາກທ້ອງ​ຖີ່​ນ ດ້ວຍ​ການ​ເຊື່ອ​ຖືບັນດາປັດໄຈພື້ນ​ເມືອງ ​​ແລະ ​ແຕກ​ຕ່າງກັບ​ສາດສະຫນາ​ອິດສະ​ລາມ​ໃນ​ໂລກ.

        ໝວດ​ຊົນ​ເຜົ່າຈຳ​ອິດສະ​ລາມ ​ເຊື່ອ​ຖື​ສາສະຫນາ​ອິດສະ​ລາມ​ຕົ້ນຕໍ ຍັງ​ເອີ້ນ​ວ່າ ຈຳ​ອິດສະ​ລາມ​ໃຫມ່ ​ເພື່ອ​ຈຳ​ແນ​ກກັບ​ຊາວ​ເຜົ່າ​ຈຳ​ບານ​ີ ​ເຊື່ອ​ຖື​ສາສະຫນາ​ອິດສະ​ລາມ​ເກົ່າ. ໝວດ​ຊົນ​ເຜົ່າ​ນີ້ ດຳລົງ​ຊີວິດ​ຕົ້ນ​ຕໍ​ຢູ່​ແຂວງ ອານ​ຢາງ, ​ໄຕ​ນິງ, ນະ​ຄອນ​ໂຮ່ຈິ​ມີນ. ​ເຂົາ​ເຈົ້າ​ແມ່ນ​ບັນດາ​ຊາວ​ເຜົ່າ​ຈຳ​ອົບ​ພະຍົບຈາກ​ຫວຽດນາມ​ໄປ​ຍັງ ກຳ​ປູ​ເຈຍ ​ແລະ ຍ້ອນ​ບັນດາ​ສາຍ​ເຫດ​ພາວະ​ວິ​ໄສ, ​ເຂົາ​ເຈົ້າ​ໄດ້​ກັບ​ຄືນ​ເມືອ​ດຳລົງ​ຊີວິດ​ຢູ່​ເຂດ​ພາກ​ໃຕ້​ຫວຽດນາມ. ລຸງ ຫນາວ​ດູ ຊາວ​ເຜົ່າ​ຈຳ​ອິດສະ​ລາມ ຢູ່ ບ້ານ ວັນ​ເລີມ 4 ຕາ​ແສງ ​ເຟືອ​ກນາມ ​ເມືອງ​ນີງ​ເຟືອ​ກ ​ແຂວງ ນີງທ້ວນ ​ໄດ້​ປຽບທຽບ​ຊາວ​ເຜົ່າ​ຈຳ​ອິດສະ​ລາມ ​ແລະ ຊາວ​ເຜົ່າ​ຈຳ​ບາ​ນີ ວ່າ:

        “ຊາວ​ເຜົ່າ​ຈຳ​ອິດສະລາມ​​ມີ 7 ງານ​ບຸນ​ໃນປີ​ຫນຶ່ງ​ ​ແລະ ​ໃນ​ເດືອນກິນ​ເຈ ຊາວ​ເຜົ່າ​ຈຳ​ອິດສະ​ລາມ​ກິນ​ເຈ​​ຕະຫລອດ 30 ວັນ, ​ເຂົາ​ເຈົ້າ​ຮັບ​ປະທານ​ອາຫານ​​ແຕ່ 3 ​​ໂມງ​ເຊົ້າ​, ຮອດ 4 ​ໂມງ​ເຄິ່ງ, ຫລັງ​ຈາກ​ນັ້ນ ​ເຂົາ​ເຈົ້າ​ອົດ​ອາ​ຫານ​ຈົນ​ຮອດ 5 ​ໂມງ, 6 ​ໂມງ​ແລງ. ​ຕອນ​ຄຳ່​ກິນ​ຕາມ​ໃຈມັກ. ສ່ວນ​ເຜົ່າ​ບາ​ນີ ກິ​ນເຈ​ໃນ​ເວລາ 3 ວັນ, ຮຸ່​ງ​ເຊົ້າ​ເຂົາ​ເຈົ້າ​ຮັບ​ປະທານ​ອາຫານ​ແລ້ວ ​ອົດ​ອາຫານຈົນ​ຮອດ 6 ​ໂມງ​ແລງ​ຈຶ່ງ​ໄດ້​ກີ​ນອີກ ”

        ສ່ວນ​ໝວດ​ຈຳ​ເຮີຣອຍ(H’roi) ດຳລົງ​ຊີວິດ​ຕົ້ນຕໍ​ຢູ່​ແຂວງ ບີ່​ງດີ້​ງ, ຟູ​ອຽນ ບໍ່​ຖືກ​ຜົນ​ສະທ້ອນ​ຈາກ​ສາສະຫນາ​ໃດ, ​ເຂົາ​ເຈົ້າ​ເຊ່ືອ​ຖື​ປະຖົມ​ບູຮານ ​ແລະ ມີ​ຫລາຍ​ຈຸດ​​ວັດທະນະທຳຄ້າຍຄືກັ​ນກັບ​ຊາວ​ເຜ່ົາ​ບາ​ນາ, ​ເອ​ເດ.

        ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ສາສະຫນາ​ໄດ້​ພາໃຫ້​ວັດທະນະທຳ, ຮີດຄອງ​ປະ​ເພ​ນີ, ຊີວິດ​ສັງຄົມ​ຂອງ​ບັນດາ​ໝວດ​ຊາວ​ເຜົ່າ​ຈຳມີ​ຄວາມ​ແຕກ​ຕ່າງ​ກັນ​​. ທ່ານ​ເລ​ຢູຍດ້າຍ ຍົກ​ຕົວຢ່າງ​ກ່ຽວ​ກັບ​ຄວາມ​ແຕກຕ່າງ​ກັນ​ດັ່ງກ່າວ​ວ່າ:

        “​​ເວົ້າ​ລວມ​ແລ້ວ ບັນດາ​ຊົນ​ເຜົ່າ​ຈຳ​ລ້ວນ​ແຕ່​ມີວັດທະນະທຳ​ພື້ນ​ເມືອງ​ຄ້າຍຄື​ກັນ, ສ່ວນ​​ປະຈຸ​ບັນ ມີ​ຈຸດ​ແຕກ​ຕ່າງ​ກັນ​ຢ່າງ​ຈະ​​ແຈ້ງ. ຕົວຢ່າງ​ຄື: ໝວດ​​ເຜົ່າຈຳ​ບາ​ລາ​ມົນ ​ແລະ ໝວດ​​ເຜົ​່າຈຳ​ບາ​ນີ ຕາມ​ລະບອບມານ​ດາ​ສິດທິ​ລາດ , ສ່ວນ​ໝວດ​​ເຜົ່າ​ຈຳ​ອິດສະ​ລາມ, ​ແມ່ນຕາມ​ລະບອບບິດາ​ສິດທິ​ລາດ . ສ່ວນ​​ເຄື່ອງນຸ່ງ​ຖື​ແມ່ນ​ຄ້າຍຄື​ກັນ ​ແຕ່​ສຳລັບດ້ານ​ເຮືອນ​ຢູ່, ໝວດ​ຊາວ​ເຜົ່າ​ຈຳ​ບາ​ລາ​ມົນ ​ແລະ ຊາວ​ເຜົ່າ​ບາ​ນີ ດຳລົງ​ຊີວິດ​ຢູ່​ໃນ​ເຮືອນຮ້ານ​ຕຳ່ ປະມານ 35-40 cm. ສ່ວນ​ຊາວ​ເຜົ່າ​ຈຳ​ອິດສະ​ລາມ ຢູ່ ​ເຈົາດົກ ​ແລະ ຊາວ​ເຜົ່າ​ຈຳ​ເຮີຣອຍ ດຳລົງ​ຊີວິດ​ໃນ​ເຮື​ອນຮ້ານ​ສູງ.”

        ບັນດາ​ຄວາມ​ແຕກ​ຕ່າງ​ດັ່ງກ່າວ​ໄດ້​ສ້າງ​ເປັນຮີ​ດຄອງ​ປະ​ເພນີ, ​ວັດທະນະທຳຈຳ​ທີ່ອຸດົມສົມ​ບູນ ​ແລະ ​ຫລາຍ​ຮູບ​ຫລາຍ​ແບບ. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​​ ​ອາທິດ​ຫນ້າ ​ພວກ​ເຮົາ​ຈະ​ແນະນຳ​ບົດ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ລະບອບ​ມານ​ດາ​ສິດທິ​ລາດ​ໃນ​ຊົນ​ເຜົ່າ​ຈຳ”.

ຕອບກັບ

ຂ່າວ/ບົດ​ອື່ນ