ບໍ່ນ້ຳອຸ່ນ ແທນເຕີນ

(vovworld)- ​ສີຂຽວ​ຂອງ​ຕົ້ນ​ໄມ້​ໃບ​ຫຍ້າ ​ແລະ ກະ​ແສ​ນ້ຳ​​​ໃສເຢັນ​ຢູ່​ສະຖານ​ທີ່ທ່ອງ​ທ່ຽວ ​ແທນ​ເຕີນ ​ໄດ້​ເຮັດ​​ໃຫ​້ຄວາມ​ອິດ​ເມື່ອຍຂອງ​ນັກ​ທ່ອງ​ທ່ຽວ​ຍ້ອນ​ອາກາດ​ຮອ້ນ​ເອົ້າ​ໃນ​ລະດູ​ຮ້ອນ​ຈ່າງຫາຍ​ໄປ​​. ​ເມື່ອ​​ເຂົ້າ​ທ່ຽວ​ຊົມ​​ສະຖານ​ທີ່ທ່ອງ​ທ່ຽວ ​ແທນ​ເຕີນ, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​​ໄດ້ເຊື່ອມຕົວເຂົ້າກັບບັນຍາກາດ​ສະຫງົບ​ງຽບ, ຮັບຊົມທິທັດ​ທຳ​ມະ​ຊາດ​ສວຍ​ງາມ​​ເທົ່າ​ນັ້ນ  ຫາກ​ຍັງ​ໄດ້​ອາບນ້ຳ ຢູ່​ບໍ່​ນ້ຳອຸ່ນ​ໂດຍ​ທຳ​ມະ​ຊາດ​ດົນ​ບັນດານ​ໃຫ້ອີກ​ດ້ວຍ.

ບໍ່ນ້ຳອຸ່ນ ແທນເຕີນ - ảnh 1
ຫ້ວຍນ້ຳອຸ່ນ ແທນເຕີນ
ພາບ:internet

        ​ ​ໂດຍ​ຫ່າງ​ຈາກ​ນະຄອນ ​ເຫ້ວ ​ໄປທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ປະມານ 30 ກິ​ໂລ​ແມັດ, ​ ​ ສະຖານ​ທີ່​ທ່ອງ​ທ່ຽວ ​ແທນ​ເຕີນ ​ໄດ້​ຮັບ​ຖື​ວ່າແມ່ນ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ, ອາບນ້ຳອຸ່ນ​ເພື່ອ​ປີ​່ນປົວ​ພະຍາດທີ່​ພວມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວທັງຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເປ​ັນຈຳນວນ​ຫລວງຫລາຍ. ພິ​ເສດ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ນີ້​ມີ​ບໍ່​ນ້ຳ​ອຸ່ນ​​ໄຫລລິນ​ຕະຫລອດປີ. ຜູ້ນຳ​ທ່ຽວຄົນ​ຫນຶ່ງ​​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​​ວ່າ:

        “ຢູ່​ບໍ່​ນ້ຳ​ອຸ່ນ​​ແຫ່ງນີ້ ບ່ອນ​ເລິກ​ສຸດ​ແມ່ນ​ປະມານ ກວ່າ 3 ກິ​ໂລແມດ ​ແລະ ​ໃນ 4 ລະດູ, ຄວາມ​ຮ້ອນບໍ່​ປ່ຽນ​ແປງ. ນ້ຳ​ໄຫລ​​ຕະຫຼອດ 24 ຊົ່ວ​ໂມງ​ແມ່ນ 700 ​ແມັດ​ກ້ອນ. ນ້ຳ​ອຸ່ນ​ຢູ່​ທີ່​ນີ້​ແມ່ນ​ຮັບ​ໃຊ້​ວົງ​ຄະນາ​ຍາດ​ປະຊາຊົນ, ພິ​ເສດ​ນ້ຳ​ຢູ່​ທີ່​ນີ້​ແມ່ນ​ຄ່ອຍໆ​ອຸ່ນ​ຂຶ້ນ ​ແລະ ຢູ່​ສະຖານ​ທີ່ທ່ອງ​ທ່ຽວ ​ແທນ​ເຕີນ ຍັງ​ມີ​ຖັນ​ແຖວ​ແພດໝໍເບິ່ງ​ແຍງ​ສຸຂະພາບ​​ໃຫ້​ນັກ​ທ່ອງ​ທ່ຽວເປັນ​ຢ່າງ​ດີ.”

        ປີ 1927, ທ່ານໝໍ​ຊາວ​ຝລັ່ງ ຜູ້​ຫນຶ່ງ​ ມາ​ຢ້ຽມຢາມ​ເຂດ​ຊາວ​ຄຼິດ ​ແທນ​ເຕີນ ​​ແລະ ພົບ​ເຫັນ​ບໍ່​ນ້ຳ​ອຸ່ນ​ແຫ່ງ​ນີ້ ຈຶ່ງ​ເອົາ​ຊື່​​ໝູ່​ບ້ານ​​ຕັ້ງ​ເປັນຊື່​ໃຫ້​ບໍ່​ນ້ຳອຸ່ນ. ບໍ່​ນ້ຳ​ອຸ່ນ​ມີ​ຄວາມ​ຮ້ອນ​ປະມານ 68 ອົງສາ C ​ແລະ ​ປະກອບ​ດ້ວຍ​ແຮ່​ທາດ ​ເຊັ່ນ: canxisunfat, bicartbonat, silic …. ມີ​ປະ​ໂຫຍ​ດຕໍ່​ສຸຂະພາບ​ຂອງ​ມະນຸດ ​ໂດຍ​ໄດ້ປະກົດ​ມີຢູ່​ ໃຕ້​ດິນດ້ວຍຄວາມ​ເລິກ​ນັບ​ພັນ​ແມດ​. ຄຸນ​ນະພາ​ບນ້ຳອຸ່ນ​ຢູ່ ​ແທນ​ເຕີນ ຖືກ​ຈັດ​ອັນ​ດັບ​​ເທົ່າ​ທຽມ​ກັບ​ບໍ່​ນ້ຳ​ອຸ່ນ​ທີ່​ລື​ຊື່ 20 ​ແຫ່ງ​ຢູ່ ​ເຢຍລະ​ມັນ, ​ແອດ​ສະ​ປາຍ, ຈີນ,​ ກາ​ນາ​ດາ. ທ່ານ ​ເລ​ວັນ​ຮ່ວາ, ຮອງ​ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ ​ແທນ​ເຕີນ ​ໃຫ້​ຮູ້​ວ່າ:

        “ອາບ​ນ້ຳ​ຢູ່​ທີ່​ນີ້​ແມ່ນ​ດີ​ຫລາຍ, ມີ​ແຮ່​ທາດຢ່າງ​ພຽງພໍ, ອຸນຫະພູມ​ກໍ່​ສູງ​ກວ່າ. ນ້ຳ​ອຸ່ນ​ຢູ່​ທີ່​ນີ້​ແມ່ນ​ໄຫລ​ລ່ອງ, ​ໃນ​ເວລາ 24 ຊົ່ວ​ໂມງ ​​ແມ່ນ 700 ​ແມດ​ກ້ອນ ສະ​ນັ້ນ​ເຮັດ​ໃຫ້​ກະແສນ້ຳ​ປ່ຽນ​ແປງ​ຕະຫລອດ. ຢູ່ ຫວຽດນາມ ມີບໍ່​ນ້ຳ​ອຸ່ນຫລາຍ​ແຫ່ງ ​ແຕ່​ປະລິມານນ້ຳໄຫລ​ເທິງ​ຫນ້າດິນ​ຄື​ຢູ່​ບໍ່​ແທນ​ເຕີນ ບໍ່​ມີ​ຫລາຍ. ນ້ຳ​ອຸ່ນ​ຢູ່​ທີ່​ນີ້​ແມ່ນ​ດີ​ ​ຕໍ່​ສຸຂະພາບທີ່​ສຸດ, ປະລິ​ມານ ​canxi ສູງ​ກວ່າ 160mg/ລິດ, magie 240 mg/ລິດ, ທາດ​ທັງ​ສອງ​ປະ​ເພດ​ນີ້​ແມ່ນ​ດີ​​ຕໍ່​ໝາກ​ຫົວ​ໃຈທີ່​ສຸດ.”

ບໍ່ນ້ຳອຸ່ນ ແທນເຕີນ - ảnh 2
ນັກທ່ອງທ່ຽວອາບນ້ຳອຸ່ນ
ພາບ:tintuccodo.info

        ນ້ຳ​ອຸ່ນ​ຢູ່​ທີ່​ນີ້ ອາດ​ຈະ​ດື່ມ​ຢູ່​ກັບ​ທີ່ ຫລື​ໃຊ້​ກວດ​ ​ແລະ ອາບ​ນ້ຳ​ເພື່ອ​ສຸຂະພາບ. ສິ່ງ​ດັ່ງກ່າວ​​ພວມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ມາ​ຢ້ຽມຢາມ​​ສະຖານ​ທີ່ທ່ອງ​ທ່ຽວ​ແທນ​ເຕີນ ນັບ​ມື້​ນັບ​ຫລາຍ. ​ແຕ່ລະ​ປີ ​ສະຖານ​ທີ່ທ່ອງ​ທ່ຽວ ​ແທນ​ເຕີນ ​ໄດ້ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ປະມານ 120.000 ​ເທື່ອ​ຄົນ. ທ່ານ ​ເລ​ວັນ​ຮ່ວາ ​ໃຫ້​ຮູ້​ວ່າ:

        “ຢູ່​ທີ່​ນີ້ ນ້ຳ​ອຸ່ນ​ສາມາດ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ ທັງ 4 ລະດູ. ນ້ຳ​ໄຫລ​ຈາກ​ສູງ​ລົງ​ຕ່ຳ, ສະ​ນັ້ນ ຄວາມ​ຮ້ອນ​ກໍ​ຄ່ອຍ​ໆ​ຫລຸດ​ລົງ. ສະ​ນັ້ນ ​ເມື່ອ​ອາບ​ນ້ຳ ນັກ​ທ່ອງ​ທ່ຽວ​ເຄີຍ​ອາບ​​ແຕ່​ບ່ອນ​ມີ​ອຸນຫະພູມ​ຕ່ຳ ​ແລ້ວ ຄ່ອຍໆ​ຂຶ້ນ​ສູງ ​ເວລາ​ນັ້ນ​ຈຶ່ງ​ຮູ້ສຶກ​ສະບາຍ. ”

        ຫ້ວຍ​ນ້ຳ​ອຸ່ນ​ຢູ່ ​ແທນ​ເຕີນ ​ແມ່ນ​ໄຫ​ລອ້ອມ​ຮອບ​ເຂດ​ຊີວະ​ພາບ. ລະບົບ​ອາບ​ນ້ຳ​ຢູ່ ທີ່​ນີ້​ກໍ​ໄດ້​ຮັບ​ການກໍ່ສ້າງ​ຕາມ​ຫລັກການກະ​ແສນ້ຳ​ໄຫລ​ລ່ອງ. ນັກ​ທ່ອງ​ທ່ຽວ ມາ​ອາບ​ນ້ຳ​ຢູ່ ​ແທນ​ເຕີນ​ໃນ​ເວລາ ມື້ຫນຶ່ງ ​ເສຍ​ເງິນ​ພຽງ 50.000 ດົງ/ຄົນ​ເທົ່າ​ນັ້ນ.  ຖ້າ​ນັກ​ທ່ອງ​ທ່ຽວ​ຢາກ​ອາບ​ນ້ຳ​ອຸ່ນ​ດ້ວຍ​ກີ​ນຫອມຈາກ​​​ໃບ​ໄມ້​ທຳ​ມະ​ຊາດ ຕ້ອງ​ເສຍ​ເງິນ​ປະມານ 100.000 ດົງ/ຄົນ ຫລື 150.000 ດົງ/ຊົ່ວ​ໂມງ/ຄົນ. ຖ້າ​ນັກ​ທ່ອງ​ທ່ຽວ​ບໍ່​ຢາກ​ອາບ​ນ້ຳ​ຢູ່​ຫ້ວຍ ອາດ​ຈະ​ປ່ຽນ​ມາ​ອາບ​ນ້ຳ​ໃນ​ຫນອງ​ກໍ່​ໄດ້.

     ລານແອງ

 

ຕອບກັບ

ຂ່າວ/ບົດ​ອື່ນ