ບຸນເຂົ້າໃຫມ່ຂອງຊາວເຜົ່າ ເຊີດັງ

(VOVWORLD) -ແຕ່ລະປີ, ຢູ່ ບັນດາໝູ່ບ້ານຂອງຊາວເຜົ່າເຊີດັງ ໄດ້ດຳເນີນການເຄື່ອນໄຫວວັດທະນະທຳຫລາຍຢ່າງຄື: ງານບຸນ, ພິທີ ບູຊາເທວະດາຟ້າແຖນ ແລະອື່ນໆ, ໃນນັ້ນ ພົ້ນເດັ່ນແມ່ນບຸນເຂົ້າໃຫມ່. ດ້ວຍການເຄື່ອນໄຫວວົງຄະນາຍາດຫລາຍຢ່າງທີ່ເປັນເອກະລັກສະເພາະ, ບຸນເຂົ້າໃຫມ່ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນໃນບ້ານສົມມະນາຄຸນຕໍ່ເທວະດາຟ້າແຖນ ຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ,ເຂົ້າເຕັມເລົ້າ, ສາລີ ເຕັມສາງ, , ຊີວິດການເປັນຢູ່ມີຄວາມອີ່ມຫນຳສຳລານສົມບູນພູນສຸກ. ບົດຂຽນຂອງນັກຂ່າວ ຫວີຟອງ ທີ່ມີຫົວຂໍ້ວ່າ: ບຸນເຂົ້າໃຫມ່ຂອງຊາວເຜົ່າ ເຊີດັງ
ບຸນເຂົ້າໃຫມ່ຂອງຊາວເຜົ່າ ເຊີດັງ - ảnh 1 ແມ່ຍິງຊາວເຜົ່າ ເຊີດັງ ຕຳເຂົ້າ

ບຸນເຂົ້າໃຫມ່ ແມ່ນງານບຸນສຳຄັນ ແລະ ໃຫຍ່ສຸດໃນປີຂອງຊາວເຜົ່າ ເຊີດັງ ຢູ່ ເຂດໄຕງວຽນ. ບຸນເຂົ້າໃຫມ່ຖືກຈັດຂຶ້ນເປັນເວລາ ສອງສາມມື້ລຽນຕິດ ດ້ວຍຫລາຍພິທີກຳທີ່ສັກກະລະບູຊາເພື່ອບູຊາເທວະດາ ແລະ ມີບັນດາການເຄື່ອນໄຫວຮ້ອງລຳທຳເພງເຮັດໃຫ້ບັນຍາກາດຂອງງານບຸນມີຄວາມໝາຍດ້ານວັດທະນະທຳຈິດວິນຍານ. ກ່ອນນີ້, ບຸນເຂົ້າໃຫມ່ ຂອງຊາວເຜົ່າ ເຊີດັງ ພຽງແຕ່ດຳເນີນໃນຂອບເຂດຂອງຄອບຄົວເທົ່ານັ້ນ ແຕ່ມາຮອດປະຈຸບັນ ໄດ້ກາຍເປັນງານບຸນລວມຂອງວົງຄະນາຍາດ. ເພື່ອກະກຽມໃຫ້ງານບຸນ, ກ່ອນນັ້ນຫນຶ່ງອາທິດ, ເຈົ້າກົກເຈົ້າເຫລົ່າໃນບ້ານ ຈະຮຽກບັນດາຄອບຄົວໃນບ້ານມາເຕົ້າໂຮມຢູ່ສາລາບ້ານ (ເຮືອນຣົງ) ເພື່ອແຈ້ງໃຫ້ຊາບເວລາຈັດບຸນເຂົ້າໃຫມ່ ແລະ ແບ່ງວຽກແບ່ງງານໃຫ້ບັນດາຄອບຄົວໃນບ້ານ. ທຳມະດາ ແມ່ຍິງ ຈະຮັບຜິດຊອບວຽກງານແຕ່ງກິນ, ກະກຽມເຂົ້າ, ຖື ກະພາໄປເອົານ້ຳ, ເກັບຜັກ, ເຮັດອະນາໄມເຮືອນຊານ, ສ່ວນຜູ້ຊາຍເຂົ້າປ່າລ່າເນື້ອ, ຫາຟືນ, ສ້ອມແປງເຮືອນຣົງ.

ໃນມື້ຈັດງານບຸນ, ເຈົ້າກົກເຈົ້າເຫລົ່າ ແມ່ນຜູ້ຊີ້ນຳທຸກການດຳເນີນຊີວິດລວມ ແລະ ແມ່ນຜູ້ຕາງຫນ້າໃຫ້ປະຊາຊົນໃນບ້ານຈັດພິທີສົມມະນາຄຸນຕໍ່ເທວະດາເພື່ອພາວະນາຂໍໃຫ້ທຸກຄອບຄົວມີລະດູການເກັບກ່ຽວໄດ້ຮັບຜົນດີ. ທ່ານນາງ ເລືອງແທງເຊີນ, ນັກຄົ້ນຄ້ວາບັນດາເຜົ່າ ຢູ່ເຂດໄຕງວຽນ ໃຫ້ຮູ້ວ່າ:

  “ຕາມປົກກະຕິແລ້ວ ບຸນເຂົ້າໃຫມ່ແມ່ນຈັດຂຶ້ນພາຍຫລັງລະດູການເກັບກ່ຽວໃນທ້າຍປີ. ເຖິງວ່າລະດູການເກັບກ່ຽວໄດ້ຮັບຜົນດີ ຫລື ບໍ່ໄດ້ຮັບຜົນກໍຕາມ ແຕ່ປະຊາຊົນໃນບ້ານກໍ່ຈັດຕັ້ງບຸນເຂົ້າໃຫມ່ຂຶ້ນເພື່ອສົມມະນາຄຸນຕໍ່ເທວະດາທີ່ໄດ້ດົນບັນດານໃຫ້ເຂົາເຈົ້າມີລະດູການເກັບກ່ຽວໄດ້ຮັບຜົນດີ. ຖ້າບໍ່ໄດ້ຮັບຜົນດີ, ໃນພິທີບູຊາເທວະດາຟ້າແຖນນັ້ນ ເຈົ້າກົກເຈົ້າເຫລົ່າພາວະນາຂໍໃຫ້ເທວະດາດົນບັນດານໃຫ້ມີລະດູເກັບກ່ຽວຕໍ່ໄປຈະໄດ້ຮັບຜົນດີ.”

ບຸນເຂົ້າໃຫມ່ຂອງຊາວເຜົ່າ ເຊີດັງ - ảnh 2 ຊາວເຜົ່າເຊີດັງ ກະກຽມຈັດບຸນເຂົ້າໃຫມ່

 ບຸນເຂົ້າໃຫມ່ຍາມໃດກໍ່ແມ່ນງານບຸນລວມຂອງວົງຄະນາຍາດ, ແມ່ນໂອກາດເພື່ອໃຫ້ທຸກຄອບຄົວກະກຽມບັນດາເຫລົ້າໄຫແຊບ, ເຂົ້າຫລາມ, ຊີ້ນປີ້ງ ປະກອບສ່ວນພ້ອມກັບຊາວບ້ານເພື່ອຈັດຕັ້ງພິທີກຳ. ຮອດເວລາດຳເນີນງານບຸນ, ບັນດາຄອບຄົວໃນບ້ານຈະເອົາເຄື່ອງບູຊາມາເຮືອນຣົງ ເພື່ອພ້ອມກັບເຈົ້າກົກເຈົ້າເຫລົ່າເຮັດພິທີບູຊາ ແລະ ເຊື້ອເຊີນເທວະດາລົງກິນເຂົ້າໃຫມ່ກັບຊາວບ້ານ. ເຄື່ອງບູຊາເທວະດາລວມມີ ຊີ້ນໝູ, ເຂົ້າໃຫມ່ທີ່ຫາກໍ່ເກັບກ່ຽວ. ທ່ານນາງເລືອງແທງເຊີນໃຫ້ຮູ້ວ່າ:

ໃນພິທີບູຊາ, ສິ່ງພິເສດທີ່ສຸດຕ້ອງມີຫນູໂຕຫນຶ່ງ. ໃນພິທີ ຜູ້ໃດກໍ່ຕ້ອງກິນຊີ້ນ ຫນູ ເພື່ອໃຫ້ຫນູບໍ່ໄປທຳລາຍເຂົ້າ, ຜັກພືດ. ສິ່ງດັ່ງກ່າວຄືວ່າ ແມ່ນຄວາມສຳນຶກຂອງຊາວເຜົ່າເຊີດັງ ພາວະນາຂໍໃຫ້ລະດູການເກັບກ່ຽວໃນປີຫນ້າໄດ້ຮັບຜົນດີ, ບໍ່ຖືກທຳລາຍຈາກສັດ”

ໃນພິທີບູຊາທີ່ຖືກດຳເນີນຢູ່ ເຮືອນຣົງ ນັ້ນ, ເຈົ້າກົກເຈົ້າເຫລົ່າ ລາຍງານຕໍ່ເທວະດາຟ້າແຖນກ່ຽວກັບການຜະລິດກະສິກຳຂອງພໍ່ແມ່ປະຊາຊົນໃນບ້ານ ພ້ອມກັບບັນດາເຄື່ອງບູຊາຊື່ງພໍ່ແມ່ປະຊາຊົນເຮັດເອງຄື: ເຂົ້າ , ຊີ້ນໄກ່, ຊີ້ນຫມູ. ພ້ອມກັນນັ້ນ ຂໍໃຫ້ດິນຟ້າອາກາດເທວະດາເອື້ອອຳນວຍຄວາມສະດວກ ແລະ  ຊ່ວຍໃຫ້ມີລະດູການເກັບກ່ຽວຕໍ່ໄປໄດ້ຮັບຜົນດີ, ຜັກພືດບໍ່ຖືກໂລກລະບາດຫລືຖືກສັດປ່າທຳລາຍເພື່ອໃຫ້ທຸກຄົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ.

ພາຍຫລັງພິທີບູຊາ, ພໍ່ແມ່ປະຊາຊົນທັງໝົດໃນບ້ານ ໄດ້ເຕົ້າໂຮມກັນຢູ່ເຮືອນຣົງ ເພື່ອພ້ອມກັນກິນເຂົ້າໃຫມ່ ດື່ມເຫລົ້າໄຫທີ່ແຊບນົວທີ່ສຸດ. ໃນຂະນະນັ້ນ ສຽງກອງສຽງຄ້ອງ, ສຽງເຄື່ອງດົນຕີ ກະລົງປຸດ ເລີ່ມດັ່ງກ້ອງກັນວານໄປທົ່ວພູຜາປ່າໄມ້ເພື່ອຕ້ອນຮັບລະດູການເກັບກ່ຽວໄດ້ຮັບຜົນດີ. ເຈົ້າກົກເຈົ້າເຫລົ່າ A khao ຢູ່ ຕາແສງ ດັກອາງ ເມືອງງອກໂຮ່ຍ ແຂວງ ກອນຕູມ ໃຫ້ຮູ້ວ່າ: ໃນຊຸມມື້ຈັດງານບຸນ, ທຸກຄົນລ້ວນແຕ່ເຕົ້າໂຮມກັນຢູ່ເຮືອນຣົງ ເພື່ອຕີກອງລັ່ນຄ້ອງ ພ້ອມກັນຮ້ອງລຳທຳເພງ. ສຳລັບຊາວເຜົ່າເຊີດັງແລ້ວ, ບຸນເຂົ້າໃຫມ່ກໍ່ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວໃນບ້ານເຮັດພິທີເຕີບໃຫຍ່ໃຫ້ບັນດາອ້າຍບ່າວ, ນາງສາວ ແລະ ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາຄູ່ບ່າວສາວສະແດງຄວາມຮັກນຳກັນ.

ຈາກເຮືອນຣົງ, ເຈົ້າກົກເຈົ້າເຫລົ່າ ແລະ ບັນດາຄອບຄົວໃນບ້ານເລີ່ມຕົ້ນໄປຫາແຕ່ລະຄອບຄົວເພື່ອອວຍພອນລະດູການເກັບກ່ຽວເຂົ້າໃຫມ່ ຈະມີເຂົ້າເຕັມສາງ, ເຕັມເຮືອນ. ຢູ່ບັນດາຄອບຄົວກໍ່ໄດ້ຈັດຕັ້ງການກິນເຂົ້າໃຫມ່, ພ້ອມກັນດື່ມເຫລົ້າ, ຕີກອງລັ່ນຄ້ອງ, ຮ້ອງລຳທຳເພງຢູ່ອ້ອມເຕົາໄຟຢ່າງເບີກບານມ່ວນຊື່ນ. ເຂົ້າຈະໂຮຍໃສ່ອ້ອມເຮືອນ ເພາະຊາວເຜົ່າເຊີດັງ ຖືວ່າ ເຮັດຄືແນວນັ້ນ ລະດູການກ່ຽວກັບຕໍ່ໄປຈະໄດ້ຮັບຜົນດີກວ່າ, ເຂົ້າ, ສາລີຈະໄດ້ຫລາຍກວ່າ.

ໃນ 2-3 ມື້ຈັດງານບຸນ, ສຽງກອງສຽງຄ້ອງ, ສຽງຮ້ອງລຳທຳເພງດັ່ງກ້ອງກັນວານໄປທົ່ວເຂດພູຜາປ່າໄມ້ ພ້ອມກັບບັນດາການລະຫລິ້ນທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ເຊີດັງ. ພາຍຫລັງສິ້ນສຸດງານບຸນນັ້ນ ພໍ່ແມ່ປະຊາຊົນໃນບ້ານ ກັບຄືນສູ່ຊີວິດປະຈຳວັນ, ໄປດ້ວຍຄວາມເຊື່ອໝັ້ນວ່າລະດູການເກັບກ່ຽວຈະໄດ້ຮັບຜົນດີ, ມີຊີວິດທີ່ອີ່ມຫນຳສຳລານສົມບູນພູນສຸກໃຫ້ແກ່ທຸກຄອບຄົວ ແລະ ໝູ່ບ້ານຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ