ປະເພນີແຕ່ງດອງຂອງຊາວເຜົ່ານຸ່ງ


(vovworld) - ຊາວ​ເຜົ່າ​ນຸ່ງ​ມີ​ສີສັນ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ສະ​ເພາະ, ດັ່ງ​ນັ້ນ​ໃນ​ງານ​​ແຕ່ງດອງ​ຂອງ​ເຂົາ​ເຈົ້າ​ກໍ່​ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ. ​ໃນ​ເມື່ອ​ກ່ອນ, ບ່າວ​ສາວ​ຊາວ​ເຜົ່າ​ນຸ່ງ​ເອົາກັນ​ແມ່ນ​ຕາມ​ການຈັດ​ວາງ​ຂອງ​ພໍ່​ແມ່, ​ແຕ່​ມາ​ຮອດ​ປະຈຸ​ບັນ, ​ມີ​ປະ​ເພນີ​ທີ່​ຫຼ້າ​ຫຼັງ​ຫຼາຍ​ຢ່າງ​ໄດ້​ຖືກ​ລົບ​ລ້າງ​​ໄປ​ແລ້ວ, ບ່າວ​ສາວຊາວ​ເຜົ່າ​ນຸ່ງ​ມີ​ຄວາມ​ເສລີ​ໃນ​ການ​ຊອກ​ຮູ້​ເພື່ອສ້າງ​ຄອບຄົວ​ນຳ​ກັນ

ປະເພນີແຕ່ງດອງຂອງຊາວເຜົ່ານຸ່ງ - ảnh 1

       ຄອບຄົວຝ່າຍເຈົ້າບ່າວຕ້ອນຮັບເຈົ້າສາວ

(ພາບ: ອິນເຕີແນດ)

ບ່າວ​ສາວ​ຊາວ​ເຜົ່າ​ນຸ່ງ ​ເມື່ອ​ມີ​ອາຍຸ​ປະມານ 15-16 ປີ ​ເຄີຍ​ຊອກ​ຮູ້​ກັນ​ຜ່ານ​ການ​ໄປ​ເຮັດ​ໄຮ່ ຫຼື​ເຂົ້າ​ຮ່ວມ​ງານ​ບຸນ​ຕ່າງໆ. ​ເຂົາ​ເຈົ້າ​ສະ​ແດງ​ຄວາມ​ຮັກ​ຂອງ​ຕົນ​ຜ່ານ​ທຳນອງ​ເພງພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ນຸ່ງ​ເຊັ່ນຂັບ ສຼີ, ຂັບ​ເລື້ອນ​. ໃນ​ຊີວິດ​ການ​ເປັນ​ຢູ່, ​ເລື່ອງ​ສົມລົດ​ສຳລັບ​ຊາວ​ເຜົ່າ​ນຸ່ງ​ແມ່ນ​ສຳຄັນ​ທີ່​ສຸດ. ຊາວ​ເຜົ່າ​ນຸ່ງ​ອະນຸຍາດ​ໃຫ້​ລູກ​ຫຼານ​ມີ​ສິດ​ເສລີ​ໃນ​ການ​ເລືອກ​ເຟັ້ນຜົວ, ​ເມຍ​ໃຫ້​ຕົນ, ​ແຕ່​ຫຼັງ​ຈາກ​ນັ້ນ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີຈາກ​ພໍ່​ແມ່​ທັງ​ສອງ​ຝ່າຍ. ທ່ານ ​ເລືອ​ງວັນ​ທຽດ, ພະນັກງານ​ຄົ້ນ​ຄ້ວາ​ວັດທະນະທຳ​ຊົນ​ເຜົ່າ​ນຸ່ງຢູ່​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ຄູ່​ບ່າວ​ສາວ​ຊອກ​ໄດ້​ຜູ້​ຖືກ​ໃຈ​ແລ້ວ, ​ເຂົາ​ເຈົ້າ​ຈະ​ມອບ​ອັນ​ໃດ​ອັນ​ໜຶ່ງ​​ໃຫ້​ກັນເພື່ອ​ເປັນ​ຂອງ​ໝັ້ນ​. ບາງ​ເທື່ອ​ຜູ້​ຊາຍ​ຈະ​ເອົາ​ໝວກ, ຫຼື​ປອກ​ແຂນຂອງ​ຜູ້ຍິງ, ສ່ວນ​ຜູ້​ສາວ​ຈະ​ເອົາ​ຜ້າ​ບີ​ງ​ຂອງ​ຜູ້​ຊາຍເພື່ອ​ເປັນ​ຂອງ​ໝັ້ນ. ພາຍຫຼັງ​ຜູ້​ບ່າວ​ແຈ້ງ​ໃຫ້​ຄອບຄົວກ່ຽວ​ກັບຜູ້​ສາວ​ທີ່​ຕົນ​ຮັກແລ້ວ. ຄອບຄົວ​ຜູ້​ບ່າວ​ຈະ​ຊອກ​ຮູ້​ຕື່ມ​ກ່ຽວ​ກັບ​ຄອບຄົວ​ຂອງຜູ້​ສາວ​ນັ້ນ, ​ເພື່ອ​ຮູ້​ວ່າ​ຄອບຄົວ​ຜູ້​ສາວຄື​ແນວ​, ​ເໝາະ​ສົມ​ຫຼືບໍ່, ຜູ້ສາວ​ນັ້ນ​ດຸ​ໝັ່ນ​ຫຼື​ບໍ? ​ແລະ​ມີ​ວຽກ​ງານ​ໜຶ່ງ​ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນ. ຜູ້​ຊາຍ​ເມື່ອ​ເອົາ​ເມຍຕ້ອງ​ມີ​ລູກ, ດັ່ງ​ນັ້ນ​ຄອບຄົວ​ຜູ້​ຊາຍ​ຕ້ອງ​ຮູ້ຈັກ​ວ່າ​ຜູ້​ສາວ​ນັ້ນ​ມີ​ສຸຂະພາບ​ແຂງ​ແຮງ​ບໍ? ຖ້າ​ຫາກ​ຄອບຄົວ​ຜູ້​ສາວມີ​ລູກ​ຫຼານ​ຫຼາຍ​ຄົນ, ໝາຍ​ຄວາມ​ວ່າຜູ້​ສາວນັ້ນ​ຈະ​ເກີດ​ລູກ​ງ່າຍ .“

ປະເພນີແຕ່ງດອງຂອງຊາວເຜົ່ານຸ່ງ - ảnh 2

      
(ພາບ: ອິນເຕີແນດ)

ຖ້າ​ຫາກ​ວຽກ​ງານ​ທຸກ​ຢ່າງ​ສະດວກ, ທັງ​ສອງ​ຝ່າຍ​ບ່າວ​ສາວ​ຈຶ່ງ​ປຶກສາ​ກ່ຽວ​ກັບ​ການ​ດຳ​ເນີນ​ວຽກ​ງານ​ກະກຽມ​ໃຫ້​ງານ​ດອງ. ​ໃນ​ການ​ສົມລົດ, ຄອບຄົວ​ຜູ້​ຊາຍ​ຕ້ອງ​ຕອບ​ສະໜອງ​ເຄື່ອງ​ຂອງ​ທັງ​ໝົດ​ໃນ​ພິທີ​ຕ່າງໆ​ເຊັ່ນ: ພິທີ​ຂໍ​ເມຍ, ພິທີ​ໝັ້ນ​ເມຍ, ພິທີ​ງານ​ດອງ, ​ແລະ​ປະ​ເພນີອື່ນ​ອີກ​ຈຳນວນ​ໜຶ່ງຕາມ​ຄວາມ​ຮຽກຮ້ອງ​ຂອງ​ຄອບຄົວ​ຜູ້​ສາວ​. ​ເຮັດ​ໄດ້​ຄື​ແນວ​ນັ້ນ, ລູກ​​ໃພ້ຈຶ່ງ​​ໄດ້​ຮັບ​ຖື​ເປັນ​ສຳຄັນ ​ແລະ ສ້າງ​ຄວາມເປັນ​ກຽດ​ສະຫງ່າ​ໃຫ້​ແກ່​ພໍ່​ແມ່, ຍາດຕິ​ພີ່ນ້ອງ. ພິທີ​ໝັ້ນ​ເມຍ​ຖືກ​ດຳ​ເນີນ​ພາຍຫຼັງ​ພິທີ​ຂໍ​ເມຍ​ຢ່າງ​ໜ້ອຍ​ສຸດ​ແມ່ນ​ສອງ​ສາມ​ເດືອນ. ​ໃນ​ພິທີ​ນີ້, ຄອບຄົວ​ທັງ​ສອງ​ຝ່າຍ​ຈະ​ປຶກສາ​ຫາລື​ວຽກ​ງານ​ຕ່າງໆ​ເຊັ່ນ: ​ເຄື່ອງ​ຂອງ​ງານ​ດອງ​ແມ່ນ​ມີ​ຫຍັງ, ​ຄ່າ​ດອງ, ຄ່າ​ສິນ​ສອດ​ແມ່ນ​ຫຍັງ, ວັນ​ແຕ່ງງານ, ​ເວລາ​ຕ້ອນຮັບ​ເຈົ້າ​ສາວ…

        ງານ​ດອງ​ຂອງ​ຊາວ​ເຜົ່າ​ນຸ່ງ​ຖືກ​ດຳ​ເນີນ​ໃນ​ເວລາ 3 ວັນ ​ແລະ ມີ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ຫຼາຍ​ຢ່າງ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້. ຕາມ​ປະ​ເພນີ​ແລ້ວ, ຄອບຄົວ​ຝ່າຍ​​​ເຈົ້າ​ບ່າວ​ຕ້ອງ​ເລືອກ​ເຟັ້ນ ”ໝໍ​ຮັບ” ​ແລະ ຄອບຄົວ​ເຈົ້າ​ສາວ​ຕ້ອງ​ເລືອກ​ເຟັ້ນ “ໝໍ“ ສົ່ງ. ​​ຄອບຄົວ​ຂອງ​ທັງໝໍ​ສົ່ງ ​ແລະ ໝໍ​ຮັບລ້ວນ​ແຕ່ມີ​ຄວາມ​ຜາ​ສຸກ, ມີທັງ​ລູກ​ສາວ​ ​ແລະ ລູກ​ຊາຍ. ທ່ານ ​ໂລກ​ກົງ​ຮຸ່ງ, ຊາວ​ເຜົ່າ​ນຸ່ງ​ຢູ່​ລ້າງ​ເຊີນ, ຜູ້​ທີ່​ເຄີຍ​ໄດ້​ຮັບ​ເຊີນ​ເປັນ​ໝໍ​ຮັບ​ໃນ​ງານ​ດອງ, ​ໃຫ້​ຮູ້​ວ່າ:

ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ນຸ່ງ​ຢູ່​ທີ່​ນີ້, ​ໃນ​ພິທີ​ຕ້ອນຮັບ​ເຈົ້າ​ສາວ​ຕ້ອງ​ມີ​ໂຕ​ໝູ​ປິ່ນ​ຢ່າງ​ເດັດຂາດ. ສ່ວນ​​ໃນ​ພິທີ​ສົ່ງ​ຫຼານ​ໃພ້​ມາຄອບຄົວ​ເຈົ້າ​ບ່າວ​ຢ່າງ​ເປັນ​ທາງ​ການ​ແມ່ນ​ຕ້ອງ​ມີ​ເຂົ້າໜຽວ ​ແລະ ​ໄກ່​ຕົ້ມ. ຕາມ​ປະ​ເພນີ, ໝໍ​ສົ່ງ ​ແລະ ໝໍ​ຮັບ​ຕ້ອງ​ພົບ​ປະກັນ​ແຕ່​ຕອນ​ຄຳ່​ຂອງ​ມື້ກ່ອນ​ນັ້ນ​ເພື່ອ​ກະກຽມ​ໃຫ້​ພິທີ​ສົ່ງ​ຮັບ​ເຈົ້າ​ສາວ.


ປະເພນີແຕ່ງດອງຂອງຊາວເຜົ່ານຸ່ງ - ảnh 3



ໃນ​ພິທີ​ສົ່ງ ​ແລະ ຮັບ​ເຈົ້າ​ສາວ, ຄະນະຄອບຄົວ​ເຈົ້າ​ບ່າວໄປ​ຍັງ​ຄອບຄົວ​​ເຈົ້າ​ສາວ​​​​ໂດຍ​ໝໍ​ຮັບ​ນຳ​ໜ້າ, ຖັດມາ​ແມ່ນ​ແມ່​ປ້າ​ທີ່​ເປັນ​ສັນຍາ​ລັກ​ໃຫ້​ບຸນ​ທຳ, ​ແລະ ​ເຈົ້າ​ບ່າວ. ​ໃນ​ຄະນະ​ນັ້ນ​ຍັງມີ​ຜູ້​ບ່າວ​ສອງ​ຄົນ​ຫາມ​ໝູ​ປິ່ນ 1 ​ໂຕ, ຊາຍ​ຜູ້​ໜຶ່ງ​ແບກ​ຫາບ​ເຂົ້າໜຽວ, ສາວ​ຜູ້​ໜຶ່ງ​ແບກ​ຫາບ​ໄກ່​ຕອນ 8 ​ໂຕ, ​ໄກ່​ຕົ້ມ 1 ​ໂຕ, ​ແພ​ໄໝ​ສີ​ບົວ ​ແລະ ​​ແຜ່ນ​ແພ​ທີ່​ສວຍ​ງາມ. ​ໃນ​ເມື່ອ​ກ່ອນ, ຊາວ​ເຜົ່າ​ນຸ່ງຍັງ​ມີ​ປະ​ເພນີທີ່​ວ່າ, ​ເມື່ອ​​ໃກ້​ຈະ​​ໄປ​ຮອດ​ເຮືອນ​ຂອງ​ຄອບຄົວ​ເຈົ້າ​ສາວ, ຈະ​ມີ​ເດັກນ້ອຍກຸ່ມ​ໜຶ່ງ​ເນັ່ງ​ເຊືອກ​ຂວາງ​ທາງ​ເພື່ອ​ຂໍ​ເງິນ​ຄອບຄົວ​ເຈົ້າ​ບ່າວ, ​ຫຼັງ​ຈາກ​ນັ້ນຈຶ່ງ​ເປີດ​ທາງ​ໃຫ້​ໄປຕໍ່.​ ເມື່ອ​ໄປ​ຮອດ​ປະຕູ​ຂອງ​ຄອບຄົວ​ເຈົ້າ​ສາວ, ຜູ້ນຳ​ໜ້າ​ຄະນະ​ຄອບຄົວ​ເຈົ້າ​ບ່າວເຄີຍ​ຂັບ​ຮ້ອງ​ທຳນອງ​ເພງ ສຼີ​ເພື່ອ​ເປັນສັນຍານໃຫ້ຄອບຄົວ​ເຈົ້າ​ສາວ​ຮູ້. ສ່ວນຄອບຄົວ​ເຈົ້າສາວກໍ່ຈັດໃຫ້​ຜູ້​ໜຶ່ງ​ອອກ​ເບິ່ງ, ຖ້າ​ເຫັນ​ວ່າ​ຄອບຄົວ​ເຈົ້າ​ບ່າວ​ນຳ​ເອົາ​ເຄື່ອງ​ຂອງ​ມາ​ຢ່າງ​ຄົບ​ຖ້ວນຕາມ​ຄວາມ​ຮຽກຮ້ອງ​ຂອງ​ຄອບຄົວ​ຜູ້​ສາວ​ແລ້ວຈະ​ເປີດ​ປະຕູ​ໃຫ້​ເຂົ້າ​ເຮືອນ.

ພາຍ​ຫຼັງ​ຮັບ​ເອົາ​ເຄື່ອງ​ຂອງ, ຄອບຄົວ​ເຈົ້າ​ສາວຈະ​ດຳ​ເນີນ​ພິທີ​ລາຍ​ງານ​ກັບ​ບັນພະບຸລຸດ. ໝໍ​ຜີຝ່າຍ​ຄອບຄົວຜູ້​ສາວຂຽນ​ຊື່​​ເຈົ້າ​ສາວ, ​ເຈົ້າ​ບ່າວ​ໃສ່​ຢັນ ​ແລ້ວ​ມັດ​ດ້ວຍ​ເຈ້ຍ​ສີ​ບົວ​, ​ເປັນ​ສັນຍາ​ລັກ​ໃຫ້​ກາມ​ມະ​ເທບ​ທີ່​ໄດ້​​ພາໃຫ້​ເຂົາ​ເຈົ້າກາຍເປັນ​ຜົວ​ເມຍ​. ໝໍ​ຜີ​ກໍ່ໄດ້​ພາວະນາ​​ຂໍບັນພະບຸລຸດ​ໃຫ້​ຄູ່​ບ່າວ​ສາວ​ມີ​ຄວາມ​ຜາ​ສຸກ.

​ໂດຍ​ຕ່າງ​ກັບ​ຊົນ​ເຜົ່າ​ອື່ນໆ​ຈຳນວນ​ໜຶ່ງ, ຊາວ​ເຜົ່າ​ນຸ່ງ​ມີ​ລູກ​ສາວ​ໄປ​ເອົາ​ຜົວ. ຄອບຄົວ​ຜູ້​ສາວ​ຕ້ອງ​ຊື້​ຕູ້, ຕຽງ, ຜ້າ​ຫົ່ມ, ຜ້າ​ກັ້ງ, ​ໂສ້ງ​​ເສື້ອ, ໝໍ້​ແຫກ​ແຕດ​ໂພະ, ຖ້ວຍ​ຈານ​ຢ່າງ​ພ້ອມພຽງ. ທ່ານ ຮ່ວາງ​ຈ້ຽວ, ຊົນ​ເຜົ່າ​ນຸ່ງ​ຢູ່​ຕາ​ແສງ ຈີ​ລັງ, ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

​ເມື່ອ​ພາ​ຫຼານ​ມາ​ເຮືອນ​ຜົວ, ຕາມ​ປະ​ເພນີ​ກ່ອນ​ນີ້​ແມ່ນ​ຕ້ອງ​​ເອົາ​ຫີບ​ໂສ້ງ​ເສື້ອ, ຜ້າ​​ເຊັດ​ໜ້າ, ຄ່າ​ດອງ, ຄ່າ​ສິນ​ສອດໄປນຳ​. ​ແຕ່​ປະຈຸ​ບັນ, ​ເຄື່ອງ​ຂອງ​ເຫຼົ່າ​ນັ້ນ​ຖືກ​ນຳ​ໄປ​ກ່ອນ​ແລ້ວ. ພາ​ລູກ​ມາ​ຮອດ​ເຮືອນ​ຜົວ​ກໍ່​ຕ້ອງ​ທຳ​ພິທີ​ຖະຫວາຍ​ທູບ​ທຽນ​ຂໍ​ໃຫ້​ຫຼານ​ໄດ້​ຮັບ​ເຂົ້າ​ໃນ​ວົງ​ຕະກຸນ​ຂອງ​ຜົວ“.

​ເມື່ອ​ມາ​ຮອດ​ປະຕູ​ເຮືອນ​ຂອງ​ເຈົ້າ​ບ່າວ, ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ຈະ​​ທຳພິທີ ລ້າງລາງ​ຮ້າຍ​​ໃຫ້​ອອກໄປ ​ດ້ວຍ​ການຫົດ​ນ້ຳ​ບາງ​ຢາດ​ໃສ່​ຕີນ​ເຈົ້າ​ສາວ​. ຕາມ​ປະ​ເພນີ, ​ເຈົ້າ​ບ່າວ​ຕ້ອງ​ຍ່າງ​ເຂົ້າ​ເຮືອນ​ກ່ອນ​ເພື່ອ​ພິສູດ​ໃຫ້​ເຫັນ​ວ່າ​ຕົນ​ເອງ​ແມ່ນ​ເຈົ້າ​ຂອງ​ຄອບຄົວ. ສ່ວນ​ເຈົ້າ​ສາວ​ກໍ່ຖືກ​ພາ​ເຂົ້າ​ແທ່ນ​ບູຊາ​ບັນພະບຸລຸດ ​​ເພື່ອ​ໃຫ້ຄອບຄົວ​ເຈົ້າ​ບ່າວ​​ທຳ​ພິທີ​ຮັບ​ເຈົ້າ​ສາວ​ເຂົ້າ​ວົງ​ຕະກຸນ. ຊາວ​ເຜົ່າ​ນຸ່ງ​ຍັງ​ມີ​ປະ​ເພນີ​ເລືອກ​ເອົາ​ຜູ້ຍິງ​ທີ່​ມີ​ກິລິຍາ​ມາລະຍາດ, ມີຄວາມ​ຜາ​ສຸກ, ມີ​ລູກ​ທັງ​ຜູ້​ສາວ ​ແລະ ຜູ້​ຊາຍ​ ມາ​ປູ​ສາດ​ໃນ​ຫ້ອງ​ນອນ​ຂອງ​​ເຈົ້າ​ບ່າວ, ​ເຈົ້າ​ສາວ​ອີກ. ນີ້​ແມ່ນ​ປະ​ເພນີ​ເປັນ​ສັນຍາ​ລັກ, ດ້ວຍ​ຄວາມ​ໝາຍຢາກ​ໃຫ້​ຄູ່​ບ່າວ​ສາວ​ມີ​ຄວາມ​ຜາ​ສຸກ, ມີ​ລູກ​​ໄວ​ເພື່ອ​ສືບ​ເຊື້ອ, ສືບ​ພັນ.

ປະຈຸ​ບັນ​ມີ​ປະ​ເພນີ​ຫຼ້າ​ຫຼັງ​​ຫຼາຍ​ຢ່າງ​​ໃນ​ງານ​ດອງຂອງ​ຊາວ​ເຜົ່າ​ນຸ່ງກໍ່​ຖືກ​ລົບ​ລ້າງ​ໄປ, ບ່າວ​ສາວ​ມີ​ເວລາ​ຊອກ​ຮູ້​ກັນ ​ແລະ ສົມລົດ​ກັນດ້ວຍ​ຄວາມ​ຮັກ. ການ​ແຕ່ງດອງ​ນັບ​ມື້​ໄດ້​ຮັບ​ການ​ປະຕິບັດ​ຕາມ​ແບບ​ແຜນ​ໃໝ່, ບໍ່​ສັບສົນ, ບໍ່​ສິນ​ເປືອງ.

ຕອບກັບ

ຂ່າວ/ບົດ​ອື່ນ