ພິທີຂັບແທນທີ່ເປັນເອກະລັກສະເພາະຂອງຊາວເຜົ່ານຸ່ງ

(vovworld) - ຂັບ​ແທນ (ຍັງ​ເອີ້ນ​ວ່າ​ເຫຼົາ​ແທນ) ​ແມ່ນປະ​ເພດ​ດົນຕີ​ແຫ່ງ​ຄວາມ​ເຊື່ອ​ຖື​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ເຜົ່າ​ ນຸ່ງ. ພິທີ​ຂັບ​ແທນ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ຈິດ​ວີນຍານ​ອັນ​ອຸດົມສົມ​ບຸນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ດຳ​ເນີນ​ຊີວິດ​ທາງ​ດ້າວ​ວັດທະນະທຳ​ ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະອີກ​ດ້ວຍ. ບົດ​ຂຽນ “ພິທີ​ຂັບ​ແທນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ນຸ່ງ“ ຂອງ​ໂຕ​ຕ໋ວນ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ.

ພິທີຂັບແທນທີ່ເປັນເອກະລັກສະເພາະຂອງຊາວເຜົ່ານຸ່ງ - ảnh 1
(ພາບອິນເຕີແນັດ)

        ຕາມ​ປະ​ເພນີທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ​ແຕ່ລະ​ເທື່ອ​ເມື່ອ​ການ​ດຳລົງ​ຊີວິດ​ປະສົບ​ກັບ​ປະກົດ​ການ​ທີ່​ແປກໆ​​ບໍ່​ສາມາດ​ອະທິບາຍ​ໄດ້, ຊາວ​ເຜົ່າ ນຸ່ງ​ເຄີຍ​ຈັດ​ຕັ້ງ​ພິທີ​ບູຊາ​ພາວະນາ​ໃຫ້​ຄອບຄົວມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ມີ​ຄວາມ​ໂຊກ​ດີ, ມີ​ສຸຂະພາບ​ແຂງ​ແຮງ, ​ແລະ​ການ​ທຳ​ມາ​ຫາ​ກິນ​ມີ​ຄວາມ​ສະ​ດວກ​ສະບາຍ. ​ເພື່ອປະຕິບັດ​ພິທີ​ນີ້, ຊາວ​ເຜົ່າ ນຸ່ງ​ເຄີຍ​ໄປ​ຫາ​ແມ່​ເຖົ້າ​ແທນ​ເພື່ອ​ຟັງ​ແມ່​ເຖົ້າ​ຂັບ​ຮ້ອງ. ​ຕາມ​ທັດສະນະ​ມາ​ແຕ່​ດົນ​ນານ​ແລ້ວ, ແມ່​ເຖົ້າ​ແທນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເທວະ​ດາ​ຢູ່​​ແດນຟ້າ, ດ້ວຍ​ພິນ​ຕິ໋ນ​ໃນ​ມື, ທັງ​ດີດ, ທັງຂັບ​ຮ້ອງ, ​ແລະ ສຽງ​ເພງ​ນີ້​​ໄດ້​ດັງ​ກ້ອງກັງວານ​ໄປ​ເຖິງ​ຊັ້ນ​ຟ້າ. ຜ່ານ​ສຽງ​ເພງ​ຂອງ​ຕົນ, ​ແມ່​ເຖົ້າ​ແທນ​ໄດ້​ສົ່ງ​ຄຳ​ພາວະນາ​ນັ້ນ​ເຖິງ​​ເທວະ​ດາ​ຟ້າ​ແຖນ... ​ເພື່ອ​ຫັນ​ຄຳ​ພາວະນາ​ນັ້ນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ຕາມ​ການ​ເວລາ, ພິທີ​ຂັບ​ແທນ​ຄືກ​ັນກັບການ​ເຄື່ອນ​​ໄຫວສິລະ​ປະຂອງ​ວົງ​ຄະນາ​ຍາດ​ເພື່ອ​ສ້າງ​ຄວາມ​ອຸ່ນ​ອ່ຽນ​ໃຈ​ໃຫ້​ແກ່ປະຊາຊົນ​.

​        ເທບ​ສຽງ​ປະກອບ

        ຕາມ​ປົກກະຕິ, ບັນດາ​ພິທີ​ດັ່ງກ່າວ​ເຄີຍ​ດຳ​ເນີນ​ໃນ 2 ວັນ ​ແລະ ຄືນ, ດ້ວຍ​ຫຼາຍ​ເນື້ອ​ໃນ​ຄື: ພິທີ​ບູຊາ​ບັນພະບຸລຸດ; ພິທີ​ເປ​ີດຊ່ອງ​ທາງ​ໃຫ້ອາດຍາ​ເຈົ້າ​ນາຍ. ພິທີ​ຂັບ​ແທນ​ເລີ່​ມຕົ້ນ​ດ້ວຍ​ການ​ເດີນທາງ​ຂຶ້ນ​ແດນ​ສະຫວັນ​ເພື່ອ​ເຊີນ​ຟ້າ​ແລະ ບັນດາ​ຜູ້​ຂັບ​ແທນ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ​ກັບ​ມາ​ທຳ​ພິທີ “​ເຫຼົາ​ແທນ“ ດ້ວຍ​ພິທີ​ບູຊາ​ຕ່າງໆຄື: ​ເຊື້ອ​ເຊີນ, ຖະຫວາຍ​ເຫຼົ້າ, ລົບ​ລ້າງ​ຜີ​ສາງ​ນາງ​ໄມ້, ລົບ​ລ້າງ​ໂຊກ​ຮ້າຍ, ບູຊາ​ເຮືອນ​ໃໝ່... ​ໃນ​ງານ​ບຸນ​ເຫຼົ່າ​ນັ້ນ, ​ເຂົາ​ເຈົ້າ​ຈະຂັບ​ແທນ​​ບົດ​​ຍາວ​ທີ່​ມີ​ສີສັນ​ແຫ່ງ​ຄວາມ​ເຊື່ອ​ຖື, ກ່າວ​ເຖິງ​ວິວັດ​ການ​ເດີນທາງ​ຂຶ້ນ​ຊັ້ນ​ຟ້າ​ເພື່ອ​ຂໍ​ໃຫ້​​ເທ​ວະ​ດາ​ແກ້​ໄຂ​ບັນຫາ​ໃດ​ໜຶ່ງ​ໃຫ້​​ເຂົາເຈົ້າ. ​ໃນ​ງານ​ບຸນ​ເຫຼົ່າ​ນັ້ນ, ດົນຕີ​ຍາມ​ໃດ​ກໍ່​ແມ່ນ​ປັດ​ໃຈ​ທີ່​ຂາດ​ບໍ່​ໄດ້, ດ້ວຍຫຼາຍ​ບົດ ​ແລະ ທຳນອງ​ທີ່​ເໝາະ​ສົມ​ກັບ​ແຕ່​ລະ​ງານ​ບຸນ. ທ່ານ ຮ່ວາງ​ວັນ ປ໋າວ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ແຂວງ ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ຂັບ​ແທນ​ຍາມ​ໃດ​ກໍ່​ມີ​ພິນ​ຕິ໋ນ ​ແລະ ວີ. ​ໃນ​ເບື້ອງຕົ້ນ​ມັນ​ພຽງ​ແຕ່​ມີ​ລັກສະນະດ້ານ​ຈິດ​ວີນຍານ​, ບູຊາພາວະນາ​ເພື່ອປິ່ນປົວ​ພະຍາດ. ​ແຕ່​ຕໍ່​ມາ​ເຖິງ​ປີ 1956 ຂັບ​ແທນ​ບໍ່​ພຽງ​ແຕ່​ຮັບ​ໃຊ້​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ຈິດ​ວີນຍານ​ເທົ່າ​ນັ້ນ, ຫາກ​ຍັງ​ພັດທະນາ​ກາຍ​ເປັນ​ຮູບ​ການ​ສິລະ​ປະ​ ປະຊາ​ຄົມ​ອີກ​ດ້ວຍ. ປະຈຸ​ບັນ, ມີ​ຂັບ​ແທນ​ບູຮານ ​ແລະ ຂັບ​ແທນ​ທັນ​ສະ​ໄໝ. ຂັບ​ແທນ​ແມ່ນ​ອີງ​ຕາມ​ຫຼັກການ​ລວມ, ​ແລະ ແຕ່​ລະ​ພິທີ​ຢ່າງ​ເໝາະ​ສົມ“.

        ​ໂດຍ​ຜ່ານ​ວິວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ຂັບ​ແທນ​ໄດ້​ກາຍ​ເປັນຮູບ​ການ​ຂັບ​ຮ້ອງ​ພື້ນ​ເມືອງ, ​ເລົ່າ​ເລື່ອງ​ເຊື່ອ​ຖື​ດ້ວຍ​ດົນຕີ, ທັງ​ມີ​ປັດ​ໄຈ​ດ້ານ​ຈິດ​ວີນຍານ, ທັງ​ມີ​ປັກ​ໄຈ​ສິລະ​ປະວັດ​ທະນະ​ທຳ. ສິລະ​ປະ​ຂັບ​ແທນ​ແມ່ນ​ການ​ສັງ​ລວມສິລະ​ປະ ​ແລະ ຮີດຄອງ​ປະ​ເພນີ​ຫຼາຍ​ຢ່າງ​ເຊັ່ນ: ຂັບ​ຮ້ອງ, ຟ້ອນ​ລຳ, ດົນ​ດີ... ກ່ຽວ​ກັບທາງ​ດ້ານ​ສາສະໜາ, ຊາວ​ເຜົ່າ​ນຸ່ງ​ເຊື່ອ​ວ່າ: ພິທີ​ແທນ ​ແລະ ຂັບ​ແທນ​ມີ​ຄວາມ​ສາມາດ​ປິ່ນປົວ​ພະຍາດ, ນຳ​ເອົາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ຄວາມ​ປະ​ເອີ​ບ​ໃຈ​ມາໃຫ້​​ປະຊາຊົນ. ກ່ຽວ​ກັບທາງ​ດ້ານສິລະ​ປະ, ຂັບ​ແທນ​ຕິດ​ພັນ​ກັບ​ຮູບ​ພາບ​ພິນ​ຕິ໋ນ, ກາຍ​ເປັນ​ສີສັນ​ວັດທະນະທຳ​ຂອງ​ປະຊາ​ຄົມ​ຊາວເຜົ່າ​ສ່ວນ​ໜ້ອຍ.

ພິທີຂັບແທນທີ່ເປັນເອກະລັກສະເພາະຂອງຊາວເຜົ່ານຸ່ງ - ảnh 2
ຂັບ​ແທນ (ຍັງ​ເອີ້ນ​ວ່າ​ເຫຼົາ​ແທນ) ​ແມ່ນປະ​ເພດ​ດົນຕີ​ແຫ່ງ​
ຄວາມ​ເຊື່ອ​ຖື​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ເຜົ່າ​ ນຸ່ງ
(ພາບອິນເຕີເນັດ)

        ພາຍຫຼັງ​ດົນຕີ, ​ຂັບ​ແທນ​ອະມະຕະ​ຂອງຊາວ​ເຜົ່າ​ນຸ່ງ​ສ່ອງ​ແສງ​ໃຫ້​ເຫັນ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ທຸກ​ດ້ານ, ນັບ​ທັງປະຫວັດສາດ ​ແລະ ປະ​ເພນີ​ໃນ​ການ​ດຳ​ເນີນ​ຊີວິດ. ປະຈຸ​ບັນ, ສິລະ​ປະ​ຂັບ​ແທນ ​ໄດ້​ຂະຫຍາຍ​ອອກຢ່າງ​ກວ້າງຂວາງ​ໃນ​ທົ່ວ​ວົງ​ຄະນາ​ຍາດ, ກາຍ​ເປັນ​ຊັບ​ສົມບັດ​ດົນຕີ​​ອັນລຳ້ຄ່າ​ໃນ​ສາງ​ສິລະ​ປະວັດ​ທະນະ​ທຳ​ຂອງ​ບັນດາ​ເຜົ່າ ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂັບ​ແທນ​ໃນ​ແຕ່ລະ​ເຂດ​ກໍ່​ມີ​ທຳນອງ​ທີ່​ແຕກຕ່າງ​ກັນ. ​ແຕ່​ເວົ້າ​ລວມ​ແລ້ວ​ວິທີ​ຂັບ​ແທນ​ເຕັມ​ໄປ​ດ້ວຍ​ອາລົ​ມຈິດ ​ແລະ ສ້າງ​ຄວາມດຶງ​ດູດ​ໃຫ້​ແກ່ຜູ້​ຟັງ.

​ເທບ​ສຽງ​ປະກອບ

        ​ເມື່ອ​ໄປ​ຢ້ຽມຢາມ​ແຕ່ລະ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ນຸ່ງ​ໃນ​ແຂວງ ລ້າງ​ເຊີນ, ຢູ່​ບ່ອນ​ໃດ​ທ່ານ​ກໍ່​ສາມາດ​ຮັບ​ຟັງ​ບັນດາ​ທຳນອງ​ເພງຂັບ​​ແທນ​ທີ່​ເປັນ​ມູນ​ເຊື້ອ. ​ທາມ​ກາງ​ຄວາມ​ງາມ​ຂອງ​ເຂດ​ພູຜາ​ປ່າ​ໄມ້ ຫວຽດບັກ, ສຽງ​ພິນ​ຕິ໋ນ, ສຽງ​ຂັບ​ແທນ​ຂອງ​ຊາວ​ເຜົ່າ​ເຈືອ​ຈານ​ພ້ອມ​ກັບ​ສຽງ​ລົດ​ຜັດ, ສຽງ​ຊຸນ​ລະມຸນ​ຂອງ​ໃບ​ໄມ້​ໃນ​ປ່າ... ຍິ່ງ​​ເຮັດ​ໃຫ້ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ຊົນ​ເຜົ່າ​ນຸ່ງ​ມີ​ຄວາມ​ງາມ​ຕື່ມ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ