ພິທີບູຊາເທວະດາປ່າ ແລະ ປະເພນີຮັກສາປ່າຂອງຊົນເຜົ່າປູແປ໋ວ

ພິທີບູຊາເທວະດາປ່າ ແລະ ປະເພນີຮັກສາປ່າຂອງຊົນເຜົ່າປູແປ໋ວ - ảnh 1
ພິທີບູຊາເທວະດາປ່າ ແລະ ປະເພນີຮັກສາປ່າຂອງຊົນເຜົ່າປູແປ໋ວ
(ພາບ: ulichhagiang.vn)

(vovworld) - ສຳລັບ​ຊາວ​ເຜົ່າ​ປູ​ແປ໋ວ,ປ່າ​ບໍ່​ພຽງ​ແຕ່ຕິດ​ພັນ​ກັບ​ຊີວິດ​ທາງ​ດ້ານ​ວັດຖຸ​ເທົ່າ​ນັ້ນ, ຫາກ​ຍັງ​ຕິດ​ພັນ​ກັບ​ຊີວິດ​ທາງ​ດ້ານ​ຈິດ​ໃຈ, ຈິດ​ວີນຍານ​ອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ​ປີ​ໃດຊາວ​ເຜົ່າ​ປູ​ແປ໋ວ ກໍ່​ຈັດ​ຕັ້ງພິທີ​ບູຊາ​ເທວະ​ດາ​ປ່າ, ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ​​ເພື່ອໃຫ້​ການ​ປູກຝັງ ​ແລະ ລ້ຽງສັດ​ໄດ້​ຮັບ​ຜົນ​ດີ.​

        ພິທີ​ບູຊາ​ປ່າ​ຂອງ​ຊາວ​ເຜົ່າ​ ປູ​ແປ໋ວ ​ແມ່ນ​ງານ​ບຸນ​ທີ່​ມີ​ມາ​ແຕ່​ບູຮານ, ​ເຊິ່ງ​ໄດ້​ຄົງ​ຕົວ ​ແລະ ພັດທະນາ​ພ້ອມ​ກັບຊາວ​ເຜົ່າ​ ປູ​ແປ໋ວຫຼາຍ​ລຸ້ນຄົນ. ງານ​ບຸນ​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ການ​ເຊື່ອ​ຖື​ທີ່​ຕິດ​ພັນ​ກັບ​ຊີວິດ​ຂອງ​​ເຂົາ​ເຈົ້າ. ຕາມ​ທັດສະນະ​ມາ​ແຕ່​ບູຮານ​ແລ້ວ, ​ໂລກ​ແຫ່ງຈິດ​ວີນຍານ​ຂອງຊາວ​ເຜົ່າ​ປູ​ແປ໋ວ ມີ​ບັນດາ​ເທວະ​ດາ​ຄື: ​ເທວະ​ດາ​ຫ້ວຍ, ​ເທວະ​ດາ​ແມ່​ນ້ຳ, ​ເທວະ​ດາ​ພູ, ​ເທວະ​ດາ​ປ່າ...ຍ້ອນ​ເຫດ​ນັ້ນ, ຊາວ​ເຜົ່າ​ ປູ​ແປ໋ວ ຈຶ່ງ​ຈັດ​ພິທີ​ບູຊາ ​ແລະ ງານ​ບຸນ​ຕ່າງໆ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ບັນດາ​ເທວະ​ດາ​​ທີ່​ໄດ້​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໃນ​ການ​ດຳລົງ​ຊີວິດ. ທ່ານ ລື​ວ​ເຊິ່ນ​ວ້ານ, ສະມາ​ຊິກ​ໜ່ວຍ​ສະ​ສົມ, ຄົ້ນ​ຄ້ວາ​ວັດທະນະທຳ​ບັນດາ​ເຜົ່າ​ແຂວງ ຮ່າ​ຢາງ, ​ໃຫ້​ຮູ້​ວ່າ: ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ, ​ການເຄົາລົບ, ປົກ​ປັກ​ຮັກສາ​ທຳ​ມະ​ຊາດ, ຖື​ປ່າ​ເປັນ​ເພື່ອນ, ຕິດ​ພັນ​ກັບ​ປ່າ ​ແລະ ປົກ​ປັກ​ຮັກສາ​ປ່າ ​ແມ່ນ​ທັດສະນະ​ມາ​ແຕ່​ດົນ​ນານ​ຂອງຊາວ​ເຜົ່າ​ ປູ​ແປ໋ວ. ຊາວ​ເຜົ່າ​ ປູ​ແປ໋ວ ດຳລົງ​ຊີວິດຢູ່​ບ່ອນ​ໃດ​, ປ່າ​ຢູ່​ບ່ອນ​ນັ້ນ​ກໍ່​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ດີ​ທີ່​ສຸດ. ​ເພາະ​ເຂົາ​ເຈົ້າ​ຖືວ່າ, ​ເມື່ອ​ປ່າ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ຈະ​ມີ​ນຳ້​ເພື່ອ​ເຮັດ​ນາ, ມີ​ໄມ້​ເພື່ອ​ປຸກ​ສ້າງ​ເຮືອນ.

        “ຊາວ​ເຜົ່າ​ ປູ​ແປ໋ວ ບໍ່​ກໍ່ສ້າງ​ວັດວາອາ​ຮາມ​ຄື​ຊາວ​ກິ​ງ ຫຼື​ຊົນ​ເຜົ່າ​ອື່ນໆ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງມີ​ທັດສະນະ​ວ່າ, ​ເທ​ວະ​ດາ​​ເປັນ​ຜູ້​ກູ້​ຊ່ວຍ​ເຂົາ​ເຈົ້າ​ເມື່ອ​ຖືກ​ເຈັບ​ເປັນ, ຖືກ​ສົງຄາມ. ປະ​ເພນີ​ບູຊາ​ປ່າ​ເພື່ອ​ພາວະນາ​ຂໍ​ໃຫ້​ມີ​ສຸຂະພາບ​ເຂັ້ມ​ແຂງ, ການທຳ​ມາ​ຫາ​ກິນ​ ​ແລະ ການ​ປູກຝັງໄດ້​ຮັບ​ຜົນ​ດີ, ກໍ່​ຄືບໍ່​ຖືກສັດ​ຮ້າຍ​ທຳລາຍ“.

        ພິທີ​ບູຊາ​ເທວະ​ດາ​ປ່າ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 6/6 ​ໄລ່​ຕາມ​ຈັນທະ​ປະຕິທິນ, ​ເພາະຊາວ​ເຜົ່າ​ ປູ​ແປ໋ວ ຖື​ວ່າ, ນີ້​ແມ່ນ​ວັນ​ສະອາດ​ກວ່າ​ໝູ່​ໃນ​ປີ, ທັງ​ດິນ, ຟ້າ​ລ້ວນ​ແຕ່​ມີ​ສັກສິດ. ພິທີ​ບູຊາ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລອບ​ຄອບ ​ແລະ ຄອບຄົວ​ໃດ​ກໍ່​ມີ​ເຄື່ອງ​ຂອງ​ບູຊາ​ຂອງ​ຕົນ. ທ່ານ ຈ໋າງມິ່ນຢີວ, ຊາວ​ເຜົ່າ​ ປູ​ແປ໋ວ, ຢູ່​ຕາ​ແສງ ສຸ່ງ​ຈ໋າງ, ​ເມືອງ ອຽນ​ມິ​ງ, ​ໃຫ້​ຮູ້​ວ່າ:

        ​“ທຸກ​ຄອບຄົວໃນ​ບ້ານພ້ອມ​ກັນ​ຊື້​ແບ້, ​ໄກ່, ​ເຂົ້າ, ​ເຫຼົ້າມາ​ຈັດ​ພິທີ​ບູຊາ. ​ເຮົາ​ກິນ, ດື່ມ​ອັນ​ໃດ​ກໍ່​ກະກຽມ​ອັນ​ນັ້ນ​ເພື່ອ​ບູຊາ​ເທວະ​ດາ​ປ່າ“.

        ຮອດ​ວັນ​ຈັດ​ພິທີບູຊາ, ຄອບຄົວ​ໃດ​ກໍ່​ຈັດ​ໃຫ້​ຜູ້​ໜຶ່ງ​ນຳ​ເອົາ​ເຄື່ອງ​ຂອງ​ບູຊາ​ເຖິງ​ບ່ອນ​ທຳ​ພິທີ. ໝໍ​ຜີ​ແມ່ນ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ, ​ໄດ້ຮັບ​ຄວາມ​ນັບຖື​ຈາກ​ປະຊາຊົນ. ກ່ອນ​ທີ່​ດຳ​ເນີນ​ພິທີ, ​ເຄື່ອງ​ຂອງ​ບູຊາ​ຖືກ​ຈັດວາງ​ເທິງ​ໃບ​ກ້ວຍປ່າ, ​ແທ່ນ​ບູຊາ​ເຮັດ​ດ້ວຍ​ຕົ້ນ​ຫວາຍ​ສີຂຽວ, ສູງ​ເກືອບ 2 ​ແມັດ, ໜ້າ​ມຸ່ງ​ໄປ​ສູ່​ຈອມ​ພູ​ສູງ. ພິທີ​ບູຊາ​ຖືກ​ດຳ​ເນີນ​ຜ່ານ 4 ບາດກ້າວ. ​ເຄື່ອງ​ຂອງຖະຫວາຍບູຊາ​ເທວະ​ດາ​ປ່າ​ລວມມີ​ແບ້ 1 ​ໂຕ, ​ໄກ່ 2 ​ໂຕ, ​ເຂົ້າໜຽວ 20 ຕອນ, ສ່ວນ​ໜຶ່ງ​ແມ່ນ​ຈັດ​ວາງ​​ເທິງ​ແທ່ນ​ບູຊາ, ສ່ວນ​ໜຶ່ງ​ແມ່ນວາງ​ຢູ່​ໃຕ້. ຕໍ່​ມາ, ​ເຂົາ​ເຈົ້າ​ຈະ​ນຳ​ເອົາ​ຊີ້ນ​ສັດ​ຖະຫວາຍ​ບູຊາ​ເທື່ອ​ທີ​ສອງ ​ແລະ ບາດກ້າວ​ທີ​ສາມ​ແມ່ນ​ຕົ້ມ​ໃຫ້​ສຸກ​​ເພື່ອສືບ​ຕໍ່​ຖະຫວາຍເທວະ​ດາ​ປ່າ.

​ເທບ​ສຽງ​ປະກອບ

        ຄຳ​ສວດ​ມົນ​ໃນ​ພິທີ​ບູຊາ​ເທວະ​ດາ​ປ່າ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື ​​ຂອງ​ປະຊາຊົນທີ່​ມີ​ຕໍ່ເທວະ​ດາ​ປ່າ, ​ເທວະ​ດາ​ຟ້າ​ແຖນ, ​ເທວະ​ດາ​ນຳ້ ​ແລະ ​ເຊີນ​ເທວະ​ດາ​ທັງ​ໝົດມາ​ເປັນ​ສັກຂີ​ພິຍານພິທີ​ບູຊາ ​ເພື່ອບັນດານ​ໃຫ້​ມະນຸດ​ມີ​ສຸຂະພາບ​ເຂັ້ມ​ແຂງ, ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ​​ໃຫ້​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ ແລະ ປ່າ​ນັ້ບມື້​ນັບ​ຂຽວ​ສົດ​ງົດ​ງາມ​ເພື່ອ​ອຸ້ມ​ຊູ​ຊ່ວຍ​ເຫຼືອໃຫ້​ມະນຸດ. ພໍ່​ແມ່​ປະຊາຊົນ​ໃນ​ບ້ານ​ກໍ່​ສາບານ​ຕົວຈະ​ຮັກສາ​ປ່າ​ໃຫ້​ດີ, ຜູ້​ໄດ​ລ່າ​ເນື້ອ​ຍິງ​ສັດ ຫຼື​ຕັດ​ໄມ້​ໃນ​ປ່າ​ຈະຖືກ​ເທວະ​ດາ​ປ່າ​ລົງ​ໂທດ. ພາຍຫຼັງ​ພິທີບູຊາ, ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ​ແລະ ຊາວບ້ານ​ກໍ່​ພາກັນ​ໄປ​ຍັງບ່ອນ​ທີ່​ມີ​ຕົ້ນ​ໄມ້​ແກ່, ​ສູງ ​ແລະ ​ໃຫຍ່​ສຸດ​ໃນ​ປ່າ ​ເພື່ອ​ຈູດ​ທູບ​ທຽນ, ລາຍ​ງານ​ກັບ​ເທວະ​ດາ​ປ່າ​ວ່າ, ພິທີ​ບູຊາ​ໄດ້​ສຳ​ເລັດ​ແລ້ວ. ຫຼັງ​ຈາກ​ນັ້ນ, ໝໍ​ຜີ​ກໍ່ຂໍ​ເທວະ​ດາ​ປ່າ​ຕົ້ນ​ໄມ້​ນ້ອຍ​ຈຳນວນ​ໜຶ່ງ ​ເພື່ອ​ໃຫ້​ປະຊາຊົນ​ຊາວ​ເຜົ່າ​ປູ​ແປ໋ວ ປູກ​ໃນ​ເຂດ​ດິນ​ເປົ່າ​ຫວ່າງ. ທ່ານ ດັ້ງ​ຫງູ​ຮຽບ, ປະທານ​ຕາ​ແສງ ​ໂຟ໋ລ່າ, ​ເມືອງ​ ດົ່ງ​ວັນ, ​ໃຫ້​ຮູ້​ວ່າ:

        “ພິທີ​ບູຊາ​ເທວະ​ດາ​ປ່າ ​ໄດ້​ຊ່ວຍ​ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ປູ​ແປ໋ວ ​​ໄວ້ໃຫ້​ລຸ້ນໜຸ່ມ​ສືບ​ທອດ. ພາຍຫຼັງ​ພິທີ​ບູຊາ​ໃນ​ຕອນ​ເຊົ້າ, ຈະ​ດຳ​ເນີນ​ງານ​ບຸນ​ດ້ວຍ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຕ່າງໆ, ສິ່ງ​ດັ່ງກ່າວ​ໄດ້ປະກອບສ່ວນ​ຮັກສາ​ບັນດາ​ມໍລະດົກ​ວັດທະນະທຳ ​ເຊິ່ງລຸ້ນກ່ອນ​ໄດ້​ປະ​ໄວ້“.

        ພິທີ​ບູຊາ​ດຳ​ເນີນ​ໃນ 1 ວັນ, ດ້ວຍ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ, ​ສາມັກຄີ​ຂອງ​ບັນດາ​ເຜົ່າ​ໃນ​ຕາ​ແສງ. ນອກ​ນັ້ນ​ຍັງ​ມີ​ລາຍການ​ຟ້ອນ​ລຳບັນດາ​ທຳນອງ​ເພງ​ພື້ນ​ເມືອງ, ຂັບ​ກ່ຽວ​ກັນ, ສະ​ແດງ​ໃຫ້​ເຫັນ​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ເຜົ່າ​ປູ​ແປ໋ວ. ​ເອື້ອຍ ກຸງ​ທິ​ໄມ, ບ້ານ ຈຸ໋ງຈາ​ຍ, ຕາ​ແສງ ​ໂຟ໋ລ່າ, ​ເມືອງ​ດົ່ງ​ວັນ, ​ແບ່ງປັນ​ວ່າ:

        “​​ເມື່ອ​ເຂົ້າ​ຮ່ວມ​ງານ​ບຸນ​, ຂ້າພະ​ເຈົ້າ​ຮູ້​ສຶກມ່ວນຊື່ນ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ຮີດຄອງ​ປະ​ເພນີ​ຂອງຊົນ​ເຜົ່າຕົນ“.

        ບໍ່​ພຽງ​ແຕ່​ມີ​ປັດ​ໃຈ​ດ້ານ​ຈິດ​ວີນຍານ​ເທົ່າ​ນັ້ນ, ພິທີ​ບູຊາ​ເທວະ​ດາ​ປ່າ ຍັງ​ເປັນ​ການ​ຕັກ​ເຕືອນ​ໃຫ້​ທຸກ​ຄົນ​ຈົ່ງ​ປົກ​ປັກ​ຮັກສາ​ປ່າ ກໍ່​ຄື​ຮັກສາ​ຄວາມ​ງາມ​ທຳ​ມະ​ຊາດ​ຂອງ​ເຂດ​ພູ​ຫີນ ຮ່າ​ຢາງ ​ໄວ້. ພິທີ​ບູຊາ​ຍັງ​ຢືນຢັນ​ບົດບາດ, ທີ່​ຕັ້ງ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ ທີ່​ຍາມ​ໃດ​ກໍ່​ເຊື່ອມ​ໂຍງ ​​ແລະ ຕິດ​ພັນ​ກັບ​ທຳ​ມະ​ຊາດ​ອີກ​ດ້ວຍ.

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ