ພິທີເກິບສັກຂອງຊາວເຜົ່າຢ້າວເຄົາ

(vovworld) - ​ໃນ​ການ​ເຄື່ອນ​ໄ​ຫວວັດທະນະທຳ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ, ພິທີ​ເກິ​ບສັກ (ຮັບຮອງ​​ຜູ້​ຊາຍ​ໄດ້​ເຕີບ​ໃຫຍ່) ​ຖືກຖື​ວ່າ​ແມ່ນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ຢ້າ​ວ. ພິ​ເສດ​, ສຳລັບຊາວ​ເຜົ່າ​ຢ້າ​ວ​ເຄົາ (ທີ່​ຂຶ້ນ​ກັບ​ຊົນ​ເຜົ່າ​ຢ້າ​ວ) ​ແລ້ວຜູ້​ໃດ​ບໍ່​ທັນ​ໄດ້​​ເກິ​ບສັກ, ​ເມື່ອ​ຕາຍ​ໄປ​ແລ້ວ, ວີນຍານ​ຈະ​ບໍ່​ໄດ້​ເຕົ້າ​ໂຮມ​ກັບ​ບັນພະບຸລຸດ, ບໍ່​ໄດ້​ຮັບຮອງ​ວ່າ​ແມ່ນ​ລູກ​ຫຼານ​ຂອງ​ປະຊາ​ຄົມ. ຖ້າ​ຫາກຜູ້​ຊາຍມີ​ອາຍຸ​ສູງ​ແລ້ວ, ​ແຕ່​ບໍ່​ທັນ​ໄດ້​ເກິ​ບສັກ​ກໍ່ຖືກ​ຖື​ວ່າ​ບໍ່​ທັນ​ເຕີບ​ໃຫຍ່, ບໍ່​ທັນ​ມີຖານະບຸກຄົນຢ່າງ​ພຽງພໍ​ເພື່ອ​ທຳ​ພິທີ​ບູຊາ ​ແລະ ​ເຂົ້າ​ຮ່ວມ​ວຽກ​ງານ​ຕ່າງໆ​ໃນ​ໝູ່​ບ້ານ.

ພິທີເກິບສັກຂອງຊາວເຜົ່າຢ້າວເຄົາ - ảnh 1)

ພິທີເກິບສັກຂອງຊາວເຜົ່າຢ້າວ

(ພາບ: ອິນເຕີແນດ)

        ຜູ້​ຊາຍ​ຊາວ​ເຜົ່າ​ຢ້າ​ວ, ​ເມື່ອ​ກຳ​ເນີ​ດ, ​ເຕີບ​ໃຫຍ່ ​ແລະ ​ເສຍ​ຊີວິດລ້ວນ​ແຕ່​ຕ້ອງ​ຜ່ານ​ພິທີ​ເກິ​ບສັກ. ພິ​ເສດ​, ​ສຳລັບ​ຊົນ​ເຜົ່າ​ຢ້າ​ວ​​ເຄົາ, ຖ້າ​ບໍ່​ຜ່ານ​ພິທີ​ນີ້, ຜູ້​ຊາຍ​ຍາກ​ທີ່​ຈະ​ເອົາ​ເມຍ​ໄດ້. ​ເກິ​ບສັກ​ແມ່ນ​ພິທີ​ສຳຄັນ​ກວ່າ​ໝູ່​ໃນ​ຊີວິດ​ຂອງ​ຜູ້​ຊາຍ​ຊົນເຜົ່າ​ຢ້າ​ວ​ເຄົາ​ແຕ່ລະຄົນ. ​ເກິ​ບສັກ​​ເປັນ​ການ​ຢັ້ງຢືນ​ການ​ເຕີບ​ໃຫຍ່​ຂອງ​ຜູ້​ໜຶ່ງ ກໍ່​ຄື​ຢັ້ງຢືນ​ບົດບາດ​ຂອງ​ຜູ້​ນັ້ນ​ໃນ​ປະຊາ​ຄົມ ​ແລະ ສັງຄົມ. ມີ​ບາງ​ຊົນ​ເຜົ່າ​ຄື​ເຜົ່າ​ເມື່ອ​ງ, ​ໄຕ, ຊ໋ານ​ໄຈ ກໍ່​ມີ​ພິທີ​ເກິມ​ສັກ, ​ແຕ່​ເຂົາ​ເຈົ້າ​ພຽງ​ແຕ່​ເກິ​ບສັກ​ໃຫ້​ຜູ້​ທີ່​ຢາກ​ເປັນ​ໝໍ​ຜີ​ເທົ່າ​ນັ້ນ, ສ່ວນ​ສຳລັບ​ຊາວ​ເຜົ່າ​ຢ້າ​ວມັນ​ແມ່ນ​ການ​ເຄື່ອນ​ໄຫວ​ພິ​ເສດເຊິ່ງຜູ້​ຊາຍຄົນ​ໃດ​ກໍ່​ຕ້ອງ​ປະຕິບັດ. ຖ້າ​ຫາກ​ຊາວ​ເຜົ່າ​ຢ້າ​ວ​ແດງ, ຈັດພິທີ​ເກິ​ບສັກ​ໃຫ້​ຜູ້​ຊາຍ​ທີ່ມີອາຍຸ​ 12 – 30 ປີ; ຊາວ​ເຜົ່າ​ຢ້າ​ວ​ເສື້ອ​ຍາວ​​ເກິ​ບສັກ​ໃຫ້​ຜູ້​ຊາຍທີ່ອາຍຸ​ແຕ່ 11 – 19 ປີນັ້ນ, ຜູ້​ຊາຍຊາວ​ເຜົ່າ​ຢ້າ​ວ​ເຄົາ​​​ພັດ​ຈັດພິທີ​ເກິ​ບສັກ​ໃຫ້​ຜູ້​ຊາຍ​ທີ່​ມີອາຍຸ​ແຕ່ 11 – 12 ປີ. ອ້າຍ ​ເຕິ໋ນລາ​ອູ, ພະນັກງານ​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ລາຍ​ເຈົາ, ​ໃຫ້​ຮູ້​ວ່າ:

        “ຄອບຄົວ​​ໃດມີ​ລູກ​ຊາຍ​ອາຍຸ​ແຕ່ 11 – 12 ປີ, ຖ້າ​ມີ​ເງື່ອນ​ໄຂ​ຈະ​ຈັດ​ພິທີ​​ເກິ​ບສັກ​​ເພື່ອໃຫ້ຜູ້​ຊາຍ​ຄົນນັ້ນ​ສາມາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທຸກ​ດ້ານ​ໃນ​ສັງຄົມ​ກໍ່​ຄື​ໃນ​ປະຊາ​ຄົມ​ຊາວ​ເຜົ່າ​ຢ້າ​ວ​ໄດ້. ຖ້າ​ບໍ່​ຈັດ​ຕັ້ງ, ​ເມື່ອ​ເສຍ​ຊີວິດ​ຈະ​ບໍ່​ໄດ້​ເຕົ້າ​ໂຮມ​ກັບ​ບັນພະບຸລຸດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ພິທີ​ງານ​ສົບ​ຊາວບ້ານ​ກໍ່ຈັດ​ພິທີ​ເກິ​ບສັກ​​ແບບ​ງ່າຍດາຍໃຫ້​​ແກ່ຜູ້​ນັ້ນ“.

ພິທີເກິບສັກຂອງຊາວເຜົ່າຢ້າວເຄົາ - ảnh 2

ພິທີເກິບສັກຂອງຊາວເຜົ່າຢ້າວເຄົາ

(ພາບ: ອິນເຕີແນດ)

        ​ໂດຍ​ຕ່າງ​ກັບ​ຊາວ​ເຜົ່າ​ຢ້າ​ວຕ່ຽນຢູ່​ກາວ​ບັ່ງ, ພຽງ​ແຕ່​ເກິ​ບສັກ​ໃຫ້​ຜູ້​ຊາຍ​ທີ່ມີ​ເມຍ​ແລ້ວນັ້ນ, ຊາວ​ເຜົ່າ​ຢ້າ​ວ​ເຄົາພັດເກິ​ບສັກ​ໃຫ້​ແກ່​ຜູ້​ບໍ່​ທັນ​ມີ​ເມຍ​ເທົ່າ​ນັ້ນ, ຖ້າ​ບໍ່​ໄດ້​ເກິ​ບສັກ, ຜູ້ຍິງ​ບໍ່​​ເອົາ​ເປັນ​ຜົວ. ທ່ານ ​ເຕິ​ນກິມຟູ, ຢູ່​ຄຸ້ມ​ຖະໜົນ 6, ​ເທດສະບານ​ສິ່ນ​ໂຮ່, ​ເມືອງ​ສິ່ນ​ໂຮ່, ​ແຂວງ​ລາຍ​ເຈົາ, ​ໃຫ້​ຮູ້​ວ່າ:

        “ນັ້ນ​ແມ່ນ​ສາຍ​ເຫດ​ທີ່​ບັງຄັບ​ໃຫ້​ຜູ້​ຊາຍ​ຕ້ອງ​ໄດ້​ເກິ​ບສັກ. ​ໃນ​ພິທີ​ເກິ​ບສັກ, ຖ້າ​ຜູ້​ໃດ​ເກັ່ງ​ກ້າສາມາດ​, ​ແລະ ຢາກເປັນ​ໝໍ​ຜີ​ຈະ​ໄດ້​ເກິ​ບສັກ​ໝໍ​ຜີ​ເລີຍ. ​ເຖິງ​ວ່າ​ຈະ​​​ເປັນ​ຄົນ​ເກັ່ງ​ກ້າ, ມີ​ລະດັບ​ຄວາມ​ຮູ້​​ແຕ່​ບໍ່​ທັນ​ໄດ້​ເກິບສັກ, ຊາຍ​ຄົນ​ນັ້ນຈະບໍ່​ໄດ້​ທຳ​ພິທີ​ບູຊາ, ບໍ່​ໄດ້​ເອົາ​ເມຍ ​ແລະ ຖືກ​ຖື​ວ່າ​ແມ່ນ​ເດັກນ້ອຍ​ຍັງ​ບໍ່​ທັນ​ເຕີບ​ໃຫຍ່“.

        ມື້​ຈັດ​​ພິທີ​ເກິ​ບສັກ​ກໍ່​ແມ່ນ​ວັນ​ບຸນ​ຂອງ​ປະຊາ​ຄົມ​ຊາວ​ເຜົ່າ​ຢ້າ​ວ. ມື້​ນັ້ນ​ທັງ​ໝູ່​ບ້ານ​ພ້ອມ​ກັບ​ຄອບຄົວ​ເປັນ​ສັກຂີ​ພິຍານ ​ແລະ ອວຍພອນ​ຄອບຄົວ​ທີ່​ມີ​ລູກ​ຊາຍ​ໄດ້​ເກິ​ບສັກ. ຍ້ອນ​ເຫດ​ນັ້ນ​ພິທີ​ເກິ​ບສັກ​ຕ້ອງ​​ເສຍ​ເງິນ​ຫຼາຍ. ຄອບຄົວຈັດ​ພິທີ​​ຕ້ອງ​ກະກຽມ​ເຄື່ອງ​ຂອງບູຊາ​ກ່ອນ​ນັ້ນ​ແຕ່ 2 ​ເຖິງ 3 ປີ. ທ່ານ ​ເຈິ່ນກິມຟູ, ​ໃຫ້​ຮູ້​ວ່າ:

        “ຄອບຄົວ​ຕ້ອງ​ກະກຽມ​ທັນ​ຍາ​ຫານ, ສະບຽງ​ອາຫານ​ຫຼາຍ, ວັນ​ບຸນ​ເກິ​ບສັກ​ປຽບ​ເໝືອນ​ວັນ​ບຸນ​ຂອງ​ໝູ່​ບ້ານ​, ​ໃນ​ວັນ​ບຸນ​ຈະ​ດຳ​ເນີນ​ຫຼາຍ​ພິທີ​ພ້ອມ​ກັນ. ​ເຂົາ​ເຈົ້າ​ຕ້ອງ​ຄັດ​ເລືອກ​ມື້​ສັນ​ວັນ​ດີ, ຕ້ອງ​ມີ​ໝູ​ນັບ​ສິບ​ໂຕ​ເພື່ອ​ເຊີນ​ໝໍ​ຜີ​ມາ​ສວດ. ຍ້ອນ​ນີ້ແມ່ນ​ພິທີ​ງານ​ບຸນ​ຂອງ​ປະຊາ​ຄົມ​ໃນ​ໝູ່​ບ້ານ, ເຂົາ​ເຈົ້າ​ຈຶ່ງ​ກິນ​ດື່ມ​ໃນ​ຕະຫຼອດ 2, 3 ວັນ“.

ພິທີເກິບສັກຂອງຊາວເຜົ່າຢ້າວເຄົາ - ảnh 3

ພິທີເກິບສັກຂອງຊາວເຜົ່າຢ້າວເຄົາ

(ພາບ: ອິນເຕີແນດ)

        ​ກ່ອນ​ຈັດ​ພິທີ, ຜູ້​ຊາຍ​ຊາວ​ເຜົ່າ​ຢ້າ​ວ​ເຄົາ​ຕ້ອງ​ອາບ​ນຳ້​ອາບ​ໃນ​ຢ່າງ​ສະອາດ, ຕ້ອງ​ເຮັດ​ວຽກ​ງານ​ກຸສົນ, ບໍ່​ໄດ້​ກິນ​ຊີ້ນ​ໝາ, ບໍ່​ໄດ້​ຮ່ວມ​ສຳພັນ​ທາງ​ເພດ, ບໍ່​ໄດ້​ຂ້າ​ສັດ, ບໍ່​ພຽງ​ແຕ່​ຜູ້​ໄດ້​ເກິ​ບສັກ​ເທົ່າ​ນັ້ນ, ຫາກ​ບັນດາ​ຜູ້​ເຂົ້າ​ຮ່ວມ​ງານ​ບຸນ​ກໍ່​ບໍ່​ໄດ້​ລະ​ເມີດຂໍ້​ກຳນົດ​ດັ່ງກ່າວ. ທ່ານ​ເຕິ​ນກິມຟູ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ຜູ້​ທີ່​ເຂົ້າ​ຮ່ວມ​ພິທີ​ທຸກ​ຄົນ, ນັບ​ທັງ​ຜູ້ຍິງ ​ແລະ ຜູ້​ຊາຍ, ກ່ອນ​ຈະ​ເຂົ້າ​ຮ່ວມ​ພິທີ​ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດ. ຜູ້​ໃດ​ມີ​ຜົວ​ມີ​ເມຍ​ແລ້ວ​ກໍ່​ບໍ່​ໄດ້​ນອນ​ນຳ​ກັນ, ບໍ່​ໄດ້​ຮ້າຍ​ດ່າ​ກັນ, ຕ້ອງ​ກິນ​ຢູ່​ຄື​ດັ່ງ​ຜູ້​ລຳບາກເພື່ອ​ຜ່ານຄວາມ​ຫຍຸ້ງຍາກ, ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈຶ່ງ​ກາຍ​ເປັນ​ພົນລະ​ເມືອງ​ຢ່າງ​ເປັນ​ທາງ​ການ“.

ພິທີເກິບສັກຂອງຊາວເຜົ່າຢ້າວເຄົາ - ảnh 4

ພິທີເກິບສັກຂອງຊາວເຜົ່າຢ້າວແດງ

(ພາບ: ອິນເຕີແນດ)

        ພິທີ​ເກິ​ບສັກ​ດຳ​ເນີນ​ໃນ​ເວລາ 2, 3 ວັນ, ໝໍ​ຜີ​ຈະ​ສ້າງ​ເວທີ​ບູຊາ. ພາຍຫຼັງ​ໝໍ​ຜີ​ທຳ​ພິທີ​ແລ້ວ, ​ເຂົາ​ເຈົ້າ​ຈະ​ອຸ້ມຜູ້​ຊາຍຄົນ​ນັ້ນ​ຂຶ້ນ​​ເວທີແລ້ວ​ປ່ອຍ​ລົງ​ແຫ​ທີ່​ໄດ້​ກາງ​​ໄວ້​ກ່ອນ. ສິ່ງ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ການ​ເຕີບ​ໃຫຍ່, ກາຍ​ເປັນ​ພົນລະ​ເມືອງ​ຢ່າງ​ເປັນ​ທາງ​ການ​ຂອງ​ຊົນ​ເຜົ່າ​ຢ້າ​ວ​ເຄົາ.

        ພິທີ​ເກິ​ບສັກ​ຖືກ​ດຳ​ເນີນ​ດ້ວຍ​ວາດ​ຟ້ອນ​ຕ່າງໆ, ສະ​ແດງ​ໃຫ້​ເຫັນ​ບັນດາ​ຮູບ​ການ​ສິລະ​ປະຄື: ດົນຕີ, ຟ້ອນ​ໃນ​ປະ​ເພນີ​ເຄື່ອນ​ໄຫວ​ສາສະໜາ​ຂອງ​ທ້ອງ​ຖີ່​ນ, ທັງ​ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ທີ່​ເປັນ​ເອກະລັກສະ​ເພາະຂອງ​ຊາວ​ເຜົ່າ​ຢ້າ​ວ, ​ເຮັດ​ໃຫ້​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະຊາ​ຄົມ 54 ຊົນ​ເຜົ່າ​ຫວຽດນາມ​ອຸດົມສົມ​ບຸນ​ຍິ່ງ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ