ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ

(vovworld) - ຍາມ​ໃດບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ ກໍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຜູ້​ມັກ​ໄປ​ຄົ້ນ​ຫາ. ​ໃນ​ລາຍການ​ທ່ອງ​ທ່ຽວ​ພາກ​ນີ້ ພວກ​ເຮົາ​ຂໍ​ແນະນຳ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ເຂດ​ພູຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫຖານ​ພ້ອມ​ກັບ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ຫລາຍ​ແຫ່ງ ​ແລະ ບັນດາ​ຈຸດ​ວັດທະນະທຳ​​ທີ່​ມີຫລາຍ​ຮູບ​ຫລາຍ​ແບບ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ.

ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ - ảnh 1
ຮູບພາບຢູ່ເຂດຕາເວັນອອກສຽງເຫນືອ ຫວຽດນາມ
ພາບ:internet

        ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ເຊິ່ງນັກ​ທ່ອງ​ທ່ຽວ​ນິຍົມ​ກວ່າ​ໝູ່​ນັ້ນ​ແມ່ນ​ແຂວງ ຮ່າ​ຢາງ, ຕວຽນ​ກວາງ, ບັກ​ກ້ານ, ກາວ​ບັ່ງ… ​ເສັ້ນທາງ​ຄົດ​ໂຄ້ງ​ລະ​ອິດ​ລະ​ອ້ຽວ​ແລະ​ທຸລະກັນດານຢູ່ ​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ​​ໄດ້ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວມຮູ້ສຶກ​ວ່າຕົນ​ເອງພວມເຂົ້າ​ຮ່ວມລາຍການພະ​ຈົນ​ໄພ​​ຍາກ​ທີ່​ຈະຫລົງ​ລືມ​ໄດ້. ບັນດາ​ເສັ້ນທາງທີ່​ຄົດ​ລ້ຽວລະ​ອິດ​ລະ​ອ້ຽວ​​ອ້ອມ​ຮອບ​ເນີນ​ພູ​​ແມ່ນໜຶ່ງ​​ໃນ​ບັນດາ​ສາຍ​ເຫດທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເຂ​ດຕາ​ເວັນ​ອອກສຽງ​ເຫນືອ. ນາງ​ເຟືອງ​ຖາວ, ພະນັກ​ງານ​ສັງກັດບໍລິສັດ​ທ່ອງ​ທ່ຽວ​ສາກົນດວງ​ດາວ​ໃຫມ່​ໃຫ້​ຮູ້​ວ່າ:

        “ລາຍການ​ທ່ອງ​ທ່ຽວ​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ​ລວມມີ​ຫລາຍ​ແຂວງ, ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ຄວນ​ຍາດ​ເວລາ​ຫລາຍ​ມື້​ເພື່ອ​ໄປ​ຄົ້ນ​ຫາ. ​​​ເມື່ອ​ເຂົ້າ​ຮ່ວມ​ບັນດາລາຍການ​ທ່ອງ​ທ່ຽວ​ຢ້ຽມຢາມເຂດ​ຕາ​ເວັນ​ອອກສຽງ​ເຫນືອພາຍຫລັງ​ບຸນປີ​ໃຫມ່ ນັກທ່ອງທ່ຽວຈະໄດ້ຮັບ​ຊົມ​ດອກ​ໄມ້​ທຸກ​ຊະນິດທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດຄື​: ດອກ​ຄາຍ, ດອກບານ. ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​​ໃຈ​​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມລາຍການ​ທ່ອງ​ທ່ຽວ​ເຂດ​ຕາ​ເວັນ​ອອກສຽງ​ເຫນືອນັ້ນ​ແມ່ນ​ ເຂດ​ພູ​ພຽງ​ຫີນຮ່າ​ຢາງ, ຢູ່​ທີ່​ນີ້ ມີດ​ອກ​ໄມ້ 2 ຊະນິດທີ່​ສວຍ​ງາມ ​ແລະ ​ເຄີຍ​ເບັ່ງບານອອກ​ດອກ​​ໃນ​ເດືອນ 4. ນອກ​ນັ້ນ ​ເຂດ​ພູພຽງ​ຫີນ​ ຍັງ​ມີ​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ​ຫລາຍ​ແຫ່ງອີກ. ”

        ສິ່ງ​ທີ່​ສ້າງ​ຄວາມດູດ​ດື່ມ​ໃນ​ລາຍການ​ທ່ອງ​ທ່ຽວ​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ ນັ້ນ​ແມ່ນ​, ແຂວງ ຮ່າ​ຢາງ ດ້ວຍ​ບັນດາ​ທັດສະນີ​ຍະ​ພາບ​ຄື: ດົ່ງ​ວັນ, ​ແມ່ວວາກ, ຫລູງກູ. ​ເມື່ອ​ເວົ້າ​ເຖິງ​ຮ່າ​ຢາງ ​ແມ່ນ​ເວົ້າ​ເຖິງ ​ເຂດ​ພູ​ພຽງ​ຫີນ​ດົ່ງ​ວັນ. ​ໂດຍຕັ້ງ​ຢູ່ 4 ​ເມືອງ​​ໃນ​ແຂວງ​ຮ່າ​ຢາງຄື: ກວ໋ານບ້າ, ອຽນ​ມີນ, ​ແມ່ວວາກ, ​ເຂດ​ພູ​ພຽງ​ຫີນ​ດົ່ງ​ວັນ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ແມ່ນ​ສວນ​ທໍລະນີ​ສາດ​ຂອງໂລກ ຊຶ່ງ​ແມ່ນ​ນາມມະຍົດ​ຫນຶ່ງ​ດຽວ​ຢູ່ ຫວຽດນາມ ​​ແລະ ​ແມ່ນ​ແຫ່ງ​ທີ 2 ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ເສັ້ນທາງ​ໄປ​ເຖິງ​ເຂດ​ພູ​ພຽງ​ຫີນ​ດົ່ງ​ວັນ​ແມ່ນ​ງາມ​ຫລາຍ. ຖ້າ​ຫາກ​ໄປ​ຢ້ຽມຢາມ​ໃນ​ເດືອນ 10, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ດອກ​ໄມ້​ຫລາຍ​ຊະນິດທີ່​ພວມ​ເບັ່ງບານ​ດ້ວຍ​ສີສັນ​ຫລາກ​ຫລາຍຢູ່​ເຂດ​ພູ​ພຽງ​ຫີນ​ດົ່ງ​ວັນ.

        ນອກຈາກ​ໄດ້​ຮັບ​ຊົມ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ​ຂອງ​ພູຜາ​ປ່າ​ໄມ້​ຢູ່​ຮ່າ​ຢາງ​ແລ້ວ, ຖ້າ​ຢາກເຂົ້າ​ໃຈ​ກ່ຽວ​ກັບ​ພື້ນຖານ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​​ຢູ່​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ, ​ເຊີນ​ທ່ານແວ່​ຢາມ​ຕະຫລາດນັດ​ດົ່ງ​ວັນ, ຊຶ່ງ​ແມ່ນ​ສະຖານ​ທີ່​ລື​ຊືດ້ວຍ​ເຄື​່ອງຫັດຖະກຳ​ທີ່​ອຸດົມສົມບູນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ມີສີສັນ​ຫລາກ​ຫລາຍ. ຕະຫລາດນັດ​​ເຄີຍ​ຈັດ​ຂຶ້ນ​​ໃນ​ວັນ​ເສົາ ​ແລະ ວັນ​ອາທິດ​ຢູ່​​ໃຈກາງ​ເທດສະບານ​ດົ່ງ​ວັນ. ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ກໍ​ຄື​ຜູ້​ໄປ​ຕະຫລາດ ນັ້ນ​ແມ່ນ ອາ​ຫານການ​ກິນ ​ແລະ ​ເຫລົ້າ.

        ບັນ​ຍາກາດ​ຟົດ​ຟື້ນ​ມ່ວນ​ຊຶ່ນ ພ້ອມ​ກັບ​ລົດ​ຊາດ​ທີ່​ແຊບ​ນົວຂອງ​ເຍື່ອງ​ອາຫານ​ຕ່າງໆ​ໄດ້​ສ້າງ​ຄວາມ​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ.

“ຂ້າພະ​ເຈົ້າ​ມັກ​​ໄປ​ຕະຫລາດ​ນີ້​ຫລາຍ, ​ເພາະວ່າ ຕະຫລາດ​ນັດ​ນີ້​ເຕັມ​ໄປ​ດ້ວຍສີສັນ​ສະ​ເພາະ​ຂອງ​ຊົນ​ເຜົ່າ ​ແລະ ​ເຫັນ​ວ່າ ທຸກຄົນ​ຢູ່​ທີ່​ນີ້​ລ້ວນ​ແຕ່​ມີ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ. ຂ້າພະ​ເຈົ້າ​ຈະ​ຊື້​ໂສ້ງ​ເສື້ອ​ຂອງ​ຊາວ​ຊົນ​ເຜົ່າ. ​ເມື່ອ​ກັບ​​ເມືອ​ອາ​ເມ​ລິ​ກາ ຂ້າພະ​ເຈົ້າ​ຈະ​ແນະນຳ​ໃຫ້​ໝູ່​ເພື່ອນ​ກ່ຽວ​ກັບ​ຕະຫລາດ​​ແຫ່ງນີ້.”

ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ - ảnh 2
ຕະຫລາດນັດດົ່ງວັນ
ພາບ:internet

 ຜູ້ນຳ​ທ່ຽວ​ໃຫ້​ແກ່​ຄະນະ​ນັກ​ທ່ອງ​ທ່ຽວ​ທີ່ມາ​ຈາກ ອາ​ເມ​ລິ​ກາ ກໍ່ມັກ​​ໄປ​ຕະຫລາດນັດ​ເຂດ​ພູ​ສູງ​ນີ້ຫຼາຍ

        “​​ຕະຫລາດນັດ​ແຕ່ລະ​ແຫ່ງລ້ວນ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ, ຕະຫລາດນັດ​ຂອງ​ຊາວ​ເຜົ່າ​ມົ້ງ, ຕະຫລາດນັດ​ຂອງ​ຊາວ​​ເຜົ່າໄຕ່, ຢ່າ​ວ ກໍ​ຂາຍ​ເຄື່ອງ​ຫລາຍ​ຢ່າງ, ຂ້າພະ​ເຈົ້າ​ຊື້​ໄດ້​ຫລາຍ. ຢູ່​ຕະຫລາດ​ບັກ​ຮ່າ ຊື້​ໄດ້​ເຫລົ້າ ສ່ວນ​ຢູ່ຮ່າ​ຢາງ​ ຊື້​ໄດ້​ໝວກ​ປະຈຳ​ເຜົ່າ.”

        ມາ​ຢ້ຽມຢາມ​ແຂວງ ຮ່າ​ຢາງ, ນັກ​ທ່ອງ​ທ່ຽວ​ລ້ວນ​ແຕ່​ຢາກ​ຂຶ້ນ​ກີ່ວ ໝ໋າພີ່​ແລ່ງ, ນີ້​ແມ່ນ​ກີ່ວ​ມີ​ຄວາມ​ຍາວ 7 ກິ​ໂລ​ແມດ, ທາງ​ໄປຄົດ​ໂຄ້ງ​ລະ​ອິດ​ລະ​ອ້ຽວ. ອາດ​ຈະ​ເວົ້າ​ໄດ້​ວ່າ ບໍ່​ມີ​ບ່ອນ​ໃດ​ຢູ່​ດິນ​ແດນ​ຫວຽດນາມ ພັດມີ​ຄວາມ​ງາມ​ ​ແລະ ​ໃຫຍ່​ໂຕ​ມະ​ໂຫຖານ​ຄື​ດັ່ງ​ກີ່ວ ໝ໋າພີ່​ແລ່ງ. ຖ້າ​ສັງ​ເກດ​ທິດ​ເຫນືອ ​ແລະ ທິດຕາ​ເວັນ​ອອກສຽງ​ເຫນືອ, ນັກ​ທ່ອງ​ທ່ຽວ​ຈະ​ເຫັນ​​ພູ​ຫີນ​ນັບ​ພັນ​ຫນ່ວຍ​​ສະຫລັບຊັບຊ້ອນ ແລະ ຕິດ​ກັນ​ເຖິງ​ຂອບ​ຟ້າ, ສ່ວນຢູ່ແຄມທາງແມ່ນເຫວເລິກ, ຕອນໃຕ້ສຸດແມ່ນແມ່ນ້ຳຍໍເກວ. ນອກຈາກບັນດາສະຖານ​ທີ່​ທ່ອງ​ທ່ຽວໃນລາຍການທ່ອງ​ທ່ຽວ​ໃນ​ເວລາ 5 ວັນ 4 ຄືນ​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ໄປ​ຢ້ຽມຢາມ​ບັນດາ​ປູຊະນີຍະສະຖານ​ອື່ນ​ຫລາຍ​ແຫ່ງ​ອີກ​ດ້ວຍ. ​ພາຍຫລັງ​ເດີນທາງອອກ​ຈາກ ຮ່າ​ຢາງ, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່ ​ແຂວງ ບັກ​ກ້ານ, ກາວ​ບັ່ງ ຍັງ​ລໍຖ້າ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ​ແລະ ຄົ້ນ​ຫາ. ​ໃນ​ລາຍການ​ທ່ອງ​ທ່ຽວ ຫວຽດນາມ ສັບປະດາ​ຈະ​ມາ​ເຖິງ ​ເຊີນ​ທ່ານ​ຄົ້ນ​ຫາ​ຄວາມ​ງາມ​ຂອງ​ແຂວງ ກາວ​ບັ່ງ ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ.

ຕອບກັບ

ຂ່າວ/ບົດ​ອື່ນ