ລາຍການທ່ອງທ່ຽວຢ້ຽມຢາມເກາະ Ly Son - Quang Ngai

ລາຍການທ່ອງທ່ຽວຢ້ຽມຢາມເກາະ Ly Son - Quang Ngai - ảnh 1
ເກາະ Ly Son
ພາບ: vietbao.vn

(vovworld) - ບົນຫນ້າ​ນ້ຳ​ທະ​ເລ​ທີ່​ກວ້າງ​ໃຫຍ່​ໄພສານ, ຫລຽວເບິ່ງຈາກ​ໄກ ພວກ​ເຮົາ​ຈະ​ເຫັນ​ວ່າ ​ເມືອງ​ເກາະ Ly Son ຢູ່​ແຂວງ Quang Ngai ຄື​ດັ່ງ​​ໂຕເຕົາ​ໃຫຍ່​ພວມ​​ລອຍຢູ່​ເທິງ​ຫນ້ານ້ຳທະ​ເລ. ​ແຕ່ສິ່ງ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຢ້ຽມຢາມ Ly Son ນັບ​ມື້​ນັບ​ຫລາຍຂຶ້ນນັ້ນ​ແມ່ນ​ນ້ຳ​ທະ​ເລ​ຢູ່ ​ເກາະ Ly Son ​ຂຽວ​ສະອາດ ພ້ອມ​ດ້ວຍ​ອາກາດ​ປອດໂປ່ງ.

ຈາກ​ທ່າ​ກຳ​ປັ່ນ Sa Ky ຫ່າງ​ຈາກ​ໃຈ​ກາງ​ນະຄອນ Quang Ngai ​ເກືອບ 30 ກິ​ໂລ​ແມດ, ​ຂີ່​ກຳ​ປັ່ນ​ຄວາມ​ໄວ​ສູງເສຍ​ເວລາ​ປະມານ 1  ຊົ່ງ​ໂມງ,​ ນັກ​ທ່ອງ​ທ່ຽວ​ກໍ່ຈະ​ຮອດ​ເກາະ Ly Son, ຊຶ່ງ​ແມ່ນ​ແຫ່ງ​ທີ່​​ກ່ອນ​ນີ້​ເກືອບ 3000  ປີ, ຊາວປະມົງ Sa Huynh ບັນດາຜູ້ຄົນທຳ​ອິດມາ​​ດຳ​ລົງ​ຊີວິດ ​ແລະ ປະ​ໃຫ້​ຄົນ​ລຸ້ນຫລັງ​ບັນດາ​ເລື່ອງ​ລາວ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ເລິກ​ລັບ​ກ່ຽວ​ກັບ​ເຂດ​ດິນ​ທີ່​ເປັນຂີດ​ໝາຍ​​ແຫ່ງປະຫວັດສາດ ​ແລະ ວັດທະນະທຳ​ມະນຸດ. ​ເພາະສະ​ນັ້ນ ​ເມືອງ​ເກາະ Ly Son ມີ​ເນື້ອ​ທີ​່ພຽງ 10 ຕາລາງ​ກິ​ໂລ​ແມດ ດ້ວຍ​ພົນ​ລະ​ເມືອງ​ກວ່າ 20.000 ຄົນ ​ແຕ່​ພັດ​ມີ​ປູຊະນິຍະສະ​ຖານ​ເກືອບ 100 ​ແຫ່ງ ດ້ວຍ​ບັນດາ​ກຸ່ມ​ວິຫານ, ວັດວາອາຮາມ, ຫໍ​ບູຊາ ພ້ອມ​ດ້ວຍ​ສຸ​ສານຂອງ​ບັນດາທະຫານຊຶ່ງ​ໄລຍະ​ກ່ອນ​ນີ້​ເຂົາ​ເຈົ້າ​ໄດ້​ເດີນເຮືອໄປປົກ​ປັກ​ຮັກສາ ອະທິປະ​ໄຕ ໝູ່ເກາະ Hoang Sa ​ຂອງ​ປະ​ເທ​ດຊາດ. ທ່ານ Pham Hoang Linh, ຮອງ​ປະທານຄະນະ​ກຳມະການ​ປະຊາຊົນ​ເມືອງ​ເກາະ Ly Son ​ໃຫ້​ຮູ້​ວ່າ:

        “Ly Son ​ແມ່ນ​ເມືອງ​ເກາະ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວຫລາຍ​ຢ່າງ, ມີ​ປູຊະນິີຍະສະ​ຖານ​ທຳ​ມະ​ຊາດ​ຫລາຍ​ແຫ່ງ ​ແລະ ທັດສະນິີຍະ​ພາບກໍ​ສວຍ​ງາມ​ນັບ​ທັງ​ປູຊະນີຍະສະຖານປະຫວັດສາດ​ວັດທະນະທຳ​ຄື: ວັດ Hang, ສາລາ​ບ້ານ An Hai ແລະອື່ນໆ.. ນອກ​ນັ້ນ ຍັງ​ມີ​ສາລາ​ບ້ານ, ຫໍ​ບູຊາ​ຈຳນວນ​ຫນຶ່ງ ​ແລະ ກຸ່ມ​ວັດທະນະທຳ Cham, Viet, Sa Huynh ​ເປັນ​ຈຳນວນ​ຫລວງຫລາຍ.”

ສິ່ງ​ດັ່ງກ່າວ​ແມ່ນ​​ເຫດຜົນຈຶ່ງ​ພາ​ໃຫ້ ອ້າຍ Nguyen Hoai Thuong ຊຶ່ງ​ແມ່ນ​ຊາວ Quang Ngai ຜູ້​ຫນຶ່ງ​ໄດ້​ໄປດຳລົງຊີວິດຢູ່ ​ເກາະ Ly Son.

        “ຢູ່​ເກາະ Ly Son ນີ້, ນອກຈາກ​ມີປູ​ຊະ​ນີຍະສະ​ຖານ​ປະຫວັດສາດ​ລະດັບ​ແຂວງ ກວ່າ 20 ​ແຫ່ງ ​ແລ້ວ ຍັງ​ມີ​ປູຊະ​ນີຍະສະ​ຖານ​ລະດັບ​ຊາດ​ຫລາຍ​ແຫ່ງ. Ly Son ​ແມ່ນ​ສະຖານ​ທີ່​ເຕົ້າ​ໂຮມ​ຈຸດ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງ​ຫລາຍ​ຢ່າງ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ການທ່ອງທ່ຽວ. ຂ້າພະ​ເຈົ້າ​ເອງ​ ຢາກ​ຢູ່  Ly Son, ຍ້ອນ​ວ່າ Ly Son ຍັງ​ຮັກສາ​ຄຸນຄ່າ​ດ້ານ​ວັດທະນະທຳ​ຫລາຍ​ຢ່າງ ແມ່ນ​ຕ່າງ​ກັບ​ຢູ່​ເຂ​ດດິນ​ຕໍ່​ແຜ່ນ. ຜ່າ​ນຫລາຍ​ສັດຕະວັດ, ປະຊາຊົນ Ly Son ຍັງ​ຄົງ​ຮັກສາ​ແບບ​​​​ແຜນການ​ດຳລົງ​ຊີວິດ​​ສະ​ເພາະ​ຂອງ​ຊາວ​ປະມົງ​ໄວ້ໄດ້. ຂ້າພະ​ເຈົ້າ​ມັກ​ຫລາຍ.”

​ເກາະ Ly Son ຍັງ​ມີ​ຊື່​ອື່ນ​ວ່າ: Cu Lao Re. ຕາມ​ຜູ້ອາຍຸສູງ​ໃນ​ເກາະ​ແຫ່ງ​ນີ້​ແລ້ວ, ​ເກາະ​ມີ​ຊື່​ຄື​ດັ່ງກ່າວ ກໍຍ້ອນວ່າ ​ແຕ່​ກ່ອນ​ຢູ່​​ເກາະ​ມີ​ຕົ້ນ​ແຢ້ຢ່າງຫລວງຫລາຍ. ​ເປືອກ​ຂອງ​ມັນ​​ຖືກນຳ​ໃຊ້​ເພື່ອມັດ​ເຄື່ອງ. ​ເມືອງ​ເກາະ Ly Son ມີ 3 ຕາ​ແສງ​ຄື: An Hai, An Vinh (​ເກາະ​ໃຫຍ່) ​ແລະ ຕາ​ແສງ An Binh  (​ເກາະ​ນ້ອຍ). ​ເຖິງ​ວ່າເກາະ ​ມີເນື້ອ​ທີ່​ກວ່າ 10 ຕາລາ​ງກິ​ໂລ​ແມດ​​ເທ່ົາ​ນັ້ນ ​ແຕ່​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​​ຄົ້ນຫາ​ທຸກ​ບ່ອນຢູ່​​ເກາະ​ແຫ່ງ​ນີ້​​ໃຫ້​ໝົດ ​ຕ້ອງ​ເສຍ​ເວລາ​ແຕ່ 3 - 4 ວັນ. ​ໄລຍະ​ກ່ອນ​ນີ້ ເກາະ Ly Son ​ແມ່ນ​ຫ່າງ​ໄກ​ຈາກ​ດິນ​ຕໍ່​ແຜ່ນ, ການ​ໄປມາ​ແມ່ນ​ຫຍຸ້ງຍາກ​ຫລາຍ ສະ​ນັ້ນ ບໍ່​ມີ​ຫລາຍ​ຄົນຮູ້ຈັກ​ເຖິງ​ແຫ່ງ​ນີ້.  ​ແຕ່​ປະຈຸ​ບັນ​ແມ່ນ​ຕ່າງ​ເກົ່າຫລາຍ​ແລ້ວ. ທ່ານ Linh  ໃຫ້​ຮູ້​ວ່າ:

        “​​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ມີ​ຫລາຍ​ຄົນໄດ້ຮູ້​ຈັກ​ເຖິງ ເກາະ Ly Son.  ເກາະ Ly Son ​ແມ່ນ​ບ້ານ​ເກ​ີດ​ເມືອງ​ນອນ​ຂອງ​ທະຫານປົກ​ປັກ​ຮັກສາ​ໝູ່ເກາະ Hoang Sa, ຊຶ່ງ​ແມ່ນ​ສະຖານ​ທີ່​ໄດ້​ເຂົ້າ​ສູ່ຫນ້າປະຫວັດສາດຂອງຊາດ. ຄຽງ​ຂ້າງ​ນັ້ນ ມີ​ທັດສະ​ນິຍະ​ພາບ​ຫລາຍ​ແຫ່ງທີ່ສວຍງາມ, ມະຫັດສະຈັນ ​ແລະ ​ແປກ​ປະຫລາດ​ໃຈ. ສະ​ນັ້ນ ​ໃນ​ຫລາຍ​ປີ​ມາ​ນີ້ ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ ເກາະ Ly Son ນັບ​ມື້​ນັບ​ຫລາຍຂຶ້ນ. ”

ເກາະ Ly Son ກໍ​ແມ່ນ​ສະຖານ​ທີ່​ຊຶ່ງ​ນັກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຮູ້ຈັກ​ເຖິງດ້ວຍ​​ແຫ່ງ​ທີ່​ມີ​ເຄື່ອງໝາຍການ​ຄ້າ “​ເຂດ​ດິນ​ແຫ່ງຫົວຜັກ​ທຽມ” ​ເພາະວ່າ ຫົວຜັກທຽມຢູ່​ທີ່​ນີ້​ມີ​ຄຸນ​ນະພາ​ບ, ມີລົດຫອມ ມັນ​ຕ່າງ​ກັບ​ຫົວ​ຜັກ​ທຽມທີ່​ປູກ​ຢູ່​ແຫ່ງ​ອື່ນ. ​ເພື່ອ​ໃຫ້​ມີ​ຫົວ​ຜັກທຽ​ມຫອມ ​ແລະ ແຊບ, ຜູ້​ປູກ​ຫົວ​ຜັດ​ທຽມ​ຢູ່ Ly Son ​ແຕ່ລະ​ປີ​ຕ້ອງ​ຂຶ້ນ​ພູ​ເພື່ອ​ເອົາ​ດິນ​ແດງນ້ຳ​ຊຸ່ມມາປະສົມ​ກັບກວດ​ຊາຍ ​ແລ້ວ​ເອົາມາ​ປູ​ບົນເນື້ອທີ່ສວນ​, ຕໍ່​ມາ​ລົງ​ແຄມ​ທະ​ເລ​ເອົາ​ຂີ້​ຊາຍ​ມີ​​ເປືອກ​ຫີນ​ປະກາລັງ​ມາ​ປູອີກຊັ້ນຫນຶ່ງທີ່ຫນາສົມຄວນເພື່ອປູກ​ຫົວ​ຜັກທຽ​ມ. ພາຍຫລັງ​ເກັບ​ກູ້​ຫົວ​ຜັກທຽ​ມໃນ​ລະດູ​ຫນຶ່ງ, ປະຊາຊົນ​ຕ້ອງ​ປ່ຽນ​ຊາຍ​ເທື່ອ​ຫນຶ່ງ. ບັນດາ​ຜູ້​ປູກຫົວ​ຜັກທຽມ​ຢູ່​ເທິງ​ເກາະ ລ້ວນ​ແຕ່​ປາດ​ຖະຫນາ​ຢາກ​ເຄື່ອງໝາຍ​ການ​ຄ້າຫົວ​ຜັກທຽມ Ly Son ຈະ​ປະກົດຕົວ​ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ ​ແລະ ຫົວ​ຜັກທຽມ​ຈະ​ກາຍ​ເປັນ​ປະ​ເພດ​ສິນຄ້າ​ບໍ່​ອາດ​ຂາດ​ໄດ້​ໃນ​ລາຍການ​ທ່ອງ​ທ່ຽວ​ເກາະ Ly Son. ທ່ານ Tran Thinh ຮອງ​ປະທານ​ສະມາຄົມ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຫົວ​ຜັກທຽມ ເກາະ Ly Son ​ໃຫ້​ຮູ້​ວ່າ:

        “ອາດ​ຈະ​ມີ​ຮ້ານ​ຂາຍ​ຫົວ​ຜັກທຽມ ຢູ່ເກາະ Ly Son ​ຮ້ານ​ຫນຶ່ງ ​ໂດ​ຍບໍ່​ຕ້ອງ​ຫຸ້ມ​ຫໍ່ ​ແຕ່​ພວກ​ຂ້າພະ​ເຈົ້າກໍ​ຮັບປະກັນ​ຄຸນ​ນະພາ​ບ. ວາງ​ຂາຍ​ຫົວ​ຜັກທຽມ​ຄື​ແນ​ວນັ້ນ ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ ເກາະ Ly Son.”

ລາຍການທ່ອງທ່ຽວຢ້ຽມຢາມເກາະ Ly Son - Quang Ngai - ảnh 2
ການເກັບກູ້ຫົວຜັກທຽມຢູ່ ເກາະ Ly Son
ພາບ: tuoitre.vn

        ຢູ່​ເຂດ​ທະ​ເລ​ອ້ອມ​ຂ້າງ​ ເກາະ Ly Son ມີ​ສິນ​ທະ​ເລທີ່​ມີຄ່າ​ຫລາຍ​ຢ່າງ​ຄື: ປາ, ຫອຍ, ກຸ້ງຊະນິດມີຄ່າຫາຍາກ​ແມ່ນ​ບັນດາ​ເຍື່ອງ​ອາຫານ​ພ​ິ​ເສດ​ ​ແລະ ດູດ​ດື່ມ​ຕໍ່ນັກ​ທ່ອງ​ທ່ຽວ. ສະ​ເພາະ​ເປືອກ​ຫອຍ​ທີ່​ມີຄ່າ ດ້ວຍ​ສີສັນຫ​ລາກ​ຫລາຍນັ້ນ ກໍສາ​ມາດ​ຜະລິດ​ເປັນ​ເຄື່ອງ​ສິລະ​ປະ​ຫັດຖະກຳ​ເພື່ອ​ເປັນ​ຂອງ​ທີ່ລະນຶກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ເກາະ Ly Son ​ແມ່ນ​ສະຖານ​ທີ່​ດຶງດູດ​ໃຈ​ນັກ​ທ່ອງ​ທ່ຽວ, ​ແຕ່​​ເສັ້ນທາງ​ໄປ​ເຖິງ​ເກາະ​ແຫ່ງ​ທີ່​ສວຍ​ງາມ​ນີ້​ບໍ່​ສະດວກ​ປານ​​ໃດ. ທ່ານ Pham Hoai Linh ​ໃຫ້​ຮູ້​ວ່າ:

        “ເກາະ Ly Son ​ໄດ້​ເປີດ​ລາຍການ​ທ່ອງ​ທ່ຽວ​ນັບແຕ່​ປີ 2008 ​ແຕ່​ລາຍການ​ທ່ອງ​ທ່ຽວທີ່​ເປັນ​ປົກ​ກະຕິ​ຍັງ​ຈຳກັດ​ຢູ່. ຖ້າ​ບໍ່​ສ້າງ​ເປັນ​ລາຍການ​ທ່ອງ​ທ່ຽວ ຈະ​ບໍ່​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ Ly Son ​ໄດ້. ຮາກ​ຖານ​ຮັບ​ໃຊ້​ການທ່ອງທ່ຽວ​ຢູ່ ເກາະ Ly Son ຍັງ​ປະຖົມ​ປະ​ຖານ​ຢູ່. ທົ່ວ​ເມືອງມີ​​ໂຮງ​ແຮມພຽງ​ສອງ​ສາມ​ແຫ່ງ​ເທົ່າ​ນັ້ນ ສະ​ນັ້ນ ບັນຫາບ່ອນພັກອາ​ໄສ​ຍັງຫຍຸ້ງຍາກ​ຢູ່. ​ໄຟຟ້າ ບໍ່​ມີ​ຕະຫລອດ 24 ຊົ່ວ​ໂມງ​.”

        ແຕ່​ເຖິງ​ຢ່າງໃດກໍດີ ບັນດາ​ສິ່ງ​ດັ່ງກ່າວ​ບໍ່​​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມັກ​ຄົ້ນ​ຫາ​ສິ່ງແປກປະຫລາດທໍ້ຖອຍໃຈ ​ແລະ ເກາະ Ly Son ​ຍັງ​ຄົງແມ່ນ​ສະຖານ​ທີ່​ຈັບ​ອົກ​ຈັບ​ໃຈ​ເພື່ອ​ໃຫ້​ເຂົາ​ເຈົ້າມາ​ຄົ້ນ​ຫາ ​ແລະ ຢ້ຽມ​ຊົມ​ເຂດ​ເກາະທະ​ເລ​​ທີ່​ສວຍ​ງາມ​​ແບບຮົກເຮື້ອ ດັ້ງ​ເດີ່ມ.

ລານແອ​ງ.

ຕອບກັບ

ຂ່າວ/ບົດ​ອື່ນ