ວັດທະນະທຳແຫ່ງການເຊື່ອຖືຂອງຊາວເຜົ່າກຶມມຸ

(vovworld) - ຊາວ​ເຜົ່າ​ກຶມ​ມຸ​ຢູ່ຫວຽດ​ນາມ​ມີຫຼາຍ​ງານ​ບຸນ​ຄື: ບຸນ​ຜີ​ບ້ານ, ບຸນບູ​ຊາ​ບັນ​ພະ​ບ​ຸ​ລຸດ, ບຸນ​ຕ້ອນ​ຮັບ​​ຕົ້ນເຂົ້າ​, ບຸນ​ພາ​ວະ​ນາ​ໃຫ້​ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ບຸນ​ໜໍ່​ໄມ້​ປົ່ງ​ຂຶ້ນ… ໃນ​ນັ້ນ, ພິ​ທີ​ບູ​ຊາ​ບັນ​ພະ​ບຸ​ລຸດ ແລະ ບຸນ​ພາ​ວະ​ນາ​ຂໍ​ໃຫ້​ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບັນ​ດາ​ປະ​ເພ​ນີ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​​ສີ​ສັນວັດ​ທະ​ນະ​ທຳ​ແຫ່ງ​ການ​ເຊື່ອ​ຖືຂອງ​ຊາວ​ເຜົ່າ​ກຶມ​ມຸ.

ວັດທະນະທຳແຫ່ງການເຊື່ອຖືຂອງຊາວເຜົ່າກຶມມຸ - ảnh 1
​ໄກ່ໂຕ​ໜຶ່ງ​ເພື່ອ​ບູ​ຊາ​ສົ່ງ​ທ້າຍ​ປີ​ເກົ່າ

        ກໍ່​ເຊັ່ນ​ດຽວ​ກັບ​ຊົນ​ເຜົ່າ​ອື່ນໆ, ການ​ບູ​ຊາ​ບັນ​ພະ​ບຸ​ລຸດ​ຂອງ​ຊາວ​ເຜົ່າ​ກຶມ​ມຸ​ແມ່ນ​ປະ​ເພ​ນີ​ທີ່​ຂາດ​ບໍ່​ໄດ້. ໃນ​ນັ້ນ​ບັນ​ດາ​ພິ​ທີ​ບູ​ຊາ​ບັນ​ພະ​ບຸ​ລຸດ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສະ​ແດງ​ໃຫ້​ເຫັນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂົາ​ເຈົ້າ.

        ຍ້ອນ​ມີ​ການ​ເຊື່ອມ​ໂຍງ​ກັບ​​ພື້ນ​ຖານ​ວັດ​ທະ​ນະ​ທຳຂອງ​ຊົນ​ເຜົ່າ​ອື່ນໆ, ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ​ກຶມ​ມຸ​​ຈຶ່ງຄ້າຍ​ຄື​ກັນ​ກັບ​ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ​ຜູ່​ໄທ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍັງມີ​ຈຸດ​ທີ່​ແຕກ​ຕ່າງ​ກັນ, ນັ້ນ​ແມ່ນ​ບ່ອນ​ບູ​ຊາ​ໃນ​ເຮືອນ​ຮ້ານ. ເຖິງວ່າ​ເຮືອນ​ມີ 3 ຫຼື 5 ຫ້ອງ, ຫ້ອງທຳ​ອິດ​ຍາມ​ໃດ​ກໍ່​ໃຊ້​ສະ​ເພາະ​ເພື່ອ​ບູ​ຊາ​ບັນ​ພະ​ບຸ​ລຸດ, ເຊິ່ງ​ເອີ້ນ​ວ່າ​ແຫ່ງ​ຖື​ຜີບ້ານ. ເຂດທີ​ສອງ​ແມ່ນ​ບູ​ຊາ​​ຜີເຕົາ​ໄຟ. ນີ້​ກໍ່​ແມ່ນ​ບ່ອນ​ຄົວ​ກິນ, ບ່ອນ​ກິນ​ດື່ມ, ຕ້ອນ​ຮັບ​ແຂກ​​ໃນ​ເຫດ​ການ​ສຳ​ຄັນ.

        ເບິ່ງ​ລວມ​ແລ້ວ, ການ​ບູ​ຊາ​ຂອງ​ຊາວ​ເຜົ່າ​ກຶມ​ມຸ, ແມ່ນ​ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ປະ​ສົບ​ແຕ່​ຄວາມ​ໂຊກ​ດີ. ​ແຕ່ຕາມ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ​ກຶມ​ມຸແລ້ວ, ເມື່ອ​ຜີ​ສາງໂກດ​ເຄືອງ​ບາງ​ເທື່ອ​​ຈະ​ກໍ່​ໃຫ້​ເກີດໄພ​ພິ​ບັດ. ຍ້ອນ​ເຫດ​ນັ້ນ, ຊາວ​ເຜົ່າ​ກຶມ​ມຸ​ຈຶ່ງ​ຈັດ​ຕັ້ງ​ພິ​ທີ​ບູ​ຊາ​ ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຄວາມ​ປາ​ຖະ​ໜາ​ຂອງ​ຕົນ. ທ່ານ ເລືອງວັນ​ບິ່ງ ຊາວ​ເຜົ່າ​ກຶມ​ມຸ​ໃຫ້​ຮູ້​ວ່າ:

        “ເລື່ອງ​ບູ​ຊາ​ແມ່ນ​ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ລູກຫຼານ, ຄອບ​ຄົວ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ບໍ່​ຖືກ​ເຄາະ​ຮ້າຍ, ຄວາມ​ຊວຍ ກໍ່​ຄື​ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ເປັນ​ໃຍ. ຕາມ​ປົກ​ກະ​ຕິ, ໃນ​ປີ​ໃໝ່​ເຂົາ​ເຈົ້າ​ເຄີຍ​ຈັດ​ພິ​ທີບູ​ຊາ​ດ້ວຍ​ໄກ່ 2 ໂຕ ເພື່ອ​ລາຍ​ງານ ແລະ ຂໍ​ບັນ​ພະ​ບຸ​ລຸດດົນ​ບັນ​ດານ​​ໃຫ້”.

        ຕາມ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າກຶມ​ມຸ. ເພື່ອ​ຈັດ​ພິ​ທີ​ບູ​ຊາ​ໃນ​ບຸນ​ປີ​ໃໝ່, ຄອບ​ຄົວ​ໃດ​ກໍ່​ມີ​ໄກ່ 2 ໂຕ, ໂຕ​ໜຶ່ງ​ເພື່ອ​ບູ​ຊາ​ສົ່ງ​ທ້າຍ​ປີ​ເກົ່າ, ລາຍ​ງານ​ຕໍ່​ບັນ​ພະ​ບຸ​ລຸດ​ກ່ຽວ​ກັບ​ສະ​ພາບ​ເຮືອນ​ຊານ, ລູກ​ເຕົ້າຂອງ​ເຈົ້າ​ເຮືອນ​ໃນ​ປີ​ຜ່ານ​ມາ, ແລະ ​ອີກໂຕ​ໜຶ່ງ​ແມ່ນ​ເພື່ອ​ບູ​ຊາ​ຕ້ອນ​ຮັບ​ປີ​ໃໝ່, ພາ​ວະ​ນາ​ຂໍ​ໃຫ້​ປີ​ໃໝ່​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ການທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ… ເມື່ອ​ທຳພິ​ທີ, ທຸກ​ຄົນ​ໃນ​ຄອບ​ຄົວ​ຕ້ອງ​ມີ​ໜ້າ​ຢ່າງ​ພ້ອມ​ພຽງ. ຕາມ​ປະ​ເພ​ນີ, ເຂົາ​ເຈົ້າ​ທາ​ເລືອດ​ໄກ່​ໃສ່​ຫົວ​ເຂົ່າແຕ່​ລະ​ຄົນ ດ້ວຍ​ຄວາມ​ໝາຍ​ຂໍ​ໃຫ້​ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ສະ​ຫງົບ​ສຸກ, ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ ຮ່ຳ​ຮຽນ, ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ. ໃນ​ພິ​ທີ​ບູ​ຊາ​ຍາມ​ທ້າຍ​ປີ, ຊາວ​ເຜົ່າ​ກຶມ​ມຸ​ກໍ່​ກະ​ກຽມ​ເຫຼົ້າ​ 2 ໄຫເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ, ຕ້ອນ​ຮັບ​ປີ​ໃໝ່. ໃນ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ​ກຶມ​ມຸ, ບຸນ​ປີ​ໃໝ່​ແມ່ນ​ບຸນ​ແຫ່ງ​ການ​ພົບ​ປະ. ບ່ອນ​ບູ​ຊາ​ໃນ​ຄອບ​ຄົວ​ແມ່ນ​ບ່ອນ​ເພື່ອ​ໃຫ້​ບັນ​ພະ​ບຸ​ລຸດ​ຕິດ​ຕໍ່​​ພົວ​ພັນກັບ​ລູກຫຼານ​ດ້ວຍ​ຈິດ​ວີນ​ຍານ. ປະ​ເພ​ນີ​ບູ​ຊາ​ຂອງ​ຊາວ​ເຜົ່າ​ກຶມ​ມຸ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ລູກຫຼານ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​ບັນ​ພະ​ບຸ​ລຸດ, ໝູ່​ບ້ານ ແລະ ຄອບ​ຄົວ. ທ່ານ ລື້​ວັນ​ເຮີ້ຍ, ຊາວ​ເຜົ່າ​ກຶມ​ມຸ, ໃຫ້​ຮູ້​ວ່າ:

        “ຍາມຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ສັ່ງ​ສອນຕັກ​ເຕືອນຈາກ​ພໍ່​ແມ່​ວ່າ, ​ເມື່ອ​ຈັດ​ພິ​ທີ​ບູ​ຊາ​ຕ້ອງ​ປະ​ຕິ​ບັດ​ຕາມ​ປະ​ເພ​ນີ​ດັ່ງ​ກ່າວ. ຖ້າ​ບໍ່​ເຮັດ​ຄື​ແນວ​ນັ້ນຈະ​ຖືກ​ພໍ່​ແມ່ ແລະ ຟ້າ​​ແຖນລົງ​ໂທດ… ປະ​ເພ​ນີນີ້​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ແລະ ​ໃນ​ປີ​ໜຶ່ງຖືກ​ຈັດ​ເທື່ອ​ໜຶ່ງ​ໃນ​ໂອ​ກາດ​ທ້າຍ​ປີ​ ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ, ຕ້ອນ​ຮັບ​ປີ​ໃໝ່”.

ວັດທະນະທຳແຫ່ງການເຊື່ອຖືຂອງຊາວເຜົ່າກຶມມຸ - ảnh 2
(ພາບປະກອບ)

        ນອກ​ຈາກ​ບູ​ຊາ​ບັນ​ພະ​ບຸ​ລຸດ, ວົງ​ຕະ​ກຸນ ແລະ ຜີ​ເຕົາ​ໄຟໃນ​ເຮືອນແລ້ວ, ຊາວ​ເຜົ່າ​ກຶມ​ມຸ​ຍັງ​ບູ​ຊາ​ຜີ​ສາງ​ອື່ນໆ​ອີກ​ຄື: ຜີ​ພູ, ຜີ​ປ່າ, ຜີ​ຫ້ວຍ​ເພື່ອ​ມີນ້ຳ​ເຮັດ​ໄຮ່, ມີ​ໄມ້​ປຸກ​ສ້າງ​ເຮືອນ, ບູ​ຊາ​ຜີ​ໄຮ່​ເພື່ອ​ຂໍ​ໃຫ້​ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ບູ​ຊາ​ຜີ​ສາງ​ເພື່ອ​ຂັບ​ໄລ່​ພະ​ຍາດ, ໃຫ້​ຄົນ​ໄປ​ໄກ​ພົບ​ປະ​ແຕ່​ຄວາມ​ໂຊກ​ດີ…

        ໃນ​ພິ​ທີ​ບູ​ຊາ​ຕ່າງໆ, ພິ​ທີ​ບູ​ຊາ​ພາ​ວະ​ນາ​ຂໍ​ໃຫ້​ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ​ຂອງ​ຊາວ​ເຜົ່າກຶມ​ມຸ​ມີ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່ບໍ່​ມີ​ຮູບ​ຮ່າງ.​ ຊາວ​ເຜົ່າ​ກຶມ​ມຸ​ຖື​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ວີນ​ຍານ, ທຳ​ມະ​ຊາດ, ຟ້າ, ດິນ, ໄຮ່​ລ້ວນ​ແຕ່​ມີ​ການ​ພົວ​ພັນ​ອັນ​ສະ​ໜິດ​ຕິດ​ແທດ​ກັບ​​ຊີ​ວິດ ແລະ ການ​ຜະ​ລິດ​ຂອງ​ມະ​ນຸດ. ພິ​ທີ​ດັ່ງ​ກ່າວ​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຕໍ່ບັນ​ດາ​ກຳ​ລັງອະ​ພິ​ທຳ​ມະ​ຊາດ​ຂອງ​ຊາວ​ເຜົ່າ​ກຶມ​ມຸ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາ​ຖະ​ໜາ​ຢາກ​ໃຫ້​ການ​ປູກ​ຝັງ​ໄດ້​ຮັບ​ຜົນ​ດີ, ມີ​ຊີ​ວິດ​ອິ່ມ​ໜຳ​ສຳ​ລານ. ພິ​ທີ​ບູ​ຊານີ້​ລວມ​ມີ 5 ​ພາກຄື: ​​ພາກ​ບູ​ຊາ​ຜີ​ບ້ານ, ບັນ​ພະ​ບຸ​ລຸດ; ​ພາກ​ເຊີດ​ຊູ​ຕົ້ນ​ເຂົ້າ, ຕົ້ນ​ມັນ​ເຜືອກ; ພາກ​ພາ​ວະ​ນາ​ຂໍ​ໃຫ້​ຝົນ​ຕົກ; ທັ່ງ​ຮູ​ຕົກ​ແກ່ນ; ສຸດ​ທ້າຍ​ແມ່ນ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ເພື່ອ​ອວຍ​ພອນ​ງານ​ບຸນ… ນີ້​ແມ່ນ​ພິ​ທີ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ລຸ້ນ​ກ່ອນ​ທີ່​​​ໄດ້ຊອກເຫັນ​ຕົ້ນ​ເຂົ້າ, ພືດ ແລະ ​ຖື​ວ່າ​ຕົ້ນ​ເຂົ້າ ແລະ ພືດ​ກໍ່​ມີ​ວີນ​ຍານ, ມີ​ຜີ. ງານ​ບຸນ​ຖືກ​ຈັດ​ຕັ້ງ​ຢ່າງ​ເຄັ່ງ​ຂຶມ, ສົມ​ກຽດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ຕໍ່​ທຳ​ມະ​ຊາດ, ຟ້າ, ດິນ, ໄຮ່​, ພ້ອມ​ທັງ​ສະ​ແດງ​ຄວາມ​ປາ​ຖະ​ໜາ​ຢາກ​ໃຫ້​ລະ​ດູ​ການ​ປູກ​ຝັງ​ໄດ້​ຮັບ​ຜົນ​ດີ ແລະ ​ມີຊີ​ວິດ​ອິ່​ມ​ໜຳ​ສຳ​ລານ.

        ບັນ​ດາ​ປະ​ເພ​ນີ, ການ​ເຊື່ອ​ຖື​ຂອງ​ຊາວ​ເຜົ່າ​ກຶມ​ມຸແມ່ນ​ມີ​ຄວາມ​ໝາຍ​ທິດ​ສະ​ດີປັດ​ສະ​ຍາ​ຢ່າງ​ເລິກ​ເຊິ່ງ, ນັ້ນ​ແມ່ນ​ການ​ເຄົາ​ລົບ, ປົກ​ປັກ​ຮັກ​ສາ​ທຳ​ມະ​ຊາດ, ການ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ພະ​ບຸ​ລຸດ, ຄວາມ​ງາມ​ດ້ານ​ຈິດ​ໃຈ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ກຶມ​ມຸ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃນ​ການ​​ດຳ​ລົງຊີ​ວິດ​ປະ​ຈຸ​ບັນ​.

ຂ່າວ/ບົດ​ອື່ນ