ສິລະປະຄວັດແກະສະຫຼັກຂອງຊາວເຜົ່າເອເດ


(vovworld) – ສິລະ​ປະ​ຄວັດ​ແກະສະຫຼັກ, ປະ​ດິດຮູບ​ຂອງ​ຊາວ​ເຜົ່າ​ເອ​ເດ ມີ​ລັກສະນະ​ເປັນ​ເອກະ​ພາບ, ນັບ​ແຕ່​ຫົວ​ຂໍ້ ຕະຫຼອດ​ຮອດ​ໂຄງ​ຮ່າງ, ທາດ​ວັດຖຸ, ລວດລາຍ ​ແລະ ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ, ​ໃນ​ກິດຈະກຳ​ເຮືອນ​ຢູ່, ສຸສານ, ​ເສົາ Klao. ບັນດາ​ລວດລາຍ​ໃນ​ສະຖາປັດຕະຍະກຳ​ຂອງ​ຊາວ​ເຜົ່າ​ເອ​ເດ​ ລ້ວນ​ແຕ່​ແມ່ນ​ບັນດາ​ຮູບ​ພາບ​ທີ່​ຊິນ​ເຄີຍ​ໃນ​ຊີວິດ​ຄື​ຮູບ​ດວງ​ຕາ​ເວັນ, ດອກ​ໄມ້, ​ໃບ​ໄມ້, ສັດ​ປະ​ເພດ​ຕ່າງໆ.

ສິລະປະຄວັດແກະສະຫຼັກຂອງຊາວເຜົ່າເອເດ - ảnh 1

ຊາວເຜົ່າເອເດ ຄວັດສະຫຼັກຮູບຈາກໄມ້

(ພາບ: ອິນເຕີແນດ)

        ​ ​ສິລະ​ປະ​ຄວັດ​ແກະສະຫຼັກ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເອ​ເດ ສະ​ແດງ​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ໃນເຮືອນ​ຍາວ​. ບັນດາ​ລວດລາຍຄວັດ ​ແກະສະຫຼັກ​ຢູ່ລະບຽງ​ປະຕູ​ຕົ້ນ​ຕໍ່, ຂັ້ນ​ໄດ, ​ເສົາ​ເຮືອນ, ຕັ່ງ...​​​ແມ່ນ​ສິ່ງ​ທີ່ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ເຮືອນ​ຍາວ. ປະລິຍາ​ເອກ ລືວຮຸ່ງ (Luu Hung), ຮອງ​ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ທຽບ​ໃສ່​ຊົນ​ເຜົ່າ​ອື່ນໆ​ຢູ່​ໄຕ​ງວຽນ, ສິລະ​ປະ​ຄວັດ ​ແກະສະຫຼັກ​ຂອງ​ຊົນ​ເຜົ່າ​ເອ​ເດ ​ແມ່ນ​ພົ້ນ​ເດັ່ນ​ ​ແລະ ພັດທະນາ​ທີ່​ສຸດຕາມ​ມູນ​ເຊື້ອ​ແຫ່ງ​ການ​ປະດັບ​ລວມຂອງ​ຊາວ​ເຜົ່າ​​ໄຕ​ງວຽນນັ້ນ​ແມ່ນ​ບໍ່​ວາດ​ພາບ​ລາຍ​ລະອຽດ, ຫາກ​ທຳ​ມະ​ດາ​ສາມັນ, ນັ້ນ​ແມ່ນ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ“.

        ​ໃນ​ບັນດາ​ເສົາ​ຕັ້ງ, ຂາງ​ຂອງເຮືອນຍາວ, ບັນດາ​ນັກ​ສິລະ​ປະການ​ຊາວ​ເຜົ່າ​ເອ​ເດ ​​ເຄີຍ​ຄວັດແກະສະຫຼັກບັນດາ​ລວດລາຍ​ສ່ອງ​ແສງ​ໃຫ້​ເຫັນ​ໂລກ​ທຳ​ມະ​ຊາດ, ມີ​ຊີວິດ​ຊີວາ, ກໍ່​ຄືການ​ພົວພັນລະຫວ່າງ​ດິນ​ຟ້າ​ກັບ​ສັດສາ​ວາ​ສິ່ງຄື: ຮູບ​ໝໍ້​ທອງ, ຄົກ​ຕຳ​ເຂົ້າ, ​ໂຕ​ເຕົ່າ, ນົກ, ຮູບ​ເດືອນ​ແຮມ, ທ່ານ ລື​ວຮຸ່ງ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ການ​ປະດັບ​ປະດາ​ໃນ​ເຮືອນ​ຍາວ​ຂອງ​ຊົນ​ເຜົ່າ​ເອ​ເດ ມີ​ຄວາມ​ດູດ​ດື່ມ​ທີ່​ສຸດ, ​ເຊິ່ງ​ເຕົ້າ​ໂຮມ​ຢູ່​ບາງ​ເສົາ​ກໍ່​ຄື​ຂາງ​ເຮືອນ. ນອກຈາກ​ຮູບ​ນົມ​ແມ່, ຮູບ​ເດືອນ​ແຮມ... ​ເຊິ່ງ​ແມ່ນ​ສັນຍາ​ລັກ​ຂອງ​ລະບອບ​ມານ​ດາ​ສິດທິ​ລາດ, ຫຼື​ໝໍ້​ທອງ, ທີ່​ເປັນ​ສັນຍາ​ລັກ​ຂອງ​ຊັບ​ສົມບັດ ​ແລະ ຄວາມ​ຮັ່ງມີ​ແລ້ວ, ຍັງ​ມີ​ຮູບ​ໂຕ​ແລນ, ປູ, ປາ...ອີກ​ດ້ວຍ“

ສິລະປະຄວັດແກະສະຫຼັກຂອງຊາວເຜົ່າເອເດ - ảnh 2

ຮູບຄວັດສະຫຼັກໃນເສົາເຮືອນຍາວ

(ພາບ: ອິນເຕີແນດ)

        ບັນດາ​ລວດລາຍ​ທີ່​ປະດັບ​ໃນ​ເຮືອນ​ຍາວ​ ​ແມ່ນ​ສ່ອງ​ແສງ​ກ່ຽວ​ກັບ​ລະບອບ​ມານ​ດາ​ສິດທິ​ລາດ​ຢ່າງ​ຈະ​ແຈ້ງ. ຮູບ​ພາບ​​ນົມ​ແມ່ທີ່​ຄວັດ​ເທິງ ​4 ເສົາຂອງ​ຫ້ອງ​ຕົ້ນ​ຕໍ່​ໃນ​ເຮືອນ ສະ​ແດງ​ໃຫ້​ເຫັນ​ການ​ຍືນ​ຍົງ​ຄົງ​ຕົວ, ຂະຫຍາຍ​ຜາຍ​ຜັນ, ຄວາມ​ຈະ​ເລີ​ນໝ້ນຄົງ​ຂອງ​ເຈົ້າ​​ເຮືອນ. ພິ​ເສດ, ​ໃນ​ບັນດາ​ຂາງ​ເຮືອນຂອງບັນດາ​ຄອບຄົວ​ຮັ່ງມີ, ຍັງ​ມີ​ຮູບຄວັດ​ສັດ​ຫຼາຍ​ປະ​ເພດ​ຄື: ​ໂຕ​ເຕົ່າ, ມັງກອນ, ​ໂຕ​ແລນ, ປູ, ປາ... ລວດລາຍ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັ່ງມີ​, ​ທີ່​ຕັ້ງ​ໃນສັງຄົມ​ຂອງ​ເຈົ້າ​ຄອບຄົວ. ​ເອື້ອຍ​ ດ່າ​ມທິ​ເຮີ​ບ, ພະນັກງານ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ແນະນຳ​ກ່ຽວ​ກັບ​ບັນດາ​ລວດລາຍ​ທີ່​ປະດັບ​ໃນ​​ເຮືອນຍາວ​ວ່າ:

        “ບັນດາ​ນັກ​ສິລະ​ປະການ ຄວັດ ​ແກະສະຫຼັກ​ໂຕ​ແລນ​ໃນ​ຂາງ​ເຮືອນ ດ້ວຍ​ຄວາມ​ປາຖະໜາ ຈະ​ນຳ​​ເອົາ​ຄວາມ​ໂຊກ​ດີ​ມາໃຫ້​ຄອບຄົວ ​ແລະ ສະກັດ​ກັ້ນ, ນຳ​ເອົາ​ຄວາມ​ສ່ຽງ​ອອກໄປ, ພິ​ເສດ​ແມ່ນ​ຮູບ​ມັງກອນ​ມີ​ຄີ​ຮູບ​ໂຕ​ປາ, ໜວດ, ​ເຂົາ​ໂປ​ໂລ​ຂຶ້ນ. ນີ້​ແມ່ນ​ລວດລາຍ​ເທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຊາວ​ເຜົ່າ​ເອ​ເດ, ​ທີ່​ຕ່າງ​ກັບ​ຊົນ​ເຜົ່າ​ອື່ນໆ“.

ສິລະປະຄວັດແກະສະຫຼັກຂອງຊາວເຜົ່າເອເດ - ảnh 3
ຄວັດສະຫຼັກຮູບຄົນ
(ພາບ: ອິນເຕີແນດ)

        ສິລະ​ປະ​ຄວັດ ​ເກາະ​ສະຫຼັກ​ຂອງ​ຊາວ​ເຜົ່າ​ເອ​ເດ ຍັງ​ສະ​ແດງ​ອອກ​ຜ່ານ​ຮູບ​ແກະ​ໃນ​ສຸສານ. ດ້ວຍ​ສີມື​ທີ່​ຄ່ອງ​ແຄ້ວ ​ແລະ ຄວາມ​ສຳນຶກ​ຢ່າງ​ອຸດົມສົມ​ບຸນ, ຊາວ​ເຜົ່າ​ເອ​ເດ ​ໄດ້ຄວັດ ​ແກະ​ເປັນ​ຮູບ​ທີ່​ມີ​ຄຸນຄ່າ, ຕອບ​ສະໜອງຫຼັກ​ຄວາມ​ງາມ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ, ນັ້ນ​ແມ່ນ​ຮູບ​ພາບ​ຜູ້​ຊາຍ​ຕີ​ກອງ, ຜູ້ຍິງ​ຕຳເຂົ້າ, ພາຍ​ກະພາ... ບັນດາ​ຮູບ​ຄວັດແກະສະຫຼັກ​​ແບບ​ທຳ​ມະ​ດາ​ສາມັນ​ນັ້ນ​​ໄດ້ຊ້ອນ​ແຝງ​ຄວາມ​ມຸ້ງມາດ​ປາຖະໜາ​ຂອງ​ນັກ​ສິລະ​ປະການ. ຮູບ​ແກະ​ແຕ່ລະ​ຮູບ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ກັນ​ດ້ານ​ຈິດ​ວີນຍານ. ​ໃນ​ທັດສະນະ​ຂອງ​ຊາວ​ເຜ່ົາ​ເອ​ເດ, ​ແກະຮູບ​ໃນ​ສຸສານ​ໃຫ້​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ ດ້ວຍ​ຄວາມ​ຫວັງ​ຢາກ​ໃຫ້​ວີນຍານ​ຂອງ​ເຂົາ​ເຈົ້າ sieu thoat. ສຸສານ​ໃດ​ກໍ່​ມີ​ຮູບ​ແກະສະຫຼັກ 4 ຄົນ ຕັ້ງ​ຢູ່ 4 ຂອກ. ນອກຈາກ​ແກະສະຫຼັກຮູບ​ດ້ວຍ​ໄມ້​ແລ້ວ, ຊາວ​ເຜົ່າ​ເອ​ເດ​ຍັງ​ແກະ​ສະຫຼັກດ້ວຍ​ງາ​ຊ້າງ, ​ເຂົາ​ຄວາຍ​ອີກ... ​ໂດຍ​ອີງ​ໃສ່​ທີ່​ຕັ້ງ, ອາຍຸ, ການ​ປະກອບສ່ວນ​ຂອງ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ ​ເພື່ອ​ແກະສະຫຼັກຮູບ ດ້ວຍ​ຫຼາຍ​ຂະໜາດ​ທີ່​ແຕກ​ຕ່າງ​ກັນ. ທ່ານ ລື​ວຮຸ່ງ ​ໃຫ້​ຮູ້​ວ່າ:

        “​ຕາມ​ທັດສະນະ​ທີ່​ວ່າ, ຜູ້​​ຕາຍ​ຢູ່​ຊາດ​ນີ້​ຈະ​ເລີ່​ມມີຊີວິດ​​ຢູ່ຊາດ​ອື່ນ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຝາກເຄື່ອງ​ຂອງ​ຫຼາຍ​ຢ່າງ ໃຫ້​ຜູ້​ຕາຍ​​ເອົາ​ໄປນຳ​. ບັນດາ​ຮູບ​ຄວັດແກະ​ສະຫຼັກຢູ່​ທີ່​ນີ້​ກໍ່​ແມ່ນ​ຮູບ​ການ​ປະດັບ​ປະດາ​​ເພື່ອໃຫ້​ສຸສານ​ມີ​ຄວາມ​ສວຍ​ງາມ​ກວ່າ“.

ສິລະປະຄວັດແກະສະຫຼັກຂອງຊາວເຜົ່າເອເດ - ảnh 4
ຮູບຄວັດສະຫຼັກຢູ່ເຂດສຸສານຂອງຊາວເຜົ່າເອເດ
(ພາບ: ອິນເຕີແນດ)

        ບັນດາ​ຮູບຄວັດ ​ແກະສະຫຼັກ​ຂອງ​ຊາວ​ເຜົ່າ​ເອ​ເດ, ​ເຖິງ​ວ່າ​ບໍ່​ລະອຽດ​ລະ​ອໍ, ຫາກ​ທຳ​ມະ​ດາ​ລຽບ​ງ່າຍ ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຊື່​ສັດ. ຜ່ານ​ການ​ເວລາ, ​ເຖິງ​ວ່າ​ຈະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນຖານ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ​ກໍ່ຕາມ, ​ແຕ່​ຊາວ​ເຜ່ົາ​ເອ​ເດ​ຍັງ​ຄົງ​ຮັກສາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ