ອາຈານ ເລວັນຮ່ວາງ ຜູ້ຖ່າຍທອດຄວາມເມົາມົວຮຽນວິຊາປະຫວັດສາດໃຫ້ແກ່ນັກຮຽນ

(VOVWORLD) -ອາຈານ ເລວັນຮ່ວາງ ຊື່ງແມ່ນອາຈານຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຮ່ວາງວັນທູ້ ທີ່ ຕາແສງເຂດຫ່າງໄກສອກຫລີກ Cu Amung (ກື ອາມູງ) ເມືອງ Ea H’Leo ແຂວງ ດັກລັກ ແມ່ນຜູ້ທີ່ມີຄວາມເມົາມົວໃນການຄົ້ນຄ້ວາບູຮານຄະດີ. ຄວາມເມົາມົວໃນການເກັບຮັກສາວັດຖຸພັນໃຫ້ແກ່ແຕ່ລະຊົ່ວໂມງສອນຂອງອາຈານ ເລວັນຮ່ວາງ ບໍ່ພຽງແຕ່ສ້າງແຫລ່ງອາລົມໃນການຮຽນວິຊາປະຫວັດສາດໃຫ້ແກ່ນັກຮຽນເທົ່ານັ້ນ ຫາກຍັງເພີ່ມເຕີມວັດຖຸພັນທີ່ມີຄຸນຄ່າຫລາຍຢ່າງໃຫ້ແກ່ຫໍພິພິທະພັນ ແຂວງ ດັກລັກອີກດ້ວຍ, ຮັບໃຊ້ວຽກງານຄົ້ນຄ້ວາ. ບົດຂຽນຂອງນັກຂ່າວ ເຮືອງລີ.
ອາຈານ ເລວັນຮ່ວາງ  ຜູ້ຖ່າຍທອດຄວາມເມົາມົວຮຽນວິຊາປະຫວັດສາດໃຫ້ແກ່ນັກຮຽນ - ảnh 1 ອາຈານ ເລວັນຮ່ວາງຜູ້ຖ່າຍທອດຄວາມເມົາມົວຮຽນວິຊາປະຫວັດສາດໃຫ້ແກ່ນັກຮຽນ

ຊົ່ວໂມງຮຽນວິຊາປະຫວັດສາດກ່ຽວກັບກົກເຄົ້າຂອງມະນຸດຂອງ ຫ້ອງ 6 B, ໂຮງຮຽນມັດທະຍົມຕອນຕົ້ນ ຮ່ວາງວັນທູ້ ຕາແສງ Cu Amung Ea H’Leo ແຂວງ ດັກລັກ ຍິ່ງຟົດຟື້ນກວ່າ ເພາະ ນັກຮຽນບໍ່ພຽງແຕ່ໄດ້ຊົມບັນດາຮູບພາບໂດຍກົງເທົ່ານັ້ນ ແຕ່ຍັງໄດ້ຈັບບາຍວັດຖຸແຕ່ລະຢ່າງ ໂດຍຄົນເຮົາໃນສະໄຫມບູຮານຜະລິດ ແລະ ນຳໃຊ້ອີກດ້ວຍ. ບັນດາທັກສະຄື: ການສັງເກດ, ຈັບຂວານ, ສິ່ວ, ...ຢູ່ຫໍສະມຸດ ຂອງໂຮງຮຽນ ບັນດານັກຮຽນປະຕິບັດຕົວຈິງແມ່ນມີຄວາມຈູບຈ້າວຫ້າວຫັນທີ່ສຸດ. ນ້ອງ ຫງວຽນທິເຕື່ອງວີ ໃຫ້ຮູ້ວ່າ ບັນດາຮູບພາບ, ວັດຖຸພັນນີ້ໄດ້ຊ່ວຍໃຫ້ນ້ອງມີຄວາມເຂົ້າໃຈບົດຮຽນກວ່າ ແລະ ຍິ່ງມັກຮຽນວິຊາປະຫວັດສາດກວ່າ.

        “ພວກນ້ອງມັກຮຽນບັນດາຊົ່ວໂມງວິຊາປະຫວັດສາດທີ່ສຸດ. ເພາະຢູ່ທີ່ນີ້ ພວກນ້ອງໄດ້ເຫັນປະຈັກຕາ ແລະ ໄດ້ຈັບບາຍບັນດາວັດຖຸພັນຊື່ງກ່ອນນີ້ຄົນເຮົາໃນສະໄຫມບູຮານໄດ້ນຳໃຊ້. ນ້ອງຂໍຂອບອົກຂອບໃຈອາຈານ ຮ່ວາງ ແລະ ອ້າຍເອື້ອຍລຸ້ນກ່ອນທີ່ໄດ້ເກັບຮັກສາບັນດາວັດຖຸພັນນີ້ເພື່ອໃຫ້ພວກນ້ອງມີຄວາມເຂົ້າໃຈຕື່ມກ່ຽວກັບຊີວິດຂອງຄົນຫວຽດບູຮານກວ່າ.”

        ບັນດາວັດຖຸພັນ ຊື່ງນ້ອງ ຫງວຽນທິເຕືອງວີ ເວົ້າເຖິງ ນັ້ນແມ່ນໝາກຜົນຊື່ງ ອາຈານ ເລວັນຮ່ວາງ ຊື່ງແມ່ນ ອາຈານສອນວິຊາປະຫວັດສາດຂອງໂຮງຮຽນເກັບຮັກສາສະສົມມາໄດ້ໃນຕະຫລອດ 10 ປີຜ່ານມາ, ດ້ວຍຄວາມເມົາມົວຄົ້ນຄ້ວາບູຮານຄະດີ ແລະ ປາດຖະຫນາຢາກຖ່າຍທອດຄວາມເມົາມົວໃຫ້ແກ່ນັກຮຽນ, ພາຍຫລັງ 10 ປີ ຊອກຫາ, ເກັບຮັກສາ ມາຮອດປະຈຸບັນ ອາຈານ ເລວັນຮ່ວາງ ເກັບຮັກສາວັດຖຸພັນທີ່ມີຄຸນຄ່າໄດ້ 600 ຢ່າງ ຄື: ຂວານ, ຄວັດ, ປາຍແຫລມ, ໂຕະລັບ, ປ່ຽງເຄື່ອງປັ້ນດິນເຜົາດ້ວຍຫີນດິນເຜົາ, ສາກເພື່ອທັບໃຫ້ມຸ່ນ. ນີ້ແມ່ນບັນດາເຄື່ອງມື ແລະ ອຸປະກອນໃນການດຳເນີນຊີວິດໃນສະໄຫມກ່ອນນີ້ 3000- 4000 ປີ. ຕີລາຄາກ່ຽວກັບວັດຖຸພັນທີ່ເກັບຮັກສາມາໄດ້ຂອງ ອາຈານ ເລວັນຮ່ວາງ, ທ່ານ ເຈີນກວາງນຳ, ຫົວຫນ້າຫ້ອງການຄົ້ນຄ້ວາເກັບຮັກສາວັດຖຸພັນ, ຫໍພິພິທະພັນ ດັກລັກ ຖືວ່າ: ບັນດາວັດຖຸພັນນັ້ນ ແມ່ນມີຄວາມອຸດົມສົມບູນ ແຕ່ສ່ວນຫລາຍແມ່ນບັນດາປະເພດຫີນມີຄວາມແຂງສູງຄື: Opal, Silic… ແລະ ອຸປະກອນການອອກແຮງງານສ່ວນຫລາຍໄດ້ຄັດທັງໝົດ. ຄຸນຄ່າຂອງບັນດາວັດຖຸພັນນີ້ແມ່ນຫລາຍຮູບແບບ. ນີ້ແມ່ນຫນຶ່ງໃນບັນດາພື້ນຖານສຳຄັນເພື່ອໃຫ້ບັນດານັກຄົ້ນຄ້ວາຊອກຮູ້ກ່ຽວກັບຮ່ອງຮອຍຂອງຄົນບູຮານຢູ່ເຂດດິນ Cu Amung.

        ອາຈານ ຮ່ວາງທິຕວຽດ, ຜູ້ອຳນວຍການໂຮງຮຽນມັດທະຍົມຕອນຕົ້ນ ຮ່ວາງວັນທູ້, ຕາແສງ Cu Amung ໃຫ້ຮູ້ວ່າ: ຍ້ອນເງື່ອນໄຂການສິດສອນຍັງປະສົບກັບຄວາມຫຍຸ້ງຍາກ, ເປັນຕົ້ນແມ່ນສຳລັບໂຮງຮຽນຫາກໍ່ສ້າງຕັ້ງໃຫມ່ຢູ່ຕາແສງຫ່າງໄກສອກຫລີກຄື Cu Amung ສະນັ້ນ ເລື່ອງເພີ່ມເຕີມອຸປະກອນການສິດສອນແມ່ນບັນຫາມີຄວາມຈຳເປັນທີ່ສຸດ. ດ້ວຍຄວາມເມົາມົວຄົ້ນຄ້ວາບູຮານຄະດີ, ການຊອກເກັບຮັກສາວັດຖຸພັນມາເປັນເວລາຫລາຍປີຂອງທ່ານ ຮ່ວາງ ໄດ້ຫນູນຊ່ວຍໃຫ້ແກ່ວຽກງານການສິດສອນວິຊາປະຫວັດສາດເປັນຢ່າງດີ, ຊ່ວຍໃຫ້ພວກນ້ອງນັກຮຽນ ມີຄວາມເຂົ້າໃຈບົດຮຽນຢູ່ໃນຫ້ອງຮຽນ, ປຸກລຸກພວກນ້ອງນັກຮຽນມີຄວາມເມົາມົວຕໍ່ກັບບູຮານຄະດີ. ອາຈານ ຫງວຽນທິຕວຽດ ໃຫ້ຮູ້ວ່າ:

        “ອາຈານ ຮ່ວາງ ຍາມໃດກໍ່ຊອກຮູ້ຄົ້ນຄ້ວາການໝູນໃຊ້ບັນດາວິທີການສິດສອນໃຫມ່ ເພື່ອຊ່ວຍນັກຮຽນເຂົ້າໃຈບົດຮຽນງ່າຍ. ໃນວິວັດການສິດສອນນັ້ນ ອາຈານ ຮ່ວາງໄດ້ຊອກຫາ, ເກັບຮັກສາບັນດາວັດຖຸບູຮານຢູ່ Cu Amung  ແລະ ເອົາເຂົ້າໃນຊົ່ວໂມງຮຽນ, ສ້າງຄວາມສົນໃຈໃຫ້ພວກນ້ອງໃນການຮ່ຳຮຽນ.”

        ບໍ່ພຽງແຕ່ຮັກສາບັນດາວັດຖຸພັນທີ່ເກັບມາໄດ້ນັ້ນ ຫາກຍັງວາງສະແດງຢູ່ຫໍສະມຸດຂອງໂຮງຮຽນອີກດ້ວຍ ເພື່ອເປັນອຸປະກອນການສິດສອນ, ອາຈານ ເລວັນຮ່ວາງ ຍັງມອບໃຫ້ຫໍພິພິທະພັນ ດັກລັກ ວັດຖຸພັນກວ່າ 50 ຢ່າງເພື່ອວາງສະແດງ, ຮັບໃຊ້ວຽກງານການຄົ້ນຄ້ວາ. ອາຈານ ຮ່ວາງ ໃຫ້ຮູ້ວ່າ ຈະສືບຕໍ່ວຽກງານຊອກຫາ, ເກັບຮັກສາ, ພ້ອມທັງຕັ້ງຫນ້າສົມທົບກັບຫໍພິພິທະພັນ ດັກລັກ ປະຕິບັດບັນດາການໄປສຳຫລວດ, ຂຸດຄົ້ນໃນໄລຍະຈະມາເຖິງ ອີກດ້ວຍ. ອາຈານ ເລວັນຮ່ວາງ ແບ່ງປັນວ່າ:

        “ເຂດໄຕງວຽນ ແມ່ນເຂດດິນອຸດົມສົມບູນກ່ຽວກັບບູຮານຄະດີ. ເພາະສະນັ້ນ ສິ່ງທີ່ພວກຂ້າພະເຈົ້າປາດຖະຫນາ ນັ້ນແມ່ນຕ້ອງພະຍາຍາມຊອກຮູ້ ແລະ ສົມທົບກັບບັນດາອົງການວິຊາສະເພາະ ເພື່ອຢັ້ງຢືນໄດ້ເຖິງຄຸນຄ່າຂອງບັນດາຮ່ອງຮອຍຢູ່ທີ່ນີ້ ເພື່ອນຳເຂົ້າສະຖານທີ່ບູຮານຄະດີຄື: Cu Amung ເຂົ້າຫລັກສູດຕຳລາຮຽນ.”

        ການສິດສອນຢູ່ຕາແສງເຂດຫ່າງໄກສອກຫລີກຄື: Cu Amung ເມືອງ Ea H’ Leo ແຂວງ ດັກລັກ, ໃນເງື່ອນໄຂທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ຂາດເຂີນ ແຕ່ດ້ວຍຄວາມເມົາມົວກັບວຽກງານຄົ້ນຄ້ວາບູຮາຄະດີ, ອາຈານ ເລວັນຮ່ວາງ ເກັບຮັກສາໄດ້ວັດຖຸພັນຫລາຍຢ່າງທີ່ມີຄຸນຄ່າ. ວຽກງານນັ້ນ ໄດ້ສົ່ງແຫລ່ງອາລົມໃຫ້ແກ່ນັກຮຽນຜູ້ທີ່ມັກຮຽນວິຊາປະຫວັດສາດ, ພ້ອມທັງເພີ່ມເຕີມວັດຖຸພັນຫລາຍຢ່າງທີ່ມີຄຸນຄ່າໃຫ້ແກ່ຫໍພິພິທະພັນແຂວງ ດັກລັກ ເພື່ອຮັບໃຊ້ວຽກງານຄົ້ນຄ້ວາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ