ອາຊີບສານກະພາຂອງຊາວເຜົ່າ

     (vovworld) - ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ກະ​ພາ​ໄດ້​ກາຍ​ເປັນ​ເຄື່ອງ​ໃຊ້​ທີ່​ມີ​ຄວາມ​ໃກ້​ຊິດ​ສະ​ໜິດ​ຕິດ​ພັນ ແລະ​ຂາດ​ບໍ່​ໄດ້​ໃນການ​ດຳ​ລົງຊີ​ວິດ​ປະ​ຈຳ​ວັນ​ຂ​ອງ​ຊາວ​ເຜົ່າ K'ho​ ເວົ້າ​ສະ​ເພາະ ແລະ ຊາວ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ໄຕ​ງວຽນ​ເວົ້າ​ລວມ. ອ​າ​ຊີບ​ສານ​ກະ​ພາ​ຍັງສະ​ແດງ​ໃຫ້​ເຫັນ​​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ຊາ​ວເຜົ່າ​ K'ho ອີກ​ດ້ວຍ.

ອາຊີບສານກະພາຂອງຊາວເຜົ່າ - ảnh 1
(ພາບປະກອບ)

          ກ່ອນນີ້, ຊາວ​ເຜົ່າ K'ho ດຳລົງ​ຊີ​ວິດ​ດ້ວ​ຍາ​ຊີບ​ປູກ​ເຂົ້າ​ນາ​ທາມ ແລະ ເຮັດ​ໄຮ່​ເປັນ​ຕົ້ນ. ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະ​ລິດ​ກະ​ສິ​ກຳ, ບັນ​ພະ​ບຸ​ລຸດ​ຂອງ​ຊາວ​ເຜົ່າ K'ho

ໄດ້​ປະ​ດິດ​ສ້າງ​ເຄື່ອງ​ໃຊ້ ກໍ່​ຄື​ເຄື່ອງ​ມື​ຫຼາຍ​ປະ​ເພດ​ເຊັ່ນ: ຂວານ, ພ້າ, ມີດ, ກະ​ຈາດ, ກະ​ພາ…ກະ​ພາ​ຕິດ​ພັນ​ກັບ​ຊີ​ວິດ​ການ​ເປັນ​ຢູ່ ແລະ ປະ​ກົດ​ຕົວ​ໃນ​ການ​ເຄື່ອນ​ໄຫວ​ທຸກ​ດ້ານ​ຂອງ​ຊາວ​ເຜົ່າ K'ho. ໃນ​ງານ​ບຸນ, ພ້​ອມ​ກັບວາດ​ຟ້ອນ​ທີ່ອ່ອນ​ຊ້ອຍ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້, ​ກະ​ພາດອກ​ໄມ້​ຍັງ​ເປັນ​ເຄື່ອງ​ປະ​ດັບ​ປະ​ດາ​ສ້າງ​ຄວາມ​ງາມ​ສະ​ເໜໃຫ້​ແກ່​ບັນ​ດາ​ນາງ​ສາວ​ຊາວ​ເຜົ່າ K'ho ອີກ​ດ້ວຍ.

ເທບ​ສຽງ​ປະ​ກອບ

          ຕາມ​ປະ​ສົບ​ການ​ຂອງ​ຊາວ​ເຜົ່າ K'ho ແລ້ວ,  ຢາກ​ສານ​ກະ​ພາ​ໃຫ້​ງາມ​ແລະ ແໜ້ນ​ໜາ, ເຖິງ​ເດືອນ 6, 7, ຜູ້​ຊາຍລ້ຳ​ສັນ​ຕ້ອງ​ເຂົ້າ​ປ່າ​ເລິກ​ເພີ່ອຕັດ​ໄມ້​ໄຜ່​ໄມ້ເຮ້ຍ. ພາຍຫຼັງ​ບັນ​ດາ​ຫ່າ​ຝົນ​ຕົ້ນ​ລະ​ດູ, ໄມ້​ໄຜ່​ໄມ້​ເຮ້ຍ​ຈະ​​ບໍ່​ອ່ອນ ແລະ ບໍ່​ແກ່​ເກີນ​ໄປ, ຫາກພໍ​ດີ​ງາມ​. ໄມ້​ໄຜ່​ໄມ້​ເຮ້ຍ​ລຳ​ໃດ​ທີ່​ມີຕາ​ຍາວ, ຕົ້ນ​ໄມ້​ຊື່ ແລະ ປາຍໂກ່ງ ແມ່ນ​ເໝາະ​ສົມ​ກັບການ​ສານ​ກະ​ພາ. ​ເມື່ອ​ຕັດ​​ມາ​ຕ້ອງ​ຕາກ​ແດດ​ປະ​ມານໜຶ່ງ​ສັບ​ປະ​ດາ​ຈຶ່ງ​ສາ​ມາດສານ​​ໄດ້. ນອກ​ຈາກ​​ຄັດ​ເລືອ​ກ​ຕົ້ນ​ໄມ້​ໄຜ່​ໄມ້​ເຮ້ຍ​ແລ້ວ, ມີດເຫຼົາ​ກໍ່​ມີ​ຄວາມ​ສຳ​ຄັນ​ບໍ່​ແມ່ນ​ໜ້ອຍ. ມີດ​ນ້ອຍ​ມີປາຍທັງ​ແຫຼມ ແລະ ຄົມ, ພ້ອມ​ກັບ​ຄວາມ​ຊຳ​ນານ​ລະ​ອຽ​ດ​ລະ​ອໍ​ຂອງ​ຜູ້​ສານ ແມ່ນ​ປັດ​ໃຈ​ຕັດ​ສິນ​ເພື່ອ​ສ້າງ​ເປັນ​ກະ​ພາ​ທີ່​ສວຍ​ງາມ. ເພື່ອ​ສານ​ກະ​ພາ​ໃຫ້​ສຳ​ເລັດ​ແມ່ນ​ຕ້ອງ​ເສຍ​ເວ​ລາຫຼາຍ ແລະ ຕ້ອງ​ຜ່ານຫຼາຍ​ຂັ້ນ​ຕອນ​ຄື: ຊອກ​ຫາ​ວັດ​ຖຸ, ຜ່າ ແລະ ເຫຼົາໄມ້​ໄຜ່​ໄມ້​ເຮ້ຍ, ສານ​ໂຕກະ​ພາ, ເສັ້ນ​ກະ​ພາ ແລະ ພື້ນ​ຮອງກະ​ພາ. ແຕ່​ລະ​ຂັ້ນ​ຕອນ​ກໍ່​ມີ​ພາກ​ສ່ວນ​ສຳ​ຄັນ​ແຕກ​ຕ່າງ​ກັນ, ແຕ່​​​ສຳ​ຄັນກວ່າ​ໝູ່​ແມ່ນ​ການ ​ຜ່າ ແລະ ເຫຼົາໄມ້​ໄຜ່​ໄມ້​ເຮ້ຍເພື່ອສານ​​ໂຕກະ​ພາ, ເສັ້ນ​ກະ​ພາ. ເພື່ອ​ສານ​ກະ​ພາ​ຕ້ອງ​ມີຄວາມ​ປາ​ນີດ, ​ລະ​ອຽດລະ​ອໍ, ເສຍ​ເວ​ລາຫຼາຍ, ໂດຍ​ສະ​ເພາະ​ແມ່ນ​ເຕັກ​ນິກ​ສ້າງ​ລວດ​ລາຍ​ໃນ​ກະ​ພາ. ຍ້​ອນ​ເຫດ​ນັ້ນ​ພຽງແຕ່​ຜູ້ອາ​ຍຸ​ສູງ​ຈຶ່ງ​ມີ​ຄວາ​ມ​ຕັ້ງ​ໝັ້​ນ​ຢ່າງ​ພຽງ​ພໍ​ເພື່ອ​ສ້າງ​ເປັນ​ຜະ​ລິດ​ຕະ​ພັນທີ່​ຖືກ​ໃຈ​ໄດ້. ທ່ານ K’Bren ຊາວ​ເຜົ່າ K'ho, ໃຫ້​ຮູ້​ວ່າ.

          “ສານ​ກະ​ພາ​​ທຳ​ມະ​ດາອັນ​ໜຶ່ງໃຫ້​ສຳ​ເລັດແມ່ນ​ຕ້ອງ​ເສຍ​ເວ​ລາ 1 ສັບ​ປະ​ດາ, ແຕ່​ສານ​ກະ​ພາ​ທີ່​ມີ​ລວດ​ລາຍ​ສວຍ​ງາ​ມ​ໃຫ້​ສຳ​ເລັກ​ບາງ​ເທື່ອ​ຕ້ອງ​ເສຍ​ເວ​ລາ​ນັບ​ເປັນ​ເດືອນ. ລຸ້ນ​ໜຸ່ມ​ກໍ່​ໄດ້​ສືບ​ທອດ​ອາ​ຊີບ​​ສານ​ກະ​ພາຈາກ​ລຸ້ນ​ກ່ອນ, ມີ​ບາງ​ຄົນ​ກໍ່​ເມົາ​ມົວ​ກັບ​ອາ​ຊີບນີ້​ຢູ່. ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ສານ​ກະ​ພາ ແລະ ຫວັງ​ວ່າ​ລັດ​ຈະ​ໜູນ​ຊ່ວຍດ້ານ​ທຶນ​ຮອນ​ເພື່ອ​ຟື້ນ​ຟູ​ອາ​ຊີບ​ສານ​ກະ​ພາ​ທີ່​ເປັນ​ມູນ​ເຊື້ອ​ຂ​ອງ​ຊົນ​ເຜົ່າ​ຕົນ​ໄວ້”.

ອາຊີບສານກະພາຂອງຊາວເຜົ່າ - ảnh 2
(ພາບປະກອບ)

          ກະ​ພາ​ແຕ່​ລະ​ປະ​ເພດ​ຂ​ອງ​ຊາວ​ເຜົ່າ K'ho ກໍ່​ມີ​ປະ​ໂຫຍດ​ໃນ​ການ​ໃຊ້​ສ​ອຍ​ທີ່​ແຕກ​ຕ່າງ​ກັນ. ຕາມ​ນັ້ນ​ແລ້ວ, Sah sơn ແມ່ນ​ກະ​ພາ​ໃຫຍ່, ມີ​ປະ​ໂຫຍດ​ວັດ​ຜອງ. ກະ​ພາ​ອັນ​ໜຶ່ງ​ສາ​ມາດ​ບັນ​ຈຸ​ເຂົ້າ​ເປືອກ​ໄດ້ 50kg. ສ່ວນ “sớ dà”  ແມ່ນ​ກະ​ພາ​ຖືກ​ສານ​ເປັນຫຼາຍ​ຂະ​ໜາດ​ທີ່​ແຕກ​ຕ່າງ​ກັນ, ​ເພື່ອ​ນຳ​ໃຊ້​ໃນ​ການເຈ່ຍນ້ຳ, ​ເຈ່ຍຟືນ, ເຂົ້າ​… ສະ​ເພາະ​ກະ​ພາ “sớ bơnơr” ​ແມ່ນເຄີຍໃຊ້​ເມື່ອໄປ​ບຸນ, ໄປ​ຕະຫຼາດ, ເພາະ​ວ່າ​ກະ​ພາ​ປະ​ເພດນີ້​ນ້ອຍ, ຖືກ​ສານ​ຢ່າງ​ລະ​ອຽດ​ລະ​ອໍ​ກວ່າ ແລະ ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ລວດ​ລາຍ​ທີ່​ສວຍ​ງາມຫຼາຍກວ່າ. ກະ​ພາ​ບໍ່​ພຽງ​ແຕ່​​ມີ​ປະ​ໂຫຍດ​​​ເພື່ອບັນ​ຈຸ​ເ​ຄື່ອງ​ຂອງ​ຕ່າງໆ​ເຊັ່ນ: ຄ້ອງ, ເຂົ້າ… ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜະ​ລິດ​ຕະ​ພັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຊຳ​ນານ, ​ສິ​ລະ​ປະຂອງ​ຜູ້​ສານ​ອີກ​ດ້ວຍ. ທ່ານ ຫງວຽນ​ເຈື່ອງ, ພະ​ນັກ​ງານ​ຄົ້ນ​ຄ້​ວາ​ບັນ​ດາ​ເຜົ່າ​ສ່ວນ​ໜ້​ອຍ, ໃຫ້​ຮູ້​ວ່າ:

          “ກະ​ພາ​ສະ​ແດງ​ໃຫ້​ເຫັນ​ສີ​ສັນ​ຂອງ​ຊົນ​ເຜົ່າ K’ho ໃນ​ການ​ເຄື່​ອນ​ໄຫວ​​ສິ​ລະ​ປະວັດ​ທະ​ນະ​ທຳ, ໃນ​ບັນ​ດາ​ງານ​ບຸນ​ຂອງ​ຊາວ​ເຜົ່າ K’ho, ພິ​ເສດແມ່ນ​ໃນ​ງານ​ບຸນ​ຕີ​ຄ້ອງ. ກະ​ພາ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​​ເອ​ກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ K’ho ອີກ​ດ້ວຍ. ນັ້ນ​ແມ່ນ​ບັນ​ດາ​ກະ​ພາ​ທີ່​ຖືກ​ສານ​ຢ່າງ​ລະ​ອຽດ​ລະ​ອໍ ແລະ ມີ​ຄວາມ​ໝາຍ​ວັດ​ທະ​ນະ​ທຳ​ມະ​ນຸດ​ຢ່າງ​ເລິກ​ເຊິ່ງ”.

          ປະ​ຈຸ​ບັນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ K’ho ​ໄດ້​ມີ​ການ​ປ່ຽນ​ແປງຫຼາ​ຍ​ຢ່າງ. ນອກ​ຈາກ​ການ​ກໍ່​ສ້າງ​ເຮືອນ​ຊາ​ນ​ຢ່າງ​ໃຫຍ່​ໂຕ​ສວຍ​ງາມ​ແລ​້ວ, ປະ​ຊາ​ຊົນ​ຍັງ​ລົງ​ທຶນ​ຊື້​ເຄື່ອງ​ມື​ກະ​ສິ​ກຳຮັບ​ໃຊ້​ໃຫ້​ແກ່​ການ​ຜະ​ລິດ​ທີ່​ທັນ​ສະ​ໄໝ​. ກະ​ພາ​ບໍ່​ໄດ້​ນຳ​ໃຊ້​ເປັນ​ປະ​ຈຳ​ຄື​ກ່ອນນີີ້​ອີກ. ເຖິ​ງ​ຢ່າງ​ໃດ​ກໍ່​ຕາມ, ອາ​ຊີບ​ສານ​ກະ​ພາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ K’ho ພວມ​ຄ່ອຍໆໄດ້​ຮັບ​ການ​ຟື້ນ​ຟູ.​ ພ້ອມ​ກັບການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ມີໝູ່​ບ້າ​ນ​ອາ​ຊີບ​ສານ​ກະ​ພາ​ຈຳ​ນວນ​ໜຶ່ງ​ຂອງ​ຊາວ​ເຜົ່າ K’ho ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້​ນ​ຢູ່​ສະ​ຖານ​ທີ່​ທ່​ອງ​ທ່ຽວ​ບາງ​ແຫ່ງ​ໃນ​ເມືອງ ຢີ​ລິງ, ແຂວງ ເລິມ​ດົ່ງ, ປະ​ກອບ​ສ່ວນ​ຮັກ​ສາ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ຊາວ​ເຜົ່າ​ K’ho ໄວ້./.

 

 

 

 

ຂ່າວ/ບົດ​ອື່ນ