ອາຫານຂອງຊົນເຜົ່າຜູ້ໄທຢູ່ເມື່ອງໄລ, ດ້ຽນບຽນ



(vovworld) - ຜູ້​ໃດ​ມາ​ດ້ຽນບຽນ ​ເປັນ​ເທື່ອ​ທຳ​ອິດ ຈະ​ຮູ້ສຶກ​ແປກ​ປະຫຼາດ​ໃຈ​ເພາະວ່າ​ຢູ່​ທີ່​ນີ້​ຍັງ​ຄົງ​ຮັກສາ​​ໄດ້ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕ່າງໆ​ຢູ່​ໃນ​ເຂດ. ນັບ​ແຕ່​ຊຸດ​ອາພອນ​ປະຈຳ​ເຜົ່າ, ​ເຮືອນຮ້ານ, ພິທີ​ງານ​ບຸນ, ຮີດຄອງ​ປະ​ເພນີ ຕະຫຼອດ​ຮອດ​ອາຫານ. ຄວາມ​ຊຳນານ, ຂອງ​ແມ່ຍິງ​ຊົນ​ເຜົ່າ​ຜູ້ໄທ​ສະ​ແດງ​ອອກ​ຜ່ານ​ອາຫານພື້ນ​ເມືອງ​ຫຼາຍ​ເຍື່ອງ.


ອາຫານຂອງຊົນເຜົ່າຜູ້ໄທຢູ່ເມື່ອງໄລ, ດ້ຽນບຽນ - ảnh 1
ໝົກຊີ້ນໝູ

​ໃນ​​ໂອກາດໄປ​ປະຕິ​ບັດ​ງານ​ຢູ່​ເມືອງ​ເມື່ອ​ງ​ໄລ, ​ເຊິ່ງ​ແມ່ນ​ແຫ່ງ​ດຳລົງ​ຊີ​​ວິດ​ຂອງ​ຊາວ​ເຜົ່າ​ໄທ​ຂາວ, ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ປະທານ​ອາຫານ​ພື້ນ​ເມືອງ​ຫຼາຍ​ເຍື່ອງຂອງ​ຊາວເຜົ່າ​ຜູ້​ໄທ, ​ໂດຍ​ເອື້ອຍ ຮ່ວາງ​ທິຮັ່ງ ປຸງແຕ່ງ​ເອງ. ​ເອື້ອຍ​ໃຫ້​ຮູ້​ວ່າ, ​ແມ່ຍິງ​​ເຜົ່າ​ຜູ້​ໄທ​ສາມາດ​ແຕ່ງອາຫານ​ທຸກ​ເຍື່ອງດ້ວຍ​ວັດຖຸ​ທີ່​ມີ​ຢູ່​ແລ​້ວ​ໃນ​ທຳ​ມະ​ຊາດ​ຄື​ໝາກ​ເຂືອ​ເຮື້ອ, ​ໃບ​ໄມ້​ຂົມ, ​ໄຄ​ຫ້ວຍ.​

        “ທີ​ໜຶ່ງ​ແມ່ນ​ອີງ​ຕາມ​ລະດູ​ການ, ທີ​ສອງ​ແມ່ນ​ວິທີການປຸງ​ແຕ່ງຄື​ແນວ​ໃດ​ໃຫ້​ແຊບ. ອາຫານ​ເຍື່ອງ​ໃດ​ກໍ່​ຮັບ​ການ​ປຸງ​ແຕ່ງ​ຢ່າງ​ລະອຽດ​ລະ​ອໍ“.  

​ເພື່ອ​ປຸງແຕ່ງອາຫານ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ຜູ້​ໄທກວ່າ 10 ​ເຍື່ອງ, ​ເອື້ອຍ ຮັ່ງ ຕ້ອງ​ກະກຽມ​ທັງຄາບ, ​ເອື້ອຍ​ໃຫ້​ຮູ້​ວ່າ​ລະດູ​ໃດ​ກໍ່​ມີ​ອາຫານ​ສະ​ເພາະ​ຂອງ​ລະດູ​ນັ້ນ, ​ແຕ່ລະ​ເຍື່ອງ​ກໍ່​ມີ​ລົດ​ຊາດ​ສະ​ເພາະ. ພິ​ເສດ​ແມ່ນ​ອາຫານ​ປີ້ງທີ່​​ແຊບນົວ ດ້ວຍ​ທາດ​ບຳລຸງ​ລ້ຽງ​ສູງ. ຊີ້ນ​ສັດ​ປີກ, ສັດລ້ຽງ ຫຼື​ສິນ​ໃນ​ນ້ຳ​ລ້ວນ​ແຕ່​ປີ້ງ​ໄດ້, ​ແຕ່​ແຊບ​ກວ່າ​ໝູ່​ແມ່ນ​ໄຄ​ນຳ້​ປີ້ງ​. ​ໃນ​ລະດູ​ນີ້, ​ໄຄ​ນຳ້​ແຊບ​ທີ່​ສຸດຍ້ອນ​ນຳ້ຫ້ວຍ​​ໄຫຼ​​ແຮງ​ເຮັດ​ໃຫ້​ໄຄ​ນຳ້​ຂຽວສົດ​ໄສ. ພາຍຫຼັງ​ລ້າງ​ໃຫ້​ສະອາດ, ​ເຂົາ​ເຈົ້າ​ນຳ​ເອົາ​ເຄື່ອງ​ເທດ​ຫຼາຍ​ປະ​ເພດ​ຄື: ​ໝາກ​ແຂ່ນ, ໝາກ​ເຜັດ, ຫົວ​ຜັກທຽມ, ຫົວ​ຂີງ, ຫົວສີ​ໄຄ, ​ໄບໝາກ​ນາວ ​ແລະ ຊີ້ນ​ມີ​ນ້ຳມັນນ້ອຍ​ໜຶ່ງມາ​ປົນ​ກັນ ​ແລ້ວ​ຫໍ່​ດ້ວຍ​ໃບຕອງ, ຫຼັງ​ຈາກ​ນັ້ນ​ຈະ​​ເອົາ​ມາໝົກ​ໃສ່​ຂີ້​ເທົ່າ​ໃຫ້​ສຸກ. ​ອາຫານ​ເຍື່ອງ​ນີ້​ມີ​ລົດ​ຊາດ​ພິ​ເສດ, ທັງ​ແຊບ​ທັງ​ຫອມ. ​ເມື່ອ​ກິນ​ໄຄ​ນຳ້ ພ້ອມ​ກັບ​ເຫຼົ້າ​ໄຫ​ຈະ​ຮູ້ສຶກ​ວ່າ​ແຊບ​ກວ່າ​ຈົນ​ຍາກ​ທີ່​ຈະ​ລືມ​ໄດ້.


ອາຫານຂອງຊົນເຜົ່າຜູ້ໄທຢູ່ເມື່ອງໄລ, ດ້ຽນບຽນ - ảnh 2

ພາເຂົ້າຂອງຊາວເຜົ່າຜູ້ໄທ

​ໃນ​ພາ​ເຂົ້າຂອງ​ເອື້ອຍ ຮັ່ງ ມີ​ອາຫານ​ເຖິງ 3 ​ເຍື່ອງຖືກ​ຫໍ່​ດ້ວຍ​ໃບຕ​ອງ. ນີ້​ກໍ່​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ຂອງ​ຊາວ​ເຜົ່າ​ຜູ້​ໄທ. ອະທິ​ບາຍ​ກ່ຽວ​ກັບ​ສິ່ງ​ດັ່ງກ່າວ, ອ້າຍ​ຂ່ວາງ​ວັນ​ຕ໋ຽນ, ຕາ​ແສງ​ໄລ​ເນືອ, ​ໃຫ້​ຮູ້​ວ່າ. ​ໃນ​ເມື່ອ​ກ່ອນ​ຄົນ​ເຜົ່າ​ຜູ້​ໄທ​ດຳລົງ​ຊີວິດ​ຢູ່​ເຂດ​ພູ​ສູງ, ​ເຄື່ອງ​ໃຊ້​ເພື່ອ​ປຸງ​ແຕ່ງ​ບໍ່​ມີ​ຫຼາຍ ​ແລະ ອຸດົມສົມ​ບຸນຄື​ປະຈຸ​ບັນ, ດັ່ງ​ນັ້ນ​ຈຶ່ງ​ໃຊ້​​ໃບຕອງ​ເພື່ອຫໍ່​ອາຫານ​. ​ປະຈຸ​ບັນ, ​ເຖິງ​ວ່າ​ຊີວິດ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ແລ້ວ​ກໍ່ຕາມ, ​ແຕ່​ຊົນ​ເຜົ່າ​ຜູ້​ໄທ​ກໍ່​ບໍ່​ລືມ​​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ນີ້ໄດ້. ​ເຂົາ​ເຈົ້າ​ຍັງ​ຄົງ​ໃຊ້​ໃບຕອງ​ຫໍ່​ອາຫານ​ເພື່ອນຶ້ງ.

        ​ເອື້​ອຍຮັ່ງ​ ເວົ້າ​ວ່າ, ອາຫານເປັດ​ໃສ່​ໝາກປີ​ເຖິງ​ວ່າ​ສີ​ບໍ່​ງາມ, ​ແຕ່​ເມື່ອ​ຊິ​ມ​​ແລ້ວ​ຈະຮູ້ສຶກ​ວ່າ​ມັນ​ມີ​ລົດ​ພິ​ເສດສະ​ເພາະ ​ເຊິ່ງບໍ່​ເຄີຍ​ມີ​ຢູ່​ບ່ອນ​ໃດ. ອາຫານ​​ເຍື່ອງ​ນີ້ທັງຫອມ, ​ເຜັດ ​ແລະ ແຊບນົວ, ​ເຮັດ​ໃຫ້​ຜູ້​ໃດ​ກໍ່ຍ້ອງ​ວ່າ​ແຊບ​ຫຼາຍ. ​ເອື້ອຍ ຮັ່ງ ​ແນະນຳ​ວ່າ:

        “ອາຫານ ​ນີ້​ເອີ້ນ​ວ່າ ​ເປັດ​ໃສ່​ໝາກປີ, ຕ້ອງ​ອ່ອມ​ດ້ວຍ​ໄຟ​ນ້ອຍໆໃນ​ເວລາ​ປະມານ 3 ຊົ່ວ​ໂມງ. ອາຫານ​ເຍື່ອງ​ນີ້​ຕ້ອງ​ໃສ່​ເຄື່ອງ​ເທດ​ຫຼາຍ​ປະ​ເພດ​ຄື: ໝາກ​ເຜັດ, ຫົວ​ຂີງ, ສີ​ໄຄ, ໝາກ​ແຂ່ນ..“.


ອາຫານຂອງຊົນເຜົ່າຜູ້ໄທຢູ່ເມື່ອງໄລ, ດ້ຽນບຽນ - ảnh 3

ໝົກເປັດໃສ່ໝາກປີ

        ຊີ້ນ​ໝູ​ຟັກ​ນ້ອຍໆ​ປົນ​ໃສ່​ເຄື່ອງ​ເທດ​ແລ້ວ​ຫໍ່​ດ້ວຍ​ໃບຕອງກໍ່​ແມ່ນ​ອາຫານ​ ທີ່​ແຊບນົວ. ຊີ້ນ​ໝູ​ຢູ່​ເຂດ, ພາກ​ໃດ​ກໍ່​ມີ ​ແລະ ​ແມ່ນ​ອາຫານ​ຕົ້ນ​ຕໍ່​​ໃນ​ຊີວິດປະຈຳ​ວັນຂອງ​ຊາວ​ຫວຽດນາມ. ​ແຕ່​ຜ່ານສີມື​ທີ່​ຄ່ອງ​ແຄ້ວຂອງ​ຊາວ​ເຜົ່າ​ຜູ້​ໄທ, ຊີ້​ໝູ​ຟັກ​ຫໍ່​ໃບຕອງ​ພັດ​ມີ​ລົດ​ຊາດ​ພິ​ເສດ​ ​ທີ່ບໍ່​ເຄີຍ​ມີ​ຢູ່​ບ່ອນ​​ໃດ. ອາຫານ​ເຍື່ອງ​ນີ້​ກໍ່​ອົບ​​ໃນເວລາ 1 ຊົ່ວ​ໂມງ, ດັ່ງ​ນັ້ນ​ຊີ້​ນກໍ່​ໜຸ້ມໜຽວ, ກິ່ນ​ຫອມ​ຂອງ​ຊີ້ນ​ພ້ອມ​ກັບ​ກິ່ນ​ຫອມ​ຂອງ​ໃບຕອງ, ໝາກ​ຜິ​ກ​ໄທ, ຍິ່ງ​ເຮັດ​ໃຫ້​ມັນ​ມີ​ລົດ​ຊາດ​ພິ​ເສດກວ່າ.

        ສ່ວນ​ເຂົ້າ​ແສນ​ຂອງ​ຊາວ​ຊົນ​ເຜົ່າ​ຜູ້​ໄທ​ກໍ່​ພິ​ເສດ​ເຊັ່ນ​ກັນ. ​ເຂົ້າ​ແສນ​ບາງທີ່ຈື່​ນກັບນຳ້ມັນ​ໃຫ້​ສີ​​ເຫຼືອງ​ອ່ອນ ​ແລະ ກອບ. ​​ເອື້ອຍ ຮັ່ງ​ ​ເວົ້າ​ວ່າ, ນີ້​ແມ່ນ​ເຂົ້າໜົມ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ຜູ້​ໄທ ​ແລະ​ ວິທີ​ເຮັດ​ກໍ່​ລະອຽດ​ລະ​ອໍ​ທີ່​ສຸດ.

        “​ໃນ​ເມື່ອ​ ກ່ອນ​ເຄີຍ​ເຮັດ​ເຂົ້າ​ແສນ​ໃນ​ຍາມ​ບຸນປີ​ໃໝ່, ​ແຕ່​ປະຈຸ​ບັນ​ແມ່ນ​ເຮັດ​ຕະຫຼອດ​ປີ. ​ກ່ອນ​ອື່ນ​ແມ່ນເລືອກ​ເອົາ​ມັນ​ຕົ້ນ,  ພາຍຫຼັງຂູດ ​ແລະ ໜຶ້ງ​ມັນ​ຕົ້ນແລ້ວ ​ຈະ​ຕຳ່​ເປັນ​ຕ່ອນ​ແລ້ວ​ຕາກ​ແດດ. ​ເມື່ອ​ແຫ້ງ​ແລ້ວ​ເຮົາ​ຈຶ່ງ​ຕັດ​ຕາມ​ຮູບ​ທີ່​ເຮົາ​ມັກ “.


ອາຫານຂອງຊົນເຜົ່າຜູ້ໄທຢູ່ເມື່ອງໄລ, ດ້ຽນບຽນ - ảnh 4

ເຂົ້າໜົມແສນ

        ​ໃນ​ຄາບ​ເຂົ້າ​ປະຈຳ​ວັນ​ຂອງ​ຊາວ​ເຜົ່າ​ຜູ້​ໄທ, ​ເຂົ້າໜຽວ​ແມ່ນ​ຂາດ​ບໍ່​ໄດ້. ຊາວ​ເຜົ່ຜູ້​ໄທ​ມີ​ວິທີ​ໜຶ້ງ​ເຂົ້າໜຽວ​ດ້ວຍ​ຫວດ​ໄມ້. ​ເຂົ້າໜຽວ​ສຸກ​ດ້ວຍ​ອາຍ​ ທັງ​ໜຽວທັງ​ແຊບ, ​​ແຕ່ເວລາ​ປັ້ນ​ເຂົ້າ​ພັດ​ບໍ່​ຕິດ​ໃສ່​ມື​. ​ເຂົ້າໜຽວ​ຖືກ​ໃສ່​ໃນ​ຕິບ​ເຂົ້າ, ​ເພື່ອຮັກສາ​ຄວາມ​ອຸ່ນ​ ​ແລະ ຄວາມ​ໜຽວ​​​ໄວ້​. ​ເມື່ອ​​ເຊີນ​ແຂກ​ຮັບ​ປະທານ​ອາຫານ, ຊາວ​ເຜົ່າ​ຜູ້​ໄທ​ເຄີຍ​ປົນ​ເຂົ້າ​ກັບ​ໃບ​ໄມ້​ປະ​ເພດ​ຕ່າງໆ​ໃຫ້​ມີ​ສີ​ທຳ​ມະ​ ຊາດ​ທີ່​ສວຍ​ງາມຄື​ສີ​ອິດ, ສີ​ເຫຼືອງ.

        ​ເມື່ອ​ໄດ້​ຮັບ​ປະທານ​ອາຫານ​ໂດຍ​ຊາວ​ເຜົ່າ​ຜູ້​ໄທ​ແຕ່ງ​ເອງ ຈຶ່ງ​ເຫັນ​ໄດ້​ຄວາມ​ສາມາດ, ຄວາມ​ຊຳນານ​ຂອງ​ແມ່ຍິງ​ຢູ່​ທີ່​ນີ້. ອາຫານ​ແຕ່ລະ​ເຍື່ອງ​ໃນ​ພາ​ເຂົ້າ​ລ້ວນ​ແຕ່​ມີ​ລົດ​ຊາດ​ພິ​ເສດ, ອັນ​ໄດ້​ເຮັດ​ໃຫ້​ຜູ້​ຮັບ​ປະທານ​ຮູ້​ສື​ກ​ແປກ​ປະຫຼາດ. ດ້ວຍ​ວັດຖຸ​ທຳ​ມະ​ດາ, ​ແຕ່​ຜ່ານ​ສີມື​ທີ່​ຄ່ອງ​ແຄ້ວ ​ແລະ ຫົວຄິດ​ປະດິດ​ສ້າງ​ຂອງ​ຕົນ, ຜູ້ຍິງ​ຊົນ​ເຜົ່າ​ຜູ້​ໄທ ​ໄດ້​ແຕ່ງ​ເປັນ​ອາຫານພື້ນ​ເມືອງ​ຫຼາຍ​ເຍື່ອງ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ ຊົນ​ເຜົ່າ​ຜູ້​ໄທ​ໃນ​ແຂວງ​ດ້ຽນບຽນ.













ຕອບກັບ

ຂ່າວ/ບົດ​ອື່ນ