ເຄື່ອງດົນຕີ 5 ຊຸດ - ເຊິ່ງແມ່ນຄຸນຄ່າວັດທະນະທຳ ຂອງຊາວເຜົ່າຂະແມຢູ່ພາກໃຕ້

(vovworld) - ພ້ອມ​ກັບ​ການ​ບຸກ​ເບີກ​ທີ່​ດິນ, ຕັ້ງ​ພູມລຳ​ເນົາ​ຄົງ​ທີ່ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ແລ້ວ, ຊາວ​ເຜົ່າ ຂະ​ແມ​ຍັງ​ສືບ​ທອດ​ພື້ນຖານວັດທະນະທຳ ອັງ​ກໍ, ພື້ນຖານ​ອະລິຍະ​ທຳ​ເຂົ້ານາ​ທາມ ພ້ອມ​ກັບປະ​ເພນີ​ຕ່າງໆ​ຂອງ​ຊາວ​ເຜົ່າ​ຮວາ, ຈຳ ອີກ​ດ້ວຍ. ອັນ​ໄດ້​ສ້າງ​ເປັນ​ສີສັນ​ວັດທະນະທຳ​ສະ​ເພາະ. ສຳລັບ​ຊາວ​ເຜົ່າ ຂະ​ແມ, ​ເຂົາ​ເຈົ້າ​ມີ​ສາງ​ດົນຕີ​ທີ່​ອຸດົມສົມ​ບຸນ ​ແລະ ​ເປັນ​ເອກະລັກ​ສະ​ເພາະ, ​ໃນ​ນັ້ນ​ເຄື່ອງ​ດົນຕີ​ປະກອບ​ດ້ວຍ 5 ຊຸດ​ແມ່ນ​ຄຸນຄ່າ​ວັດທະນະທຳ​ສະ​ເພາະ​ຂອງ​ຊາວ​ເຜົ່າ ຂະ​ແມ​ຢູ່​ພາກ​ໃຕ້​ ຫວຽດນາມ.

ເຄື່ອງດົນຕີ 5 ຊຸດ - ເຊິ່ງແມ່ນຄຸນຄ່າວັດທະນະທຳ ຂອງຊາວເຜົ່າຂະແມຢູ່ພາກໃຕ້ - ảnh 1

ເຄື່ອງ​ດົນຕີ​ 5 ຊຸດ​ຂອງ​ຊາວ​ເຜົ່າ ຂະ​ແມ​ຢູ່​ພາກ​ໃຕ້​

(ພາບ: ອິນເຕີແນດ)

​ເຄື່ອງ​ດົນຕີ​ປະກອບ​ດ້ວຍ 5 ຊຸດ, ພາສາ ຂະ​ແມ​ເອີ້ນ​ວ່າ Phleng Pinpeat, ​ເຊິ່ງ​ແມ່ນ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ຂະ​ແມ​ຢູ່​ພາກ​ໃຕ້. ມັນ​ມີ​ສຽງ​ແຮງ ​ແລະ ​ເຄີຍ​ໃຊ້​ໃນ​ງານ​ບຸນ​ຕ່າ​ງໆ, ​ເອີ້ນ​ວ່າ​ເຄື່ອງ​ດົນຕີ​ 5 ຊຸດ ​ເພາະວ່າມັນ​ປະກອບ​ມີ: ​ເຄື່ອງດົນ​ຕີເປັນ​ທອງ, ​ເປັນ​ເຫຼັກ, ​ເປັນ​ໄມ້, ​ເປັນ​ອາຍ ​ແລະ ​ເປັນ​ໜັງ. ເຄື່ອງ​ດົນຕີ​ 5 ຊຸດນີ້​ແມ່ນ​ນ້ຳ​ໃຈ​ຂອງ​ຊາວ​ເຜົ່າ ຂະ​ແມ​ທີ່​ມີ​ຕໍ່​ເທວະ​ດາ​ຟ້າ​ແຖນ, ຕໍ່​ທຳ​ມະ​ຊາດ ​ແລະ ມະນຸດ. ບັນດາ​ວັດ​ໃຫຍ່​ເກືອບ​ທັງ​ໝົດຂອງ​ຊາວ​ເຜົ່າ ຂະ​ແມ​ລ້ວນ​ແຕ່ມີ​​ເຄື່ອງດົນຕີ​ 5 ຊຸດ. ກ່ອນ​ນີ້, ​ເຄື່ອງ​ດົນຕີ​ນີ້​ມີ​ແຕ່​ໃຊ້​ໃນ​ບັນດາ​ງານ​ບຸນ​ໃຫຍ່​ຢູ່​ວັດ​ຄື: ບຸນ​ພາວະນາ​ຂໍ​ຄວາມ​ຜາ​ສຸກ, ບຸນ​ຖະຫວາຍ​ດອກ​ໄມ້. ​ແຕ່​ປະຈຸ​ບັນ​ເຂົາ​ເຈົ້າ​ຍັງ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ງານ​ມະ​ໂຫລານ​ຕ່າງໆ​ອີກ. ທ່ານ ຫຼີ​ແຢງ, ຢູ່​ນະຄອນ ຊອກ​ຈັງ, ​ໃຫ້​ຮູ້​ວ່າ:

ປະຈຸ​ບັນ, ​ໂດຍ​ໄດ້​ຮັບ​ການ​ລົງທຶນ​ຈາກ​ລັດລັດ​, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ່​ດີກ​ວ່າ, ດັ່ງ​ນັ້ນ​ວັດ ຫຼືປະຊາຊົນ​​ເອງ​ກໍ່​ສາມາດ​ຊື້​ເຄື່ອງ​ດົນຕີ 5 ຊຸດ ​ເພື່ອ​ຮັບ​ໃຊ້​ງານ​ບຸນ​ໃນ​ວັດ, ​ໃນ​ບ້ານ​ຂອງ​ຕົນ​ໄດ້. ​ໃນ​ວັດ​ແຕ່ລະ​ແຫ່ງ​ກໍ່​ມີ​ວົງ​ດົນຕີ​ 5 ຊຸດຂອງ​ຕົນ. ຖ້າ​ຫາກ​ຊາວ​ໜຸ່ມ, ​ເຍົາວະ​ຊົນ​ຜູ້​ໃດ​ຢາກ​ຮຽນ, ພວກ​ຂ້າພະ​ເຈົ້າ​ກໍ່ສອນ​ໃຫ້, ​ແຕ່​ຕ້ອງ​ມີ​ຄວາມ​ນິຍົມ​ຈຶ່ງ​ສາມາດ​ຮຽນ​ດົນຕີ​ປະ​ເພດ​ນີ້​ໄດ້.

ເຄື່ອງດົນຕີ 5 ຊຸດ - ເຊິ່ງແມ່ນຄຸນຄ່າວັດທະນະທຳ ຂອງຊາວເຜົ່າຂະແມຢູ່ພາກໃຕ້ - ảnh 2

ເຄື່ອງ​ດົນຕີ​ 5 ຊຸດ​ຖືກໃຊ້ໃນວັດຕ່າງໆຂອງ​ຊາວ​ເຜົ່າ ຂະ​ແມ​ຢູ່​ພາກ​ໃຕ້

(ພາບ: ອິນເຕີແນດ)

​ການ​ຫຼິ້ນເຄື່ອງ​ດົນຕີ 5 ຊຸດ​ນີ້​ສ່ວນ​ຫຼາຍ​ແມ່ນ​ໃຊ້​ວິທີ​ຕີ​ໃສ່​ໃຫ້​ເປັນ​ຈັ່ງ​ຫວະ, ​ໃນ​ນັ້ນ​ກອງ Sampho ຖືກ​ຕີ​ດ້ວຍມືສອງ​ເບື້ອງ, ກອງ​ໃຫຍ່​ຖືກ​ຕີ​ດ້ວຍ​ໄມ້,…​ໃນ​ບັນດາ​ເຄື່ອງ​ດົນຕີ​ຂອງ​ຂອງ​ວົງ​ດົນຕີ 5 ຊຸດ​ນັ້ນ, Roneat ek ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຄື່ອງ​ດົນຕີ​ຕົ້ນຕໍ. ປະຈຸ​ບັນ​ໃນ​​ວົງດົນຕີ 5 ຊຸດ​ນັ້ນ, ​ເຄື່ອງ​ດົນຕີ Roneat ek ​ແລະ Roneat – thung, Cuong-tuoch, Cuong thom ​ແລະ ກອງ​ໃຫຍ່​ຄູ່​ໜຶ່ງ​ແມ່ນ​ຂາດ​ບໍ່​ໄດ້. ​ໂດຍ​ຕ່າງ​ກັບ​ ການນຳ​ໃຊ້​ເຄື່ອງດົນຕີ​ຂອງ​ຊົນ​ເຜົ່າ​ອື່ນໆ, ການນຳ​ໃຊ້​ເຄື່ອງ​ດົນຕີ 5 ຊຸດ​ແມ່ນ​ບໍ່​ງ່າຍດາຍ, ມັນ​ຮຽກຮ້ອງ​ໃຫ້​ນັກ​ດົນຕີ​ ບໍ່​ພຽງ​ແຕ່​ຕ້ອງມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ດົນຕີ, ທຳນອງ​ດົນຕີ​ຂອງ​ຊາວ​ເຜົ່າ ຂະ​ແມ​ພາກ​ໃຕ້​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ເຂົ້າ​ໃຈ​ດ້ານ​ວັດທະນະທຳ​ຂອງ​ຊາວ​ເຜົ່າ ຂະ​ແມ​ອີກ​ດ້ວຍ ​ເພື່ອ​ສົ່ງ​ທຳນອງ​ດົນຕີ, ວີນຍານ ກໍ່​ຄື​ວັດທະນະທຳ​ຂອງ​ຊາວ​ເຜົ່າ ຂະ​ແມ​ເຖິງ​ຜູ້​ຟັງ. ນັກ​ສິລະ​ປິນ ຫຼີຟາດ ຢູ່​ນະຄອນ ຊອກ​ຈັງ, ​ ​ຜູ້​​ຜະລິດ​ເຄື່ອງ​ດົນຕີ 5 ຊຸດ​ໃຫ້​ວົງ​ດົນຕີ, ​​ແບ່ງປັນ​ວ່າ:

ຂ້າພະ​ເຈົ້າ​ຮູ້​ຜະລິດ​ເຄື່ອງ​ດົນຕີ 5 ຊຸດ​ນັບ​ແຕ່​ກ່ອນ​ນີ້ 20 ປີ. ​ເມື່ອມີອາຍຸ 15 ປີ​ໄດ້​ຮູ້ຈັກ​ວິທີ​ເຮັດ​ແລ້ວ. ​ໃນ​ເບື້ອງ​ຕົ້ນ​ເຮັດ​ບໍ່​ງາມ, ​ແຕ່​ທັງ​ຮຽນ​ທັງ​ເຮັດ, ດົນ​ແລ້ວ​​ເຮັດກໍ່​ງາມ. ຕ້ອງ​ຮູ້​ຫຼິ້ນ​ດົນຕີ​ຈຶ່ງ​ຮູ້​ຜະລິດ​ເຄື່ອງ​ດົນຕີ.

ເຄື່ອງດົນຕີ 5 ຊຸດ - ເຊິ່ງແມ່ນຄຸນຄ່າວັດທະນະທຳ ຂອງຊາວເຜົ່າຂະແມຢູ່ພາກໃຕ້ - ảnh 3


ເດັກນ້ອຍຊາວເຜົ່າຂະແມຮຽນຫຼິ້ນເຄື່ອງ​ດົນຕີ​ 5 ຊຸດ​

(ພາບ: ອິນເຕີແນດ)

​ເຄື່ອງ​ດົນຕີ 5 ຊຸດ​ຂອງ​ຊາວ​ເຜົ່າ ຂະ​ແມ​ມີ​ຈຸດ​ພິ​ເສດສະ​ເພາະ, ມີ​ຄຸນຄ່າ​ສິລະ​ປະ​ສູງ, ​ແຕ່​ຢາກນຳ​ໃຊ້​ເຄື່ອງ​ດົນຕີ​ນີ້​ໄດ້​ດີ, ຜູ້ນຳ​ໃຊ້​ຕ້ອງ​ຮູ້​ວິທີ​ປະສານ​ສຽງ, ມີ​ຄວາມ​ນິຍົມ ​ແລະ ມີ​ຫົວຄິດ​ປະ​ດິດສ້າງ.

​ໃນ​ຫ້ອງ​ຮຽນ​ດົນຕີ​ສຳລັບ​ເດັກນ້ອຍ. ນ້ອງ ​ເລິ​ມກວຽດທັ໋ງ ພວມ​ເມົາ​ມົວ​ກັບ​ການຮຽນ​ດົນຕີ 5 ຊຸດ, ​ດ້ວຍບັນດາ​ທຳນອງ​ດົນຕີ ຂະ​ແມ​ທີ່​ເປັນ​ມູນ​ເຊື້ອ​ ໃນ​ວັດ​ເຈຍຢູ່ ຊອກ​ຈັງ, ​ໃຫ້​ຮູ້​ວ່າ,

ນ້ອງ​ຮຽນ​ດົນຕີ​ປະ​ເພດ​ນີ້​ເປັນ​ເວລາ 3 ປີ​ແລ້ວ. ​ໃນ​ເບື້ອງ​ຕົ້ນ​ຮູ້ສຶກ​ຍາກ​ຫຼາຍ, ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຮຽນຢ່າງ​ສຸດ​ຈິດ​ສຸດ​ໃຈ, ປະຈຸ​ບັນ​, ນ້ອງສາມາດ​ຫຼິ້ນ​ໄດ້​ດີ​ແລ້ວ“.

​​ເຄື່ອງ​ດົນຕີ 5 ຊຸດ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຊັບ​ສົມບັດ​ອັນ​ລຳ້​ຄ່າ​ຂອງ​ຊາວ​ເຜົ່າ ຂະ​ແມພາກ​ໃຕ້. ວົງ​ດົນຕີ 5 ຊຸດ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ວັດທະນະທຳ​ທີ່​ມີ​ຊີວິດ​ຊີວາ, ​ແມ່ນ​ວີນຍານ​ໃນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊາວ​ເຜົ່າ ຂະ​ແມ. ຊາວ​ເຜົ່າ ຂະ​ແມ​ມີ​ຄຳ​ເວົ້າ​ທີ່​ວ່າ: “​ເດັກນ້ອຍ ຂະ​ແມ​ຮູ້​ຟ້ອນ​ລຳ​ທຳ​ເພງ​ກ່ອນ​ທີ່​ຈະ​ຮູ້​ອ່ານ, ຮູ້​ຂຽນ“ ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ຂອງ​ດົນຕີ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ​ ຂະ​ແມ​ພາກ​ໃຕ້.

 

ຕອບກັບ

ຂ່າວ/ບົດ​ອື່ນ