ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າເບີ່ເຣົາ

(vovworld)- ຊາວ​ເຜົ່າ​​ເບີ່​ເຣົາ ນິຍົມ​ຫຼີ້ນຄ້ອງ ​ແລະ ບັນດາ​ເຄື່ອງ​ດົນຕີ​ພື້ນ​ເມືອງ. ຄ້ອງ​ຂອງ​ຊາວ​ເຜົ່າ​​ເບີ່​ເຣົາມີຫຼາຍປະ​ເພດ​ທີ່​ແຕກ​ຕ່າງ​ກັນ ​ແລະ ​ໄດ້​ນຳ​​ໃຊ້ໃນ​​ໂອກາດຕ່າງ​ກັນ, ​ເພື່ອຈຸດປະສົງ​ທີ່ແຕກ​ຕ່າງ​ກັນ. ​ລາຍການ​ສີສັນ 54 ຊົນ​ເຜົ່າພາກ​ນີ້ຈະ​ແນະ​ນຳບົດ​ຂ​ອງນັກຂ່າວ​ໂຕ​ຕວນ ​ດ້ວຍ​ຫົວ​ຂໍ້​ວ່າ: ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ເບີ່​ເຣົາ.

ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າເບີ່ເຣົາ  - ảnh 1

ຄ້ອງ​ທາ​ຂອງ​ຊາວ​ເຜົ່າ​ເບີ່​ເຣົາ

(ພາບ:dulichgo.blogspot.com)

​​​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​​ເບີ່​ເຣົາລວມມີ: ຄ້ອງ ​ແລະ ພິນ​ດິດປະ​ເພດ​ຕ່າງໆ, ​ແຄນ, ຂຸ່ຍ...​ ຊື່​ງ​ຜະລິດ​ຈາກ​ບັນດາ​ວັດຖຸທີ່​ມີ​ຢູ່​ແລ້ວ​ໃນ​ທຳ​ມະ​ຊາດ​ຄື: ຫີນ, ​ໄມ້​ໄຜ່, ​ໄມ້​ເຮັ້ຍ ຫຼື​ຈາກ​ໂລຫະ​ປະສົມ​ຄື: ຂາງ, ກົ່ວ, ທອງ. ​ໃນ​ຈຳນວນ​ບັນດາ​ເຄື່ອງດົນຕີ​ເຫຼົ່ານັ້ນ, ຄ້ອງ​ທາ​ຖືກ​ຖື​ວ່າ ​ແມ່ນ​​ເຄື່ອງ​ດົນຕີອັນ​ລ້ຳຄ່າ​ທີ່​ສຸດຂອງຊາວ​ເຜົ່າ​​ເບີ່​ເຣົາ. ປະຈຸ​ບັນ, ຄ້ອງ​ທາ​ພຽງ​ແຕ່ມີ​ຢູ່​ບ້ານ​ດັກ​ເມ, ​ຕາ​ແສງເບີ່​ອີ, ເມືອງ​ຫງອກ​ໂຮ່ຍ ​ແຂວງ​ກອນ​ຕູມ ​ເທົ່າ​ນັ້ນ. ທ່ານ​ລຶວ​ແອ​ງຮຸ່ງ, ຮອງ​ຜູ້ອຳນວຍການ​ຫໍພິພິຕະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ, ທັງ​ແມ່ນ​ນັກຄົ້ນຄ້ວາ​ບັນດາ​ຊົນ​​ເຜົ່າສ່ວນ​ໜ້ອຍ​ຫວຽດນາມ ຢູ່​ໄຕ​ງວຽນ ​ໃຫ້​ຮູ້​ວ່າ:

   “​​​ຊຸດ​ຄ້ອງ​ທາ ຂອງຊາວ​ເຜົ່າ​​ເບີ່​ເຣົາ​ມີ​ພຽງ​ສອງ​ອັນ​ເທົ່າ​ນັ້ນ ​ແຕ່​​ຄຸນຄ່າ​ຂອງ​ມັນພັດ​ເທົ່າ​ກັບ​ຄວາຍ​ນັບ​ສີ​ບໆ​ໂຕ. ຕາມ​ແນວ​ຄວາມ​ຄິດ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ​ແລ້ວ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ຈິ​ນວິນ​ຍານ​, ມີ​ພະລັງ​ຊີວິດ​ພາຍ​ໃນ​ຢູ່, ຄ້ອງ​ທາ​ກໍ່​ມີ​ຈິດ​ວິນ​ຍານ​ສະ​ເພາະ​ຂອງ​ມັນ​ເຊັ່ນ​ດຽວ​ກັນ

ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າເບີ່ເຣົາ  - ảnh 2

(ພາບ​ປະກອບ:dantocviet.vn)

​   ຄ້ອງ​ທາ​ແມ່ນ​ປະ​ເພດ​ເຄື່ອງ​ດົນຕີ​ທີ່​ຂາດ​ບໍ່​ໄດ້​ໃນ​ງານ​ບຸນ​ຕ່າງໆ​ຂອງຊາວ​ເຜົ່າ​​ເບີ່​ເຣົາ. ມີ​ແຕ່​ຜູ້​ຊາຍ​ຈຶ່ງ​ມີ​ສິດ​ລັ່ນຄ້ອງ​ທາ​. ​ໃນ​ແນວ​ຄວາມ​ຄິດ​ຂອງຊາວ​ເຜົ່າ​ເບີ່ເຣົາ, ຄ້ອງ​ທາ​ບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ດົນຕີ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເທວະ​ດາ, ​ແມ່ນ​ບັນພະ​ບູລຸດຂອງ​ເຂົາ​ເຈົ້າອີກ​ດ້ວຍ. ສະນັ້ນ, ຕາມ​ພາສາ​ຂອງຊາວ​ເຜົ່າ​​ເບີ່​ເຣົາ, ບໍ່​ມີ​ຄຳສັບ​ລັ່ນຄ້ອງທາ, ຫາກ​ຕ້ອງ​ເວົ້າວ່າ: ທາ​ເປີ​ຍ (ໝາຍ​ຄວາມ​ວ່າ: ​ເຊີນ​ທາ​ເວົ້າ). ​​ເພື່ອ​ເຊີນ​ທາ​ເວົ້າ, ກ່ອນ​ອື່ນ​ໝົດ​ຕ້ອງ​ຈັດ​ພິທີ​ເຊີນ​ທາ​ກິນ, ດື່ມ. ຄ້ອງ​ທາ​ແມ່ນ​ພາຫະນະ​​ເຊື່ອມ​ຕໍ່​ໂລກ​​ມະນຸດ ​ແລະ ​ໂລກ​ຂອງ​ເທວະ​ດາຟ້າ​ແຖນ. ​ເ​ມື່ອສຽງ​ຄ້ອງ​ດັງ​ຂຶ້ນ, ບັນດາ​​ເທວະ​ດາແມ່ນ້ຳ, ​ເທວະ​ດາຫ້ວຍກໍ່​​ເປັນ​ພະຍານຫຼັກຖານ​ນຳ​ມາ​ເຊິ່ງ​ໂຊກ​ໝານ​ໃຫ້​ແກ່​ປະຊາຊົນ​ໃນ​ບ້ານ, ​ເຂົ້າສານ, ​ເຂົ້າ​ເປືອກ​ເຕັມ​ກະ​ເຊົ້າ, ​ໂລກລະບາດ ​ແລະ ຄວາມ​ອຶດ​ຫິວ​ກໍ່​ຈະ​ຖືກ​ຍູ້​ໃຫ້ຖອຍ​ໄປ. ຍ້ອນ​ເຫດ​ນັ້ນ, ຄ້ອງທາ​ເຄີຍ​ຖືກ​ນຳ​​ໃຊ້ໃນ​ໂອກາ​ດຕ້ອນຮັບ​ແຂກ, ງານ​ບຸນ​ເຂົ້າ​ເຮືອນຣົງ​ໃໝ່, ອວຍ​ພອນ​ຍາມເຂົ້າ​ໃໝ່ ຫຼືງານ​ບຸນ​ຕ່າງໆ.

    ​ໃນ​ຊຸດ​ຄ້ອງ​ທາ, ໜ່ວຍ​ນ້ອຍ​ເອີ້ນ​ວ່າ​ຄ້ອງ​ເມ​ຍ ​ແລະ ໜ່ວຍ​ໃຫ່ຍກ່ວາເອີ້ນ​ວ່າ​ຄ້ອງ​ຜົວ. ​ໂດຍ​ຕ່າງ​ກັບ​ວິທີ​ລັ່ນຄ້ອງ​ຂອງຫຼາຍຊົນ​ເຜົ່າ​ຢູ່​ໄຕ​ງວຽນ​ຄື: ທັງ​ລັ່ນຄ້ອງ ທັງ​ຍ່າງ​ເປັນ​ວົງມົນ ​ແລະ ​​ເຕັ້ນ​ຕາມຈັງຫວະທຳນອງ​ສຽງຄ້ອງ​, ສ່ວນ​ຄ້ອງ​ທາ​ຂອງຊາວ​ເຜົ່າ​​ເບີ່​ເຣົາ​ພັດ​ຖືກ​ແຂວນ​ຄົງ​ທີ່​ເທິງ​ຖ້ານ​ຊູ. ຜູ້​ລັ່ນຄ້ອງ ຕ້ອງ​ນັ່ງ​ເທິງ​ໜ້າດິນ​ເພື່ອ​ລັ່ນ, ຄອງ​ທາ​ສາມາດ​ລັ່ນສະ​ເພາະ​ປະ​ເພດ​​ດຽວ  ຫຼື ປະສົມ​ກັບ​​ເຄື​ອ່ງດົນຕີ​ປະ​ເພດ​ອື່ນໆ, ນັບ​ທັງ​ສຽງ​ຮ້ອງ​ຂອງ​ຄົນ​ກໍ່​ໄດ້ ​ເພື່ອ​ສ້າງ​ເປັນ​ດົນ​ດີ​ປະສານ​ສຽງ​ຂອງ​ເຜົ່າ​ໄຕ​ງວຽນ

  ນອກຈາກ​ຄ້ອງ​ທາ, ຊາວ​ເຜົ່າ​​ເບີ່​ເຣົາຍັງ​ມີ​​ເຄື່ອງ​ດົນ​ດີ​ພິ​ເສດສະ​ເພາະປະ​ເພດ​ອື່ນໆ​​ຄື: ​ແຄນ, ຂຸ່ຍ, ຫລື​ພິນຕຣຶງ, ກລົງ​ປຸດ, ດິງຕຸກ, ຕິງ​ນິນ (​ເຮັດ​ດ້ວຍ​ໄມ້​ໄຜ່, ​ໄມ້​ເຮັ້ຍ)....ພິນມບິນ (​ເຮັດ​ດ້ວຍ​ໄມ້), ​ເຄື່ອງ​ດົນຕີ​ເຫຼົ່ານັ້ນຖືກ​ນຳ​ໃຊ້​ໃນ​ໂອກາດ ​ແລະ ຈຸ​ດເວລາ​ທີ່ແຕກ​ຕ່າງ​ກັນ. ມີ​ບາງ​ປະ​ເພດ​ພຽງ​ແຕ່ນຳ​ໃຊ້​ໃນ​​ໂອກາດງານ​ບຸນ, ການ​ດຳ​ເນີນ​ຊີວິດ​ວົງ​ຄະນາ​ຍາດ, ມີ​ບາງ​ປະ​ເພດ​ໃຊ້​ໃນ​ເຂດ​ໄຮ່​​ນາ, ມີ​ປະ​ເພດ​ແມ່ນ​ພາຫະນະ​ເພື່ອ​ສະ​ແດງ​ຄວາມ​ຮັ​ກ​​ລະຫວ່າງ​ບ່າວ​ສາວ, ມີ​ບາງ​ປະ​ເພດ​ທັງ​ເພື່ອ​ບັນ​ເທິງ ທັງ​​ເພື່ອຂັບ​ໄລ່​ສັດປ່າ... ​ໃນ​ຈຳນວນ​ເຫຼົ່ານີ້, ພິນ​ກລົງ​ປຸດ ​ແມ່ນ​ເຄື່ອງ​ດົນຕີ​ທີ່ປະກອບ​ດ້ວຍ​ລຳ​ໄມ້​ເຮັ້ຍ​ທີ່​ແຕກ​ຕ່າງ​ກັນ​ລວມ 5-7 ລຳ​​, ເຂົາ​ເຈົ້າຈະ​ຕົບມື​ຢູ່​ປາກ​ລຳ​ເຮັ້ຍ​ເພື່ອ​ສ້າງ​ເປັນ​ທຳນອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເຜົ່າ​ໄຕ​ງວຽນ.ເມື່ອ​ກ່ອມ​ລູກ ຫລືໃນ​ງານ​ດອງ, ຊາວ​ເຜົ່າ​​ເບີ່​ເຣົາກໍ່​ນຳ​ໃຊ້​ເຄື່ອງ​ດົນຕີ​ທີ່​ເໝາະ​ສົມ​ເພື່ອ​ປະສານ ພ້ອມ​ກັບ​ທຳນອງ​ເພງ​ພື້ນ​ເມືອງ.

 ພ້ອມ​ກັບ​ຄ້ອງ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ໄຕ​ງວຽນ, ຄ້ອງ​ທາ ​ແລະ ບັນດາ​ເຄື​ອ່ງດົນຕີ​ພື້ນ​ເມືອງ​ອື່ນ​ໆຂອງຊາວ​ເຜົ່າ​ເບີ່​ເຣົາ ​ໄດ້​ຮັບ​ການ​ຮູ້​ຈັກ​ຈາກຫຼາຍຄົນ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ພາ​ຍ​ໃນ ​ແລະ ຕ່າງປະ​ເທດ. ບັນດາ​ເຄື່ອງ​ດົນຕີ​ນີ້​ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ສີສັນ​ວັດທະນະທຳ​ພິ​ເສດສະເພາະ ຂອງຊາວ​ເຜົ່າ​​ເບີ່າ​ເຣົາ ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເຮັດ​ໃຫ້​ພື້ນຖານ​ດົນຕີ​ພື້ນ​ເມືອງຂອງ​ບັນດາ​ຊົນ​ເຜົ່າ​​ຫວຽດນາມ ມີ​ຄວາມ​ອຸດ​ດົມ​ສົມບູນ, ຫຼາຍ​ຮູບ​ຫຼາຍ​ແບບ​ກ່ວາ​ອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ