ເຄື່ອງມືທີ່ເປັນເອກະລັກສະເພາະໃນການລ່າຊ້າງຂອງ ອາມາກົງ

ເຄື່ອງມືທີ່ເປັນເອກະລັກສະເພາະໃນການລ່າຊ້າງຂອງ ອາມາກົງ - ảnh 1
ເຊືອກດ້ວຍໜັງຄວາມເພື່ອລ່າຊ້າງຂອງ ອາມາກົງ
(ພາບ: VGP/Mai Hồng)

(vovworld) - ອາ​ມາ​ກົງ ​ແມ່ນ​ຜູ້​ທີ່​ມີ​ຊື່​ສຽງ​ຂອງ​ຊົນ​ເຜົ່າ ມນົງ ​ໃນ​ເຂດ​ໄຕ​ງວຽນ ຍ້ອນ​ໄດ້​ລ່າ​ເນື້ອ ​ແລະ ຝຶກ​ສອນຊ້າງ​ປ່າ 298 ​ໂຕ. ທ່ານ​ໄດ້​ລ່ວງ​ລັບ​ໄປ​ໃນ​ວັນ​ທີ 3/11/2012, ອາຍຸ​ຍືນ 102 ປີ. ຄອບຄົວ​ທ່ານ ອາ​ມາ​ກົງ, ຫາ​ກໍ່​ຕົກລົງ​ມອບບັນດາ​ອຸປະກອນທີ່​ໃຊ້​​ໃນ​ການລ່າ​ຊ້າງຂອງ​ທ່ານ​ໃຫ້​ແກ່​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ. ​ໃນ​ລາຍການ​ສື​ສັນ 54 ຊົນ​ເຜົ່າ​ຫວຽດນາມ​ພາກ​ນີ້, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂອງ ມາຍ​ຮົ່ງ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ທີ່​ມີ​ຫົວ​ຂໍ້​ວ່າ “ເຄື່ອງ​ມື​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ການ​ລ່າ​ຊ້າງຂອງ ອາ​ມາ​ກົງ “

ມີ​ວັດຖຸ​ອຸປະກອນ​ທີ່​ແຕກ​ຕ່າງ​ກັນ​ເຖິງ 20 ຢ່າງ​, ຄື​ໄມ້​ແສ້​ເພື່ອ​ບັນຊາ​ຊ້າງ​ບ້ານ​ໃນ​ການ​ລ່າ​ເນື້ອ​ຊ້າງ​ປ່າ; ​ເສັ້ນ​ເຊືອກ​ພັນທັງຕົວ​ຊ້າງ, ​ເສັ້ນ​ເຊືອກ​​ເຮັດດ້ວຍ​ໜັງ​ຄວາຍ​ເພື່ອ​ຈັບ​ຊ້າງ​ປ່າ, ຄ້ອນ​ຕີ​ເຮັດ​ດ້ວຍ​ໄມ້​ເພື່ອ​ບັນຊາ​ຊ້າງບ້ານ​ໃນ​​ເວລາ​ລ່າຊ້າງ​ປ່າ, ​ເຂົາ​ຄວາຍ​ໃຊ້​ແທນ​ຄ້ອນ​ຕີ, ຖົງ​ໃສ່​ອຸປະກອນລ່າ​ເນື້ອ​ທີ່​ສານ​ດ້ວຍ​ສາຍ​ເຊືອກ​ໃນ​ປ່າ... ​ອຸປະກອນ​ທັງ​ໝົດ​ເຫຼົ່າ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ເຮັດ​ດ້ວຍ​ໄມ້​ໄຜ່, ຫວາຍ, ຂີ້​ເຜິ້ງ, ພິ​ເສ​ດ​ແມ່ນ​ຈາກ​ໜັງ​ຄວາຍ. ຜ່ານ​ວດຖຸອຸປະກອນດັ່ງກ່າວ ​ແລະ ຮູບ​ເງົາ​ເອກະສານ​ທີ​ລຳ້​ຄ່າ​ໃນ​ຫໍພິພິດທະພັນ ​ໄດ້​ວາດ​ພາບ​ໃຫ້​ເຫັນ​ການ​ລ່າ​ຊ້າງ​ປ່າ​ຂອງ​ຊາວ​ເຜົ່າ ມນົງ ​ໃນ​ເມື່ອ​ກ່ອນ, ດ້ວຍ​ຄວາມ​ລຳບາກ, ກາກ​ກຳ, ຄວາມ​ອາດ​ຫານ , ສະຫຼາດ​ສະຫຼຽວ ​ແລະ ຄວາມ​ຄ່ອງ​ແຄ້ວ​ຂອງ​ຜູ້​ລ່າ​ເນື້ອ​ຊ້າງ. ຮອງ​ສາດສະດາຈານ, ດຮ. ຫວໍ​ກວາງ​ຈ້ອງ, ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ, ຖື​ວ່ານີ້​ແມ່ນ​ວັດຖຸ​ທີ່​ລຳ້​ຄ່າ​ສຳລັບ​ຫໍພິພິດທະພັນ:

        “ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຫໍພິພິດທະພັນ​ໄດ້​ຮັບ​ວັດຖຸ​ພັນ​ຫຼາຍ​ຢ່າງຄື​ແນວ​ນີ້​, ​ໂດຍຊາວ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ໄຕ​ງວຽນມອບ​ໃຫ້. ວັດຖຸ​ເຫຼົ່າ​ນີ້​ແມ່ນ​ຕິດ​ກັບ​ຊື່​ສຽງ​ຮຽງ​ນາມຂອງ​ຜູ້​ທີ່​ດົງ​ດັງ​ໃນ​ການ​ລ່າ​ເນື້ອ​ຊ້າງ​ນັ້ນ​ແມ່ນ​ທ່ານ ອາ​ມາ​ກົງ. ດ້ວຍ​ວັດຖຸ​ອຸປະກອນ​ດັ່ງກ່າວ, ລາວສາມາດ​ລ່າ​ເນື້ອ​ຊ້າງ​ໄດ້ 298 ​ໂຕ. ວັດຖຸ​ພັນ​ເຫຼົ່າ​ນີ້​ເຕັມ​ໄປ​ດ້ວຍ​ຄຸນຄ່າ​ວັດທະນະທຳ, ຮີດຄອງ​ປະ​ເພນີ, ຊີວິດ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ຊາວ​ເຜົ່າ ມນົງ“.

ເຄື່ອງມືທີ່ເປັນເອກະລັກສະເພາະໃນການລ່າຊ້າງຂອງ ອາມາກົງ - ảnh 2
(ພາບ: VGP/Mai Hồng)

        ອາ​ມາ​ກົງ ມີຊື່​ແທ້​ວ່າ ອີ​ປຼົງ ​ເອບານ. ທ່ານ​ມີ​ຊື່​ສຽງ​ເປັນ​ຜູ້​ລ່າ​​ເນື້ອ​ຊ້າງ​ໄດ້​ຫຼາຍ​ກວ່າ​ໝູ່​ຢູ່​ບວນດົນ ​ແລະ ​ໄດ້​ຝຶກສອນ​ຊ້າງ​ປ່າສຳ​ເລດ 298 ​ໂຕ, ຊາວບ້ານ​ໄດ້​​ເອີ້ນ​ລາວ​ວ່າ “ພະ​ເຈົ້າ​ລ່າ​ຊ້າງ“. ທ່ານກໍ່​ໄດ້​ມອບ​ຊ້າງ​ໃຫ້​ພະ​ເຈົ້າ​ມະຫາ​ຊີວິດ​ໄທ, ລາວ ກໍ່​ຄື​ໄປ​ລ່າ​ເນື້ອ​ຊ້າງ​ກັບ​ເຈົ້າ​ຊີວິດ ບາ​ວດ້າຍ. ບາງ​ເທື່ອ​ທ່ານ​ກໍ່​ລ່າ​ເນື້ອ​ໄດ້​ຊ້າງ​ເຟືອ​ກ ​ແລະ ຝຶກ​ສອນ​ຊ້າງ​ງາ​ດຽວ​ເຊິ່ງ​ແມ່ນ​ຊ້າງ​ທີ່ຫາ​ຍາກ ​ແລະ ສະຫຼາດ​ທີ່​ສຸດ.

        ທ່ານ​ຄຳ​ເຜັດ​ລາວ, ລູກ​ຊາຍ​ຜູ້​ທີ່ 10 ຂອງ ອາ​ມາ​ກົງ (ປະຈຸ​ບັນ​ພວມ​ດຳລົງ​ຊີວິດ​ຢູ່​ບ້ານ​​ໂກ​ຕາມ, ຕາ​ແສງ ​ແອ​ອາ​ຕູ, ນະຄອນ​ບວນມາ​ທວດ, ​ແຂວງ​ດັກ​ລັກ )ໃຫ້​ຮູ້​ວ່າ, ອຸປະກອນ​ເຫຼົ່າ​ນີ້​​ແມ່ນ​ຂອງ​ວົງ​ຕະກຸນ ຄູນ​ຢາ​ນົບ, ທີ່ມີ​ມາ​ກ່ອນ​ນີ້​ກວ່າ 100 ປີ. ຄອບຄົວ​ທ່ານ​ໄດ້​ຕົກລົງ​ມອບ​ວັດຖຸ​ອຸປະກອນຂອງ​ວົງ​ຕະກຸນ​ຕົນ​ໃຫ້​ ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ, ດ້ວຍຄວາມ​ປາຖະໜາ​ວ່າ:

        “ນີ້​ແມ່ນ​ວັດຖຸ​ອຸປະກອນ​ລ່າ​ເນື້ອ​ຊ້າງອັນ​ລຳ້​ຄ່າ​ຂອງ​ບັນພະບຸລຸດ. ​ແຕ່​ປະຈຸ​ບັນ​ບໍ່​ລ່າ​ຊ້າງ​ອີກ, ດັ່ງ​ນັ້ນ​ຈຶ່ງ​ມອບ​ໃຫ້ພິພິດທະພັນ​ຮັກສາວາງສະ​ແດງ​ໃຫ້​ນັກ​ທ່ອງ​ທ່ຽວກໍ່​ຄື​ລູກ​ຫຼານ​ໄດ້​ຮັບ​ຊົມ. ຖ້າ​ປະ​ໄວ້​ຢູ່​ເຮືອນ​ມັນ​ຈະ​ຄ່ອຍໆ​ສູນ​ເສຍ​ໄປ.

        ນອກຈາກ​ວັດຖຸ​ອຸປະກອນ​ລ່າ​ເນື້ອ​ຊ້າງ​ທີ່​ມອບ​ໃຫ້​ຫໍພິພິດທະພັນແລ້ວ, ຄອບຄົວ​ທ່ານ​ຄຳ​ເຜັດ​ລາວ ຍັງ​ຮັກສາ​ອຸປະກອນ​ລ່າ​ເນື້ອ​ອີກ 2 ຊຸດ​ໂດຍ​ບັນພະບຸລຸດ​ປະ​ໄວ້​​ໃນ​ເຮືອນ​ໄມ້ຫຼັງ​ໜຶ່ງ​ທີ່​ປຸກ​ສ້າງ​ຂຶ້ນ​ກ່ອນ​ນີ້ 120 ປີ ຢູ່​ຕາ​ແສງ ກຼົງນາ, ​ເມືອງ​ບວນດົນ, ​ແຂວງ​ດັກ​ລັກ. ​ປະຈຸ​ບັນ, ​ໃນ​ເຮືອນ​ຫຼັງ​ນີ້​ຍັງ​ວາງສະ​ແດງ​ບັນດາ​ຮູບ​ພາບ, ວັດຖຸ​ພັນ​ທີ່​ຕິດ​ພັນ​ກັບ​ອາຊີບ​ລ່າ​ເນື້ອ​, ຝຶກ​ສອນ​ຊ້າງ​ປ່າ​ຂອງ​ທ່ານ​ຢູ່. ນັກ​ທ່ອງ​ທ່ຽວ​ສາມາດ​ເຫັນ​ໄດ້​ເສັ້ນ​​ເຊືອກ​ທີ່​ຍາວ 120 ​ແມດ, ​ເຮັດ​ດ້ວຍ​ໜັງ​ຄວາຍ​ເຖິກ 7 ​ໂຕ, ​ເຊິ່ງ​ໄດ້​ນຳ​ໃຊ້​ມາ​ເປັນ​ເວລາ 100 ກວ່າ​ປີ​ແລ້ວ, ຂ້າງນັ້ນ​ແມ່ນ​ຜືນ​ເສື່ອ​ເພື່ອ​ຕັ້ງ​​ແຢ່ງເທິງ​ຫຼັງ​ຊ້າງ​ເມື່ອ​ໄປ​ລ່າ​ຊ້າງ, ຫຼື ສະ​ໃນ​ເຮັດ​ດ້ວຍ​ເຂົາ​ຄວາຍ, ​ເຊິ່ງທ່ານ​ເຄີຍ​ເປົ່າ​ເພື່ອ​ເປັນ​ສັນຍານ​ແຈ້ງ​ໃຫ້​ຊາວບ້ານ​ຮູ້​ເມື່ອ​​ໄປ​ລ່າ​ຊ້າງ​ໄດ້​ຮັບ​ຜົນ. ​ເຖິງ​ວ່າ​ບໍ່​ມີ​ອາຊີບ​ລ່າ​ເນື້ອ​ຊ້າງ​ປ່າ​ຄື​ໃນ​ເມື່ອ​ກ່ອນ​ອີກ​ກໍ່ຕາມ, ​ແຕ່​ວັດຖຸ​ອຸປະກອນ​ລ່າ​​ເນື້ອ​ຊ້າງ​ຂອງ ອາ​ມາ​ກົງ ກໍ່​ສາມາດ​ສ່ອງ​ແສງ​ຢ່າງ​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ຂອງ​ໂຕ​ຊ້າງ​ໃນ​ຊີວິດ​ດ້ານ​ວັດທະນະທຳ​ຂອງ​ຊາວ​ເຜົ່າ ມນົງ ​ເຂດ​ບວນດົນ, ​ແຂວງ​ດັກ​ລັກ ​ເວົ້າ​ສະ​ເພາະ ​ແລະ ​ເຂດ​ໄຕ​ງວຽນ​ເວົ້າ​ລວມຢູ່.

 

ຕອບກັບ

ຂ່າວ/ບົດ​ອື່ນ