ເຕົາໄຟໃນຊີວິດຂອງຊາວເຜົ່າກຶມມຸ

(vovworld) - ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ເຜົ່າ​ ກຶມ​ມຸ ມີ​ປະ​ເພນີ​ເຮັດ​ໄຮ່​ໄຖ​ນາ, ຊີວິດ​ສະໜິດ​ຕິດ​ແທດ​ກັບ​ທຳ​ມະ​ຊາດ, ດັ່ງ​ນັ້ນ​ວັດທະນະທຳ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີສັນ​ພູຜາ​ປ່າ​ໄມ້. ຕາມ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ຊາວ​ເຜົ່າ​ ກຶມ​ມຸ ຍາມ​ໃດ​ເຄົາລົບ​ບູຊາ​ເທວະ​ດາ​ໄຟ ​ແລະ ຖື​ວ່າ​ນີ້​ແມ່ນ​ເທວະ​ດາ​ທີ່​ນຳ​ເອົາ​ຊີວິດ, ຄວາມ​ອີ່ມໜຳສຳລານ,​ຄວາມ​ຜາ​ສຸກ​ມາ​ໃຫ້​ຊົນ​ເຜົ່າ​ຕົນ.
ເຕົາໄຟໃນຊີວິດຂອງຊາວເຜົ່າກຶມມຸ - ảnh 1
(ພາບປະກອບ)

        ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ໄຟ​ແມ່ນປັດ​ໃຈ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ເຜົ່າ ​ກຶມ​ມຸ. ທ່າມກາງ​ເຂດ​ພູຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫຖານ, ບັນດາ​ເຕົາ​ໄຟ​ລຸກໃນ​ເຮືອນຮ້ານຕະຫຼອດ​ວັນ ​ແລະ ຄືນໄດ້​ເຮັດ​ໃຫ້​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ ​ກຶມ​ມຸ ມີ​ຄວາມ​ອົບ​ອຸ່ນ, ​ໃກ້ຊິດ​ສະ​ໜິດ​ຕິດ​ພັນກວ່າ. ຕາມ​ເລື່ອງ​ລາວ​ທີ່​​ເລົ່າສືບມາ​ແຕ່​ບູຮານ​ນະ​ການ​ແລ້ວ, ນັບ​ແຕ່​ເວລາ​ຍັງ​ນ້ອຍ, ຜູ້​ຊາຍ​ຊາວ​ເຜົ່າ​ ກຶມ​ມຸ ​ໄດ້​ຮຽນ​ວິທີ​​ເຮັດ​ຄື​ແນວ​ໃດ​​ເພື່ອໃຫ້​ໄຟ​ລຸກ​ຂຶ້ນດ້ວຍ​ການ​ນຳ​ໃຊ້ເຄື່ອງມື​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ, ນັ້ນ​ແມ່ນ​ລຳ​ໄມ້​​ໄຜ່​. ທ່ານ ​ເມ​ວັນ​ທັດ, ຊາວ​ເຜົ່າ​ ກຶມ​ມຸ, ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ມູນ​ເຊື້ອ​ທີ່​ມີ​ມາ​ແຕ່​ດົນ​ນານຂອງ​ຊາວ​ເຜົ່າ ​ກຶມ​ມຸ. ບໍ່​ຮູ້​ວ່າ​​ໃຜ​ເປັນ​ຜູ້​ປະດິດ​ຂຶ້ນ; ມີ​ແຕ່​ຮູ້​​ວ່າ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ເຂົາ​ເຈົ້າ​ໄດ້​ຄິດ​ອອກ​ວິທີ​ເຮັດ​ໃຫ້ໄຟລຸກ​ຂຶ້ນ​ຄື​ແນວ​ນັ້ນ​ແລ້ວ“.

        ຕາມ​ມູນ​ເຊື້ອ​ມາ​ແຕ່​ບູ​ຮານ​, ຊາວ​ເຜົ່າ​ ກຶມ​ມຸ​ ໄດ້​ມີ​ລະບົບ​ຮີ​ດຄອງ​ປະ​ເພນີ, ການ​ເຊື່ອ​ຖື​ສະ​ເພາະ​ໃຫ້​ແກ່​ຕົນ ​ໃນ​ການ​ປຸກ​ສ້າງ​ເຮືອນ, ການຊັບຊ້ອນ​ຫ້ອງ​ວາງ​ເຕົາ​ໄຟ ​ແລະ ​ການຮັກສາ​ປະ​ເພນີ​ບູຊາ​ເທວະ​ດາ​ເຕົາ​ໄຟ​ໃນ​ແຕ່​ລະ​ຄອບຄົວ. ຊາວ​ເຜົ່າ ​ກຶມ​ມຸ ມີ​ຄຳ​ສຸພາສິດ​ທີ່​ວ່າ: “ຊາວ​ເຜົ່າ​ຜູ້ໄທ ​ກິນ​ຕາມ​ນ້ຳ,​ ຊາວ​ເຜົ່າ ​ກຶມ​ມຸ ກິນ​ຕາມ​ໄຟ“. ບັນດາ​ເຕົາ​ໄຟ​ໃນ​ແຕ່​ລະ​ຄອບຄົວ​ຄື​ດັ່ງການ​ປະກົດ​ຕົວ​ຂອງ​ເທວະ​ດາ​ເຕົາ​ໄຟ, ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຊີວິດ ​ແລະ ການ​ຟື້ນ​ຊີບ​ອະມະຕະ. ພິ​ເສດ, ບັນດາ​ເຕົາ​ໄຟ​ໃນ​ຄອບຄົວ​ຊາວ​ເຜົ່າ​ ກຶມ​ມຸ ​ເຄີຍ​ຖືກ​ຈັດ​ວາງ​ຢູ່​ບ່ອນ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ຕ້ອງ​ປະຕິບັດ​ຕາມ​ຮີດຄອງ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ, ພ້ອມ​ກັບ​ການ​ຄະລຳ​ທີ່​ເຂັ້ມ​ງວດ​ທີ່ສຸດ. ປອ. ວີ​ວັນ​ອານ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ບັນດາ​ເຜົ່າ​ຢູ່​ຫໍພິພິຕະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ຕາມ​ທຳ​ມະ​ດາ​ແລ້ວ, ເຮືອນ​ຂອງ​ຊາວ​ເຜົ່າ​ ກຶມ​ມຸ ເຄີຍ​ມີ 3 ຫ້ອງ. ຂັ້ນ​ໄດ​ຂອງ​ເຮືອນ​ຮ້ານແມ່ນ​ຂຶ້ນຫ້ອງທຳ​ອິດ. ຢູ່​ເບື້ອງ​ຊ້າຍ​ຫ້ອງ​ນີ້ວາງເຕົາ​ໄຟ​. ເຕົາ​ໄຟ​ນີ້​​ຖືກ​ນຳ​ໃຊ້​ເພື່ອ​ແຕ່ງ​ກິນ, ຢູ່​ເທິງເຕົ່າ​ໄຟ​​ມີ ຮີ້​ງ ເພື່ອ​ຢ້າງທັນ​ຍາ​ຫານ, ສະ​ບຽງ​ອາ​ຫານ​ໃຫ້​ແຫ້ງ. ຫ້ອງ​ນີ້​ບໍ່​ພຽງ​ແຕ່​ໃຊ້​ເພື່ອ​ຄົວ​ກິນ​, ຝີງ​ໄຟເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ເພື່ອ​ຕ້ອນ​ຮັບ​ແຂກ​ອີກ​ດ້ວຍ”.

        ຫ້ອງ​ທຳ​ອິດນີ້​ຍັງ​ເປັນບ່ອນ​ເພື່ອ​ໃຫ້​ແມ່​ຍິງ​ຊາວ​ເຜົ່າ ​ກຶມ​ມຸ​ ເຕົ້າ​ໂຮມ​ໂອ້​ລົມ​, ແບ່ງ​ປັນ​ຄວາມ​ທຸກ​ຄວາມ​ສຸກນຳ​ກັນ​ອີກ​ດ້ວຍ. ເຕົາ​ໄຟ​ທີ​ສອງ​​ແມ່ນ​ຕັ້ງ​ໃນ​ຫ້ອງ​ໃຈ​ກາງ​​ຂອງເຮືອນ​ເພື່ອ​ບູ​ຊາ​ບັນ​ພະ​ບຸ​ລຸດ​ຂອງ​ຊາວ​ເຜົ່າ​ກຶມ​ມຸ. ນີ້​ແມ່ນ​ແຫ່ງ​ຄະ​ລຳ​ເປັນ​ພິ​ເສດ​ສຳ​ລັບ​ຄົນ​ແປກ, ດັ່ງ​ນັ້ນ​ພຽງ​ແຕ່​ສະ​ມາ​ຊິກໃນ​ຄອບ​ຄົວ​ຈຶ່ງ​​ສາ​ມາດ​ມາຢູ່​ໃກ້​ເຕົາ​ໄຟ​ນີ້ໄດ້. ເຕົາ​ໄຟ​ບູ​ຊາ​ຕິດ​ພັນ​ກັບ​ປະ​ເພ​ນີຫຼາຍ​ຢ່າງ​ທີ່​ມີ​ມາ​​ກ່ອນນີ້​ນັບ​ຮ້ອຍ​ປີ. ນີ້​ແມ່ນ​ເຕົາ​ໄຟ​ສຳ​ຄັນ​ທີ່​ສຸດ​ໃນ​ແຕ່​ລະ​ຄອບ​ຄົວ​​ຊາວ​ເຜົ່າ ​ກຶມ​ມຸ, ຍ້ອນ​ເຫດ​ນັ້ນ ​ບັນ​ດາ​ເຫດ​ການ​ສຳ​ຄັນ​ຍິ່ງ​ໃນ​ປີ​ຂອງ​ເຂົາ​ເຈົ້າ​ລ້ວນ​ແຕ່​ຖືກ​ຈັດ​ຕັ້ງ​ໃນ​ຫ້ອງໃຈ​ກາງນີ້. ປອ. ວີ​ວັນ​ອານ ໃຫ້​ຮູ້​ຕື່ມ​ອີກວ່າ:
ໃນ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ​ ກຶມ​ມຸ, ຖ້າ​ຫາກ​ບູ​ຊາ​ໃຫ້​ບັນ​ພະ​ບຸ​ລຸດ, ວົງ​ຕະ​ກຸນ, ແມ່ນ​ຕ້ອງ​ມີ​ເຕົາ​ໄຟ​ສະ​ເພາະ, ເພາະ​ຕາມ​ເຂົາ​ເຈົ້າ​ແລ້ວ, ບັນ​ພະ​ບຸ​ລຸດ​ແມ່ນ​ຜູ້ຍອດ​ຍິ່ງ, ບໍ​ລິ​ສຸດ. ດັ່ງ​ນັ້ນ​ເມື່ອ​ບູ​ຊາ​ບັນ​ພະ​ບຸ​ລຸດ, ວົງ​ຕະ​ກຸນ​ຂອງ​ຕົນ, ຊາວ​ເຜົ່າ ກຶມ​ມຸ​ ເຄີຍ​ຂ້າ​ງົວ​, ຂ້າ​ຄວາຍ. ແລະ​ມີ​ແຕ່​ໃຊ້​ຫ້ອງ​ໃຈ​ກາງນີ້​ເພື່ອ​ທຳພິ​ທີ​ເທົ່າ​ນັ້ນ”.

ເຕົາໄຟໃນຊີວິດຂອງຊາວເຜົ່າກຶມມຸ - ảnh 2
(ພາບປະກອບ)

        ສ່ວນ​ເຕົາ​ໄຟ​ທີ​ສາມ​ແມ່ນ​ຕັ້ງ​ຢູ່​ໃນ​ຫ້ອງ​ສຸດ​ທ້າຍ​ຂອງ​ເຮືອນ​, ເຊິ່ງ​ເອີ້ນ​ວ່າ​ເຕົາ​ໄຟ​ເຂົ້າ​ໜຽວ​ເຂົ້າ​ຈ້າວ. ເຕົາ​ໄຟ​ນີ້​ຕິດ​ພັນ​ກັບ​ປະ​ເພ​ນີ​ແຫ່​ແມ່​ເຂົ້າ​ເປືອກ​ຂອງ​ຊາວ​ເຜົ່າ​ ກຶມ​ມຸ. ໃນ​ລະ​ດູ​ການ​ເກັບ​ກ່ຽວ​, ບັນ​ດາ​ເຂົ້າ​ເມັດ​ທຳ​ອິດ​ຖືກ​ນຳ​ມາ​ໜຶ້ງ​ເປັນເຂົ້າ​ໜຽວ​ເພື່ອ​ຖະ​ຫວາຍ​ບູ​ຊາ​ແມ່​ເຂົ້າ​ ແທນ​ໃຫ້​ຄຳ​ຕອບ​ບຸນ​ແທນ​ຄຸນ​ເທວະ​ດາ​ທີ່​ໄດ້​ດົນ​ບັນ​ດານ​ໃຫ້​ລະ​ດູ​ການ​ປູກ​ຝັງ​ໄດ້​ຮັບ​ຜົນ​ດີ. ຍ້ອນ​ເຫດ​ນັ້ນ​ບັນ​ດາ​ເຄື່ອງ​ໃຊ້​ໃນ​ຫ້ອງນີ້​ລ້ວນ​ແຕ່​ມີ​ຄວາມສັກ​ສິດ, ບໍ່​ມີ​​ໃຜ​ໄດ້​ນຳ​ໄປ​ບ່ອນ​ອື່ນ​ຕາມ​ໃຈ​ມັກ.

        ປະ​ຈຸ​ບັນ, ເມື່ອ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ພັດ​ທະ​ນາ, ມີຫຼາຍ​ປະ​ເພ​ນີ ​ບໍ່​ພຽງ​ແຕ່​ຂອງ​ຊາວ​ເຜົ່າ​ກຶມ​ມຸ​ເທົ່າ​ນັ້ນ, ຫາກ​ຂອງ​ຊົນ​ເຜົ່າ​ອື່ນໆ​ກໍ່​ມີ​ການ​ປ່ຽນ​ແປງ​ໄປ​ນຳ​ເພື່ອ​ເໝາະ​ສົມ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທັດ​ສະ​ນະ​ກ່ຽວ​ກັບ​ປະ​ເພ​ນີ​ບູ​ຊາ​ເທວະ​ດາ​ເຕົາ​ໄຟ​ເພື່ອຢາກ​ໄດ້​ຮັບ​ຄວາມໂຊກ​​ດີ ແລະ ລົບ​ລ້າງ​​ຄວາມ​ຊົ່ວຮ້າຍ ​​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ເຜົ່າ ກຶມ​ມຸ ​ນັ້ນຍັງ​ຄົງ​ຝັງ​ເລິກ​ໃນ​ແນວ​ຄິດຂອງ​ຊາວ​ເຜົ່າ​ກຶມ​ມຸ​​ ຢູ່. ຢູ່ຫຼາຍ​ແຫ່ງ​ຊາວ​ເຜົ່າ​ ກຶມ​ມຸ ຍັງ​ຄົງ​​ຮັກ​ສາ​ປະ​ເພ​ນີ​ດັ່ງ​ກ່າວຄື​ດັ່ງ​ຢາກ​ຮັກ​ສາ​ສີ​ສັນ, ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນໄວ້​.

ຂ່າວ/ບົດ​ອື່ນ