ເມືອງແທງເຊີນ ແຂວງ ຟູທໍ້ ອະນຸລັກຮັກສາວັດທະນະທຳເຜົ່າເມື່ອງຈາກໂຮງຮຽນ

(VOVWORLD) -ຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າເມື່ອງ, ເມືອງ ແທງເຊີນ ແຂວງ ຟູທໍ້ ພວມຜັນຂະຫຍາຍແຜນຮ່າງອະນຸລັກຮັກສາວັດທະນະທຳເຜົ່າເມື່ອງ. ນີ້ແມ່ນຫນຶ່ງໃນບັນດາວິທີເຮັດທີ່ດີ, ມີປະສິດທິຜົນໃນການສ້າງບັນດາເຂດວັດທະນະທຳວົງຄະນາຍາດ, ຊື່ງແມ່ນບ່ອນເກັບຮັກສາບັນດາວັດຖຸເຄື່ອງຂອງຜະລິດຕະພັນຂອງທ້ອງຖິ່ນຢູ່ໃນໂຮງຮຽນ.

ຊົ່ວໂມງຮຽນນອກຫລັກສູດຢູ່ໂຮງຮຽນປະຖົມ ເຮືອງເກີນ ເມືອງ ແທງເຊີນ ແຂວງ ຟູທໍ້ ຍາມໃດກໍ່ສ້າງບັນຍາກາດຟົດຟື້ນ ຍ້ອນພວກນ້ອງນັກຮຽນມີຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາບັນດາວັດຖຸພັນທີ່ຕິດພັນກັບເຜົ່າເມື່ອງ. ເຖິງວ່າສ່ວນຫລາຍແມ່ນລູກຫລານຂອງຊາວເຜົ່າເມື່ອງກໍ່ຕາມ ແຕ່ບໍ່ແມ່ນວ່ານັກຮຽນຜູ້ໃດກໍ່ຮູ້ຈັກເຖິງບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າຕົນຢ່າງຈະແຈ້ງ. ສະນັ້ນ ທາງໂຮງຮຽນໄດ້ສະຫງວນບໍລິເວນສ່ວນຫນຶ່ງເພື່ອວາງສະແດງບັນດາວັດຖຸເຄື່ອງຂອງ, ຜະລິດຕະພັນພົ້ນເດັ່ນທີ່ສຸດ ເປັນຕົວແທນໃຫ້ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າເມື່ອງ ເພື່ອໃຫ້ພວກນ້ອງນັກຮຽນຊອກຮູ້ ແລະ ຮ່ຳຮຽນ. ເອື້ອຍຄູ ດີງທີກີມແຫ້ງ ຊາວເຜົ່າເມື່ອງ ມີຄວາມເຂົ້າໃຈເລິກກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຊາວເຜົ່າເມື່ອງ, ເຊິ່ງແມ່ນຜູ້ສິດສອນໂດຍກົງ ສະນັ້ນ ແຕ່ລະຊົ່ວໂມງຮຽນແມ່ນໄດ້ສ້າງບັນຍາກາດທີ່ຟົດຟື້ນ ແລະ ຈັບອົກຈັບໃຈໃຫ້ແກ່ນັກຮຽນ.

“ໂດຍແມ່ນລູກຄົນຫນຶ່ງຂອງຊາວເຜົ່າເມື່ອງ, ເພື່ອອະນຸລັກຮັກສາບັນດາຈຸດວັດທະນະທຳຂອງເຜົ່າຕົນໄວ້ ຂ້າພະເຈົ້າໄດ້ແນະນຳບັນດາຜະລິດຕະພັນ, ວັດຖຸເຄື່ອງຂອງຂອງເຜົ່າຕົນໃຫ້ພວກນ້ອງນັກຮຽນຊື່ງຄົນລຸ້ນກ່ອນເກັບຮັກສາໄວ້ຢ່າງເປັນປະຈຳ. ຂ້າພະເຈົ້າກໍ່ແນະນຳບັນດາການເຄື່ອນໄຫວຂອງຄົນລຸ້ນກ່ອນຢ່າງລະອຽດ ເພື່ອໃຫ້ພວກນ້ອງມີຄວາມເຂົ້າໃຈຕໍ່ບັນດາຈຸດວັດທະນະທຳຂອງເຜົ່າຕົນ.”

ເມືອງແທງເຊີນ ແຂວງ ຟູທໍ້ ອະນຸລັກຮັກສາວັດທະນະທຳເຜົ່າເມື່ອງຈາກໂຮງຮຽນ - ảnh 1ວາດຟ້ອນທີ່ເປັນເອກະລັກສະເພາະຂອງຊາວເຜົ່າເມື່ອງ

ນັບແຕ່ຕົ້ນປີ 2018, ບັນດາໂຮງຮຽນຢູ່ບໍລິເວນເມືອງ ແທງເຊີນ ໄດ້ກໍ່ສ້າງເຂດແນະນຳສີສັນວັດທະນະທຳຂອງວົງຄະນາຍາດ ຢູ່ໃນໂຮງຮຽນ, ໃນນັ້ນ ປຸກລະດົມການເຂົ້າຮ່ວມຂອງນັກຮຽນ, ຄູອາຈານ ແລະ ພໍ່ແມ່ຂອງນັກຮຽນທີ່ສະສົມວັດຖຸພັນວາງສະແດງບັນດາເຄື່ອງຂອງໃນຊີວິດປະຈຳວັນ, ບັນດາເຍື່ອງອາຫານທ້ອງຖິ່ນ ທີ່ເຂັ້ມຂົ້ນໄປດ້ວຍສີສັນຊາວເຜົ່າເມື່ອງ. ຜ່ານນັ້ນ ສ້າງກຳລັງແຜ່ຂະຫຍາຍຢ່າງແຮງ, ສຶກສາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າເມື່ອງສຳລັບລຸ້ນຫນຸ່ມ. ນ້ອງດີງທູຍເງິນ, ນັກຮຽນຫ້ອງປ 5A, ໂຮງຮຽນປະຖົມ ເຮືອງເກີນ ແບ່ງປັນວ່າ:

“ນ້ອງກໍ່ແມ່ນລູກຂອງຊາວເຜົ່າເມື່ອງຄົນຫນຶ່ງ ແລະ ໄດ້ເຂົ້າຮ່ວມຊົ່ວໂມງຮຽນຄືແນວນີ້ ນ້ອງຮູ້ສຶກມ່ວນຫລາຍ ແລະ ມີປະໂຫຍດທີ່ສຸດ ຍອ້ນໄດ້ຊອກຮູ້ບັນດາຈຸດວັດທະນະທຳອັນດີງາມຂອງຄົນລຸ້ນກອ່ນໄວ້ໄດ້.”

ບັນດາອຸປະກອນເຄື່ອງມືຮັບໃຊ້ການອອກແຮງງານທຳການຜະລິດ, ເຄື່ອງຂອງນຳໃຊ້ໃນຊີວິດປະຈຳວັນ, ຊຸດອາພອນປະຈຳເຜົ່າ, ເຄື່ອງດົນຕີຂອງຊາວເຜົ່າເມື່ອງ ຍັງຄົງໄດ້ຮັບການອະນຸລັກຮັກສາໄວ້ມາຮອດປະຈຸບັນຢູ່ໃນບັນດາຄອບຄົວ. ທ່ານ ດີງຊວນເຮືອງ, ຜູ້ອຳນວຍການໂຮງຮຽນປະຖົມ ເຮືອງເກີນ ຖືວ່າ: ບັນດາວັດຖຸພັນໄດ້ນຳມາວາງສະແດງໃນເຂດວັດທະນະທຳວົງຄະນາຍາດ ແລະ ໄດ້ແນະນຳຢ່າງລະອຽດ ແລະ ມີຊີວິດຊີວາ ໄດ້ເຮັດໃຫ້ພວກນ້ອງນັກຮຽນມີຄວາມເຂົ້າໃຈວັດທະນະທຳຂອງເຜົ່າຕົນກວ່າ. ຈາກນັ້ນ ບັນດາຊົ່ວໂມງຮຽນນອກຫລັກສູດມີປະໂຫຍດກວ່າ ແລະ ແທດຈິງກວ່າ.

“ນັບແຕ່ໄລຍະຕົ້ນສົກຮຽນ, ໂຮງຮຽນ ໄດ້ລະດົມບັນດາແຫລ່ງກຳລັງເພື່ອກໍ່ສ້າງເຂດວາງສະແດງວັດຖຸພັນ. ພວກຂ້າພະເຈົ້າກໍ່ລະດົມບັນດາຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນໃຫ້ເກັບຮັກສາບັນດາວັດຖຸພັນ ເພື່ອຮັກສາໄວ້, ສຶກສາໃຫ້ນັກຮຽນຮູ້ເຖິງບັນດາສີສັນວັດທະນະທຳຂອງເຜົ່າເມື່ອງ.”

ຄຽງຄູ່ກັບການກໍ່ສ້າງບັນດາເຂດວາງສະແດງສີສັນວັດທະນະທຳເຜົ່າເມື່ອງ, ບັນດາໂຮງຮຽນປະຖົມໃນບໍລິເວນເມືອງ ແທງເຊີນ ຍັງຈັດຕັ້ງບັນດາຊົ່ວໂມງຮຽນນອກຫລັກສູດເພື່ອໃຫ້ນັກສິລະປະການມາຖ່າຍທອດໃຫ້ພວກນ້ອງນັກຮຽນກ່ຽວກັບບັນດາບົດເພງ, ວາດຟ້ອນຂອງເຜົ່າເມື່ອງ. ທ່ານ ດີງວັນແທ່ງ ຢູ່ ຕາແສງ ເຕີດທັງ ເມືອງ ແທງເຊີນ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈ ເມື່ອໄດ້ຖ່າຍທອດ ໃຫ້ພວກນ້ອງນັກຮຽນ ບັນດາຈຸດວັດທະນະທຳຂອງເຜົ່າຕົນຄື: ບົດເພງພື້ນເມືອງ, ວາດຟ້ອນຕ່າງໆ. ເມື່ອໄດ້ຖ່າຍທອດໃຫ້ຄົນລຸ່ນຫນຸ່ມ ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫລາຍ ເພາະຄົນລຸ້ນຫນຸ່ມຈະຮັກສາບັນດາຈຸດວັດທະນະທຳຂອງເຜົ່າເມື່ອງໄວ້ໄດ້”

        ແທງເຊີນແມ່ນເຂດດິນແດນທີ່ມີຫລາຍພື້ນຖານວັດທະນະທຳປະສົມປະສານເຂົ້າກັນ, ໃນນັ້ນ ມີວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງຊາວເຜົ່າເມື່ອງຄື: ກອງ, ຄ້ອງ, ຂັບລຳພື້ນເມືອງ… ພວມໄດ້ຮັບການຮັກສາໄວ້ຈາກຫລາຍລຸ້ນຄົນຂອງຊາວເຜົ່າເມື່ອງ. ເລື່ອງນຳເອົາບັນດາຈຸດທີ່ດີງາມດ້ານວັດທະນະທຳຂອງເຜົ່າເມື່ອງເຂົ້າໃນໂຮງຮຽນແມ່ນວິທີເຮັດຢ່າງມີປະສິດທິຜົນ ແລະ ແທດຈິງ, ມີລັກສະນະສຶກສາສູງ.

        ດ້ວຍຈຸດປະສົງເພື່ອແນໃສ່ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າຂອງມໍລະດົກວັດທະນະທຳເຜົ່າເມື່ອງສຳລັບການພັດທະນາຮອບດ້ານຂອງເມືອງ, ຄະນະກຳມະການປະຊາຊົນ ເມືອງ ແທງເຊີນ ໄດ້ສ້າງ “ແຜນຮ່າງກວດກາເກັບຮັກສາ, ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງເຜົ່າເມື່ອງໄລຍະ 2017-2020, ການກຳນົດທິດຮອດປີ 2025 ຢູ່ ບໍລິເວນເມືອງ ແທງເຊີນ. ແຜນຮ່າງນີ້ຈະສຸມໃສ່ຫນ້າທີ່ຍົກສູງຄຸນນະພາບວຽກງານກວດກາ, ເກັບຮັກສາ, ອະນຸລັກຮັກສາ, ເພີ່ມເຕີມ, ຮັກສາບັນດາວັດຖຸພັນ, ເອກະສານອັນລ້ຳຄ່າ ແລະ ຫາຍາກ ຂຶ້ນກັບມໍລະດົກວັດທະນະທຳພື້ນເມືອງທີ່ເປັນແບບຢ່າງຂອງຊາວເຜົ່າເມື່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ