ເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າໄຢ໋


(vovworld) - ບ້ານ​ ຕາ​ວານ​ໄຢ໋, ຂຶ້ນ​ກັບ​ເມືອງ​ ຊາ​ປາ, ​ແຂວງ​ລາວ​ກາຍ, ນອນ​ຢູ່​ໃນ​ຮ່ອມ​ພູ​ ເມື່ອ​ງຮວາ​ ທີ່​ງາມ​ດັ່ງ​ໃນ​ຝັນ​. ບັນດາ​ເຮືອນ​ນ້ອຍໆ​ຂອງ​ຊາວ​ເຜົ່າ​ໄຢ໋ລ້ວນ​ແຕ່ອີງຫຼັງ​ໃສ່​ພູ ​ແລະ ຕັ້ງ​ຢູ່​ໃກ້​ກັນ. ນັ້ນ​ແມ່ນ​ຈຸດ​ທີ່​ເປັນ​ເອກະລັກ​ຂອງ​ວົງ​ຄະນາ​ຍາດ​ທີ່​ດຳລົງ​ຊີວິດ​ແບບ​ເຈືອ​ຈານ​ກັບ​ທຳ​ມະ​ຊາດ. ​ເຮືອນ​ແມ່ນ​ບ່ອນຢູ່, ບ່ອນ​ເຮັດ​ວຽກ ​ແລະ ດຳ​ເນີນ​ຊີວິດ​ປະຈຳ​ວັນ​ຂອງ​ສະມາຊິກ​ທຸກ​ຄົນ​ໃນ​ຄອບຄົວ. ດັ່ງ​ນັ້ນ​ກໍ່​ເຊັ່ນ​ດຽວ​ກັບ​ຊົນ​ເຜົ່າ​ອື່ນໆ, ​ເມື່ອ​ປຸກ​ສ້າງ​ເຮືອນ, ຊົນ​ເຜົ່າ​ໄຢ໋ມີ​ຄວາມ​ລະມັດລະວັງ​ທີ່​ສຸດ.

ເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າໄຢ໋ - ảnh 1

ເຮືອນດິນຂອງຊົນເຜົ່າໄຢ໋

ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ​ໄຢ໋, ທີ່​ດິນ​ແລະ​ທິດ​ເຮືອນ​ແມ່ນ 2 ປັດ​ໃຈ​ສຳຄັນ​ທີ່​ສຸດ, ​ແມ່ນ​ເງື່ອນ​ໄຂ​ຕັດສິນ​ຄວາມ​ເປັນຕາ​ຍຂອງ​ເຈົ້າ​ເຮືອນ. ​ເພື່ອ​ເລືອກ​ທີ່​ດິນ​ປຸກ​ສ້າງ​ເຮືອນ, ຊາວ​ເຜົ່າ​ໄຢ໋​ເຄີຍ​ອາ​ໄສ​ເຖິງ​ການ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ໝໍ​ເຢົາ. ພາຍຫຼັງ​ພາວະນາ​ເທວະ​ດາ​ຟ້າ​ແຖນ​ແລ້ວ, ໝໍ​ເຢົາ​ຈະ​ຊອກ​​ເຂດ​ດິນ​ທີ່​ເໝາະ​ສົມ​ກັບ​ຄອບຄົວ, ວົງ​ຕະກຸນ​ນັ້ນ. ​​ເມື່ອ​ເລືອກ​ບ່ອນ​ປຸກ​ສ້າງ​ເຮືອນ, ຊາວ​ເຜົ່າ​ໄຢ໋​ກໍ່ເອົາ​ໃຈ​ໃສ່​ເຖິງ​ແຫຼ່ງນຳ້. ​ເຂົາ​ເຈົ້າ​ເຄີຍ​ຢູ່​ອາ​ໄສ​ໃນ​ເຂດ​ຮ່ອມ​ພູ, ​ແຄມ​ແມ່​ນ້ຳ​ລຳ​ເຊ. ນອກຈາກ​ຄວາມ​ໝາຍ​ດ້ານ​ຈິດ​ວີນຍານ, ​​ເປັນ​ບ່ອນ​ທີ່​ເຢັນ​ສະບາຍ ​ແລະ ສະຫງົບ​ແລ້ວ, ​ເຂົາ​ເຈົ້າ​ຍັງ​ມີ​ເງື່ອນ​ໄຂ​ສະດວກ​ໃນ​ການ​ປູກຝັງ, ປູກ​ເຂົ້ານາ​ທາມ, ​​ເຮັດ​ໄຮ່… ອີກ​ດ້ວຍ. ພາຍຫຼັງ​ເລືອກ​ທີ່​ດິນ​ໄດ້​ແລ້ວ, ​​ເຂົາ​ເຈົ້າ​ຍັງ​ເອົາ​ໃຈ​ໃສ່​ເຖິງ​ການ​ເລືອກ​ທິດ​ອີກ. ​ເຂົາ​ເຈົ້າ​ຖື​ວ່າ, ສ້າງ​ເຮືອນ​ຖືກ​ທິດ​ມັນ​ຈະ​ນຳ​ມາ​ເຊິ່ງ​ໂຊກ​ໝານ, ຄວາມສຸກ​ໃຫ້​ແກ່ທຸກ​ຄົນ​ໃນ​ຄອບຄົວ. ທ່ານ ​ເຊິ່ນ​ຈ໋າງ, ຜູ້​ມີ​ອາຍຸ​ສູງ​ໃນ​ບ້ານ ​ຕາ​ວານ​ໄຢ໋, ​ໃຫ້​ຮູ້​ວ່າ:

“ຕໍ່ໜ້າ​ເຮືອນ​ຕ້ອງ​ປອດ​ໂປ່​ງ, ຫຼັງ​ເຮືອນ​ຕ້ອງ​ມີ​ບ່ອນ​ອີງ, ຕາມ​ທຳ​ມະ​ດາ​ແມ່ນ​ອີງ​ໃສ່​ພູ, ຖ້າ​ປຸກ​ສ້າງ​ເຮືອນ​ຢູ່​ບ່ອນ​ຮາບ​ພຽງ, ຢູ່​​ເບື້ອງ​ຫຼັງ​ທາງ​ໄກໆ​ກໍ່​ຕ້ອງ​ມີ​ພູ. ​ສິ່ງ​ທີ່ເຂົາ​ເຈົ້າ​ຄະ​ລຳທີ່​ສຸດນັ້ນ​ແມ່ນຢູ່​ເບື້ອງ​ໜ້າ​ມີ​ພູ​ຫີນ ຫຼື​ມີ​ຫີນ​ກ້ອນໃຫຍ່ຂວາງ​ຢູ່​ຕໍ່ໜ້າ“.

ຊາວ​ເຜົ່າ​ໄຢ໋ຖື​ວ່າ, ​ເລືອກ​ທິດ​ເຮືອນ​ຄື​ແນວ​ນັ້ນ​ຈຶ່ງ​ໄດ້​ຮັບ​ການ​ອູ້ມຊູ​ຊ່ວຍ​ເຫຼືອ ​ແລະ ການ​ປົກ​ປ້ອງ​ຈາກ​​ເທວະ​ດາ​ພູ. ນອກ​ນັ້ນ, ທິດ​​ເຮືອນຕ້ອງ​ປອດ​ໂປ່​ງ, ກວ້າງຂວາງ, ບໍ່​ມີ​ສິ່ງ​ກີດຂວາງ​ຢູ່​​ເບື້ອງໜ້າ, ຄື​ແນວ​ນັ້ນ​ການ​ທຳ​ມາ​ຫາ​ກິນ​ຈຶ່ງ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ບໍ່​ມີ​ຂຸມຜີ​ຢູ່​ເບື້ອງ​ໜ້າ. ທ່ານ ຮ່ວາງ​ວັນ​ລູ່, ຢູ່​ບ້ານ ຕາ​ວານ​ໄຢ໋, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

ຕ້ອງ​ເລືອກ​ທິດ​ຕາມ​ອາຍຸ​ຂອງ​ເຈົ້າ​ເຮືອນ. ​ຖ້າ​ຫາກ​ວັນ​ລົງມື​ກໍ່​ຮ້າງ​ເຮືອນ​ແມ່ນ​ກົງ​ກັບ​ວັນ​ເກີດ​ຂອງ​ຜູ້​ໃດ​ໃນ​ຄອບຄົວ, ຜູ້​ນັ້ນ​ຈະ​ຕ້ອງ​ຫຼີກ​ໄປ​ບ່ອນ​ອື່ນ, ​ເມື່ອ​ໃດ​ກໍ່ສ້າງ​ເຮືອນ​ສຳ​ເລັດ​​ແລ້ວຈຶ່ງ​ໄດ້​ກັບ​ເມືອ“.

​ເຮືອນ​ຂອງ​ຊາວ​ເຜົ່າ​ໄຢ໋ຖືກ​ກໍ່ສ້າງ​ດ້ວຍ​ວັດຖຸ 2 ປະ​ເພດ​ທີ່​ມີ​ຢູ່​ແລ້ວ​ໃນ​ທຳ​ມະ​ຊາດ​ນັ້ນ​ແມ່ນ​ໄມ້ ຫຼື​ໄມ້​ໄຜ່, ​ໄມ້​ເຮ້ຍ. ອີງ​ຕາມ​ຄວາມ​ສາມາດ​ຂອງ​​ເຈົ້າ​ເຮືອນ, ຝາ​ເຮືອນບາງ​ເທື່ອ​ເຮັດ​ດ້ວຍ​ດິນ​ປະສົມ​ກັບ​ເຟືອງ, ບາງ​ເທື່ອ​ເຮັດ​ດ້ວຍ​ໄມ້. ​ເຮືອນ​ຂອງ​ຊາວ​ເຜົ່າ​ໄຢ໋ສູງ 1,8 ​ແມັດ (​ໄລ່​ແຕ່​ພື້ນ​ເຮືອນ​ເຖິງ​ຂາງ​ເຮືອນ) ​ແລະ ລວງກວ້າງ​ແຕ່ 6, 10 ​ແມັດ. ​ແບ່ງ​ເປັນ 3 ຫ້ອງ, ​ແຕ່​ລະ​ຫ້ອງ​ມີ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ກັນ. ທ່ານ ຮ່ວາງ​ວັນ​ລູ່, ອະທິບາຍ​ວ່າ,

​ເຮືອນ​ຂອງ​ຊາວ​ເຜົ່າ​ໄຢ໋​ເຄີຍ​ແບ່ງ​ເປັນ 3 ຫ້ອງ, ຫ້ອງ​ຢູ່ໃຈກາງປອດ​ໂປ່​ງ. ກ່ອນ​ນີ້​ຢູ່​ຫ້ອງ​ໃຈກາງ​ມີ 6 ​ເສົາ, ​ແຕ່​ປະຈຸ​ບັນ​ມີພຽງ 4 ຫຼື 5 ​ເສົາ​ເທົ່າ​ນັ້ນ. ​ໃນ​ນັ້ນ​ເສົາ​ຫຼັກ​ຢູ່​ໃຈກາງ​ຕ້ອງ​ຕັ້ງຕິ​ດກັບ​ພື້ນ​ດິນ, ​ແຕ່​ປະຈຸ​ບັນ​ເຂົາ​ເຈົ້າ​​ໄດ້​ປະເສົາ​ຫຼັກ​ນີ້​ແລ້ວ“.

ເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າໄຢ໋ - ảnh 2

ເຮືອນຂອງຊາວເຜົ່າໄຢ໋ຢູ່ຕາວານ

ຫ້ອງ​ໃຈກາງ​ແມ່ນ​ບ່ອນ​ຕັ້ງ​ແທ່ນ​ບູຊາ​ບັນພະບຸລຸດ, ​ແມ່ນ​ບ່ອນ​ຕ້ອນຮັບ​ແຂກ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫ້ອງ​ທີ່​ເຄັ່ງຂຶມ​ທີ່​ສຸດ, ດັ່ງ​ນັ້ນ​ໃນ​ໂອກາດ​ວັນ​ບຸນ, ບຸນປີ​ໃໝ່, ວັນ​ບູຊາ… ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ກິນ​ເຂົ້າ​ຢູ່​ທີ່​ນີ້. ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ໄຢ໋​ແລ້ວ, ຜູ້ຍິງ​ບໍ່​ໄດ້​ນອນ​ຢູ່​ຫ້ອງ​ໃຈກາງ. ທ່ານ ຈ໋າງ ​ແນະນຳ​ວ່າ:

​ເຮືອນ​ຂອງ​ຊາວ​ເຜົ່າ​ໄຢ໋ຕ້ອງ​ມີ​ຊັ້ນ​ສຳຮອງ. ​ເຄື່ອງ​ໃຊ້​ໃນ​ການ​ແຕ່ງກິນ​ຈຳນວນ​ໜຶ່ງ​ແມ່ນ​ວາງ​ຢູ່​ໃນ​ເຮືອນຄົວ, ສ່ວນ​ເຄື່ອງ​ຂອງ​ອື່ນໆ​ລ້ວນ​ແຕ່​ມ້ຽນ​ໄວ້​ຢູ່​ຊັ້ນ​ສຳຮອງ. ​ເຂົ້າ​ເປືອກ, ​ເຂົ້າສານ, ຊີ້ນ… ຖືກ​ມ້ຽນ​ໄວ້​ຢູ່​ນັ້ນ​ຄື​ດັ່ງ​ສາງ​ບັນຈຸ​ເຄື່ອງ​ຂອງ. ຖ້າ​ມີ​ແຂກ​ມາ​ຢູ່​ນຳຄອບຄົວ, ສາມາດຈັດ​ໃຫ້​ເຂົາ​ເຈົ້າ​ນອນຢູ່​ຊັ້ນ​ນີ້​ໄດ້“.

​ບັນດາ​ສະມາຊິກ​ໃນ​ຄອບຄົວ​ແມ່ນ​ຢູ່​ໃນ​ຫ້ອງ​ຂ້າງ. ຖ້າ​ຄອບຄົວ​ນັ້ນ​ມີ​ລູກ​ໃພ້​ຫຼາຍ​ຄົນ, ຫ້ອງ​ນອນ​ຂອງ​ຄອບຄົວ​ລູກກົກ​ແມ່ນ​ຢູ່ທິດຕາ​ເວັນ​ຕົກ, ຫ້ອງ​ນອນ​ຂອງ​ຜົວ​ເມຍ​ຖັດຈາກ​ນັ້ນ​ແມ່ນ​ຢູ່​ທິດຕາ​ເວັນ​ອອກ.

​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ໄຢ໋​​ເຄີຍ​ມີ 3 ປະຕູ. ປະຕູ​ຕົ້ນຕໍ​ແມ່ນ​ຢູ່​ຫ້ອງ​ໃຈກາງ, ປະຕູໜຶ່ງ​​ແມ່ນ​ເຂົ້າ​ເຮືອນຄົວ ​ແລະ ປະຕູ​ຍັງ​ເຫຼືອ​ແມ່ນ​ເຂົ້າ​ອອກ​ຢູ່​ເບື້ອງ​ຫຼັງ​ເຮືອນ. ປ່ອງຢ້ຽມ​ຢູ່​ຫ້ອງ​ຂ້າງ​ທັງ​ສອງ​ມີ​ຂະໜາດ 20 x 40 cm. ທ່ານ​ເຊິ່ງຈ໋າງ ອະທິບາຍ​ວ່າ:

ປະຕູ​ເຂົ້າ​ເຮື​ອນຄົວ​ເພື່ອ​ໃຫ້​ເຂົ້າ​ເຈົ້າ​ເຂົ້າ​ອອກ​ເຮືອນ​ປະຈຳ​ວັນ, ຄະລຳບໍ່​ໃຫ້​ນຳ​ຊີ້ນ​ສົດ​ໄປ​ຜ່ານ​ປະຕູ​ຕົ້ນຕໍ. ຜູ້ຍິງ​ຫາ​ກໍ່​ເກີດ​ລູກ​, ຖ້າ​ບໍ່​ທັນ​ຈັດ​ພິທີ​ສະ​ເໜີລູກຕໍ່​ບັນພະບຸລຸດກໍ່​ບໍ່​ໄດ້​ໄປ​ຜ່ານ​ປະຕູ​ຕົ້ນຕໍ​ເຊັ່ນ​ກັນ“.

ຕໍ່ໜ້າ​ປະຕູ​ຕົ້ນ​ຕໍ່​ຂອງ​ເຮືອນ, ຊາວ​ເຜົ່າ​ໄຢ໋ຍັງ​ແຂວນ​ໝາກ​ຄອນ​ເຮັດ​ດ້ວຍ​ແພທີ່​ມີ​ສີ​ຫຼາກ​ຫຼາຍ​ເພື່ອ​ປະດັບ​ປະດາ​ໃຫ້​ເຮື​ອນຂອງ​ຕົນ. ນີ້​ແມ່ນ​ວັດທະນະທຳ​ທີ່​ດີງາມ​ຂອງ​ຊາວ​ເຜົ່າ​ໄຢ໋. ​ເຮືອນ​ແມ່ນ​ບ່ອນ​ຮັກສາ​ແບບ​ແຜນ​ດຳ​ລົງ​ຊີວິດ​ທີ່​ເປັນ​ມູນ​ເຊື້ອຂອງ​ຊາວ​ເຜົ່າ​ໄຢ໋ຢູ່​ແຂວງ​ລາວ​ກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ