ເຮືອນເກືອນຂອງຊາວເຜົ່າເກີຕູ

(vovworld)-​ບັນດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າເກີ​ຕູ​ ​ເຖິງ​ວ່າ​ຮັ່ງມີ ຫຼືທຸກ​ຍາກ​ກໍ່​ລ້ວນ​ແຕ່​ມີ​ເຮືອນ​ເກືອ​ນ. ​ເຮືອນ​ເກືອ​ນ​ແມ່ນ​ສະຖານ​ທີ່ຈັດຕັ້ງບັນດາ​ງານ​ບຸນ​ປະ​ເພນີ​ຂອງ​ໝູ່​ບ້ານ​ຄື: ​​ງານ​ບຸນ​ເຂົ້າ​ໃໝ່, ງານ​ບູນຊົມ​ເຊີຍ​ລະດູ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ພິທີ​ແຮກສ່ຽວ​ອ້າຍ​ນ້ອງລະຫວ່າງ​ສອງ​ໝູ່​ບ້ານ​ຊາວ​ເຜົ່າ​ເກີ​ຕູ….  ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ຫວຽດນາມພາກ​ນີ້, ​ນັກຂ່າວລານແອ​ງ ຈະ​ແນະນຳ​​ເຮືອນ​ເກືອ​ນຂອງ​ຊາວ​ເຜົ່າ​ເກີ​ຕູ​ຢູ່​​ແຂວງ​ກວາງ​ນາມ ທາງ​ພາກ​ກາງ​ຫວຽດນາມ.

ເຮືອນເກືອນຂອງຊາວເຜົ່າເກີຕູ - ảnh 1
ເຮືອນ​ເກືອ​ນຂອງຊາວ​ເຜົ່າ​ເກີ​ຕູ​

(ພາບ:VOV5)

   ​​ຊາວ​ເຜົ່າ​ເກີ​ຕູ​ ​ເຄີຍ​ໄດ້​ເລືອກທຳ​ເລເມື່ອ​ສ້າງ​ຕັ້ງໝູ່​ບ້ານ ​ແລ​ະ ປຸກ​ເຮືອນ, ​ເຮືອນ​ເກືອນ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​ກຳລັງ​ເຫື່ອ​ແຮງ​ຂອງ​ທຸກ​ຄົນ​ໃນ​ບ້ານ. ຕາມ​ປະ​ເພນີ​ຂອງຊາວ​ເຜົ່າ​ເກີ​ຕູ​, ​ເຮືອນ​ເກືອ​ນ​ແມ່ນ​ແຫ່ງ​ສັກກະ​ລະ​ບູຊາ​, ​ແມ່ນ​ບ່ອນຢູ່​ອາ​ໄສ​ຂອງ​ເທວະ​ດາ​ຟ້າ​ແຖນ, ບັນພະ​ບູລຸດ. ​ແມ່ຍິງ ຫລື​ນາງ​ສາວ​ບໍ່​ທັນ​ມີ​ຜົວ​ບໍ່​ມີ​ສິດ​ເຂົ້າເຮືອນ​ເກືອ​ນ ​ແລະ ​ເມື່ອ​ມາ​ເຮືອນ​ເກືອນ, ທຸກ​ຄົນ​ບໍ່​​ໃຫ້ໂຕ້​ຖຽງ ຫລື​ຕີ​ກັນ. ທ່ານ​ເບີ່ຣິວ ລຽກ ຢູ່​ເມືອງ​ໄຕ​ຢາງ ​ແຂວງ​ກວາງ​ນາມ, ນັກຄົ້ນຄ້ວາວັດທະນະທຳ​ເກີ​ຕູ ​ໃຫ້​ຮູ້​ວ່າ:

   “​​ແຕ່​ດົນ​ນານມາ​ແລ້ວ, ຊາວ​ເຜົ່າ​ເກີ​ຕູ​ ​ໄດ້​ດຳລົງ​ຊີວິດ​ເຕົ້າ​ໂຮມ​ກັນ, ຢູ່​ໃຈກາງ​ແມ່ນ​ເຮືອນ​ເກືອ​ນ. ​ເຮືອນ​ເກືອ​ນ​ແມ່ນ​ຈິດ​ວິນ​ຍານ​ຂອງ​ໝູ່​ບ້ານ​ຊາວ​ເຜົ່າ​ເກີ​ຕູ ຊື່​ງບໍ່​ພຽງ​ແຕ່​ແມ່ນ​ບ່ອນບູຊາ​ເທວະ​ດາ, ບັນພະ​ບູລຸດ​ເທົ່າ​ນັ້ນ. ຫາກ​ເຮືອນ​ເກືອ​ນຂອງ​ຊາວ​ເຜົ່າ​ເກີ​ຕູ ຫາກຍັງ​ແມ່ນ​ບ່ອນ​ເພື່ອ​ປຶກສາ​ວຽກບ້ານ​ການ​​ເມືອງ ​ແລະ ດຳ​ເນີນງານບຸ​ນຕ່າງ​ໆ​ທີ່ສຳຄັນ​ອີກ​ດ້ວຍ. ​ເຮືອນ​ເກືອ​ນ​ແມ່ນ​ຈິດ​ວິນ​ຍານ, ມີ​ບົດບາດ​ສຳຄັນ​ພິ​ເສດ​ໃນ​ຊີວິດ​ດ້ານຈິດ​ໃຈ ​ແລະ ວັດທະນະທຳ​ຂອງ​ປະຊາ​ຄົມ​ຊາວ​ເຜົ່າ​ເກີ​ຕູ”.  

​   ໃນ​ສະຖາປັດຕະຍາ​ກຳ​ແບບ​ມູນ​ເຊື້ອ, ​ເຮືອນ​ເກື​ອນຂອງຊາວ​ເຜົ່າ​ເກີ​ຕູ​ ​ແມ່ນ​ຮື​ອນຮ້ານ​ຊື່​ງມີ​ເສົາ​ໃຫ່ຍ 1 ​ເສົາຢູ່​ໃຈກາງ ​ແລະ ​ເສົາ​ນ້ອຍ 8 ​ເສົາຢູ່​ອ້ອມຂ້າງ. ຫຼັງ​ຄາເຮືອນ​ເກືອ​ນມຸ້ງ​ດ້ວຍ​ໃບປາມ ຫລື​ໃບ​ຫວາຍ ​ແລະ ມີ​ຮູບ​ເໝືອນ​ກັບ​ໝາກມ່ວງ. ຝາ​ເຮືອນ​ເກືອ​ນ​ໄດ້​ຮັບການ​ປະດັບ​ປະດາ, ຄວັດ​ສະຫຼັກ​ດ້ວຍຮູບສັດ​ປະ​ເພດ​ຕ່າງໆທີ່​ມີ​ຊີວິດ​ຊີວາ​ທີ່​ສຸດ​ຄື: ​ໂຕ​ຄວາຍ, ຫົວ​ຄວາຍ, ​ໂຕ​ແລນ, ງູ​ດ​ເຫຼືອມ ກໍ່​ຄື​ຮູບ​ພາບ​ຜູ້​ບ່າວ​ເກີ​ຕູ ຕີ​ກອງ, ​ແມ່​ຍິງ​ອູ້ມລູກ. ​ໃນ​ເຮືອນ​ເກືອ​ນຍາມ​ໃດ​ກໍ່​ວາງສະ​ແດງ​ເຄື່ອງ​ດົນຕີ​ພື້ນະ​ມື​ອງ, ​ເຄື່ອງມືປະ​ເພ​ດຕ່າງໆ ​ແລະ ກະ​ໂຫກ​ຫົວ​ສັດລ່າ​ເນື້ອ​ໄດ້ ຫຼື​ຂ້າ​ໃນ​ງານ​ບຸນ​ຕ່າງໆ...​ໃນ​ເຮືອນ​ເກືອ​ນຍັງມີບ່ອນ​ບູຊາ​ເທວະ​ດາ​ຕາມ​ການ​ເຫຼື້ອ​ມ​ໄສຂອງຊາວ​ເຜົ່າ​ເກີຕູ. ​ໃນ​ຊີວິດ​ການ​ເປັນ​ຢູ່ຂອງຊາວ​ເຜົ່າ​ເກີຕູ, ​ເຮືອນ​ເກືອ​ນ​ແມ່ນສັນຍາ​ລັກ​ໃຫ້​ທັງ​ໝູ່​ບ້ານ. ​ເຮືອນ​ເກື​ອນມີຂະ​ໜາດ​ໃຫ່ຍ ຫລື​ນ້ອຍ​ແມ່ນ​ຂຶ້ນ​ກັບ​ສິດ​ອຳນາດ ​ແລະ ກຳລັງ​ແຮງ​ຂອງ​ໝູ່​ບ້ານນັ້ນ. ທ່ານອີ​ກົງ, ບ້ານ​ຕົງ​, ຕາ​ແສງ​ບາ, ​ເມືອງ​ດົງ​ຢາງ ​ໃຫ້​ຮູ້​ວ່າ:

   “​​​​​ເຮືອນ​ເກືອ​ນ​ແມ່ນ​ເຮືອນ​ທີ່​ເປັນ​ສັນຍາ​ລັກຂອງ​ຊາວ​ເຜົ່າ​ເກີ​ຕູ. ບ້າ​ນໃດ​ບໍ່​ມີ​ເຮືອນ​ເກືອ​ນໝາຍ​ຄວາມ​ວ່າ​ບໍ່​ມີ​ມູນ​ເຊື້ອ​ວັດທະນະທຳອີກ. ສະນັ້ນຊາວບ້ານ​ທຸກ​ຄົນ​ຈຶ່ງສາມັກຄີ​, ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າ​ງ​ເຮືອນ​ເກືອ​ນ”

ຜ່ານ​ໄລຍະ​ສົງຄາມ ​ແລະ ຜົນ​ສະທ້ອນ​ຈາກ​ຊີວິດ​ແບບ​ທັນ​ສະ​ໄໝ, ​ເຮືອນ​ເກືອ​ນຫຼາຍ​ຫຼັງ​ຖືກ​ເປ່​ເພ ​ແລະ ສູນ​ຫາຍ​ໄປ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ອຳນາດ​ການ​ປົກຄອງ, ຂະ​ແໜງ​ວັດທະນະທຳ​ແຂວງ​ກວາງ​ນາມ ​ໄດ້​ມີ​ຄວາ​ມມານະ​ພະຍາຍາມ​ຫຼາຍ​ຢ່າງ​ໃນ​ການ​ຟື້ນ​ຟູ​ເຮືອນ​ເກື​ອນ ​ເພື່ອ​ແນ​ໃສ່​ບູລະນະ  ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ສີສັນ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ຂອງຊົນ​ເຜົ່າ​ເກີ​ຕູ. ມາ​ຮອດ​ປະຈຸ​ບັນ, ບ້ານ​ຕ່າງໆ​ຂອງ​ຊາວ​ເຜົ່າ​ເກີ​ຕູ ຢູ່​ແຂວງ​ກວາງ​ນາມ ​ເກື​ອບທັງ​ໝົດ ​ໄດ້​ມີ​ເຮືອ​ນ​ເກື​ອນ​ແລ້ວ. ​ໄຕ​ຢາງ ​ແມ່ນ​ເມືອງ​ນຳ​ໜ້າ​ໃນ​ຂະ​ບວນການ​ຟື້ນ​ຟູ​ເຮືອນ​ເກືອ​ນຢູ່​ແຂວງ​ກວາງ​ນາມ. ມາ​ຮອດ​ປະຈຸ​ບັນ, ທຸກ​ບ້ານ​ໃນ​ເມືອງ​ໄຕ​ຢາງ ລ້ວນ​ແຕ່​ມີ​ເຮືອນ​ເກືອ​ນ. ​​ເທິງຈອມ​​​ພູສູງ​ຢູ່​ໃຈກາງ​ເມືອງ​ແມ່ນ​ເຂ​ດໝູ່​ບ້ານ​ເກີ​ຕູ ທີ່​ເປັນມູນ​ເຊື້ອ ລວມມີ​ເຮືອ​ນ​ເກື​ອນ​ຢູ່ໃຈກາງ ​ແລະ ​ເຮືອນ​ເກືອ​ນນ້ອຍ 10 ຫຼັງ​ຕາງໜ້າ​ໃຫ້ 10 ຕາ​ແສງ​ຂອງ​ບ້ານ. ສະຖາປັດຕະຍາ​ກຳ ​ແລະ ການ​ປະດັບ​ປະດາ​ໃນ​ເຮືອນ​ເກືອ​ນ​ແຕ່​ລະ​ຫຼັງ​ກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ​ເຂັ້ມຂົ້ນໄປ​ດ້ວຍສີສັນ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ເກີ​ຕູ ຢູ່​ເຂດ​ພູ​ສູງ, ​ເຂດ​​ເນີນ​ພູ ​ແລະ ​ເຂດ​ພື້ນ​ທີ່​ຕ່ຳ. ​ທ່ານ​ເບີ່ຣິວ ລຽກ ຢູ່​ເມືອງ​ໄຕ​ຢາງ ​ແຂວງ​ກວາງ​ນາມ, ນັກຄົ້ນຄ້ວາວັດທະນະທຳ​ເກີ​ຕູ ​ໃຫ້​ຮູ້​ວ່າ:

   “​​ຍ້ອນ​ວັດທະນະທຳ​ບ້ານ​ແມ່ນ​ສິ່ງ​ທີ່​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ມາ​ແຕ່ດົນ​ນານ​​ແລ້ວ, ດັ່ງ​ນັ້ນ ພວກ​ເຮົາ​ຕ້ອງສ້າງ​ລະບຽບ​ວັດທະນະທຳ​ອື່ນ​ໆ, ຮັກສາ​ສີສັນ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ຊອງ​ຊາວ​ເຜົ່າ​ເກີ​ຕູ ​ໃຫ້​ໄດ້. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ເກີ​ຕູ ​ຈະ​ຄົງ​ຕົວ​ໃນ​ບັນດາເຮືອນ​ເກືອ​ນນັ້ນ”.

  ມາ​ຮອດ​ປະຈຸ​ບັນ, 80% ຈຳ​ນວນ​ບ້ານ​ຢູ່​ເມືອງ​ດົງ​ຢາງ ​ແລະ ນາມ​ຢາງ ​ແຂວງ​ກວາງ​ນາມ ​ໄດ້​ມີ​ເຮືອນ​ເກືອ​ນ​ແລ້ວ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໃນ​ການ​ໜູນ​ຊ່ວຍ​ຊາວ​ເຜົ່າ​ເກີ​ຕູ ​ຮັກສາ​ສິສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ. ທ່ານ​ນາງ​ເລ​ທິຖູ​ຍ ຮອງ​ປະທານ​ຄະນະ​ກຳມະການ ປຊຊ ​ເມືອງ​ດົງ​ຢາງ ​ໃຫ້​ຮູ້​ວ່າ:

  “ທາງ​ຄະນະ​ກຳມະການ ປຊຊ ​ເມືອງ​ພວມ​ສຸມ​ໃສ່​ຊີ້​ນຳ​ກວດກາ​ສະພາບ​ການ, ລົງ​ຊ່ວຍ​ເຫຼື້ອຕາ​ແສງ, ຊ່ວຍບ້ານ​ຂົນຂວາຍ ປຊຊ ບໍລິຈາກ​ທີ່ດິນ​ເພື່ອ​ເຮັດ​ເຮືອນ​ເກືອ​ນ. ບົນ​ພື້ນຖານລັດ​ຈະ​ໜູນ​ຊ່ວຍ​ສ່ວນ​ໜຶ່ງ ​ແລະ ຂົນຂວາຍ ປຊຊ ປະ​ກອບສ່ວນ​ເປັນຕົ້ນ. ມີ​ບ້ານ​ກໍ​ໄດ້​ຮັບ​ການໜູນ​ຊ່ວຍ​ຈາກ​ວິ​ສາ​ຫະກິດ. ບ້ານ​ທຸກ​ຍາກ​ກ່ວາ​ກໍ່​ສະໝັກ​ໃຈ​ປະກອບວັດຖຸ ​ແລະ ​ກຳລັງຄົນ. ຢູ່​ເມືອງ​ດົງ​ຢາງ, ຂະ​ບວນການ​ນີ້​ໄດ້​ຮັບ​ການ​ສະ​ຫນັບ​ສະ​ໜູນ​ທີ່​ສຸດ​ຈາກ ປຊຊ“.

​ເຮືອນ​ເກືອ​ນ​ແມ່ນ​ສັນຍາ​ລັກ​ຂອງ​ຊາວ​ເຜົ່າ​ເກີ​ຕູ, ​ເລື່ອງ​ຟື້ນ​ຟູ​ເຮືອນ​ເກືອ​ນທີ່​ເປັນ​ມູນ​ເຊື້ອ ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ບັນດາ​ຄຸນ​ຄ່າວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ເກີ​ຕູ, ຊ່ວຍ​ໃຫ້​ຊາວ​ເຜົ່າ​ເກີ​ຕູ ລຸ່ນຕ່າງໆ ສາມາ​ດ​ເຂົ້າ​ໃຈ ​ແລະ ສືບ​ທອດ​ບັນດາ​ຄຸນຄ່າ​ດ້ານ​ວັດຖຸ ​ແລະ ຈິ​ດໃຈຂອງ​ຊາວ​ເຜົ່າ​ຕົນ. ປະຈຸ​ບັນ, ​ເຮືອນ​ເກືອ​ນຂອງ​ຊາວ​ເຜົ່າ​ເກີ​ຕູ ຍັງ​ແມ່ນ​ຈຸດ​ນັດ​ພົບ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ແຂກ​ທ່ອງ​ທ່ຽວ​ໃນ​ລາຍການ​ທ່ອງທ່ຽວຄົ້ນຫາ​ເສັນທາງ​ໂຮ່ຈິ​ມິນ​ແຫ່ງ​ມະຫັດສະຈັນ​ອີກ​ດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ