ໄປຢ້ຽມຢາມ ເຮືອນສວນ ຢູ່ ນະຄອນເຫ້ວ

ໄປຢ້ຽມຢາມ ເຮືອນສວນ ຢູ່ ນະຄອນເຫ້ວ - ảnh 1
ນັກທ່ອງທ່ຽວສາກົນຜ່ານປະຕູໂຂງເຂົ້າຢ້ຽມຊົມ ເຮືອນສວນ
ພາບປະກອບ(ຈາກ xaluan.com)

ເຮືອນ​ສວນ​ຢູ່ ນະຄອນ ​ເຫ້ວ ​ແມ່ນ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ຄວາມ​ກົມກຽວ ລະຫວ່າງ​ມະນຸດ ​ແລະ ທຳ​ມະ​ຊາດ. ​ໃນ​ 10 ປີ​ມາ​ນີ້, ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້ຈັດເຮືອນ​ສວນ​​​ເຂົ້າ​ບັນດາ​ລາຍການ​ທ່ອງ​ທ່ຽວ​ອັນ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຢ້ຽມຊົມ​ເປັນ​ຈຳນວນ​ຫລວງຫລາຍ. ​ເພາະວ່າ ຄຽງ​ຂ້າງ​ບັນຍາກາດ​ອຶກ​ກະ​ທຶກ​ຄຶກ​ໂຄມຂອງ​ຊີວິດ​ການ​ເປັນ​ຢູ່​ໃນ​ເຂດ​ຕົວ​ເມືອງ​ແລ້ວ, ເຮືອນ​ສວນ​ຢູ່​ນະຄອນ​ເຫ້ວ ​ພັດມີ​ບັນຍາກາດສະຫງົບ​ງຽບ ​ແລະ ຍັງຄົງຮັກສາ​ຄຸນຄ່າ​ດ້ານ​ວັດທະນະທຳ​ຫລາຍ​ຢ່າງ​ຂອງ​ເຂດ​ເມືອງ​ຫລວງເກົ່າ​​ໄວ້ໄດ້. ​

ພາຍຫລັງ​ໄປທ່ອງ​ທ່ຽວຄົ້ນຫານະຄອນເຫ້ວຕະຫລອດມື້ ດ້ວຍວັດວາ ອາ​ຮາມ,ພະ​ລາຊະ​ວັງ, ສຸສານ​ຫລາຍ​ແຫ່ງ ​ແລະ ລ່ອງ​ເຮືອ​ຕາມ​ແມ່​ນ້ຳ​ເຮືອງ​ແລ້ວ, ​ ນັກ​ທ່ອງ​ທ່ຽວຈະຮູ້ສຶກ​ຕົກສະ​ເຫ​ງີ້ຕໍ່​ຄວາມ​ງາມ​ແບບ​ເກົ່າ​ແກ່ ປະຖົມ​ປະ​ຖານ​ຂອງ​ເຮືອນສວນ ອານ​ຮຽນ ຊຶ່ງແມ່ນສະຖານ​ທີ່​ແຫ່ງ​ຫນຶ່ງ​ໃນລາຍການ​ທ່ອງ​ທ່ຽວ​ ນະຄອນ ​ເຫ້ວ.

ນັກ​ທ່ອງ​ທ່ຽວ​ມາຢ້ຽມ​ຢາມ​ເຮືອນ​ສວນ​ໃນ​ຍາມ​ສາຍັນ​ອາດຈະ​ເຫັນປະຈັກ​ຕາ​ຄວາມ​ງາມ​ດັ່ງ​​ໃນ​ຝັນຂອງ​ເຂດ​ສວນ​ທີ່ປົກ​ຄຸມ​ໄປ​ດ້ວຍ​ສີຂຽວ. ​ສະຖາປັດຕະຍະ​ກຳ​ຂອງ​ເຮືອນ​ສວນ​ຫລັງ​ນີ້ ຍັງ​ຄົງ​ຮັກສາ​ຄວາມ​ດັ້ງ​ເດີ​ມ​ໄວ້​ໄດ້. ​ທາງ​ເຂົ້າ​ແມ່ນ​ປະຕູ​ໂຂງ​ນ້ອຍ​ຮູບ​ໂກ່ງ​ທ່າ​ສີ​ຂີ້​ເທົ່າ ​ແລະ ​ໄດ້​ຮັບ​ການ​ກໍ່ສ້າງ​ ດ້ວຍ​ປູນ​​ກັບ​ດິນ​ຈີ່. ສອງ​ເບື້ອງລຽບ​ຕາມ​ທາງ​ເຂົ້າ​​ແມ່ນ​​ຕົ້ນ​ໝາກ​ໝັ້ນ​ຂາວທີ່​ປູກ​ເປັນ​ແຖວ. ​ເມື່ອ​ຍ່າງ​ໄປ​ຕາມ​ເບື້ອງ​ຊ້າຍ ​ແລະ ຜ່ານ​ສາກບັງຕາທີ່​ເກົ່າ​ແກ່​ປະດັບ​ປະດາ​ດ້ວຍ​ຕົວ​ຫນັງສື Tho ໝາຍ​ຄວາມ​ວ່າ ອາຍຸ​ຍືນ, ນັກ​ທ່ອງ​ທ່ຽວ​ຈະ​ພັດ​​ເຫັນຫນອງ​​ໃຫຍ່. ຢູ່​ອ້ອມ​ຮອບ​ຫນອງ​ແຫ່ງ​ນີ້​ແມ່ນ​ດອກ​ໄມ້​ທຸກ​ຊະນິດ ທີ່​ພວມ​ບານ​ອອກ​ດ້ວຍສີ​ຫລາກ​ຫລາຍ. ສີຂຽວ​ທີ່​ສົດ​ໃສ​ປະສົມ​ກັບ​ກີ່​ນຫອມ​ຫວນ​ຈາກ​ຕົ້ນ​ໄມ້​​ໃບ​ຫຍ້າ​ໃນ​ສວນ​​ແຫ່ງນີ້ ພ້ອມ​ກັບ​ບັນຍາ​ການ​ທີ່​ສະຫງົບ​ງຽບ​​ໃນ​ຍາມ​ແລງໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຮູ້ສຶກ​ສະບາຍ​ໃຈ. ທ່ານ​ນາງ  Kobayashi Akiko ຜູ້​ຊ່ຽວຊານ​ຂອງ ອົງການ JICA ປະ​ເທດ ຍີ່​ປຸ່ນ, ຜູ້​ທີ່​ດຳລົງ​ຊີວິດ​ຢູ່ ​ນະຄອນ​ເຫ້ວມາ​ເປັນ​ເວລາ 10 ປີ ​​ ​ແລະ ​ເຄີຍ​ທ່ຽວ​ຊົມ​ບັນດາ​ເຮືອນສວນ​ຢູ່​ ​ນະຄອນ​ທີ່​ຮັກ​ແພງ​ນີ້ ໃຫ້​ຮູ້​ວ່າ:

        “ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຮືອນ​ສວນ​ເກົ່າ​ແກ່ ນັ້ນ​ແມ່ນເສົາ​ເຮືອນ​ເຮັດ​ດວ້ຍ​ໄມ້. ພິ​ເສດ ສວນ​ໄດ້​ຮັບ​ການປະດັບ​ປະດາ​ທີ່ສວຍ​ງາມ​ແບບທຳ​ມະ​ຊາດ ​ແລະ ​​ເຕັມ​ໄປ​ດ້ວຍຈຸດ​ທີ​່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຫ້ວ. ໝູ່​ເພື່ອນ​ບາງ​ຄົນ​ທີ່​ມີ​ເຮືອນ​ສວນ​ກໍ​ເຄີຍ​ເຊີນຂ້າພະ​ເຈົ້າມາ​ຢາມ.​​​ ແຕ່ລະ​ເທື່ອ​ເມື່ອ​​ມາຢາມ​ເຮືອນ​ສວນໄດ້​ກິນ​ໝາກ​ໄມ້​ໃນ​ສວນ​ແລະຊົມ​ໃຊ້​ອາກາດ​ທີ່​ປອດໂປ່​ງສະຫງົບ​ງຽບຢູ່​ທີ່​ນີ້ ຂ້າພະ​ເຈົ້າ​ຮູ​້ສືກສະບາຍ​ໃຈ​ຫລາຍ.”

        ອານ​ຮຽນ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຮືອນ​ສວນ​ງາມ​ກວ່າ​ໝູ່​ຢູ່ ​ເມືອງ​ຫລວງ​ເກົ່າ ​ເຫ້ວ. ບັນຍາກາດ ​ແລະ ສະຖາປັດຕະຍະກຳ​ຂອງ​ເຮືອນ​ສວນ​ຫລັງ​ນີ້ ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກົມກຽວ​ລະຫວ່າງມະນຸດ ​ແລະ ຕົ້ນ​ໄມ້​ໃບ​ຫຍ້າ ອັນ​ໄດ້ສ້າງ​ໃຫ້​ນະຄອນ​ເຫ້ວ ມີ​ຄວາມ​ງາມ​ສະ​​ເພາະ ຊຶ່ງ​ບໍ່​​ເຄີ​ຍມີ​ຢູ່ແຫ່ງ​ໃດ​. ນັກ​ທ່ອງ​ທ່ຽວ​ມາ​ຢາມ ​ເຮືອນ​ສວນອານ​ຮຽນ ບໍ່​ພຽງ​ແຕ່​ມີ​ຄວາມ​ຮູ້​ສື​ກສະບາຍ​ໃຈ​ຕໍ່​ບັນ​ຍາ​ກາດ, ທິວ​ທັດ​ທຳ​ມະ​ຊາດ​ຂອງ​​ເຂດ​ສວນ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ກາ​ນ​ແນະນຳ​ຈາກ​ຜູ້​ຮັບ​ໃຊ້ໃນ​ຄອບຄົວ​ກ່ຽວ​ກັບ​ເຂດ ​ເຮືອນ​ສວນ​​ນີ້​ອີກ​ດ້ວຍ. ປ້າ ຫງວຽນ​ທິ​ແທກ ອາຍຸ 50 ປີ ຊຶ່ງ​ແມ່ນ​ຜູ້​ເຝົ້າ​ເຮືອນນັບ​ແຕ່​ອາຍຸ 16 ປີ ​ໃຫ້​ຮູ້​ວ່າ ​ທຸກ​ສິ່ງ​ທຸກ​ຢ່າງຢູ່​ໃນ​ເຮືອນ​ຫລັງ​ນີ້​ເກ​ືອບຄື​​​ວ່າ​ຍັງ​ຄົງ​ຮັກສາ​ຮູບ​ເດີມ​ໄວ້​ໄດ້.

        “ ຂ້າພະ​ເຈົ້າ​ຂໍ​ແນະນຳ​ໃຫ້​ພວກ​ອ້າ​ຍ​ເອື້ອຍວ່າ ນີ້​ແມ່ນ​ເຮືອນ​ສວນ ອານ​ຮຽນ. ສັບ​ວ່າ ອານ ໝາຍ​ຄວາມ​ວ່າ ​ຢູ່​ເຢັນ​ເປັນ​ສຸກ, ຮຽນ ​ແມ່ນ​ເວົ້າ​ເຖິງ​ເຮືອນ, ອານ​ຮຽນ ໝາຍ​ຄວາມ​ວ່າ ເຮືອນ​ທີ່ຢູ່​ເຢັນ​ເປັນ​ສຸກ.  ອານ​ຮຽນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​​ເຮືອນ​ທີ່​​ເປັນ​ແບບຢ່າງ​ຂອງນະຄອນ​​ເຫ້ວ​​ ​ເຊິ່ງໄດ້​ຮັບ​ການ​ກໍ່ສ້າງ​ເມື່ອ​ປີ 1895. ​ໃນ​ໄລຍະ 116 ປີຜ່ານມາ ຍັງ​ຄົງ​ຮັກສາ​ຮູບ​ເດີມ​ໄວ້ໄດ້​ ພຽງ​ແຕ່​​ປະຕິສັງຂອນ​ຫລັງຄາ​ເທົ່າ​ນັ້ນ. ​ເຮືອນ​ສວນ​ນີ້ ມີ​ເນື້ອ​ທີ່​ກວ້າງ ​ເກືອບ 5000 ຕາລາງ​ແມດ. ​ໃນ​ສວນ​ມີ​ຕົ້ນ​​ໄມ້​ກິນໝາກ​​ທຸກ​ຊະນິດຂອງ​ທັງ 3 ພາກ​ຢູ່​ຫວຽດນາມ.”

        ອານ​ຮຽນ ​ແມ່ນ​ເຮື​ອນສວນ​ປະກອບ​ດ້ວຍ 3 ຫ້ອງໃຫ່ຍ ແລະ 2 ຫ້ອງນ້ອຍຢູ່ 2 ຂ້າງເຮືອນ. ລວດລາຍ​ທັງ​ໝົດ​ໃນ​​ເຮືອນ ​ແລະ ນອກ​ເຮືອນ ລ້ວນ​ແຕ່ໄດ້​ຮັບ​ການ​ຄວັດຢ່າງ​ລະອຽດລະ​ອໍ, ຄ່ອງ​ແຄ້ວ, ​ເຄື່ອງ​ເຟີ​ນີ​ເຈີ​ກໍ​ໄດ້​ຊັບຊ້ອນ​ຢ່າງ​ກະທັດ​ຮັດ. ຫ້ອງ​ຢູ່​ໃຈກາງ​ເຮືອ​ນ ​ແມ່ນ​ຕັ້ງ​ແທ່ນ​ບູຊາ ​ເພື່ອ​ໃຫ້​ເຈົ້າ​ຂອງ​ເຮືອນ ບູຊາ ບັນພະບຸລຸດ ​ແລະ ຮັບ​ແຂກ.  ປ້າ ຫງວຽນ​ທິ​ແທກ  ​ແນ​ະນຳ​ວ່າ:

        “ ​ເຮືອນ​ແບບ​ນີ້ ຢູ່ ​ເຫ້ວ ​ເຄີຍ​ເອີ້ນ​ວ່າ ​ເຮືອນ​ເຣື່ອງ, ​ເຣື່ອງໝາຍ​ເຖິງ ​ເສົາ ​ເຮັດ​ດ້ວຍ​ຕົ້ນ​ມີ້​ຢູ່​ໃນ​ປ່າ ສ່ວນ​ຢູ່​ອ້ອມ​ຂ້າງ​ເຮືອ​ນ ​ເຮັດ​ດ້ວຍ​ໄມ້​ແດງ.  ເຮືອນ​ຂອງເຈົ້າ​ຊີວິດ ຢູ່ ​ແມ່ນເຮັດ​ດ້ວຍ​ໄມ້​ແດງ, ສ່ວນ​​ເຮືອນຂອງອາຍາ​ເຈົ້າ​ນາຍ​ ​ແມ່ນ​ເຮັດ​ດ້ວຍ​ໄມ້​ມີ້. ຫ້ອງ​ໃຈກາງ​ແມ່ນ​​​ເພື່ອ​ບູຊາ, ທຳ​ອິດ ​ແມ່ນ​ບູຊາ​ພະພຸດທະ​ເຈົ້າ​ ຕໍ່​ມາ​ແມ່ນ​ບູຊາ ປູ່​ຍາຕາ​ຍາຍ.”

ໄປຢ້ຽມຢາມ ເຮືອນສວນ ຢູ່ ນະຄອນເຫ້ວ - ảnh 2

ເຮືອນສວນອານຮຽນຢູ່ນະຄອນເຫ້ວ

ພາບ:xaluan.com

      ​ເມື່ອ​ສັງ​ເກດ​​ເຂດ​ເຮືອນ​ສວນ ຢູ່ ນະຄອນ​ເຫ້ວ ນັກ​ທ່ອງ​ທ່ຽວ​ອາດ​ຈະ​ເຫັນ​ໄດ້​ຈິດ​ວິນ​ຍານ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ເຈົ້າ​ຂອງ. ​ເຮືອນ​ສວນ​ໃນ​ນະຄອນ​ເຫ້ວ ​ ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ກົ​ມກຽວ ລະຫວ່າງ​ຊີວິດ​ການ​ເປັນ​ຢູ່​ຂອງ​ມະນຸດ ​ແລະ ຕົ້ນ​ໄມ້​ໃບ​ຫຍ້າ, ລະຫວ່າງ​ວິຖີຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ ທັງ​ໝົດ​ລ້ວນ​ແຕ່​ເພ່ີມ​ເຕີມ​ໃຫ້​ກັນ ສ້າງ​ຄວາມ​ດຸນ​ດຽງ​ໃນ​ຊີວິດ. ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ເມື່ອ​ມາ​ຢ້ຽມຢາມ​ນະຄອນ​ເຫ້ວ ​ໄດ້​ໄປ​ຢ້ຽມ​ຊົມວັດວາອາ​ຮາມ, ພະ​ລາຊະ​ວັງ, ສຸສານ​ຫລາຍ​ແຫ່ງ, ລ່ອງ​ເຮືອ​ຕາມ​ແມ່​ນ້ຳ​ເຮືອງ ຊ້ຳ​ບໍ່​ໜຳ​ໄດ້​ຮັບ​ປະທານ​ອາຫານ​ຂອງ ​ເຫ້ວ​ແລ້ວ ​​ແຕ່​ກໍ​ບໍ່​ເຂົ້າ​ໃຈ​ນະຄອນ​ເຫ້ວ​ໄດ້​ໝົດ​ເທື່ອ. ​​ແຕ່​ເມື່ອ​ມາ​ຢ້ຽມຢາມ​ເຮືອນ​ສວນ ​ນັກ​ທ່ອງ​ທ່ຽວຈະ​ເຂົ້າ​ໃຈ​ໄດ້​ຈິດ​ວິນ​ຍານ​ຂອງ​ເຫ້ວ, ວັດທະນະທຳ ​ເຫ້ວ, ນິດ​ໃສ​ໃຈຄໍ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ຊາວ​ເຫ້ວ.

ລານ​ແອນ​

 

ຕອບກັບ

ຂ່າວ/ບົດ​ອື່ນ