ໝູ່ບ້ານຂອງຊາວເຜົ່ານຸ່ງຢູ່ ຈີລັງ, ແຂວງລ້າງເຊີນ

(vovworld) - ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ເມື່ອ​ມາ​ຢ້ຽມຢາມ ລ້າງ​ເຊ​ີນ, ຕອນ​ດິນ​ເໜືອສຸດ​ຂອງ​ຫວຽດນາມ, ລ້ວນ​ແຕ່​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ບັນດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ນຸ່ງ​ທີ່​ຕັ້ງ​ຢູ່​ເນີນ​ພູ, ​ແຄມ​ຮ່ອມ​ພູງຽບສະຫງົບ​ ​ແລະ ຫ້ວຍ​ນຳ້​ທີ່ງາມ​ດັ່ງ​ໃນ​ຝັນ. ດ້ວຍ​ປະ​ເພນີ​ດຳ​ເນີນ​ຊີວິດ​ທີ່ລຽບ​ງາຍຂອງ​ຊາວ​ເຜົ່າ​ນຸ່ງ​ຢູ່ໝູ່​ບ້ານ​ ຈີ​ລັງ, ​ເມືອງ​ ຈີ​ລັງ, ​​​ໄດ້​ເຮັດ​ໃຫ້ຜູ້​ມາ​ແຫ່ງ​ນີ້​ຮູ້ສຶກວ່າ​ມີຄວາມສະ​ຫງົບ​ສຸກ, ​ແລະ​ ​ອົບ​ອຸ່ນທີ່​ສຸດ.
ໝູ່ບ້ານຂອງຊາວເຜົ່ານຸ່ງຢູ່ ຈີລັງ, ແຂວງລ້າງເຊີນ - ảnh 1
(ພາບປະກອບ)

ຫ່າງ​ຈາກ​ນະຄອນຫຼວງ ຮ່າ​ໂນ້ຍປະມານ 120 ກມ, ​ເມືອງ ຈີ​ລັງ, ​​ແຂວງ ລ້າງ​ເຊີນ, ​ແມ່ນ​ເຂດ​ພູດ​ອຍ, ທີ່​ມີພູມ​ປະ​ເທດ​ທຸລະກັນດານ, ດ້ວຍ​ອາຍ​ຈີ​ລັງ​ທີ່​ມີ​ຊື່​ສຽງ, ຕິດ​ພັນ​ກັບ​ປະຫວັດ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ເສິກ​ຕ່າງ​ດ້າວ​ຮັກສາ​ປະ​ເທດ. ນີ້​ກໍ່​ແມ່ນ​ແຫ່ງ​ທີ່​ມີ​ຊາວ​ເຜົ່າ​ນຸ່ງ​ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທັງ​ເມືອງ ຈີ​ລັງ​ມີ 19 ຕາ​ແສງ, ຕາ​ແສງ​ໃດ​ກໍ່​ມີ​ຊາວ​ເຜົ່າ​ນຸ່ງ. ກໍ່​ເຊັ່ນ​ດຽວ​ກັບ​ຊາວ​ເຜົ່າ​ນຸ່ງ​ຢູ່​ບັນດາ​ທ້ອງ​ຖີ່​ນອື່ນໆ, ຊາວ​ເຜົ່າ​ນຸ່ງ​ຢູ່ ຈີ​ລັງ​ຍັງ​ຄົງ​ຮັກສາ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ໄດ້. ປ້າ ຈ້ຽວຖູ​ຍຕຽນ, ພະນັກງານ​ວັດທະນະທຳ​ແຂວງ ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

ນັບ​ແຕ່​ກີ້​ແຕ່​ກ່ອນ​ມາ​ນີ້, ຊາວ​ເຜົ່າ​ນຸ່ງ​ດຳລົງ​ຊີວິດ​ເປັນ​ໝູ່​ບ້ານ, ບາງ​ເທື່ອ​ເປັນ​ວົງ​ຕະກຸນ​ໃນ​ທ້ອງ​ຖີ່​ນ. ຊາວ​ເຜົ່າ​ນຸ່ງ​ມີ​ທັດສະນະ​ຄ້າຍຄື​ກັນ​ກັບ​ຊາວ​ກິ​ງທີ່​ວ່າ “ຂາຍ​ຍາດຕິພີ່ນ້ອງ​ຢູ່​ໄກ, ຊື້​ເພື່ອ​ບ້ານຢູ່​ໃກ້“, ໝາຍ​ຄວາມ​ວ່າຍາດຕິ​ພີ່ນ້ອງ​ຢູ່​ໄກ, ບໍ່​ເທົ່າ​ກັບ​ຜູ້​ຢູ່ຕິດ​ກັບ​ຕີນ​ຂັ້ນ​ໄດ​ຂອງ​ຕົນ, ຍາມ​ໃດ​ກໍ່​ສາມາດ​ຊ່ວຍ​ເຫຼືອ​​ເຊິ່ງກັນ​ແລະກັນ​ໄດ້. ສ່ິງ​ດັ່ງກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ປະຊາ​ຄົມ​ຊາວ​ເຜົ່າ​ນຸ່ງອີກ​“.

ບັນດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່ານຸ່ງ​​ເຄີຍ​ຕັ້ງ​ຢູ່​​ເຂດ​ພູ​ສູງ. ຈາກ​ທາງ​ຫຼວງ 1A, ບ່ອນ​ທີ່​ມີ​ປ້າຍ​ໂຄສະນາ​ປູຊະນີຍະສະຖານ​ປະຫວັດສາດ “ອາຍ​ຈີ​ວັງ“ ລ້ຽວ​​ໄປ​ຕາມ​ເສັ້ນທາງ​ດ້ວຍ​ກີ່ວ​ຊັນ, ຫີນກ້ອນກະຕຸກ​ກະຕາດ​ປະມານ 30-40 ກມອີກ​, ຈຶ່ງ​ມາ​ຮອດ​ບັນດາ​ໝູ່​ບ້ານ: ກໍ​ເຮືອງ, ຖ້ຳ​ນ່າ ​ແລະ ຫ້ວຍ​ມ້າ​ຂອງ​ຊາວ​ເຜົ່າ​ນຸ່ງ​ໃນ​ຄວາມ​ສູງ 1.200-1.300 ​ແມັດ ​ເມື່ອ​ທຽບ​ໃສ່​ໜ້າ​ນຳ້​ທະ​ເລ. ​ເຖິງ​ວ່າ​ໄປມາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ເຂດ​ດິນ​​ແຫ່ງນີ້​ພັດ​ມີ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ​ຕ່າງ​ກໍ່​ຮູ້ສຶກ​ວ່າ​ຕົນ​ເອງ​ພວມ​ຫຼົງ​ທາງ​ເຂົ້າ​ສູ່​ໂລກ​ອື່ນ. ນັ້ນ​ແມ່ນ​ເຂດ​ພູ​ພຽງ​ທີ່​ຂຽວ​ອຸ່ມ​ທູ່​ມ, ພ້ອມ​ກັບ​ຝູງ​ແບ້, ຝູງ​ມ້າຂອງ​ຊາວ​ເຜົ່າ​ນຸ່ງ​ທີ່​ພວມ​ກິນ​ຫຍ້າຢ່າງສະບາຍ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ເຜົ່າ​ນຸ່ງ​ຢູ່​ບັນດາ​ໝູ່​ບ້ານ​ນີ້​ມີ​ຄວາມ​ເກັ່ງ​ກ້າ​ທີ່​ສຸດ​ໃນ​ການ​ລ້ຽງສັດ. ຊີວິດ​ການ​ເປັນ​ຢູ່​ໃນ​ເຂດ​ບ້ານ​ນາ​ແຫ່ງ​ນີ້​ຍາມ​ໃດ​ກໍ່​ສະ​ຫງົບ​ງຽບ. ຄວາມ​ຮັກ​ແພງ​ແຂກ, ​ແບບ​ແຜນ​ດຳລົງ​ຊີວິດ, ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ເຂົາ​ເຈົ້າ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈຍາກ​ທີ່​ຈະລືມ​ໄດ້​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ແຕ່ລະຄົນ​ເມື່ອ​ມີ​ໂອກາດ​ມາ​ແຫ່ງ​ນີ້.

ໝູ່ບ້ານຂອງຊາວເຜົ່ານຸ່ງຢູ່ ຈີລັງ, ແຂວງລ້າງເຊີນ - ảnh 2
(ພາບປະກອບ)

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຢູ່​ບັນ​ດາ​ໝູ​ບ້ານ​ໃນ​ເຂດ​ຕຳ່​ກວ່າ, ພໍ່​ແມ່​ປະຊາຊົນ​ຍັງລ້ຽງສັດ​, ​ປູກ​ເຂົ້າ ສົມທົບ​ກັບ​ການປູກ​ຕົ້ນ​ໄມ້​ອຸດສາຫະກຳ, ຕົ້ນ​ໄມ້​ກິນ​ໝາກ​ເພື່ອ​ພັດທະນາ​ເສດຖະກິດ. ​ໃນ​ຊຸມ​ປີ 80 ຂອງ​ສະຕະວັດ​ທີ 20, ມີ​ບາງ​ຄົນ​ໄດ້​ນຳ​ເອົາ​ຕົ້ນ​ຂຽບມາ​ປູກ​ທົດ​ລອງ​ຢູ່​ຕາມ​ເນີນ​ພູ​ຫີນ​ປູນ, ຮ່ອມ​ພູ​ທີ່​ແຫ້ງ​ແລ້ງ​ຢູ່ ຈີ​ລັງ. ​ແຕ່​ຕົ້ນ​ໝາກ​ຂຽບພັດ​ເໝາະ​ສົມ​ກັບ​ເຂດ​ດິນ​ນີ້, ມາ​ຮອດ​ປະຈຸ​ບັນ​ໄດ້​ກາຍ​ເປັນ​ຕົ້ນ​ໄມ້​ຕົ້ນຕໍ, ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ຢູ່​ທີ່​ນີ້​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ. ປ້າ ​ຈ້ຽວທິ​ເຍິດ, ຊາວ​ເຜົ່າ​ນຸ່ງ​ຢູ່​ຕາ​ແສງ ຈີ​ລັງ, ​ໃຫ້​ຮູ​້ວ່າ:

ປະຈຸ​ບັນ, ຄອບຄົວ​ພວກ​ຂ້າພະ​ເຈົ້າທັງ​ປູກ​ເຂົ້າ, ທັງ​ປູກ​ຕົ້ນ​ໝາກຂຽບ ​ແລະ ລ້ຽງສັດ​ອີກ. ​ໃນ​ນັ້ນຕົ້ນ​ໝາກຂຽບ​ແມ່ນ​ແຫຼ່ງລາຍ​ຮັບ​ຕົ້ນຕໍ​ຂອງ​ຄອບຄົວ. ຍ້ອນ​ເຫດນັ້ນຄອບຄົວ​ຂ້າພະ​ເຈົ້າ​ຈຶ່ງ​ສາມາດ​ປຸກ​ສ້າງ​ເຮືອນ ​ແລະ ຊື້​ເຄື່ອງ​ໃຊ້​ໃນ​ຄອບຄົວ​ຕື່ມ​ອີກ“.

ພ້ອມ​ກັບ​ການ​ພັດທະນາ​ຂອງ​ສັງຄົມ, ບັນດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ນຸ່ງ​ຢູ່​ເມືອງ ຈີ​ລັງ​ກໍ່​ມີ​ການ​ປ່ຽນ​ແປງ. ບໍ່​ມີ​ເຮືອນຮ້ານ, ​ເຮືອນ​ດິນ​ທີ່​ເປັນ​ມູນ​ເຊື້ອຫຼາຍ​ອີກ, ​ແທນ​ທີ​ນັ້ນ​ແມ່ນ​ເຮືອນດິນ​ຈີ່, ​ເຮືອນຕຶກ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໃຫຍ່​ໂຕ ​ແລະ ສວຍ​ງາມ. ​ໃນ​ການ​ດຳລົງ​ຊີວິດ​ປະຈຸ​ບັນ​ນີ້, ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຫຼາຍ​ຢ່າງ, ​ແຕ່​ລູກ​ຫຼານ​ວົງ​ຕະກູນ​ຕ່າ​ງໆ​ໃນ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ນຸ່ງ​ຍັງ​ຄົງ​ຮັກສາ​ມູນ​ເຊື້ອ​ສາມັກ​ຄີ, ພ້ອມ​ກັນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ສວຍ​ງາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ