25 ປີ ເຊື່ອມຕໍ່ອິນເຕີແນັດທົ່ວໂລກ - ພື້ນຖານເພື່ອໃຫ້ ຫວຽດນາມ ພັດທະນາເສດຖະກິດ ດິຈີຕອນ, ສັງຄົມ ດິຈີຕອນ

(VOVWORLD) -ວັນທີ 19 ພະຈິກ ປີ 1997, ຫວຽດນາມ ເຊື່ອມຕໍ່ກັບ ເຄືອຂ່າຍອິນເຕີແນັດທົ່ວໂລກຢ່າງເປັນທາງການ, ເປັນຂີດໝາຍສຳຄັນໃນປະຫວັດສາດຂອງຂະແຫນງຖະແຫລງຂ່າວ ແລະ ສື່ສານຂອງປະເທດຊາດ. ພາຍຫລັງ 25 ປີແຫ່ງການພັດທະນາ, ອິນເຕີແນັດ ໄດ້ກາຍເປັນສ່ວນຫນຶ່ງທີ່ຂາດບໍ່ໄດ້, ແລະ ໄດ້ນຳໃຊ້ໃນທຸກຂົງເຂດຂອງຊີວິດສັງຄົມຂອງປະຊາຊົນ ຫວຽດນາມ ນັບລ້ານໆຄົນ ແລະ ແມ່ນພື້ນຖານເພື່ອພັດທະນາເສດຖະກິດ ດິຈີຕອນ, ສັງຄົມ ດິຈີຕອນ.

25 ປີ ເຊື່ອມຕໍ່ອິນເຕີແນັດທົ່ວໂລກ - ພື້ນຖານເພື່ອໃຫ້ ຫວຽດນາມ ພັດທະນາເສດຖະກິດ ດິຈີຕອນ, ສັງຄົມ ດິຈີຕອນ - ảnh 1ພາບປະກອບ: Baothaibinh

ປີ 1991 ສາດສະດາຈານ Rob Hurle, ຢູ່ ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ພ້ອມກັບ ທ່ານ ເຈີນບາຖາຍ, ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ຢູ່ ຮ່າໂນ້ຍ ໄດ້ປະຕິບັດທົດລອງການເຊື່ອມຕໍ່ບັນດາ ຄອມພິວເຕີ ຢູ່ ອົດສະຕາລີ ແລະ ຫວຽດນາມ ຜ່ານສາຍໂທລະສັບ. ປີ 1994, ສະຖາບັນດັ່ງກ່າວໄດ້ກາຍເປັນນັກສະຫນອງບໍລິການ ອິນເຕີແນັດ ທຳອິດຢູ່ ຫວຽດນາມ.

ບັນດາຂີດໝາຍສຳຄັນ

ວັນທີ 19 ພະຈິກ ປີ 1997, ປະຊາຊົນໃນທົ່ວປະເທດ ໄດ້ນຳໃຊ້ ອິນເຕີແນັດ ຢ່າງເປັນທາງການ. VNPT, Netnam ແມ່ນບັນດາວິສາຫະກິດທຳອິດສະຫນອງບໍລິການ ອິນເຕີແນັດ. ຕາມ ສະຫະສະມາຄົມ ອິນເຕີແນັດ ຫວຽດນາມ ແລ້ວ, ບາດກ້າວບຸກທະລຸກ່ຽວກັບການພັດທະນາ ອິນເຕີແນັດ ແມ່ນ ເມື່ອ ADSL (MegaVNN) ເລີ່ມມີຫນ້າຢູ່ ຕະຫລາດໃນປີ 2003.

ປີ 2009, ອິນເຕີແນັດ ສາຍກາບ FTTH ໄດ້ຜັນຂະຫຍາຍຢ່າງເປັນທາງການ ດ້ວຍຄວາມໄວໃນການເຂົ້າອິນເຕີແນັດແມ່ນສູງພໍສົມຄວນເມື່ອທຽບໃສ່ ADSL. ໃນຂະນະນີ້ VinaPhone ເປີດນຳໃຊ້ບໍລິການ 3G ເປັນການເປີດສາກສັງກາດ ອິນເຕີແນັດໃຫ້ແກ່ ໂທລະສັບມືຖືຢູ່ ຫວຽດນາມ.

ແຕ່ປີ 2010 ມາຮອດປະຈຸບັນ, ອິນເຕີແນັດ ຫວຽດນາມ ໄດ້ພັດທະນາຢ່າງເຂັ້ມແຂງ, ດ້ວຍການປະກົດອອກຂອງ smartphone ຫລາຍປະເພດ,  ຫລາຍຄົນມີທ່າອ່ຽນໃຊ້ອິນເຕີແນັດຜ່ານ smartphone. ເປັນຫນ້າສົນໃຈ, ແຕ່ປີ 2016 ແລະ 2017 ບັນດາວິສາຫະກິດໂທລະຄົມມະນາຄົມ ໄດ້ຜັນຂະຫຍາຍສະຫນອງບໍລິການ 4G, ເປັນສິ່ງທີ່ນຳຫວຽດນາມ ເຂົ້າໃນແຜນທີ່ 4G ຂອງໂລກຢ່າງເປັນທາງການ.

ພື້ນຖານເພື່ອພັດທະນາເສດຖະກິດ ດິຈີຕອນ, ສັງຄົມ ດິຈີຕອນ

ນັບແຕ່ມື້ທຳອິດ ທີ່ ຫວຽດນາມ ເຊື່ອມຕໍ່ອິນເຕີແນັດກັບທົ່ວໂລກ ເວລານັ້ນ ມີພຽງ ສອງສາມພັນຄົນໃຊ້ ອິນເຕີແນັດ, ມາຮອດປະຈຸບັນ ອິນເຕີແນັດໄດ້ພັດທະນາຢ່າງແຮງ ດ້ວຍປະຊາຊົນ 68,72 ລ້ານຄົນໄດ້ໃຊ້ ອິນເຕີແນັດ, ກວມເອົາ 70,3% ຈຳນວນພົນລະເມືອງຫວຽດນາມ. ອິນເຕີແນັດ ມີຫນ້າຢູ່ທຸກບອ່ນ, ນັບແຕ່ເຂດຕົວເມືອງລົງຮອດຊົນນະບົດ, ນັບແຕ່ເຂດທົ່ງພຽງເຖິງເຂດພູດອຍ, ເຂດຊາຍແດນ, ໝູ່ເກາະ. ອິນເຕີແນັດ ໄດ້ນຳໃຊ້ໃນທຸກຂົງເຂດຂອງຊີວິດ. ທ່ານ ຫວູຮວ່າງລຽນ, ປະທານ ສະຫະສະມາຄົມ ອິນເຕີແນັດ ຫວຽດນາມ ເນັ້ນຫນັກວ່າ:

 “ປະຈຸບັນ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນຫນຶ່ງໃນຈຳນວນ 20 ປະເທດມີຜູ້ນຳໃຊ້ ອິນເຕີແນັດ ຫລາຍສຸດ. ທ່າອ່ຽງຂອງ ອິນເຕີແນັດໄດ້ກາຍເປັນລະບົບນິເວດຂອງການຫັນເປັນ ດິຈີຕອນໃນທ່າອ່ຽງລວມຂອງໂລກ ແລະ ພິເສດ ພວມແມ່ນການຊີ້ນຳທີ່ມີຈຸດສຸມໃນການພັດທະນາຂອງລັດຖະບານ, ຫັນຄວາມຄາດຫວັງຂອງການຫັນເປັນ ດິຈີຕອນ ຢູ່ ຫວຽດນາມ ໃຫ້ປະກົດຜົນເປັນຈິງ”

ໃນວິວັດການພັດທະນາ ອິນເຕີແນັດ, ຫວຽດນາມ ພ້ອມກັບບັນດາປະເທດພັດທະນາປະຕິບັດວິວັດການຫັນປ່ຽນ ອິນເຕີແນັດ ໄປຍັງລຸ້ນໃຫມ່ໄດ້ສຳເລັດ ແລະ ການເຄື່ອນໄຫວດ້ວຍ IPv6 ອັດຕາສ່ວນ user ນຳໃຊ້, ເຂົ້າອິນເຕີແນັດ IPv6 ບັນລຸ 50% ຢືນອັນດັບ 10 ຂອງໂລກ. ທ່ານ ຫງວຽນຈ້ອງເດື່ອງ, ຮອງຫົວຫນ້າກົມ ຄອມພິວເຕີ, ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ:

“ຕາມການຕີລາຄາໃນເດືອນ ພະຈິກ ປີ 2020 ຂອງອົງການ GSMA Inteligent, ສັງຄົມດິຈີຕອນ ໄດ້ຮັບການຕີລາຄາຕາມ 5 ເສົາຄ້ຳ. ຫວຽດນາມ ໄດ້ຮັບການຕີລາວ່າ  ຄະແນນ ເພີ່ມສູງສຸດ. ເພີ່ມຂຶ້ນ 12 ຄະແນນໃນ 100 ຄະແນນຂອງປີ 2020. ເຖິງຢ່າງໃດກໍຕາມ, ການຈັດອັນດັບຂອງຫວຽດນາມ ຍັງຄົງຢູ່ໃນລະດັບປານກາງຂອງພາກພື້ນ, ຖັດຈາກ ອິນໂດເນເຊຍ, ໄທ, ມາເລເຊຍ ແລະ ສິງກະໂປ”

ຄຽງຄູ່ກັນນັ້ນ, ດ້ວຍຈຳນວນພົນລະເມືອງ 72% ພວມນຳໃຊ້ smartphone, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນຫນຶ່ງໃນບັນດາປະເທດມີລະດັບການພັດທະນາເສດຖະກິດ ດິຈີຕອນ ຢູ່ລະດັບສູງພໍສົມຄວນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ເສດຖະກິດ ດິຈີຕອນ ຂອງຫວຽດນາມ ປີ 2021 ບັນລຸມູນຄ່າ 21 ຕື້  USD, ເພີ່ມຂຶ້ນ 31% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ປະກອບສ່ວນກວ່າ 5%  GDP ຂອງປະເທດຊາດ. ບົດລາຍງານຂອງ e-Conomy SEA 2021 ໂດຍ Google, Temasek ແລະ Bain & Company ປະກາດໃນເດືອນ ພະຈິກ ປີ 2021, ໄດ້ຍົກຂໍ້ສັງເກດວ່າ: ພື້ນຖານເສດຖະກິດ ດິຈີຕອນ ຂອງຫວຽດນາມ ຈະໃຫຍ່ທີສອງຢູ່ ອາຊີຕາເວັນອອກສຽງໃຕ້, ບັນລຸ 220 ຕື້  USD ກ່ຽວກັບຍອດມູນຄ່າສິນຄ້າໃນປີ 2030.

ເພື່ອພັດທະນາແບບຍືນຍົງ, ຮັບປະກັນຄວາມປອດໄພໃຫ້ພື້ນຖານໂຄງລ່າງດິຈີຕອນ ຫວຽດນາມ, ເລື່ອງພັດທະນາພື້ນຖານໂຄງລ່າງ, ພື້ນຖານ ອິນເຕີແນັດ ຢູ່ພາຍໃນປະເທດ ສືບຕໍ່ແມ່ນບຸລິມະສິດຂອງຫວຽດນາມ. ຄຽງຄູ່ກັນນັ້ນ ຫວຽດນາມ ກໍ່ມີແຜນການເປີດກວ້າງການເຊື່ອມຕໍ່ ອິນເຕີແນັດກັບພາກພື້ນ ແລະ ສາກົນ, ພິເສດ ແມ່ນພັດທະນາບັນດາສາຍກາບທາງທະເລ, ນຳຫວຽດນາມ ກາຍເປັນຫນຶ່ງໃນບັນດາສູນເຊື່ອມຕໍ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ