50 ປີແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ: ຍືນ​ຍົງ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

(VOVWORLD) - ວັນທີ 26 ກຸມພາຜ່ານມາ ເປີດຂີດໝາຍຄົບຮອບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອົດສະຕາລີ (26/2/1973-26/2/2023). ໃນ 5 ທົດສະວັດຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ຜ່ານຜ່າຫຼາຍໄລຍະພັດທະນາ ແລະ ບັນລຸໄດ້ຜົນສຳເລັດທີ່ເປັນໜ້າປະທັບໃຈຫຼາຍຢ່າງ. ບົນພື້ນຖານການພົວພັນແບບຍືນຍົງ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນໄລຍະ 50 ປີຜ່ານມາ, ສອງປະເທດສືບຕໍ່ພ້ອມກັນຮ່ວມມືກັນຢ່າງແໜ້ນແຟ້ນ, ເໝາະສົມກັບຄວາມຕ້ອງການຂອງແຕ່ລະປະເທດກໍ່ຄືສະພາບການຂອງພາກພື້ນ ແລະ ໂລກ.

50 ປີແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ: ຍືນ​ຍົງ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ - ảnh 1ພາບປະກອບ: TTXVN/Vietnam+

ຫວຽດນາມ ແລະ ອົດສະຕາລີ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 26 ກຸມພາ 1973, ພາຍຫຼັງ ທີ່ສົນທິສັນຍາ Paris ວ່າດ້ວຍການສິ້ນສຸດສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ ໄດ້ຮັບການລົງນາມ 2 – 3 ວັນ. ນັບແຕ່ນັ້ນມາຮອດປັດຈຸບັນ, ການພົວພັນລະຫວ່າງສອງປະເທດມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ຜົນສຳເລັດຫຼາຍຢ່າງ, ພິເສດແມ່ນໃນຂົງເຂດການເມືອງ, ເສດຖະກິດ - ການຄ້າ.

ຜົນສຳເລັດໃນການຮ່ວມມືທີ່ມີຄວາມປະທັບໃຈໃນໄລຍະ 50 ປີຜ່ານມາ.

ປີ 2009, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຢ່າງຮອບດ້ານ ແລະ ມາຮອດປີ 2018, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນສອງຝ່າຍ. ຜ່ານ 5 ທົດສະວັດແຫ່ງການພັດທະນາ ດ້ວຍຫຼາຍກາລະໂອກາດ ກໍ່ຄືຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ໃນການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງຂອງສະພາບການໃນພາກພື້ນ ແລະ ໂລກ, ຫວຽດນາມ ແລະ ອົດສະຕາລີ ໄດ້ກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນນັບທັງໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ. ໂດຍໃຫ້ຂໍ້ສັງເກດກ່ຽວກັບການພົວພັນລະຫວ່າງສອງປະເທດໃນປັດຈຸບັນ, ທ່ານ Andrew Goledzinowski ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ຢັ້ງຢືນວ່າ:

        ບໍ່ມີຍາມໃດໃນປະຫວັດສາດ ເຊິ່ງການພົວພັນລະຫວ່າງສອງປະເທດພວກເຮົາພັດສະໜິດແໜ້ນ ແລະ ມີການພັດທະນາອັນດີງາມຄືໃນປັດຈຸບັນ. ການພົວພັນສອງຝ່າຍໄດ້ຮັບການກໍ່ສ້າງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈຢ່າງແຮງກໍ່ຄືການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ນັ້ນແມ່ນການຮ່ວມມືດ້ານປ້ອງກັນຊາດ, ການສຶກສາ, ການຄ້າ ຫຼືການພົວພັນແລກປ່ຽນປະຊາຊົນ - ແມ່ນການເຊື່ອມຕໍ່ສຳຄັນລະຫວ່າງປະຊາຊົນສອງປະເທດ.

        ສອງຝ່າຍໄດ້ ແລະ ພວມຕັ້ງໜ້າຜັນຂະຫຍາຍທຸກເສົາຄ້ຳຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ. ຫວຽດນາມ ແລະ ອົດສະຕາລີກໍ່ແມ່ນຄູ່ຮ່ວມມືທາງດ້ານການຄ້ານອນໃນ top 10 ປະເທດຂອງກັນ, ດ້ວຍວົງເງິນການຄ້າສອງສົ້ນໃນປີ 2022 ບັນລຸ 15,7 ຕື້ USD, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບໄລຍະກ່ອນທີ່ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

50 ປີແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ: ຍືນ​ຍົງ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ - ảnh 2ທ່ານ Andrew Goledzinowski ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ (ພາບ: Baoquocte)

        ການຮ່ວມມື, ສົມທົບກັນລະຫວ່າງສອງປະເທດນັບມື້ນັບມີປະສິດທິຜົນ, ແທດຈິງ ຢູ່ບັນດາເວທີປາໄສ, ອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ. ບໍ່ພຽງແຕ່ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງ ຫວຽດນາມ ຢູ່ພາກພື້ນ ປາຊີຟິກໃຕ້ເທົ່ານັ້ນ, ອົດສະຕາລີ ຍັງແມ່ນຄູູ່ຮ່ວມມືຍຸດທະສາດຮອບດ້ານຂອງອາຊຽນ ອີກດ້ວຍ.    ສຳລັບອົດສະຕາລີແລ້ວ, ຫວຽດນາມ  ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໃກ້ຊິດສະໜິດສະໜົມໃນອາຊຽນ ແລະ ພາກພື້ນ. ແບ່ງປັນຜົນປະໂຫຍດ ແລະ ທັດສະນະລວມຫຼາຍຢ່າງ, ຫວຽດນາມ ແລະ ອົດສະຕາລີ ໃຫ້ຄຳໝັ້ນສັນຍາປັບປຸງບົດບາດເປັນໃຈກາງຂອງອາຊຽນ ເພື່ອພາກພື້ນແຫ່ງສັນຕິພາບ, ມີສະຖຽນລະພາບ ແລະ ວັດທະນາຖາວອນ.

 ອະນານົດເປີດກວ້າງດ້ວຍຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື

ການຮ່ວມມືໃນໄລຍະ 50 ປີຜ່ານມາສະແດງໃຫ້ເຫັນການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ນຳຜົນປະໂຫຍດຢ່າງຈະແຈ້ງ, ລະອຽດ ແລະແທດຈິງທີ່ສຸດໃຫ້ແກ່ທັງສອງປະເທດ. ປັດຈຸບັນພວມມີຫຼາຍກາລະໂອກາດ ເຊິ່ງສອງປະເທດຄວນກຳແໜ້ນເພື່ອນຳການພົວພັນຮ່ວມມືໃນຫຼາຍດ້ານພັດທະນາຂຶ້ນສູ່ໄລຍະໃໝ່.

ສອງປະເທດໄດ້ແບ່ງປັນຜົນປະໂຫຍດຍຸດທະສາດກ່ຽວກັບສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ. ພື້ນຖານເສດຖະກິດສອງປະເທດມີລັກສະນະໜູນຊ່ວຍກັນ, ເປັນຕົ້ນແມ່ນຊັບພະຍາກອນທຳມະຊາດ, ແຫຼ່ງຊັບພະຍາກອນມະນຸດ, ຄວາມສາມາດດ້ານເຕັກໂນໂລຢີ ແລະ ການເງິນ. ນອກຈາກ 3 ເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດທີ່ມີຢູ່ແລ້ວໃນປັດຈຸບັນ (ເສດຖະກິດ, ການປ້ອງກັນຊາດ, ພູມປັນຍາ ແລະ ການປ່ຽນແປງໃໝ່), ສອງປະເທດພວມພິຈາລະນາ ບາງເສົາຄ້ຳໃໝ່ເພື່ອແນໃສ່ມີຄວາມສະໜິດຕິດແທດກ່ວາອີກ. ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski ຖືວ່າ ສອງປະເທດອາດຈະເພີ່ມທະວີການໂອ້ລົມສົນທະນາຍຸດທະສາດ, ສ້າງ ບາງກົນໄກໃໝ່ຕື່ມອີກ, ພ້ອມທັງພິຈາລະນາຍົກລະດັບການພົວພັນ:

ຂ້າພະເຈົ້າມີຄວາມປະເອີບໃຈທີ່ຄວາມສາມາດນີ້. ມາຮອດປັດຈຸບັນ, ຫາກໍມີ 4 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຫວຽດນາມ ນັ້ນແມ່ນ ຈີນ, ລັດເຊຍ, ອິນເດຍ ແລະ ຫຼ້າສຸດແມ່ນສ.ເກົາຫຼີ. ເພາະສະນັ້ນ, ຖ້າອົດສະຕາລີ ອາດຈະແມ່ນປະເທດຕໍ່ໄປທີ່ສ້າງຕັ້ງການພົວພັນນີ້ກັບ ຫວຽດນາມ, ສິ່ງນີ້ແມ່ນດີຫຼາຍ. ຂ້າພະເຈົ້າຄິດວ່າໃນປີນີ້, ພວກເຮົາຈະແລກປ່ຽນການຢ້ຽມຢາມຂັ້ນສູງຫຼາຍຄັ້ງ, ນີ້ກໍ່ແມ່ນໂອກາດທີ່ດີເພື່ອປະກາດສິ່ງນີ້ຢ່າງເປັນທາງການ. ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນສູ່ລະດັບສູງໃໝ່, ນີ້ຈະແມ່ນກຳລັງໜູນສຳຄັນຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ ຫຼືເຕັກໂນໂລຢີສູງ…

ຫວຽດນາມ ແລະ ອົດສະຕາລີພວມຢືນຢູ່ຕໍ່ໜ້າໄລຍະການຮ່ວມມືໃໝ່ ເຊິ່ງບັນດາຜົນສຳເລັດຂອງການຮ່ວມມືໃນໄລຍະ 5 ທົດສະວັດທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າສອງປະເທດບໍ່ພຽງແຕ່ມີຄວາມສະໜິດຕິດພັນກັນເທົ່ານັ້ນ ຫາກຍັງແມ່ນ 2 ປະເທດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດອີກດ້ວຍ. ປີ 2023 ບໍ່ພຽງແຕ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ - ອົດສະຕາລີຫວນຄືນຜົນສຳເລັດທີ່ບັນລຸໄດ້ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ສອງປະເທດມຸ່ງໄປເຖິງອະນາຄົດຂອງການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດທີ່ນັບມື້ນັບເລິກເຊິ່ງກ່ວານີ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ