APEC 2017 ກັບບັນຫາປ້ອງກັນ, ຕ້ານການສໍ້ລາດບັງຫລວງ

(vovworld)- ບັນ​ຫາ​ປ້​ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ແລະ ຄວາມ​ໂປ່ງ​ໃສ ແມ່ນ​ຄວາມ​ສົນ​ໃຈ​ຕົ້ນ​ຕໍ​ຂອງ​ແຕ່​ລະ​ປະ​ເທດ ແລະ ນີ້​ກໍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ໄດ້​ຍົກ​ອອກ​ມາ​ປຶກ​ສາ​ຫາ​ລື​ໃນ​ຂອບ​ເຂດ​ບັນ​ດາ​ການ​ປະ​ຊຸມ​ຂອງກອງ​ປະ​ຊຸມ​ເຈົ້າ​ຫນ້າ​ທີ່​ອະ​ວຸ​ໂສ APEC ຄັ້ງ​ທີ 1 (SOM1) ດຳ​ເນີນ​ໄປ​ຢູ່ ນະ​ຄອນ ຍາ​ຈາງ ແຂວງ ແຄງ​ຮ່​ວາ. ນະ​ທີ່ນີ້, ບັນ​ດາ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ສັງ​ຄົມ​ຕໍ່​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​ປະ​ເທດ​ເຈົ້າ​ພາບ​ຫວຽດ​ນາມ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ບັນ​ດາ​ຜູ້​ແທນ​ທີ່​ມາ​ຈາກ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ.

APEC 2017 ກັບບັນຫາປ້ອງກັນ, ຕ້ານການສໍ້ລາດບັງຫລວງ - ảnh 1
ທ່ານ​ຫງວຽນ​ວັນ​ແທງ, ຮອງ​ຫົວ​ຫນ້າ​ອົງ​ການກວດ​ກາ​ລັດ​ຖະ​ບານ
ແລກ​ປ່ຽນ​ຄຳ​ເຫັນ​ກັບ​ຜູ້​ແທນ​ກຸ່ມ​ປະ​ຕິ​ບັດ​ງານ​ປ້ອງ​ກັນ​
ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ

ảnh: Ông Nguyễn Văn Thanh, Phó Tổng Thanh tra Chính phủ trao đổi với các đại biểu Nhóm công tác phòng chống tham nhũng và minh bạch hóa.

        ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ອາດ​ຊະ​ຍາ​ກຳ​ບໍ່​ມີ​ພົມ​ແດນ. ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ທົ່ວ​ໂລກ​ຢ່າງ​ຟົດ​ຟື້ນ​ຄື​ປະ​ຈຸ​ບັນ, ອາດ​ຊະ​ຍາ​ກຳ​ສ​ໍ​້​ລາດ​ບັງ​ຫລວ​ງ​ອາດ​ຈະ​ນາບ​ຂູ່​ເຖິງ​ຄວາມ​​ໝັ້ນ​ຄົງ ຄວາມ​ສະ​ຫງົບ​ປອດ​ໄພ​ທາງ​ສັງ​ຄົມ, ​ລ່ວງ​ລະ​ເມີດບັນ​ດາ​ລະ​ບອບ​ລະ​ບຽບ​ການ ແລະ ບັນ​ດາ​ຄຸນ​ຄ່າ​ປະ​ຊາ​ທິ​ປະ​ໄຕ, ບັນ​ດາ​ຄຸນ​ຄ່າ​ຄຸ​ນ​ສົມ​ບັດ, ຄວາມ​ຍຸ​ຕິ​ທຳ, ສິ່ງ​ກີດ​ຂວາງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຫລັກ​ການ​ລັດ​ແຫ່ງ​ອຳ​ນາດ​ກົດ​ໝາຍ. ການ​ສໍ້​ລາດ​ບັງ​ຫລວງບໍ່​ພຽງ​ແຕ່ກໍ່​ຄວາມ​ກີດ​ຂວາງ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເທົ່າ​ນັ້ນ ຫາກ​ຍັງ​ຫລຸດ​ຜ່ອນ​ບັນ​ດາ​ແຫລ່ງ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຫລາຍ​ພໍ​ສົມ​ຄວນ​ອີກ​ດ້ວຍ. ເພາະ​ສະ​ນັ້ນ ສຳ​ລັບ​ແຕ່​ລະ​ປະ​ເທດ, ວຽກ​ງານ​ປ້ອງ​ກັນ​ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ຫນ້າ​ທີ່​ສຳ​ຄັນ, ເປັນ​ປະ​ຈຳ ແລະ ຮີບ​ດ່ວນ.

ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ສັງ​ຄົມ​ໃນ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ

        ​ຍ້ອນ​ເຫດນີ້ ກອງ​ປະ​ຊຸມ​ສຳ​ມະ​ນາ ຊຸກ​ຍູ້​ບົດ​ບາດ​ສັງ​ຄົມ​ໃນ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ແມ່ນ​​ການ​ເຄື່ອນ​ໄຫວ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໃນ​ຂອບ​ເຂດ APEC ໂດຍ​ຫວຽດ​ນາມ ມີ​ຂໍ້​ລິ​ເລີ່ມ​ແລະ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ບັນ​ດາ​ຜູ້​ແທນ​ທີ່​ມາ​ຈາກ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ. ບັນ​ດາ​ບົດ​ປະ​ກອບ​ຄຳ​ເຫັນ​ທີ່ ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ APEC ມີ​ການ​ສັງ​ເກດ​ສັງ​ລວມ ກ່ຽວ​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຍູ້​​ການ​ສໍ້​ລາດ​ບັງ​ຫລວງ ໃຫ້​ຖອຍ​ໄປ, ຊຸກ​ຍູ້​ການ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​​ປອດ​ໃສ,ສັດ​ຊື່.

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງນີ້, ຜູ້​ຕາງ​ຫນ້າ​ຫວຽດ​ນາມ, ທ່ານ ຫງວຽ​ນ​ວັນ​ແທງ, ຮອງ​ຫົວ​ຫນ້າອ​ົງ​ການກວດ​ກາ​ ລັດ​ຖະ​ບານ​ຫວຽດ​ນາມ ຖື​ວ່າ: ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ສັງ​ຄົມເຂົ້າ​ໃນ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ, ວິ​ສ​າ​ຫະ​ກິດ​ເຂົ້າ​ໃນ​ການ​ປ້​ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຈະ​ປະ​ກອບ​ສ່ວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ລົງ​ທຶນ​ຢ່າງ​ປອດ​ໃສ.

        “ຊຸກ​ຍູ້​ບົດ​ບາດ​ຂອ​ງ​ປະ​ຊາ​ຊົນ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ຕິດ​ພັນ​ກັບ​ເປົ້າ​ໝາຍ​ສຳ​ຄັນ​ຂອງ APEC ແມ່ນ​ເຮັດ​ແນວ​ໃດ​ເພື່ອຊຸກ​ຍູ້​ດ້ານ​ການຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ, ສະ​ນັ້ນ ເຮັດ​ແນວ​ໃດ​ເພື່ອ​ໃຫ້​ສະ​ພາບ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ມີ​ຄວາມ​ໂປ່ງ​ໃສ, ປອດ​ໃສ. ນັ້ນ​ແມ່ນ​ຄວາມ​ມຸ​່ງ​ຫວັງ​ລວມ​ຂອງ​​ທຸກ​ຝ່າຍທີ່​ກ່ຽວ​ຂ້ອງ.”

        ເຫັນ​ດີ​ກັບ​ທັດ​ສະ​ນະ​ຂອງ​ຮອງຫົວ​ຫນ້າ​ອົງ​ການກວດ​ກາ​ລັດ​ຖະ​ບານ ຫງວຽນ​ວັນ​ແທງ, ທ່ານ ຟ້າມ​ຈ້ອງ​ດາດ​, ຫົວ​ຫນ້າ​ກົມ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ສັງ​ກັດ​ອົງ​ການກວດ​ກາ​ລັດ​ຖະ​ບານ ໄດ້​ຢືນ​ຢັນ​ວ່າ: ຢູ່​ຫວຽດ​ນາມ, ລັດ​ຖະ​ບານ​ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຕໍ່​ສູ້​ຕ້ານ​ອາດ​ຊະ​ຍາ​ກຳ​ປະ​ເພດນີ້ ຊື່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫລ້າ​ສຸດ​ແມ່ນ​ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ພາກ​ສ່ວນ​ສະ​ເພາະ​ກິດ​ຮັບ​ຂໍ້​ມູນ​ຂ່າວ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ສໍ້​ລາດ​ບັງ​ຫລວງ. ລະ​ອຽດ ພາກ​ສ່ວນນີ້​ຮັບ​ບັນ​ດາ​ແຫລ່ງ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ການ​ກະ​ທຳ​ມີ​ສັນ​ຍານ​ລະ​ເມີດ​ບັນ​ດາ​​ລະ​ບຽບ​ກົດ​ໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຄົ້ນ​ພົບ​ບັນ​ດາ​ການ​ກະ​ທຳ​ສໍ້​ລາດ​ບັງ​ຫລວງ ແລະ ແກ້​ໄຂ​ບັນ​ດາ​ກໍ​ລະ​ນີສໍ້​ລາດ​ບັງ​ຫລວງ.

        “ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ພາກ​ສ່ວນນີ້​ມີ​ກົດ​ລະ​ບຽບ​, ຫນ້າ​ທີ່​ຢ່າງ​ພຽງ​ພໍ, ຫນ້າ​ທີ່ບໍ່​ພຽງ​ແຕ່​ກ່ຽວ​ຂ້ອງ​ເຖິງ​ການມອບ​ຂອງ​ຂວັນ​ເທົ່າ​ນັ້ນ ຫາກ​ເພື່ອ​ຮັບ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ເວົ້າ​ລວມ​ອີກ​ດ້ວຍ. ພາກ​ສ່ວນນີ້​ແມ່ນ​ເກັບ​ກຳ, ລວບ​ລວມ​ທຸກ​ແຫລ່ງ​ຂໍ້​ມູນ​ຂ່າວ​ສານ​ ​ຈາກນັ້ນ​ມີ​ທິດແກ້​ໄຂ​ຢ່າງ​ທັນ​ການ.”

       ຊຸກ​ຍູ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ APEC

ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ການ​ຕໍ່​ສູ້​ປ້ອງ​ກັນຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ບໍ່​ພຽງ​ແຕ່​ແມ່ນ​ສະ​ເພາະ​ຂອງ​ລັດ,ຂອງ​ລັດ​ຖະ​ບານ​ໃດ ຫາກ​ແມ່ນ​ຫນ້າ​ທີ່​ລວມ​ຂອງ​ທົ່ວ​ສັງ​ຄົມ. ດ້ວຍ​ຂໍ້​ລິ​ເລີ່ມ​ເປັນ​ຄັ້ງ​ທຳ​ອິດ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ ຊຸກ​ຍູ້​ບົດ​ບາດ​ສັງ​ຄົມ​ໃນ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ຂອບ​ເຂດ APEC, ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ APEC ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ກ່ອນນີ້ຈາກ​ບັນ​ດາ​ການ​ນຳ APECຄື: ໂຄງ​ການ​ດຳ​ເນີນ​ງານ​ໃນ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ແລະ ຮັບ​ປະ​ກັນ​ຄວາມ​ໂປ່ງ​ໃສ APEC 2004, ຄຳ​ໝັ້ນ​ສັນ​ຍາ Santiago ກ່ຽວ​ກັບ​ການ​ປ​ອ້ງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃຫ້​ໂປ່ງ​ໃສ ປີ 2004, ຖະ​ແຫລງ​ການ ປັກ​ກີງ 2014 ແລະ ຖະ​ແຫລງ​ການ ມາ​ນີ​ລາ 2015. ທ່ານ​ຟານ​ວັນ​ເຊົາ, ຫົວ​ຫນ້າ​ອົງ​ການກວດ​ກາ​ລັດ​ຖະ​ບານ ຢືນ​ຢັນ​ວ່າ:

        “ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ຈະ​ແມ່ນ​ສົ້ນ​ເຂົ້າ​ຂອງ​ກຸ່ມ​ປະ​ຕິ​ບັດ​ງານ​ຂອງ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ແລະ ຮັບ​ປະ​ກັນ​ຄວາມ​ໂປ່ງ​ໃສ​ຂອງ APEC. ບົນ​ພື້ນ​ຖານນັ້ນ ຈະ​ສ້າງ​ບັນ​ດາ​ເອ​ກະ​ສານ​ມີ​ລັກ​ສະ​ນະ​ກຳ​ນົດ​ທິດ ຫລື ຄຳ​ໝັ້ນ​ສັນ​ຍາ​ເພື່ອ​ຮັບ​ປະ​ກັນ​ການ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຄວາມ​ປອດ​ໄພ​ຂອງ​ສັງ​ຄົມ, ໃນ​ນັ້ນ ມີ​ວິ​ສາ​ຫະ​ກິດ​ເຂົ້າ​ໃນ​ການປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

        ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ສັງ​ຄົມ​ເຂົ້າ​ໃນ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​ປະ​ເທດ​ເຈົ້າ​ພາບ​ຫວຽດ​ນາມ ທີ່​ໂຄງ​ການ​ດຳ​ເນີນ​ງານ​ຂອງ ກອງ​ປະ​ຊຸມ APEC ຄັ້ງນີ້ ຈະ​ປະ​ກອບ​ສ່ວນ​ການ​ກະ​ທຳ​ລະ​ອຽດ ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ຂອງ APEC ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ລົບ​ລ້າງ​ບ່ອນ​ລີ​້​ໄພ​ຢ່າງ​ປອດ​​ຕົວ​ຂອງ​ຜູ້​ທີ່​ມີ​ການ​ກະ​ທຳ​ສ​ໍ້​ລາດ​ບັງ​ຫລວງ ແລະ ເພີ່ມ​ທະ​ວີ​ການ​ກະ​ທຳ​ລວມ​ໝູ່​ເພື່ອ​ແນ​ໃສ່​ຕ້ານ​ການ​ຄ້າ​ເຖື່ອນ ແລະ ລົ​ບ​ລ້າງ​ບັນ​ດາ​ເຄືອ​ຂ່າຍ​​ກະ​ທຳ​ຜິດຂ້າມ​ຊາດ​ ​ໃນ​ທ​ົ່ວ​ພາກ​ພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ