BRICS ແລະ ເປົ້າໝາຍພ້ອມກັນເພີ່ມລະດັບຄວາມໄວ, ພັດທະນາແບບຍືນຍົງ

(VOVWORLD) - ກອງປະຊຸມສຸດຍອດຄັ້ງທີ 15 ຂອງກຸ່ມ 5 ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (BRICS) ໄດ້ອັດລົງໃນວັນທີ 24 ສິງຫາ, ຢູ່ Johannesburg (ອາບຟຣີກາໃຕ້) ພາຍຫຼັງໂຮມປະຊຸມມາເປັນເວລາ 3 ວັນ (ຄືແຕ່ວັນທີ 22 24 ສິງຫາ). ກອງປະຊຸມ ໄດ້ຕັດສິນໃຈເປີດກ້ວາງກຸ່ມ, ປັບປຸງກຳລັງແຮງດ້ານເສດຖະກິດ ເພື່ອແນໃສ່ຫັນເປົ້າໝາຍພ້ອມກັນເພີ່ມລະດັບຄວາມໄວ, ພັດທະນາແບບຍືນຍົງໃຫ້ປະສົບຜົນເປັນຈິງ.
BRICS ແລະ ເປົ້າໝາຍພ້ອມກັນເພີ່ມລະດັບຄວາມໄວ, ພັດທະນາແບບຍືນຍົງ - ảnh 1(ພາບປະກອບຈາກ brics-russia)

        BRICS ລວມມີ 5 ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂອງໂລກ, ນັ້ນແມ່ນ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຣີກາໃຕ້. ຍ້ອນທ່າໄດ້ປຽບກ່ຽວກັບຈຳນວນພົນລະເມືອງ, ທີ່ຕັ້ງພູມສາດ ແລະ ກຳລັງແຮງພາຍໃນຂອງບັນດາພື້ນຖານເສດຖະກິດສະມາຊິກ, BRICS ນັບມື້ນັບມີທີ່ຕັ້ງບົດບາດ ແລະ ມີລະດັບຜົນສະທ້ອນຢ່າງກ້ວາງຂວາງໃນຂອບຂະໜາດທົ່ວໂລກ.

ເຫັນດີເຫັນພ້ອມເພີ່ມຈຳນວນສະມາຊິກຂຶ້ນທົບ 2 ເທົ່າ

        ໃນວັນໂຮມປະຊຸມສຸດທ້າຍຂອງກອງປະຊຸມສຸດຍອດຄັ້ງທີ 15 (ຄືວັນທີ 24 ສິງຫາ), ບັນດາການນຳຂອງ BRICS ໄດ້ເຫັນດີເຫັນພ້ອມເປີດກ້ວາງກຸ່ມ, ພ້ອມທັງຮຽກຮ້ອງການຮ່ວມມື, ຄວາມໂປ່ງໃສ ແລະ ຮອບດ້ານກ່ວາ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍສາກົນ ຍຸຕິທຳ ແລະ ສະເໝີພາບ. ເລື່ອງເປີດກ້ວາງ ໄດ້ນຳມາເຊິ່ງຜົນສະທ້ອນທົ່ວໂລກໃຫ້ແກ່ BRICS ໃນສະພາບການທີ່ການຈຳແນກດ້ານພູມສາດ - ການເມືອງ ພວມຊຸກຍູ້ໃຫ້ ລັດເຊຍ ແລະ ຈີນ ນຳ BRICS ກາຍເປັນກຳລັງທີ່ສົມສວນກັບຝ່າຍຕາເວັນຕົກ.

        6 ປະເທດໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມ BRICS, ລວມມີ: ອັກຊັງຕິນ, ອີຢິບ, ເອທີໂອປີ, ສະຫະລັດ ອາຣັບ ເອມີເລັດ ແລະ ອາຣັບບິ ຊາອຸດິ. ບັນດາປະເທດສະໝັກຮັບເລືອກຕັ້ງໃໝ່ຈະໄດ້ຮັບເຂົ້າເປັນສະມາຊິກຂອງກຸ່ມໃນວັນທີ 01 ມັງກອນ 2024.

        ນີ້ເປັນຄັ້ງທີສອງທີ່ BRICS ໄດ້ຕັດສິນໃຈເປີດກ້ວາງກຸ່ມ. ພາຍຫຼັງມີ ບຣາຊິນ, ລັດເຊຍ, ອິນເດຍ ແລະ ຈີນ ໄດ້ສ້າງຕັ້ງຂຶ້ນໃນປີ 2009, ໃນປີ 2010 ກຸ່ມນີ້ໄດ້ຮັບ ອາບຟຣີກາໃຕ້ ເຂົ້າເປັນສະມາຊິກນຳອີກ. ປະຈຸບັນ, BRICS ໄດ້ກວມເອົາປະມານ 40% ຈຳນວນພົນລະເມືອງໂລກ  ແລະ ປະກອບສ່ວນກ່ວາ 1/4 GDP ຂອງທົ່ວໂລກ.

        ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ BRICS ຄັ້ງທີ 15, ທ່ານ Cyril Ramaphosa, ປະທານາທິບໍດີ ອາບຟຣີກາໃຕ້ ໃຫ້ຮູ້ວ່າ: BRICS ພ້ອມແລ້ວທີ່ຈະເປີດກ້ວາງກຸ່ມໃນສະພາບການທີ່ກຸ່ມນີ້ພວມຢາກເປີດກ້ວາງຜົນສະທ້ອນໃນການສ້າງຄວາມເປັນລະບຽບຮຽບຮ້ອຍໂລກ. ທ່ານ ສີຈິ້ນຜິງ, ປະທານປະເທດ ຈີນ ພັດຢັ້ງຢືນວ່າ: BRICS ແມ່ນກຳລັງສຳຄັນໃນການສ້າງສະພາບການສາກົນໃນຈຸດເວລາທີ່ໂລກພວມກ້າວເຂົ້າສູ່ການຫັນປ່ຽນໃໝ່.

        ສ່ວນສຳລັບບັນດາປະເທດສະມາຊິກໃໝ່ຂອງ BRICS ນັ້ນ, ທ່ານ Abdel Fattah El Sisi, ປະທານາທິບໍດີ ອິຢິບ ໄດ້ຢັ້ງຢືນວ່າ: ກາຍໂຣ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືຢ່າງແໜ້ນແຟ້ນກັບກຸ່ມນີ້ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາເສດຖະກິດ, ເພີ່ມທະວີສຽງເວົ້າຂອງບັນດາປະເທດຢູ່ພາກໃຕ້ຂົ້ວໂລກນີ້. ກໍ່ມີຄຳເຫັນທີ່ຄ້າຍຄືກັນ, ທ່ານ Mohammed bin Zayed, ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລັດ ປາດຖະໜາຢາກຮ່ວມມືກັບ BRICS ເພື່ອຄວາມວັດທະນາຖາວອນ, ເພື່ອຜົນປະໂຫຍດຂອງທຸກໆປະເທດ ແລະ ຂອງປະຊາຊົນໃນທົ່ວໂລກ. ໃນຂະນະນັ້ນ, ທ່ານ Faisal bin Farhan Al Saud,  ລັດຖະມົນຕີການຕ່າງປະເທດ ອາຣັບບິ ຊາອຸດິ ໃຫ້ຮູ້ວ່າ: ປະເທດນີ້ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງ ແລະ ກຳລັງຄວາມສາມາດຂອງ BRICS, ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ BRICS ເພື່ອບັນລຸເປົ້າໝາຍພັດທະນາ.

BRICS ແລະ ເປົ້າໝາຍພ້ອມກັນເພີ່ມລະດັບຄວາມໄວ, ພັດທະນາແບບຍືນຍົງ - ảnh 2
ທ່ານ Cyril Ramaphosa, ປະທານາທິບໍດີ ອາບຟຣີກາໃຕ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:BRICS)

ຫັນຍຸດທະສາດການຮ່ວມມືດ້ານເສດຖະກິດຂອງ BRICS ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ

        BRICS ກວມເອົາຈຳນວນປະຊາກອນປະມານ 40%, ເກືອບ 1/4  ຜະລິດຕະພັນພາຍໃນ (GDP) ຂອງທົ່ວໂລກ, ມີບົດບາດສຳຄັນສຳລັບພື້ນຖານເສດຖະກິດໂລກ. ການພົວພັນຮ່ວມມືຫຼາຍດ້ານໃນຂອບເຂດ BRICS ບໍ່ພຽງແຕ່ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນການເຕີບໂຕແບບຍືນຍົງໃຫ້ແກ່ບັນດາປະເທດສະມາຊິກເທົ່ານັ້ນ ຫາກຍັງຊຸກຍູ້ການຟື້ນຟູເສດຖະກິດທົ່ວໂລກເວົ້າລວມອີກດ້ວຍ.

   ທີ່ກອງປະຊຸມ, ທ່ານ ສີຈິ້ນຜິງ, ປະທານປະເທດ ຈີນ ເນັ້ນໜັກວ່າ: ຈີນ ຈະຄົ້ນຄ້ວາເລື່ອງສ້າງຕັ້ງພື້ນຖານການຮ່ວມມືຜ່ານແອັບພຼີເຄຊັ່ນ ແລະ ຂໍ້ມູນຈາກດາວທຽມສອດແນມທົ່ວໂລກ ຂອງ BRICS ເພືຶ່ອສະໜອງການໜູນຊ່ວຍກ່ຽວກັບດ້ານຂໍ້ມູນໃຫ້ແກ່ຂົງເຂດກະສິກຳ, ປົກປັກຮັກສາລະບົບຊີວະນາໆພັນ ແລະ ຫລຸດຜ່ອນໄພພິບັດຢູ່ຫຼາຍປະເທດ. ນອກຈາກນັ້ນ, ປະເທດນີ້ຈະເຮັດວຽກກັບທຸກໆຝ່າຍກ່ຽວຂ້ອງເພື່ອພ້ອມກັນສ້າງກອບຂໍ້ຕົກລົງ BRICS ກ່ຽວກັບການຮ່ວມມືດ້ານອຸດສາຫະກຳເພື່ອການພັດທະນາແບບຍືນຍົງ.

        ກ່າວຄຳເຫັນເມື່ອເຂົ້າຮ່ວມກອງປະຊຸມທາງອອນລາຍຈາກ ມົດສະກູ  , ທ່ານ Vladimir Putin, ປະທານາທິບໍດີ ລັດຊຍ ເນັ້ນໜັກວ່າ ຈະຊຸກຍູ້ການຫັນບັນດາຍຸດທະສາດຮ່ວມມືເສດຖະກິດຂອງ BRICS ຮອດປີ 2025 ແລະ ພັດທະນາບັນດາວິວັດການຮ່ວມມືໄລຍະຍາວໃໝ່ໃຫ້ປະກົດຜົນເປັນຈິງ. ໜຶ່ງໃນຈຳນວນນັ້ນແມ່ນເພີ່ມທະວີບົດບາດຂອງບັນດາປະເທດສະມາຊິກ ໃນລະບົບການເງິນ ແລະ ເງິນຕາສາກົນ, ພັດທະນາການຮ່ວມມືລະຫວ່າງບັນດາທະນາຄານ, ການຮ່ວມມືທີ່ເລິກເຊິ່ງກ່ວາໃນບັນດາການເຄື່ອນໄຫວພາສີ, ອາກອນ ແລະ ຕ້ານສິດຜູກຂາດ, ເພີ່ມທະວີການພັດທະນາບັນດາການພົວພັນມະນຸດສະທຳລວມ.

 ການເປີດກ້ວາງ BRICS ກໍ່ຄືເພີ່ມທະວີການຮ່ວມສຳພັນດ້ານເສດຖະກິດພາຍໃນກຸ່ມອາດຈະສ້າງຄວາມດຸ່ນດ່ຽງໃໝ່, ຊ່ວຍສ້າງຄວາມສົມດຸນກວ່າສຳລັບຜົນສະທ້ອນຂອງບັນດາປະເທດຝ່າຍຕາເວັນຕົກ. ແຕ່ເຖິງຢ່າງໃດກໍ່ຕາມ, ສິ່ງສຳຄັນແມ່ນບັນດາປະເທດຄວນເພີ່ມທະວີບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ມີຄວາມສົມດຸນດ້ານຜົນປະໂຫຍດ, ຊຸກຍູ້ການຮ່ວມມືແທນໃຫ້ການເພີ່ມທະວີຄວາມແກ່ງແຍ້ງ, ເພື່ອພ້ອມກັນເພີ່ມລະດັບຄວາມໄວ, ພັດທະນາແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ