ກໍ່ສ້າງລະບົບນະໂຍບາຍສັງຄົມ ມຸ່ງໄປເຖິງທົ່ວປວງຊົນ ແລະ ພັດທະນາປະເທດຊາດແບບຍືນຍົງ

(VOVWORLD) -ທີ່ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ແຕ່ວັນທີ 2 -8 ຕຸລາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຫັນດີເປັນເອກະພາບຢ່າງສູງໃນການປະກາດໃຊ້ ມະຕິ ກ່ຽວກັບການສືບຕໍ່ປ່ຽນແປງໃຫມ່, ຍົກສູງຄຸນນະພາບນະໂຍບາຍສັງຄົມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການສ້າງສາ ແລະປົກປັກຮັກສາປະເທດຊາດ ໃນໄລຍະໃຫມ່. ຕາມແຜນນະໂຍບາຍນີ້, ລະບົບນະໂຍບາຍສັງຄົມຂອງ ຫວຽດນາມ ແຕ່ນີ້ຮອດປີ 2030 ຈະໄດ້ຮັບການກໍ່ສ້າງ, ມຸ່ງໄປເຖິງທົ່ວປວງຊົນ, ຮອບດ້ານ, ຕອບສະຫນອງບັນດາຄວາມຮຽກຮ້ອງຕ້ອງການໃນການຮັບປະກັນຊີວິດສັງຄົມ, ສ້າງກາລະໂອກາດພັດທະນາໃຫ້ປະຊາຊົນທຸກຄົນເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ.

ກໍ່ສ້າງລະບົບນະໂຍບາຍສັງຄົມ ມຸ່ງໄປເຖິງທົ່ວປວງຊົນ ແລະ ພັດທະນາປະເທດຊາດແບບຍືນຍົງ - ảnh 1ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII 

ມະຕິ ກ່ຽວກັບການສືບຕໍ່ປ່ຽນແປງໃຫມ່, ຍົກສູງຄຸນນະພາບນະໂຍບາຍສັງຄົມຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດນີ້ ແມ່ນສືບທອດ ແລະ ປ່ຽນແປງໃຫມ່, ເພີ່ມເຕີມ, ພັດທະນາຫລາຍເນື້ອໃນສຳຄັນ ເມື່ອທຽບໃສ່ມະຕິສູນກາງພັກຄັ້ງທີ 5 ຊຸດທີ XI.

ມຸ່ງໄປເຖິງທົ່ວປວງຊົນ, ຮອບດ້ານ ແລະ ພັດທະນາແບບຍືນຍົງ

ກ່ຽວກັບຂອບເຂດ ແລະວິທີເຂົ້າເຖິງ, ມະຕິຂອງສູນກາງຄັ້ງນີ້ ໄດ້ເປີດກວ້າງອອກສູ່ທັງໝົດນະໂຍບາຍສັງຄົມ, ສຸມໃສ່ການປ່ຽນແປງໃຫມ່, ຍົກສູງຄຸນນະພາບນະໂຍບາຍສັງຄົມ ຕອບສະຫນອງຄວາມຮຽກຮ້ອງຂອງການສ້າງສາ ແລະ ປົກປັກຮັກສາປະເທດຊາດຮອດປີ 2030, ວິໄສທັດຮອດປີ 2045. ວິທີເຂົ້າເຖິງກໍ່ໄດ້ຮັບການປັບປຸງ, ຈາກການຮັບປະກັນ ແລະ ສ້າງໃຫ້ມີສະຖຽນລະພາບ ໄປຍັງຄວາມມີສະຖຽນລະພາບ ແລະ ພັດທະນາ; ຕິດພັນການຄຸ້ມຄອງພັດທະນາສັງຄົມແບບຍືນຍົງ, ຍົກສູງສະຫວັດດີການສັງຄົມໃນທົ່ວປວງຊົນ, ຮັບປະກັນຊີວິດສັງຄົມ, ຄວາມໝັ້ນຄົງດ້ານມະນຸດ, ສັງຄົມ.

ກໍ່ສ້າງລະບົບນະໂຍບາຍສັງຄົມ ມຸ່ງໄປເຖິງທົ່ວປວງຊົນ ແລະ ພັດທະນາປະເທດຊາດແບບຍືນຍົງ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

ໃນບົດກ່າວອັດກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII ໃນວັນທີ 8 ຕຸລາ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຢັ້ງຢືນວ່າ:

 “ນະໂຍບາຍສັງຄົມ ແມ່ນນະໂຍບາຍສຳລັບມະນຸດ ເພື່ອມະນຸດ, ສະແດງໃຫ້ເຫັນຄຸນນະທາດອັນດີງາມຂອງລະບອບເຮົາ. ການກໍ່ສ້າງ ແລະ ປະຕິບັດນະໂຍບາຍສັງຄົມ ຍາມໃດກໍ່ຕ້ອງຖືມະນຸດເປັນໃຈກາງ; ຖືການລົງທຶນໃຫ້ແກ່ການປະຕິບັດບັນດາຄາດໝາຍນະໂຍບາຍສັງຄົມ ແມ່ນການລົງທຶນໃຫ້ແກ່ການພັດທະນາ. ນະໂຍບາຍສັງຄົມຕ້ອງມຸ່ງໄປເຖິງທົ່ວປວງຊົນ, ຮັບປະກັນຢ່າງຮອບດ້ານ, ຍຸຕິທຳ, ທັນສະໄຫມ, ກວມລວມ, ຍືນຍົງ; ສະຫວັດດີການສັງຄົມ ຕ້ອງໄດ້ຮັບຄວາມເອົາໃຈໃສ່ກວ່າອີກ ແລະ ຮັບປະກັນຄວາມມີໄຫວພິບ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”

ທີ່ກອງປະຊຸມສູນກາງຄັ້ງທີ 8 ຊຸດທີ XIII, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຍົກໃຫ້ເຫັນທັດສະນະຈະແຈ້ງວ່າ: ນະໂຍບາຍສັງຄົມ ຄວນໄດ້ລະບຸໃນການຄຸ້ມຄອງພັດທະນາສັງຄົມແບບຍືນຍົງ, ແກ້ໄຂບັນດາການພົວພັນສັງຄົມຢ່າງກົມກຽວ, ປ່ຽນແປງໃຫມ່, ຍົກສູງຄຸນນະພາບນະໂຍບາຍສັງຄົມ ແມ່ນຫນ້າທີ່ສຳຄັນມີລັກສະນະຍຸດທະສາດ, ພາຍໃຕ້ການຊີ້ນຳໂດຍກົງ, ຮອບດ້ານຂອງພັກ, ການຄຸ້ມຄອງຂອງລັດຢ່າງເຄັ່ງຄັດ, ມີປະສິດທິຜົນ, ການຕິດຕາມກວດການເປັນປະຈຳຂອງແນວໂຮມປະເທດຊາດ ຫວຽດນາມແລະບັນດາອົງການການເມືອງສັງຄົມ, ຄວາມເຫັນດີເຫັນພ້ອມ ແລະການເຂົ້າຮ່ວມຢ່າງຕັ້ງຫນ້າຂອງປະຊາຊົນ, ວິສາຫະກິດ.

ສືບຕໍ່ຊຸກຍູ້ຜົນງານຮັບປະກັນຊີວິດສັງຄົມຂອງ ຫວຽດນາມ

       ເລື່ອງ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ມີຄວາມເຫັນດີເປັນເອກະພາບຢ່າງສູງ ໃນການປະກາດໃຊ້ມະຕິວ່າດ້ວຍການສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບນະໂຍບາຍສັງຄົມ, ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່ ແມ່ນເສົາຄ້ຳສຳຄັນ, ສືບຕໍ່ຢັ້ງຢືນຄວາມສົນໃຈຂອງພັກ ແລະ ລັດ ຫວຽດນາມ ໃນການປະຕິບັດນະໂຍບາຍສັງຄົມ ເພື່ອໃຫ້ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະຈະມາເຖິງ. ທ່ານ ສຈ. ປອ.  ຕ້າງອກເຕິນ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

       “ການພັດທະນາສັງຄົມ, ພັດທະນາມະນຸດ ແລະ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະເທດຢ່າງບໍ່ຢຸດຢັ້ງນັ້ນ ຍາມໃດກໍແມ່ນເປົ້າໝາຍຫຼັກແຫຼ່ງແກ່ນສານຂອງ ຫວຽດນາມ ໃນຕະຫຼອດຂະບວນວິວັດແຫ່ງການສູ້ຊົນ, ພັດທະນາ ແລະ ສ້າງສາປະເທດຊາດ. ໃນໄລຍະແຫ່ງການປ່ຽນແປງໃໝ່, ພ້ອມກັບຄວາມມານະພະຍາຍາມໃນການພັດທະນາເສດຖະກິດ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງການປະຕິບັດນະໂຍບາຍສັງຄົມຕາມທິດນຳທີ່ວ່າ: ການເຕີບໂຕເສດຖະກິດໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳສັງຄົມໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ແລະ ໃນຕະຫຼອດວິວັດທະນາການພັດທະນາ, ດ້ວຍເປົ້າໝາຍ ນຳຄວາມຜາສຸກມາໃຫ້ປະຊາຊົນນັບມື້ນັບຫຼາຍ”.

        ເລື່ອງຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ມີຄວາມເຫັນດີເປັນເອກະພາບຢ່າງສູງໃນການປະກາດໃຊ້ມະຕິດັ່ງກ່າວນັ້ນ ກໍຈະແມ່ນພື້ນຖານສຳຄັນເພື່ອໃຫ້ທົ່ວພັກ, ທົ່ວປວງຊົນສືບຕໍ່ເພີ່ມພູນຄູນສ້າງ, ຢັ້ງຢືນຜົນງານໃນການຊ່ວຍເຫຼືອສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້ ພາຍຫຼັງປະຕິບັດມະຕິກອງປະຊຸມ ຄັ້ງທີ 5 ຂອງສູນກາງພັກຊຸດທີ XI (ປີ 2012) ກ່ຽວກັບນະໂຍບາຍຊ່ວຍເຫຼືອສັງຄົມ. 

ຕາມນັ້ນແລ້ວ, ໄລ່ຮອດປີກາຍນີ້ ລາຍຮັບສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ບັນລຸເກືອບ 3.900 USD, ເພີ່ມຂຶ້ນເກືອບ 39 ເທົ່າ ເມື່ອທຽບໃສ່ປີ 2021. ດັດຊະນີພັດທະນາມະນຸດ HDI ເພີ່ມຂຶ້ນແຕ່ 0.48 ໃນປີ 1990 ຂຶ້ນເປັນ 0,703 ໃນປີ 2021, ເພີ່ມຂຶ້ນ 2 ຂັ້ນໃນຕາຕະລາງຈັດອັນດັບທົ່ວໂລກ, ແມ່ນຂຶ້ນອັນດັບ 115/191 ປະເທດ. ຈາກຈຳນວນປະຊາຊົນທຸກຍາກກວມເອົາກວ່າ 60% ໃນປີ 1990, ອັດຕາຄອບຄົວທຸກຍາກຂອງ ຫວຽດນາມ ຍັງເຫລືອພຽງແຕ່ 2,23%, ໃນນັ້ນ ອັດຕາຄອບຄົວທຸກຍາດຫລາຍຂົ້ວຫລຸດລົງປະມານ 1,2% ໃນປີກາຍ.

ບັນດາໝາກຜົນກ່ຽວກັບການຮັບປະກັນຊີວິດສັງຄົມ ທີ່ໄດ້ກ່າວມາຂ້າງເທິງ ໂດຍໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ ກໍ່ແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ ຫວຽດນາມ ປະຕິບັດບັນດາການກຳນົດທິດ ແລະ ເປົ້າໝາຍກ່ຽວກັບການຮັບປະກັນຊີວິດສັງຄົມ ຊື່ງມະຕິຂອງ ກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII ຈະປະກາດໃຊ້ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ