ກໍ່ສ້າງເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດກຳລັງຫນູນພັດທະນາແຖວຫນ້າ

(VOVWORLD) -“ແນວຄິດຊີ້ນຳ ແລະເນື້ອໃນຂອງມະຕິເລກທີ 30 ຂອງກົມການເມືອງ ແລະ ໂຄງການດຳເນີນງານຂອງລັດຖະບານ ໄດ້ມີການກຳນົດທິດຫລາຍຢ່າງ ແລະ ວິໄສທັດໃຫມ່ ໃນການພັດທະນາເຂດທົ່ງພຽງແມ່ນ້ຳແດງ, ນຳເຂດນີ້ກາຍເປັນເຂດເສດຖະກິດກຳລັງຫນູນເຕີບໂຕໃຫຍ່ສຸດຂອງທົ່ວປະເທດ”.ນັ້ນແມ່ນສານຈາກ ກອງປະຊຸມໃຫຍ່ຜັນຂະຫຍາຍໂຄງການດຳເນີນງານຂອງລັດຖະບານໃນການປະຕິບັດມະຕິເລກທີ 30  ລົງວັນທີ 23 ພະຈິກປີ 2022 ຂອງກົມການເມືອງ ກ່ຽວກັບທິດທາງການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງຮອດປີ 2030, ວິໄສທັດຮອດປີ 2045, ຊື່ງໄດ້ຈັດຕັ້ງຢູ່ແຂວງ ກວ໋າງນິງ ເມື່ອວັນທີ 12 ກຸມພາ ປີ 2023.

ກໍ່ສ້າງເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດກຳລັງຫນູນພັດທະນາແຖວຫນ້າ - ảnh 1ກອງປະຊຸມປະກາດມະຕິເລກທີ 14 ຂອງລັດຖະບານກ່ຽວກັບໂຄງການດຳເນີນງານປະຕິບັດມະຕິເລກທີ 30 ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດ - ສັງຄົມ. (ພາບ:VOV)

ເຂດທົ່ງພຽງແມ່ນ້ຳແດງ ແມ່ນເຂດລຸ່ມແມ່ນ້ຳແດງ ແລະ ແມ່ນ້ຳ ທາຍບິ່ງ ຂຶ້ນກັບພາກເຫນືອ ຫວຽດນາມ. ເຂດນີ້ ລວມມີ 11 ແຂວງ, ນະຄອນຄື: ຮ່າໂນ້ຍ, ຮຶງອຽນ, ຫາຍເຢືອງ, ຫາຍຟ່ອງ, ບັກນິງ, ຫວິງຟຸກ, ຮ່ານາມ, ທາຍບິ່ງ, ນາມດິ້ງ, ນິງບິ່ງ ແລະ ກວ໋າງນິງ. ດ້ວຍເນື້ອທີ່ 14.806 ກິໂລຕາແມັດ, ນີ້ແມ່ນເຂດທົ່ງພຽງໃຫຍ່ອັນດັບ 2 ຂອງຫວຽດນາມ. ປະຊາກອນໃນເຂດນີ້ ແມ່ນ 21,6 ລ້ານຄົນ, ກວມເອົາ 22,1% ຈຳນວນພົນລະເມືອງຂອງທົ່ວປະເທດ. ເຂດທົ່ງພຽງແມ່ນ້ຳແດງ ແມ່ນຂົວເຊື່ອມຕໍ່ລະຫວ່າງ ເຂດໄຕບັກ (ທາງທິດຕາເວັນຕົກສ່ຽງເຫນືອ) ແລະ ທາງທິດເຫນືອພາກກາງ, ມີຄວາມສະດວກໃນການພົວພັນແລກປ່ຽນກັບບັນດາເຂດອື່ນຂອງທົ່ວປະເທດ. ຍ້ອນມີນະຄອນຫລວງ ຮ່າໂນ້ຍ, ໝາກຫົວໃຈຂອງທົ່ວປະເທດ ສະນັ້ນ ເຂດທົ່ງພຽງແມ່ນ້ຳແດງ ຈຶ່ງມີທີ່ຕັ້ງເປັນສູນເສດຖະກິດ, ວິທະຍາສາດ ເຕັກນິກ ແລະ ວັດທະນະທຳຂອງຫວຽດນາມ. ທີ່ນີ້ ມີສະຫນາມບິນ ໂນ້ຍບ່າຍ, ສະຫນາມບິນ ເວີນໂດ່ນ ແລະ ທ່າກຳປັ່ນ ຫາຍຟ່ອງ ແມ່ນປະຕູອອກສູ່ພາກພື້ນ ແລະໂລກ.

ເຂດທົ່ງພຽງແມ່ນ້ຳແດງ ຕ້ອງແມ່ນເຂດກຳລັງຫນູນພັດທະນາແຖວຫນ້າ

ຕາມມະຕິເລກທີ 14 ຂອງລັດຖະບານ ລົງວັນທີ 8 ກຸມພາປີ 2023, ລັດຖະບານໄດ້ວາງອອກ 21 ມາດຖານລະອຽດກ່ຽວກັບການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຮອດປີ 2030. ເຂດທົ່ງພຽງແມ່ນ້ຳແດງ ຈະກາຍເປັນເຂດພັດທະນາວ່ອງໄວ, ຍືນຍົງ, ມີໂຄງປະກອບເສດຖະກິດເໝາະສົມ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ; ອຸດສາຫະກຳ, ການບໍລິການທັນສະໄຫມ ແລະ ກະສິກຳເຕັກໂນໂລຊີສູງ, ກາຍເປັນສູນການສຶກສາ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງທົ່ວປະເທດ; ນຳຫນ້າກ່ຽວກັບການພັດທະນາວິທະຍາສາດ ເຕັກໂນໂລຊີ, ປ່ຽນໃຫມ່ປະດິດຄິດສ້າງ, ເສດຖະກິດ ດິຈີຕອນ, ສັງຄົມດິຈີຕອນ, ມີພື້ນຖານເສດຖະກິດ ສັງຄົມ ຢ່າງຄົບຊຸດ, ທັນສະໄຫມ, ຕົວເມືອງອັດສະລິຍະ, ມີລັກສະນະເຊື່ອມຕໍ່ສູງ. ທ່ານ ຫງວຽນຈິຢູ໋ງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເນັ້ນຫນັກວ່າ:

 “ສືບຕໍ່ພັດທະນາເຂດຕາມຮູບແບບອະນຸພາກພື້ນ, ໃນນັ້ນເຂດເສດຖະກິດຈຸດສຸມ ພາກເຫນືອ ແມ່ນໃຈກາງດ້ານການເມືອງ -ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຊີຂອງທົ່ວປະເທດ, ແມ່ນກຳລັງຫນູນພັດທະນາ ເຂດທົ່ງພຽງແມ່ນ້ຳແດງ. ສະນັ້ນ ຕ້ອງລະດົມແຫລ່ງກຳລັງຢ່າງສຸດຂີດໃຫ້ແກ່ການພັດທະນາເຂດນີ້, ໃນນັ້ນ ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ສຳຄັນ, ຈຸດສຸມ, ມີກຳລັງແຜ່ຂະຫຍາຍ.”

ຂັ້ນເທິງ, ລຸ່ມ ເປັນຈິດຫນຶ່ງໃຈດຽວ, ສາຍຕັ້ງສາຍຂວາງລຸລ່ວງ

ການນຳບັນດາກະຊວງ, ຂະແຫນງການ ໄດ້ຍົກອອກບັນດາມາດຕະການຂອງຂະແຫນງໃນການປະຕິບັດມະຕິຂອງກົມການເມືອງ ແລະ ຂອງລັດຖະບານ ເພື່ອແນໃສ່ພັດທະນາ ເຂດທົ່ງພຽງແມ່ນ້ຳແດງ. ໃນນັ້ນ ຈະພັດທະນາເຄືອຂ່າຍຄົມມະນາຄົມຂົນສົ່ງ ເຂດທົ່ງພຽງແມ່ນ້ຳແດງໃຫ້ຄົບຊຸດ ທັນສະໄຫມ, ຮ່ວມສຳພັນເຂດ ແລະ ສາກົນ; ພັດທະນາ ເຂດທົ່ງພຽງແມ່ນ້ຳແດງ ໃຫ້ກາຍເປັນສູນວິທະຍາສາດ -ເຕັກໂນໂລຊີ, ປ່ຽນໃຫມ່ປະດິດຄິດສ້າງແຖວຫນ້າຂອງທົ່ວປະເທດ, ຍູ້ແຮງການພັດທະນາບັນດາຂະແຫນງອຸດສາຫະກຳຕາມທິດທັນສະໄຫມ, ເຕັກໂນໂລຊີສູງ. ທ່ານ ດ່າວງອກຢູງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຍົກອອກມາດຕະການພັດທະນາຕະຫລາດແຮງງານ ຕິດພັນກັບການສະຫນອງຄວາມຕ້ອງການແຮງງານສຳລັບ ເຂດທົ່ງພຽງແມ່ນ້ຳແດງ ວ່າ:

ຫັນປ່ຽນກ່ຽວກັບຊັບພະຍາກອນມະນຸດ ຕ້ອງໄປກ່ອນບາດກ້າວຫນຶ່ງ, ຕ້ອງມີຄວາມເອົາໃຈໃສ່ເຖິງຊັບພະຍາກອນມະນຸດມີຄຸນນະພາບສູງ, ການສຶກສາຂັ້ນມະຫາວິທະຍາໄລ ແລະ ການສອນວິຊາຊີບ, ຫັນການພັດທະນາການບໍລິການ, ວຽກເຮັດງານທຳຂອງ ເຂດທົ່ງພຽງແມ່ນ້ຳແດງໃຫ້ທັນສະໄຫມ, ເພີ່ມທະວີການເຊື່ອມຕໍ່ກັບຕະຫລາດແຮງງານບັນດາເຂດອື່ນ ແລະ ປະເທດພັດທະນາ”

ກໍ່ສ້າງເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດກຳລັງຫນູນພັດທະນາແຖວຫນ້າ - ảnh 2ທ່ານ ຫງວຽນຈິຢູ໋ງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ:VOV)

 ການນຳບັນດາແຂວງ, ນະຄອນຄື: ຮ່າໂນ້ຍ, ກວ໋າງນິງ, ຫາຍຟ່ອງ, ຮ່ານາມ.. ກໍ່ຍົກອອກບັນດາມາດຕະການພັດທະນາບັນດາທ້ອງຖິ່ນຕາມການວາງແຜນກຳນົດພັດທະນາ ເຂດທົ່ງພຽງແມ່ນ້ຳແດງ. ບັນດາມາດຕະການນັ້ນລວມມີ: ກໍ່ສ້າງ ຮ່າໂນ້ຍ ໃຫ້ກາຍເປັນນະຄອນອັດສະລິຍະ, ທັນສະໄຫມ, ມີສີສັນ, ກຳລັງຫນູນຊຸກຍູ້ການພັດທະນາເຂດ ແລະ ທົ່ວປະເທດ; ພັດທະນາເສດຖະກິດທະເລຫາຍຟ່ອງ ແບບຍືນຍົງ  ຕາມທິດເຕີບໂຕຂຽວ ເພື່ອໃຫ້ກາຍເປັນສູນຕົວເມືອງ -ການບໍລິການ -ການທ່ອງທ່ຽວ ເຊື່ອມຕໍ່ກັບພາກພື້ນ ແລະໂລກ; ດຶງດູດການລົງທຶນ ເພື່ອໃຫ້ແຂວງ ຮ່ານາມ ພັດທະນາໃນຂົງເຂດປັນຍາປະດິດ, ຫັນເປັນອັດຕະໂນມັດ, ເຕັກໂນໂລຊີຊີວະສາດ ແລະ ບັນດາຜະລິດຕະພັນອຸດສາຫະກຳໃຫມ່.  ພິເສດ ການນຳວິສາຫະກິດຫລາຍແຫ່ງ, ອົງການຈັດຕັ້ງສາກົນ ກໍ່ຍົກອອກບັນດາມາດຕະການຢ່າງສຸດຈິດສຸດໃຈເພື່ອພັດທະນາ ເຂດທົ່ງພຽງແມ່ນ້ຳແດງ.

ກອງປະຊຸມຜັນຂະຫຍາຍໂຄງການດຳເນີນງານຂອງລັດຖະບານ ແຫ່ງການປະຕິບັດມະຕິເລກທີ 30 ລົງວັນທີ 23 ພະຈິກປີ 2022 ຂອງກົມການເມືອງກ່ຽວກັບທິດທາງການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ ເຂດທົ່ງພຽງແມ່ນ້ຳແດງ ຮອດປີ 2030, ວິໄສທັດຮອດປີ 2045 ແມ່ນກອງປະຊຸມຄັ້ງທີ 6 ຂອງລັດຖະບານ, ຜັນຂະຫຍາຍໂຄງການດຳເນີນງານແຫ່ງການປະຕິບັດບັນດາມະຕິຂອງກົມການເມືອງກ່ຽວກັບການພັດທະນາບັນດາເຂດໃນທົ່ວປະເທດ. ໂດຍປະຕິບັດຕາມເນື້ອໃນຈິດໃຈຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ວ່າ: ຂັ້ນເທິງ, ລຸ່ມເປັນຈິດຫນຶ່ງໃຈດຽວ, ສາຍຕັ້ງສາຍຂວາງລຸລ່ວງ” ກ່ຽວກັບການພັດທະນາ ເຂດທົ່ງພຽງແມ່ນ້ຳແດງ ຈະເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງສຸດຂີດເພື່ອພັດທະນາວ່ອງໄວ, ຍືນຍົງ, ກາຍເປັນເຂດເສດຖະກິດກຳລັງຫນູນແຖວຫນ້າຢ່າງແທ້ຈິງ, ນຳພາວິວັດທະນາການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່  ແລະການຫັນປ່ຽນຮູບແບບການເຕີບໂຕຂອງຫວຽດນາມຮອດປີ 2030, ວິໄສທັດຮອດປີ 2045./.

ຕອບກັບ

ຂ່າວ/ບົດ​ອື່ນ