ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ. ເກົາຫຼີ: ນຳການຮ່ວມມື 3 ຝ່າຍຂຶ້ນສູ່ລະດັບສູງໃໝ່

(VOVWORLD) - ວັນທີ 18 ສິງຫາ, ຢູ່ຄ້າຍ David, ລັດ Maryland (ປະເທດ ອາເມລິກາ), ໄດ້ຈັດກອງປະຊຸມສຸດຍອດ 3 ຝ່າຍ ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ. ນີ້ແມ່ນກອງປະຊຸມສຸດຍອດ 3 ຝ່າຍຄັ້ງທຳອິດໄດ້ຈັດຂຶ້ນແບບເອກະລາດ ແທນທີ່ໄດ້ຈັດຢູ່ນອກເຫດການການທູດຫຼາຍຝ່າຍຄັ້ງຕ່າງໆ.
ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ. ເກົາຫຼີ: ນຳການຮ່ວມມື 3 ຝ່າຍຂຶ້ນສູ່ລະດັບສູງໃໝ່ - ảnh 1ການນຳ 3 ປະເທດ ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ (ພາບ:AFP/TTXVN)

 ວົງການຜູ້ສັງເກດການໄດ້ໃຫ້ຂໍ້ສັງເກດວ່າ, ກອງປະຊຸມໄດ້ເປີດລະດັບໃໝ່ໃນການພົວພັນສຳພັນທະມິດ ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ, ສ້າງພື້ນຖານໃຫ້ແກ່ການພົວພັນສາມຝ່າຍກ້ວາງຂວາງກ່ວາ, ເລິກເຊິ່ງກ່ວາ ແລະ ຫຼາຍກ່ວາໃນໄລຍະຈະມາເຖິງ.

        ໃນປະຫວັດສາດ, ອາເມລິກາ, ຍີ່ປຸ່ນ, ສ ເກົາຫຼີ ໄດ້ຈັດກອງປະຊຸມ 3 ຝ່າຍທັງໝົດ 12 ຄັ້ງ, ເລີ່ມແຕ່ກອງປະຊຸມສຸດຍອດ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ໃນປີ 1994. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາການພົບປະນັ້ນລ້ວນແຕ່ໄດ້ຈັດຢູ່ນອກເຫດການການທູດຫຼາຍຝ່າຍ. ກອງປະຊຸມສຸດຍອດຈັດຂຶ້ນຢູ່ຄ້າຍ David ຄັ້ງນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມ 3 ຝ່າຍກາຍເປັນເຫດການເອກະລາດ.

ຈຸດເວລາທີ່ເໝາະສົມ

        ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ພ້ອມກັບຄູ່ຕຳແໜ່ງ ສ ເກົາຫຼີ ທ່ານ Yoon Suk-yeol  ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida. ນີ້ແມ່ນຄັ້ງທຳອິດທີ່ ທ່ານປະທານາທິບໍດີ ອາເມລິກາ Joe Biden ຕ້ອນຮັບບັນດາການນຳຕ່າງປະເທດ ຢູ່ຄ້າຍ David, ທຳນຽບຢູ່ເຂດບ້ານນາຂອງ ທ່ານປະທານາທິບໍດີ ອາເມລິກາ, ນັບແຕ່ເວລາທ່ານຮັບດຳລົງຕຳແໜ່ງໃນປີ 2021.

        ກອງປະຊຸມໄດ້ຈັດຂຶ້ນຕາມການສະເໜີຂອງ ທ່ານປະທານາທິບໍດີ Joe Biden ໃນຂະນະທີ່ການນຳ 3 ທ່ານໄດ້ພົບປະຢູ່ນອກກອງປະຊຸມສຸດຍອດ ກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ (G7) ຢູ່ປະເທດ ຍີ່ປຸ່ນ ໃນເດືອນພຶດສະພາ 2023. ໃນເວລານັ້ນ, ການນຳ 3 ທ່ານໄດ້ເຫັນດີເປັນເອກະພາບ ນຳການຮ່ວມມື 3 ຝ່າຍ “ຂຶ້ນສູ່ລະດັບສູງໃໝ່”, ເພີ່ມທະວີການຮ່ວມມືຍຸດທະສາດ ກ່ອນອັນທີ່ເອີ້ນວ່າ “ໄພນາບຂູ່ດ້ານນິວເຄຼຍ ແລະ ລູກສອນໄຟ” ຈາກ ສປປ ເກົາຫຼີ ກໍ່ຄືຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍສາກົນເສລີ ແລະ ເປີດກ້ວາງ ໂດຍອີງໃສ່ລະບຽບກົດໝາຍ.

          ວົງການນັກໄຈ້ແຍກຖືວ່າ ກອງປະຊຸມໄດ້ດຳເນີນໃນຈຸດເວລາທີ່ເໝາະສົມ, ໃນຂະນະທີ່ ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ຫັນການພົວພັນຮ່ວມມືສອງຝ່າຍເປັນປົກກະຕິໃນຕົ້ນປີ 2023 ນີ້, ແກ້ໄຂບັນດາຄວາມບໍ່ລົງລອຍກັນ ກ່ຽວກັບບັນຫາຜືນແຜ່ນດິນ ແລະ ປະຫວັດສາດທີ່ເຄີຍເປັນຜົນສະທ້ອນເຖິງການພົວພັນດ້ານຄວາມໝັ້ນຄົງ ແລະ ການຄ້າ. ນອກຈາກນັ້ນ, ການນຳ 3 ປະເທດກໍ່ມີທັດສະນະທີ່ຄ້າຍຄືກັນກ່ຽວກັບຫຼາຍບັນຫາຢູ່ພາກພື້ນ ອາຊີຕາເວັນອອກສ່ຽງເໜືອ; ລ້ວນແຕ່ໄດ້ຍົກອອກຍຸດທະສາດສະເພາະສຳລັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ທັງສາມທ່ານລ້ວນແຕ່ຮັບຮູ້ໄດ້ວ່າ ສຳພັນທະມິດ, ການເຊື່ອມຕໍ່ຢ່າງແໜ້ນແຟ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ ຈະແມ່ນປະຖົມປັດໄຈສະດວກທີ່ສຸດເພື່ອຫັນບັນດາການຄິດໄລ່ຊັ່ງຊາຍຸດທະສາດໃນໄລຍະຈະມາເຖິງໃຫ້ປະກົດຜົນເປັນຈິງສຳເລັດຜົນ.

ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ. ເກົາຫຼີ: ນຳການຮ່ວມມື 3 ຝ່າຍຂຶ້ນສູ່ລະດັບສູງໃໝ່ - ảnh 2ທ່ານ John Kirby, ຜູ້ປະສານງານຮັບຜິດຊອບດ້ານສື່ສານຍຸດທະສາດຂອງສະພາຄວາມໝັ້ນຄົງແຫ່ງຊາດ (ພາບ:Reuters)

ສ້າງພື້ນຖານໃຫ້ແກ່ການຮ່ວມມືທີ່ເລິກເຊິ່ງ, ກ້ວາງຂວາງ

        ຕາມທ່ານ Antony Blinken, ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ແລ້ວ,  ທີ່ກອງປະຊຸມ, ບັນດາການນຳໄດ້ປຶກສາຫາລື ກ່ຽວກັບບັນດາບັນຫາບຸລິມະສິດເຊິ່ງສາມປະເທດມີຄວາມສົນໃຈ, ຄື: ຄວາມໝັ້ນຄົງດ້ານເສດຖະກິດ, ເຕັກໂນໂລຊີຫາກໍພົ້ນເດັ່ນ, ໜູນຊ່ວຍມະນຸດສະທຳ ແລະ ບັນດາໂຄງການພັດທະນາ; ເຕື້ອງເຖິງວິທີການເພື່ອ “ຫັນເປັນລະບອບລະບຽບການ” ກົນໄກແມ່ ກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ 3 ປະເທດ ກ່ວາອີກ. ກົນໄກນີ້ໄດ້ສວມບົດບາດຈຳເປັນ ໃນການຮັກສາຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບຢູ່ພາຍໃນ ແລະ ພາຍນອກພາກພື້ນ ອາຊີ.

   ຕາມທ່ານ John Kirby, ຜູ້ປະສານງານຮັບຜິດຊອບດ້ານສື່ສານຍຸດທະສາດຂອງສະພາຄວາມໝັ້ນຄົງແຫ່ງຊາດແລ້ວ, ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ ຈະຍົກການພົວພັນຮ່ວມມື 3 ຝ່າຍຂຶ້ນສູ່ລະດັບສູງໃໝ່. ໃນຂະນະນັ້ນ, ທ່ານ Kurt Campbell, ຜູ້ປະສານງານຂອງທຳນຽບຂາວ ຮັບຜິດຊອບພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ໄດ້ໃຫ້ຂໍ້ສັງເກດວ່າ: ກອງປະຊຸມເພື່ອແນໃສ່ນຳບັນດາຂໍ້ລິເລີ່ມທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງ ເພື່ອຮັກສາຄວາມຄືບໜ້າໃນການພົວພັນລະຫວ່າງສາມປະເທດ ສຳພັນທະມິດ. ທ່ານ Kurt Campbell ໄດ້ຊີ້ແຈ້ງວ່າ ຈຸດປະສົງຕົ້ນຕໍຂອງກອງປະຊຸມສຸດຍອດເອກະລາດຄັ້ງທຳອິດລະຫວ່າງສາມປະເທດ ຢູ່ຄ້າຍ David ໄດ້ເຮັດໃຫ້ການຮ່ວມມືສາມຝ່າຍ “ເປີດກ້ວາງ, ເລິກເຊິ່ງ, ໜາແໜ້ນກ່ວາອີກ”.

        ສ່ວນສຳລັບຝ່າຍສຳພັນທະມິດຂອງ ອາເມລິກາ ແລ້ວ, ເມື່ອແລກປ່ຽນກັບວົງການນັກຂ່າວໃນທ້າຍອາທິດກ່ອນ, ທ່ານ Kim Tae Hyo, ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສ ເກົາຫຼີ ໄດ້ເນັ້ນໜັກວ່າ: ການທາບທາມຄວາມເຫັນສາມຝ່າຍລະຫວ່າງ ສ ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ຈະມີສີສັນສະເພາະ, ຈະແຈ້ງ, ດ້ວຍຖານະເປັນອົງການຮ່ວມມືຢູ່ມະຫາສະໝຸດອິນເດຍ - ປາຊີຟິກ.

        ໃນຂະນະນັ້ນ, ວັນທີ 17 ສິງຫາ, ເມື່ອກ່າວຄຳເຫັນກ່ອນທີ່ເດີນທາງໄປ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ຢັ້ງຢືນວ່າ: ບັນດາມາດຕະຖານສາກົນທີ່ໄດ້ຮັບການສ້າງຂຶ້ນໂດຍອີງໃສ່ຄວາມເສລີ ແລະ ການເປີດເຜີຍພວມຖືກຄອນແຄນ, ການພົວພັນສອງຝ່າຍລະຫວ່າງ ຍີ່ປຸ່ນ ກັບ ອາເມລິກາ ແລະ ສ ເກົາຫຼີ ພວມຢູ່ໃນໄລຍະດີທີ່ສຸດ, ຈະແມ່ນພື້ນຖານຂອງກາລະໂອກາດປະຫວັດສາດ ເພື່ອປັບປຸງການພົວພັນຍຸດທະສາດລະຫວ່າງສາມປະເທດ.

        ຄ້າຍ David - ທຳນຽບຢູ່ເຂດບ້ານນາຂອງປະທານາທິບໍດີ ອາເມລິກາ, ຊຶ່ງເຄີຍເປັນບ່ອນຈັດຫຼາຍເຫດການພົ້ນເດັ່ນ, ຄື: ການເຈລະຈາຄັ້ງປະຫວັດສາດໃນໄລຍະສົງຄາມໂລກຄັ້ງທີ 2 ລະຫວ່າງການນຳ ອາເມລິກາ ແລະ ອັງກິດ ຫຼື ການເຈລະຈາສັນຕິພາບລະຫວ່າງການນຳ ອິດສະຣາແອນ ແລະ ບັນດາປະເທດບ້ານໃກ້ເຮືອຄຽງ ອາຣັບ… ແລະ ຫາງສຽງ ອາເມລິກາ, ຍີ່ປຸ່ນ, ສ ເກົາຫຼີ ໄດ້ເຊື່ອໝັ້ນວ່າ: ຄ້າຍ David ຈະໄດ້ຮັບຮູ້ຄືດັ່ງສະຖານທີ່ປະຫວັດສາດດ້ານການທູດຂອງສະຕະວັດທີ XXI, ເປີດສັງກະລາດໃໝ່ ໃຫ້ແກ່ການຮ່ວມມືສາມຝ່າຍ, ນຳການຮ່ວມມື ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ