ການຄ້າ ແລະ ເຊື່ອມໂຍງເຂົ້າໃນພາກພື້ນ ອາຊີ - ປາຊີຟິກ ໃນໄລຍະໃໝ່

​(vovworld) - ​ສະ​ຖາ​ບັນນະ​ໂຍບາຍ​ສັງກັດ​ສະມາຄົມ ອາຊີ (Asia Society Institute) ຢູ່ ອາ​ເມລິ​ກາ ຫາ​ກໍ່​ຈັດ​ຕັ້ງ​ເຫດການ​ປະກາດ​ບົດ​ລາຍ​ງານ​ “ກຳນົດ​ເສັ້ນທາງ​ໃຫ້ການ​ເຊື່ອ​ມ​ໂຍງ​ເສດຖະກິດ - ການ​ຄ້າ​ໃນພາກ​ພື້ນ ອາຊີ - ປາຊີ​ຟິກ”. ສະພາບການ​ຄ້າ​ທົ່ວ​​ໂລກ​ເວົ້າ​ລວມ ​ແລະ ພາກ​ພື້ນປາຊີ​ຟິກ ​ເວົ້າ​ສະ​ເພາະ ປະຈຸ​ບັນພວມ​ຖືກຜົນ​ກະທົບ​ຈາກ​ສິ່ງ​ທ້າ​ທາຍຫລາຍ​ຢ່າງ, ບົດ​ລາຍ​ງານ ວາງ​ອອກ​ໜ້າ​ທີ່ໃຫ້​ພາກ​ພື້ນ ຕ້ອງ​ຊອກຫາ​ທິດ​ທາງ​ໃໝ່​ໃຫ້ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ຢ່າ​ງຮີບ​ດ່ວນ​.

ການຄ້າ ແລະ ເຊື່ອມໂຍງເຂົ້າໃນພາກພື້ນ ອາຊີ - ປາຊີຟິກ ໃນໄລຍະໃໝ່ - ảnh 1
ເຫດການ​ປະກາດ​ບົດ​ລາຍ​ງານ​ “ກຳນົດ​ເສັ້ນທາງ​ໃຫ້ການ​
ເຊື່ອ​ມ​ໂຍງ​ເສດຖະກິດ - ການ​ຄ້າ​ໃນພາກ​ພື້ນ ອາຊີ - ປາຊີ​ຟິກ”
(ພາບ: TTXVN)

ການ​ຄ້າ​ໃນ​ທົ່ວ​ໂລກ​ໄດ້​ຕົກ​ຕ່ຳ, ບັນດາ​ສັນຍາ​ການ​ຄ້າ​ໃນ​ປະຈຸ​ບັນ ບໍ່ສາມາດ​ທ່ວງທັນ​ກັບການ​ພັດທະນາ​ຂອງ​ການ​ຄ້າ, ພິ​ເສດ​ແມ່ນກະ​ແສ​ຟອງປະຊາຊົນມີ​ຄວາມ​ລະ​ແວງ​ສົງ​ໄສ, ຊ້ຳ​ບໍ່​ໜຳ​ແມ່ນ​ຕ້ານ​ການ​ຫັນ​ການ​ຄ້າ​ເປັນ​ເສລີ ​ແລະ ຫັນ​ເປັນ​ໂລກາ​ພິວັດ​ພວມນັບ​ມື້​ນັບ​ແຮງຂຶ້ນ, ຊຶ່ງສະ​ແດງ​ອອກຜ່ານ​ໝາກຜົນການ​ລົງ​ປະຊາ​ມະຕິ​ເລື່ອງ ອັງກິດ ຖອນ​ອອກ​ຈາກ ອີ​ຢູ  ​ແລະ ການ​ເລືອ​ກຕັ້ງ​ປີ 2016 ຢູ່ ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ ຖອນ​ອອກ​ຈາກ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP)…ບັນດາສິ່ງ​ດັ່ງ​ກ່າວ ​ພວມ​ຕັ້ງນະ​ໂຍບາຍ​​ດ້ານການ​ຄ້າຂອງ​ພາກ​ພື້ນ ອາຊີ - ປາຊີ​ຟິກ ຢືນ​ຢູ່​ຕໍ່ໜ້າ​ບັນດາ​ບາດ​ລ້ຽວທີ່ສຳຄັນ.

ຊອກ​ຫາ​ທິດ​ທາງ​ໃໝ່​ໃຫ້ການ​ເຊື່ອ​​ມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ

        ຕໍ່ໜ້າ​ບັນດາ​ການ​ປ່ຽນ​ແປງ​ຂອງ​ໂລກ ທີ່ສົ່ງ​ຜົນ​ກະທົບ​ບໍ່​ໜ້ອຍ​ເຖິງການ​ຄ້າ​​ໃນ​ທົ່ວ​ໂລກ, ພາກ​ພື້ນ ອາຊີ - ​ປາຊີ​ຟິກ ຈຳ​ເປັນ​ຕ້ອງ​ຊອກ​ຫາ​ທິດທາງ​ໃໝ່​ໃຫ້​ຕົນ​ເອງ ​ເພື່ອ​ແບກຫາບຄວາມ​ຮັບຜິດຊອບ​ແມ່ນ​ພາກ​ພື້ນ​ປະກອບ​ເກືອບ 60% GDP ​ໃນ​ທົ່ວ​ໂລກ ​ແລະ ກວມ​ເກືອບ 50% ມູນ​ຄ່າການ​ແລກປ່ຽນ​ຄ້າຂາຍ​ໃນ​ໂລກ.

        ​ເພາະສະ​ນັ້ນ, ບົດ​ລາຍ​ງານ ​ໂດຍ​ບັນດາ​ນັກ​ຊ່ຽວຊານຊັ້ນ​ນຳ​ກ່ຽວ​ກັບດ້ານ​ການ​ຄ້າ​ພາກ​ພື້ນ ອາຊີ - ​ປາຊີ​ຟິກ, ຍົກ​ອອກຂໍ້​ສະ​ເໜີ​ແນະ​ໃຫ້​ບັນດານັກ​ວາງນະ​ໂຍບາຍ​ອາຊີ - ປາຊີ​ຟິກ ຄວນ​ຖື​​ບັນ​ດາ​ສັນຍາ​ການ​ຄ້າມີ​ມາດຕະຖານ​ສູງ ສືບ​ຕໍ່​ແມ່ນວິທີ​ແກ້​ໄຂ​ດີ​ທີ່​ສຸດ ​ເພື່ອ​ຊຸກຍູ້​ການ​ເຊື່ອ​ມ​ໂຍງ​​ເສດຖະກິດ​ພາກ​ພື້ນ. ຕາມ​ນັ້ນ​ແລ້ວ ສືບ​ຕໍ່​ນຳ​ໃຊ້​ຮູ​ບ​ແບບ​ມາດຕະຖານ​ສູງ​ຂອງ TPP ຢູ່​ພາກ​ພື້ນ, ລວມມີ​ທັງ​ເລື່ອງ​ນຳ​ບັນດາ​ມາດຕະຖານ​ນີ້ ​ເຂົ້າ​​ການ​ປະຕິຮູບ​ຂອງ​ແຕ່ລະ​ປະ​ເທດ ​ແລະ ​ເຂົ້າ​ໃນ​ບັນດາ​ຂອບ​ເຂດ​​ເຈລະຈາ 2 ຝ່າ​ຍ, ຫລາຍ​ຝ່າຍ​ອື່ນໆ; ພ້ອມ​ກັນ​ນັ້ນ ​ແມ່ນ​ເລື່ອງ​ເພີ່ມ​ທະວີ​ມາດ​ຕະຖານ​ໃນ​ວິວັ​ດການ​ເຈລະ​ຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP), ​ເດີນ​ຕາມ​ບັນດາ​ໂອ​ກາດຫັນ​ການຄ້າພາກ​ພື້ນ​ເປັນ​ເສລີ ​ໂດຍ​ຜ່ານ​ຄວາ​ມາ​ນະພະ​ຍາ​ຍາມ 2 ຝ່າຍ, ຫລາຍ​ຝ່າຍ, ພິ​ເສດ​ແມ່ນ​ຢູ່​ບັນດາ​ເວທີ​ປາ​ໄສ​ຄື APEC.

        ທີ່​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟ​ິກ (APEC) ຊຶ່ງ​ດຳ​ເນີນ​ໃນ​ທ້າຍ​ປີ 2016 ຢູ່​ປະ​ເທດ ​ເປຣູ, ບັນດາ​ການ​ນຳ​ລ້ວນ​ແຕ່​ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຄືນ​ໃໝ່ ຈະ​ຍຶດໝັ້ນ​ກັບ​​ເລື່ອງ​ຫັນ​ການ​ຄ້າ​ເປັນ​ເສລີ. ​ເຖິງ​ວ່າ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍບາຍ​ຂອງ​ອຳນາດ​ການ​ປົກຄອງ​ໃໝ່​ຂອງ ອາ​ເມ​ລິ​ກາ ກໍ່ຕາມ ​ແຕ່​ບັນດາ​ການ​ນຳ​ຂອງ 21 ພື້ນຖານ​ເສດຖະກິດ​ສະມາຊິກ APEC ລ້ວນ​ແຕ່​ຖື​ວ່າ: ​ເລື່ອງ ອາ​ເມ​ລິ​ກາ ຖອນ​ອອກ​ຈາກ TPP ບໍ່​ສາມາດ​ສົ່ງ​ຜົນ​ສະທ້ອນ​ຕໍ່​ເປົ້າ​ໝາຍ​ສຸຸມ​ໃສ່​ຊຸກຍູ້​ຫັນ​ການ​ຄ້າ​ເປັນ​ເສລີ ​ແລະ ບັນດາ​ຂໍ້​ຕົກ​ລົງ​ກາ​ນຄ້າ​ເສລີ (FTA).

ມີຫລາຍ​ການ​ເລືອກ​ເຟັ້ນການ​ຄ້າ​ອື່ນໆ

        ປະຈຸ​ບັນ ຫລາຍ​ປະ​ເທດ​ພວມ​ຊອກ​ຫາ​ບັນດາ​ຂໍ້​ຕົກ​ລົງ​ການ​ຄ້າ​ເສລີ​ອື່ນ ​ເພື່ອ​ທົດແທນ​ໃຫ້ TPP, ​ໃນ​ນັ້ນ ຂໍ້​ຕົກ​ລົງ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP), ທີ່​ເຕົ້າ​ໂຮມ 10 ປະ​ເທດ ອາ​ຊຽນ ພ້ອມກັບ ຈີນ, ຍີ່ປຸ່ນ, ນິວຊີ​ແລນ ​ແລະ ອົດ​ສະ​ຕາ​ລີ, ​ເບິ່ງ​ຄື​ວ່າ ພວມ​​ແມ່ນ​ການ​ເລືອກ​ເຟັ້ນ​ມີ​ປະສິດທິ​ຜົນທີ່​ສຸດ. ວິວັດ​ການ​ເຈລະຈາ RCEP ຍັງ​ຄົງ​ສືບຕໍ່ດຳ​ເນີນ ​ແລະ ຄາດ​ວ່າ ຈະ​ສິ້ນ​ສຸດ​ລົງ​ໃນ​ກາງ​ປີ​ນີ້. ຖ້າ​ຫາກວ່າ ສັນ​ຍາ TPP ເລັ່ງ​ໃສ່​ບັນ​ດາ​ຂົງ​ເຂ​ດ​ສຳ​ຄັນ​ທີ່​ມີ​ຕໍ່​ບັນ​ດາ​ປະ​ເທດ​ພັດ​ທະ​ນາ, ຍົກ​ຕົວ​ຢ່າງ​ຄື ບັນ​ດາ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ, ບັນ​ດາ​ມາດ​ຕະຖານ, ຂໍ້​ກຳ​ນົດ ແລະ ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍານັ້ນ, ສັນ​ຍາ RCEP ກໍ​ເລັ່ງ​ໃສ່​ຕົ້ນ​ຕໍ​ເຂົ້າ​ໃນ​ການຫຼຸດ​ຜ່ອນ​ພາ​ສີ​ອາກອນ ແລະ ຫັນ​ການ​ບໍ​ລິ​ການ​ເປັນ​ເສ​ລີ. ຕາມ​ບັນ​ດາ​ນັກ​ສັງ​ເກດ​ການ​ແລ້ວ, ສິ່ງ​ນີ້ບໍ່​ໝາຍ​ຄວາມ​ວ່າ ສັນ​ຍາ RCEP ບໍ່​ມັກ​ໃຫຍ່​ໃຝ່​ສູງກວ່າ ສັນ​ຍາ TPP, ແຕ່​ກົງ​ກັນ​ຂ້າມ, ສັນ​ຍາ RCEP ບໍ່​ມີ​ການ​ຈຳ​ແນກ​ປະ​ພຶດ, ຍົກ​ຕົວ​ຢ່າງ​ຄື ວາງ​ອອກ​ບັນ​ດາ​ມາດ​ຕະ​ຖານ​ຂອງ “ ປະ​ເທດ​ພັດ​ທະ​ນາ ” ຊຶ່ງ​ບັນ​ດາ​ປະ​ເທດ​ຫວັງ​ຢາກ​ເຂົ້າ​ຮ່ວມ​ສັນ​ຍາ​ຕ້ອງ​ຕອບ​ສະ​ໜອງ​ຕາມ. ຍົກ​ຕົວ​ຢ່າງ​ຄື​ຫັນ​ການ​ຄ້າ​ຂາຍ​ສິນ​ຄ້​າເປັນ​ເສ​ລີ 100%ດ້ວຍ​ຂອບ​ເຂດ​ນຳ​ໃຊ້​ຢ່າງ​ຮອບ​ດ້ານ, ຈະ​ຊ່ວຍ​​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ຄ້າ​ໃນພາກ​ພື້ນ, ສົ່ງ​ເສີມ​ການ​ຮ່ວມ​ມື. ຈີນ, ຊຶ່ງ​ແມ່ນ​ປະ​ເທດ​ເຄີຍ​ຖືກ​ປັດ​ເຂ່ຍ​ອອກ​ຈາກ ສັນ​ຍາ TPP, ແນ່ນອນ​ວ່າ​ພວມ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດນີ້​ເພື່ອ​ຟື້ນ​ຟູ​ຮູບ​ພາບ​ດ້ານ​ການ​ຄ້າ​ຢູ່​ອາ​ຊີ​ດ້ວຍ​ການ​ຊຸກ​ຍູ້​ບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ​ສະ​ເພາະ​ຂອງ​ຕົນ. ນອກ​ຈາກ ສັນ​ຍາ RCEP ແລ້ວ, ເພື່ອ​ເພີ່ມ​ທະ​ວີ​ການ​ສົ່ງ​ຜົນ​ສະ​ທ້ອນ​ໃນ​ພາກ​ພື້ນ, ປັກ​ກິງ​ພວມ​ຍູ້​ໄວ​ໂຄງ​ການ​ເຂດ​ການ​ຄ້າ​ເສ​ລີ ອາ​ຊີ-ປາ​ຊີ​ຟິກ (FTAAP) ຊຶ່ງ​ເຕົ້າ​ໂຮມ 21 ປະ​ເທດ​ສະ​ມາ​ຊິກ APEC.

     ຕາມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, ໃນພື້ນ​ຖານເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ເລື່ອງ​ອາ​ເມ​ລິ​ກາ​ຊຶ່ງ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່ກວ່າ​ໝູ່​ໃນ​ໂລກ​ໄດ້​ຫັນ​ໄປ​ສູ່​ລັດ​ທິ​ປົກ​ປ້ອງນັ້ນ, ແນ່ນອນ​ວ່າ ຈະ​ສົ່ງ​ຜົນ​ກະ​ທົບ​ບໍ່​ໜ້ອຍ​ເຖິງ​ການ​ຄ້າ​ທົ່ວ​ໂລກ, ກົດ​ໜ່ວງ​ການ​ຄ້າ ແລະ ການ​ລົງ​ທຶນ. ໃນ​ສະ​ພາ​ວະ​ທີ່​ບັນ​ດາ​ເຫດ​ການ​ປັ່ນ​​ປ່ວນ​ໄດ້, ພວມ ແລະ ຈະ​ເກີດ​ຂຶ້ນ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ, ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ​ຄວນ​ສືບ​ຕໍ່​ສວມ​ບົດ​ບາດ​ໃຈ​ກາງ ແລະ ປະ​ສານງານໃນ​ພາກ​ພື້ນນີ້ ປຽບ​ເໝືອນ​ສະ​ຫະ​ພັນເສດ​ຖະ​ກິດ​ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມີ​ຜົນ​ສະ​ທ້ອນຫຼາຍ​ທີ່​ສຸດ​ໃນ​ພາກ​ພື້ນ, ແນ​ໃສ່ສ້າງປະ​ຊາ​ຄົມ​ວັດ​ທະ​ນາ​ຖາ​ວອນ ແລະ ຂະ​ຫຍັນ​ຂັນ​ເຄື່ອນ​. ດ້ວຍ​ຂໍ້​ຕົກ​ລົງ FTA ກວ່າ 140 ສະ​ບັບ ທີ່​ມີ​ຢູ່​ແລ້ວລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ, ພ້ອມ​ກັບ​ບັນ​ດາ​ໂຄງ​ການ​ສ້າງ​ຄວາມ​ສະ​ດວກ​ແກ່​ການ​ຄ້າ​ຄື RCEP , ເວ​ທີ​ປາ​ໄສ​ຮ່ວມມື APECຍັງ​ຄົງ​ໄດ້​ຮັບ​ຖື​ວ່າ ແມ່ນ​ຂອບ​ເຂດ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ແລກ​ປ່ຽນ​ແນວ​ຄວາມ​ຄິດ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ ແນ​ໃສ່​ຊຸກ​ຍູ້​ການ​ຄ້າ, ພິ​ເສດ​ໃນ​ສະ​ພາບການ​ໂລກ​ພວມ​ມີ​ການ​ຜັນ​ປ່ຽນ​ຄື​ປະ​ຈຸ​ບັນ. /.

ຕອບກັບ

ຂ່າວ/ບົດ​ອື່ນ