ການທູດຮ່ວມເດີນທາງພ້ອມກັບວິສາຫະກິດຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອເຊື່ອມໂຍງສາກົນ

(VOVWORLD) -ກອງປະຊຸມທູດຄັ້ງທີ 30 ຖືກໄຂຂຶ້ນໃນວັນທີ 13 ສິງຫາ ຢູ່ຮ່າໂນ້ຍ. ໜຶ່ງໃນຈຳນວນ 4 ໜ້າທີ່ຈຸດສຸມຂອງກອງປະຊຸມຄັ້ງນີ້ແມ່ນການທູດສືບຕໍ່ສວມບົດບາດຍູ້ແຮງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ໃນສະພາບການໂລກພວມມີການປ່ຽນແປງສັບສົນຫຼາຍຢ່າງ, ໜູນຊ່ວຍປະຊາຄົມວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກໃນສະພາບມີການແກ່ງແຍ້ງ, ສິ່ງທ້າທາຍຫຼາຍຢ່າງ.
ການທູດຮ່ວມເດີນທາງພ້ອມກັບວິສາຫະກິດຫວຽດນາມ  ຜ່ານຜ່າຄວາມຫຍຸ້ງຍາກເພື່ອເຊື່ອມໂຍງສາກົນ - ảnh 1 (ກອງປະຊຸມທູດຄັ້ງທີ 30 ຖືກໄຂຂຶ້ນໃນວັນທີ 13 ສິງຫາ ຢູ່ຮ່າໂນ້ຍ)

ດ້ວຍຫົວຂໍ້ວ່າ “ການທູດຫວຽດນາມ: ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ”, ກອງປະຊຸມການທູດຄັ້ງນີ້ໄດ້ສຸມໃສ່ຕີລາຄາສະພາບການໂລກ, ຍູ້ແຮງວຽກງານກໍ່ສ້າງຂະແໜງການ, ຍົກລະດັບການທູດຫຼາຍຝ່າຍ, ຍູ້ແຮງວິວັດການເຊື່ອມໂຍງ, ຊຸກຍູ້ການພັດທະນາເສດຖະກິດຂອງປະເທດຊາດໃນໄລຍະຈະມາເຖິງ.

ຕີລາຄາຢ່າງຖືກຕ້ອງເພື່ອໜູນຊ່ວຍຢ່າງຖືກທິດ

        ໃນໄລຍະຜ່ານມາ, ກະຊວງການຕ່າງປະເທດໄດ້ສົມທົບກັບບັນດາກະຊວງ, ຂະແໜງການສ້າງຕັ້ງ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານກັບ 27 ຄູ່ຮ່ວມມື; ຊຸກຍູ້ການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີ 16 ສະບັບ. ນີ້ແມ່ນບັນດາປະຖົມປັດໄຈດ້ານການເມືອງ, ເສດຖະກິດ ແລະ ນິຕິກຳທີ່ມີຄຸນຄ່າພິເສດເພື່ອໃຫ້ວິສາຫະກິດຫວຽດນາມ ສາມາດດຳເນີນທຸລະກິດຢ່າງສະເໝີພາບ, ມີຜົນປະໂຫຍດ ແລະ ໄດ້ຮັບບຸລິມະສິດຫຼາຍພໍສົມຄວນບົນເວທີສາກົນ. ພ້ອມກັນນັ້ນ, ບັນດາການຢ້ຽມຢາມຂັ້ນສູງກໍ່ກາຍເປັນກາລະໂອກາດເພື່ອໃຫ້ວິສາຫະກິດປະກົດຕົວ ແລະ ເຂົ້າຮ່ວມບັນດາເວທີປາໄສເສດຖະກິດຢ່າງເປັນປະຈຳ ແລະ ລົງນາມໃນບັນດາສັນຍາ, ໂຄງການໃຫຍ່ທີ່ມີມູນຄ່ານັບຕື້ USD.

        ເຖິງຢ່າງໃດກໍ່ຕາມ, ບົນເສັ້ນທາງແຫ່ງການເຊື່ອມໂຍງ, ບັນດາຜົນກະທົບຂອງສະພາບການໂລກໄດ້ເຮັດໃຫ້ວິສາຫະກິດກາຍເປັນເປົ້າໝາຍທຳອິດທີ່ຮັບບັນດາຄວາມສ່ຽງ. ສະເພາະພຽງການປະຕິວັດອຸດສາຫະກຳ 4.0 ກໍ່ໄດ້ມີບັນດາຜົນກະທົບຢ່າງໃຫຍ່ຫຼວງເຊິ່ງພວກເຮົາພວມເຫັນປະຈັກຕາໃນແຕ່ລະມື້. ການພັດທະນາຂອງເສດຖະກິດແບ່ງປັນ, ການຄ້າເອເລກໂຕນິກ, ການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ບັນດາຜະລິດຕະພັນອັດສະລິຍະ… ດ້ານອື່ນ, ອີກພຽງແຕ່ໃນ 2-3 ປີຈະມາເຖິງເທົ່ານັ້ນ, ຫວຽດນາມ ຈະເຂົ້າຮ່ວມສັນຍາການຄ້າເສລີລວມ 16 ສະບັບກັບ 59 ຄູ່ຮ່ວມມື ແລະ ຮອດເວລາປະຕິບັດບັນດາຄຳໝັ້ນສັນຍາເປີດປະຕູທີ່ໄດ້ຮັບການລົງນາມ. ເຮັດແນວໃດເພື່ອກ້າວຂຶ້ນໃນທ່າມກາງບັນດາຂໍ້ກຳກົດ, ລະບຽບກົດໝາຍ, ຂໍ້ບຸລິມະສິດນັ້ນ ກໍ່ແມ່ນຄຳຖາມໃຫຍ່ສຳລັບວິສາຫະກິດຫວຽດນາມ.

        ເປັນທີ່ຈະແຈ້ງແລ້ວວ່າ, ໃນສະພາບການໃໝ່ນັ້ນ, ເຮັດແນວໃດເພື່ອຊອກຫາທິດທາງການທູດດີທີ່ສຸດ ເພື່ອສາມາດຮຽງບ່າຮຽງໄຫຼ່ກັບວິສາຫະກິດຢ່າງແທດຈິງ ແມ່ນຄຳຖາມເຊິ່ງຂະແໜງການທູດ, ບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດຍາມໃດກໍ່ມີຄວາມເປັນຫ່ວງເປັນໄຍ.

ໜູນຊ່ວຍວິສາຫະກິດຫວຽດນາມ ບືນຕົວຂຶ້ນອອກສູ່ໂລກ

       ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມງອັກ ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີສ່ວນເກີນການຄ້າກັບອາເມລິກາ, ເຖິງຢ່າງໃດກໍ່ຕາມ, ໄລ່ລວມແລ້ວຍັງມີບັນດານະໂຍບາຍພື້ນຖານເປັນປົກກະຕິແລະ ສິ່ງດັ່ງກ່າວຕ້ອງມີຄວາມມານະພະຍາຍາມປະກອບສ່ວນຂອງບັນດາອົງການຕາງໜ້າດ້ານການທູດປະຈຳອາເມລິກາ.

        “ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ທີ່ຂຶ້ນກຳອຳນາດ ມີຫຼາຍສິ່ງບໍ່ສາມາດຄາດຄະເນກ່ອນໄດ້. ພວກຂ້າພະເຈົ້າໄດ້ວາງອອກເປົ້າໝາຍສຳຄັນແມ່ນ ຮັກສາສະພາບແວດລ້ອມທີ່ສະດວກເພື່ອພັດທະນາການພົວພັນລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ໃນນັ້ນມີການພົວພັນດ້ານການຄ້າ, ການລົງທຶນ. ພວກຂ້າພະເຈົ້າໄດ້ມານະພະຍາຍາມເພື່ອໃຫ້ການພົວພັນລະຫວ່າງ 2 ປະເທດເດີນຕາມທິດກ້າວຂຶ້ນ, ເປັນເຈົ້າການໃນການເຊື່ອມຕໍ່, ເພື່ອໃຫ້ອຳນາດການປົກຄອງໃໝ່ເຫັນໄດ້ວ່າ ຫວຽດນາມ ມີທີ່ຕັ້ງ, ບົດບາດສຳຄັນຢູ່ອາຊີ - ປາຊີຟິກ ແລະ ຫວຽດນາມ ມີຄວາມສຳຄັນສຳລັບອາເມລິກາ. ສິ່ງດັ່ງກ່າວໄດ້ສ້າງສະພາບແວດລ້ອມແຫ່ງຄວາມສະດວກລວມເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຄ້າ, ການລົງທຶນ, ຊຸກຍູ້ການເຄື່ອນໄຫວຂອງບັນດາວິສາຫະກິດຫວຽດນາມ”.

        ຮັກສາການພົວພັນອັນດີງາມກັບປະເທດປະຈຳຖິ່ນ, ສ້າງສະພາບແວດລ້ອມທີ່ມີຄວາມສະດວກທີ່ສຸດເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ເປີດຊ່ອງທາງໃຫ້ວິສາຫະກິດຫວຽດນາມ ແຊກຊຶມເຂົ້າຕະຫຼາດຍີ່ປຸ່ນ ກໍ່ແມ່ນທິດທາງຂອງອົງການຜູ້ຕາງໜ້າທາງການທູດປະຈຳຍີ່ປຸ່ນ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນກວັກເກືອງ, ແບ່ງປັນວ່າ.

        “ປະຈຸບັນ, ການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ພວມຢູ່ໃນໄລຍະດີງາມທີ່ສຸດ. ການພົວພັນຍິ່ງດີງາມເທົ່ານັ້ນ ກາລະໂອກາດເພີ່ມທະວີການຮ່ວມມືລະຫວ່າງບັນດາວິສາຫະກິດຍິ່ງໃຫຍ່ຫຼວງກວ່າ. ໃນໄລຍະຈະມາເຖິງ, ເມື່ອສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເລີ່ມມີຜົນສັກສິດ ກໍ່ຈະແມ່ນກາລະໂອກາດທີ່ໃຫຍ່ຫຼວງໃຫ້ແກ່ພວກເຮົາ ເພາະຜະລິດຕະພັນກະເສດສ່ວນຫຼາຍທີ່ສົ່ງໄປຍີ່ປຸ່ນ ພຽງຖືກຈັດວາງອັດຕາພາສີ 0%”.

        ອາດເຫັນໄດ້ວ່າ, ຄວາມຕ້ອງການຂອງວິສາຫະກິດມີຫຼາຍຮູບຫຼາຍແບບທີ່ສຸດ. ແຕ່ລະຂະແໜງອາຊີບລ້ວນແຕ່ມີຈຸດພິເສດສະເພາະ. ຍ້ອນກົນໄກ່ແລກປ່ຽນຂໍ້ມູນຂ່າວສານ, ການສົມທົບກັນຢ່າງແໜ້ນແຟ້ນ ສະນັ້ນເຄືອຂ່າຍອົງການຜູ້ຕາງໜ້າ ແລະ ປະຊາຄົມວິສາຫະກິດ ພວມກາຍເປັນບັນດາຄູ່ຮ່ວມມືຍຸດທະສາດທີ່ໜ້າໄວ້ເນື້ອເຊື່ອໃຈ, ຮ່ວມກ້າວເດີນບົນເສັ້ນທາງພັດທະນາແບບຍືນຍົງຂອງປະເທດຊາດ. ທ່ານຮອງປະທານສະພາບໍລິຫານກຸຸ່ມບໍລິສັດ TH True Milk ໂງມິງຫາຍ, ຕີລາຄາວ່າ.

        “ໃນທຸກໆຂະບວນວິວັດແຫ່ງການພັດທະນາຂອງກຸ່ມບໍລິສັດ, ລ້ວນແຕ່ມີຂີດໝາຍຂອງການທູດຫວຽດນາມ ຢ່າງເລິກເຊິ່ງ, ນັບແຕ່ມື້ທຳອິດທີ່ TH True Milk  ເລິ່ມໄປອິດສະຣາແອນ ເພື່ອຊອກຫາບັນດາການນຳໃຊ້ເຕັກໂນໂລຊີທີ່ດີ ແລະ ເໝາະສົມທີ່ສຸດກັບຫວຽດນາມ, ຊອກຫາບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ນຳເຕັກໂນໂລຊີຂອງອິດສະຣາແອນ ເຂົ້າໃນການລ້ຽງສັດ. ຈາກຜົນສຳເລັດໃນເບື້ອງຕົ້ນນັ້ນ, TH True Milk ໄດ້ຄ່ອຍໆສ້າງເຄື່ອງໝາຍການຄ້າທີ່ດີ, ນຳຜະລິດຕະພັນ ແລະ ເຄື່ອງໝາຍການຄ້າຂອງຕົນອອກສູ່ໂລກ”.

        ໃນສະພາບການໃໝ່, ຂະແໜງການທູດພວມມານະພະຍາຍາມຫຼາຍກ່ວາອີກ, ຮ່ວມເດີນທາງ, ໜູນຊ່ວຍ, ແບ່ງປັນພ້ອມກັບວິສາຫະກິດ, ຜ່ານຜ່າຄວາມຫຍຸ້ງຍາກເພື່ອການເຊື່ອມໂຍງບັນລຸຜົນສຳເລັດ. ຕ້ອງປະຕິບັດວຽກງານເປັນເສນາທິການຢ່າງທັນການ ແລະ ມີໄຫວພິບໃນການກະທຳ, ມີລັກສະນະຄົບຊຸດໃນການຜັນຂະຫຍາຍ, ປະກອບສ່ວນປະຕິບັດໜ້າທີ່ການທູດຢ່າງມີໄຊເພື່ອຊຸກຍູ້ການພັດທະນາເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ