ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ເປັນຈິດໜຶ່ງໃຈດຽວ, ລຸລວງ

(VOVWORLD) - ຄະນະຊີ້ນຳຂັ້ນແຂວງໄດ້ເຂົ້າສູ່ການເຄື່ອນໄຫວຢ່າງມີປະສິດທິຜົນເທື່ອລະກ້າວ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ທ້ອງຖິ່ນ, ຮາກຖານມີການຫັນປ່ຽນຢ່າງເຫັນໄດ້ຊັດ.
ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ເປັນຈິດໜຶ່ງໃຈດຽວ, ລຸລວງ - ảnh 1(ຜູ້ແທນເຂົ້າຮ່ວມປະທານກອງປະຊຸມ)

        ວັນທີ 19 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມສະຫຼຸບ 1 ປີແຫ່ງການເຄື່ອນໄຫວຂອງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທ້ໍຢູ່ຂັ້ນແຂວງ, ນະຄອນຂຶ້ນກັບສູນກາງ. ກອງປະຊຸມເພື່ອຕີລາຄາສະພາບການ, ໝາກຜົນການສ້າງຕັ້ງ ແລະ ຜັນຂະຫຍາຍປະຕິບັດພາລະບົດບາດ, ໜ້າທີ່, ສິດອຳນາດຂອງຄະນະຊີ້ນຳຂັ້ນແຂວງ ຕາມຂໍ້ກຳນົດສະບັບເລກທີ 67 ມຕ/ສກ, ລົງວັນທີ 02 ມິຖຸນາ 2022; ກຳນົດໜ້າທີ່, ມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງ, ປະກອບສ່ວນສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ.

        ວັນທີ 10 ພຶດສະພາ 2022, ກອງປະຊຸມສູນກາງພັກຄັ້ງທີ 5, ສະໄໝທີ XIII ໄດ້ເປັນເອກະພາບແຜນນະໂຍບາຍສ້າງຕັ້ງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂັ້ນແຂວງ. ຫຼັງຈາກນັ້ນ, ວັນທີ 05 ສິງຫາ 2022, ຄະນະຊີ້ນຳຂອງ 63/63 ແຂວງ, ນະຄອນໄດ້ຮັບການສ້າງຕັ້ງໂດຍໄວ, ໃນນັ້ນໄດ້ຄິດໄລ່ເຖິງ 3 ທ້ອງຖິ່ນໄດ້ສ້າງຂຶ້ນຢ່າງໄວທີ່ສຸດ, ແມ່ນ: ຮ່າໂນ້ຍ, ດ່ານັ້ງ ແລະ ແທັງຮ່ວາ. ເລື່ອງສ້າງຕັ້ງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຢູ່ຂັ້ນແຂວງນັ້ນ ໄດ້ສ້າງການຫັນປ່ຽນ, ບັນລຸປະສິດທິຜົນຢ່າງຈະແຈ້ງໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຢູ່ຂັ້ນທ້ອງຖິ່ນ.

ເປັນຈິດໜຶ່ງໃຈດຽວກັນ, ລຸລວງ

        ນັບແຕ່ເມື່ອວັນສ້າງຕັ້ງມາຮອດປະຈຸບັນ, ຕາມການສະຖິຕິທີ່ຍັງບໍ່ທັນຄົບຖ້ວນໂດຍຊີ້ໃຫ້ເຫັນວ່າ 63 ຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂັ້ນແຂວງໄດ້ຈັດກອງປະຊຸມນັບຮ້ອຍຄັ້ງ, ຜ່ານນັ້ນກໍ່ຊີ້ນຳການສຳຫຼວດກວດກາ, ຕົກລົງນຳເອົາ 327 ຄະດີ, 179 ກໍລະນີສໍ້ລາດບັງຫຼວງ, ສິ່ງຫຍໍ້ທ້ໍທີ່ສັບສົນ, ເຊິ່ງຫາງສຽງສັງຄົມມີຄວາມສົນໃຈ ຢູ່ບໍລິເວນເຂົ້າເປັນເປົ້າໝາຍໂດຍຄະນະຊີ້ນຳຕິດຕາມ, ຊີ້ນຳ. ມີຫຼາຍທ້ອງຖິ່ນໄດ້ຊີ້ນຳການແກ້ໄຂຫຼາຍເຫດການ, ຄະດີສໍ້ລາດບັງຫຼວງ, ເກີດສິ່ງຫຍໍ້ທໍ້ກ່ຽວຂ້ອງເຖິງພະນັກງານແມ່ນເປົ້າໝາຍໂດຍຄະນະພັກແຂວງຄຸ້ມຄອງ, ຄື: ລາວກາຍ, ກວາງນິງ, ແທງຮວາ, ດົ່ງນາຍ, ແຄງຮ່ວາ, ນະຄອນ ໂຮ່ຈີມິນ… ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ, ຫົວໜ້າຄະນະຊີ້ນຳຄະນະພັກນະຄອນ ຮ່າໂນ້ຍ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້, ໃຫ້ຮູ້ວ່າ:

        “ສະເພາະໃນໄຕມາດທີ 1 ປີ 2023, ໄດ້ກວດພົບ ແລະ ເພີ່ມເຕີມນຳເຂົ້າເປົ້າໝາຍກໍ່ຕ້ອງຕິດຕາມ, ຊີ້ນຳຂອງຄະນະຊີ້ນຳ 24 ກໍລະນີ, ຄະດີທີ່ເກີດຂຶ້ນຢູ່ສູນກວດກາ, ຂຶ້ນທະບຽນລົດໂອໂຕກ່ອນນຳໃຊ້ໃນບໍລິເວນນະຄອນ ຮ່າໂນ້ຍ. ໄດ້ຊີ້ນຳໃຫ້ບັນດາອົງການ, ຫົວໜ່ວຍຍູ້ໄວຄວາມຄືບໜ້າການແກ້ໄຂບັນດາຄະດີ, ກໍລະນີຕາມຂໍ້ສະຫຼຸບ ແລະ ຂໍ້ສະເໜີຂອງຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ແລະ ບັນດາອົງການທີ່ມີໜ້າທີ່ອື່ນໄດ້ຍົກອອກມາ”.

        ຄະນະຊີ້ນຳຂັ້ນແຂວງໄດ້ເຂົ້າສູ່ການເຄື່ອນໄຫວຢ່າງມີປະສິດທິຜົນເທື່ອລະກ້າວ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ທ້ອງຖິ່ນ, ຮາກຖານມີການຫັນປ່ຽນຢ່າງເຫັນໄດ້ຊັດ. ຫຼາຍທ້ອງຖິ່ນ, ຄື: ກາວບັ່ງ, ຮ່ວາບິ່ງ, ກວາງນິງ, ຮ່ານາມ, ແທງຮວາ, ບ່າເຣີຍ - ວູງເຕົາ… ໄດ້ຟ້ອງສານດຳເນີນຄະດີທັງພະນັກງານທີ່ເປັນຮອງປະທານຄະນະກຳມະການປະຊາຊົນແຂວງ, ກຳມະການໃນຄະນະປະຈຳພັກແຂວງ, ຫົວໜ້າ, ປະທານຄະນະກຳມະການປະຊາຊົນຂັ້ນເມືອງ… ທີ່ລະເມີດລະບຽບວິໄນ. ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ແລ້ວ, ບັນດາຜົນງານທີ່ບັນລຸໄດ້ ສືບຕໍ່ເປັນການຢັ້ງຢືນຄວາມຕັດສິນໃຈໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂອງພັກ ແລະ ລັດ, ເຊິ່ງຫາງສຽງສັງຄົມ ແລະ ປະຊາຊົນເຫັນດີເຫັນພ້ອມ, ສະໜັບສະໜູນ ແລະ ຕີລາຄາສູງ. ທີ່ກອງປະຊຸມກະກຽມຈັດກອງປະຊຸມສະຫຼຸດບ 1 ປີແຫ່ງການເຄື່ອນໄຫວຂອງ ຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂັ້ນແຂວງ ເມື່ອວັນທີ 10 ພຶດສະພາ 2023, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຕີລາຄາວ່າ:

        “ບົດຮຽນໃນສົມທົບກັນລະຫວ່າງບັນດາອົງການທີ່ມີໜ້າທີ່ນຳກັນແມ່ນດີທີ່ສຸດ, ຈາກຂອດເລີ່ມຕົ້ນການກວດກາຄືແນວໃດ, ພາຍຫຼັງການກວດສອບຈະມອບໃຫ້ອົງການໃດປະຕິບັດທຳອິດ, ອົງການປະຕິບັດຕາມຫຼັງ, ຂ້າພະເຈົ້າເຫັນວ່າ ນີ້ແມ່ນບົດຮຽນທີ່ດີ, ທີ 2 ແມ່ນຕົວຂອງບັນດາສະຫາຍຕ້ອງຢູ່ທີ່ນັ້ນຕ້ອງເປັນແບບຢ່າງຈຶ່ງສາມາດເຮັດໄດ້, ບັນລຸຜົນປະໂຫຍດທີ່ດີ, ເຊິ່ງໄດ້ເອີ້ນວ່າ ເປັນຈິດໜຶ່ງໃຈດຽວກັນ, ລຸລວງ”.

ຢັ້ງຢືນແຜນນະໂຍບາຍແມ່ນຖືກຕ້ອງ

        ທີ່ກອງປະຊຸມມອບໜ້າທີ່ທາງໄກຂະແໜງວຽກງານການເມືອງພາຍໃນພັກ ແລະ ຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂັ້ນແຂວງ, ນະຄອນ ໃນໄຕມາດທີ 1 ປີ 2023, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ, ຮອງຫົວໜ້າຄະນະປະຈຳການຄະນະຊີ້ນຳສູນກາງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້, ໄດ້ຢືນຢັນວ່າ ແຜນນະໂຍບາຍສ້າງຕັ້ງຄະນະຊີ້ນຳການຂັ້ນແຂວງແມ່ນຖືກຕ້ອງ. ທ່ານ ຟານດິ່ງຈາກ, ຕັກເຕື່ອນວ່າ:

        “ເມື່ອຍັງມີບັນຫາທີ່ມີຄວາມເຫັນແຕກຕ່າງກັນ, ບັນດາອົງການຕ້ອງໄດ້ປຶກສາຫາລືນຳກັນ ບົນຈິດໃຈເປັນເພື່ອນສະຫາຍອ້າຍນ້ອງ ແລະ ບົນພື້ນຖານຂໍ້ກຳນົດຂອງກົດໝາຍ, ຂໍ້ກຳນົດຂອງພັກ, ຫຼີກລ້ຽງສະພາບ “ຊີ້ນຳແບບໜຶ່ງ, ເຮັດແບບໜຶ່ງ”, “ສິດຂອງເຈົ້າ ສິດຂອງຂ້ອຍ”. ນີ້ແມ່ນແນວຄິດຊີ້ນຳ ແລະ ກໍ່ແມ່ນທິດນຳໃນການກະທຳຂອງບັນດາອົງການທີ່ມີໜ້າທີ່ ໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ໃນໄລຍະຈະມາເຖິງ”.

        ເລື່ອງສ້າງຕັ້ງ ຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂັ້ນແຂວງ ແມ່ນຂີດໝາຍສຳຄັນທີ່ເຕື້ອງເຖິງລະບົບອົງການຈັດຕັ້ງ, ກົງຈັກນຳພາ, ຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂອງ ຫວຽດນາມ ໄດ້ສ້າງສົມບູນແບບອີກບາດກ້າວໃໝ່ໜຶ່ງ. ໝາກຜົນຂອງການເຄື່ອນໄຫວຂອງ ຄະນະຊີ້ນຳຂັ້ນແຂວງພາຍຫຼຼັງໄລຍະ 1 ປີແຫ່ງການປະຕິບັດ ໄດ້ປະກອບສ່ວນສຳຄັນສ້າງການຫັນປ່ຽນທີ່ນັບມື້ນັບຈະແຈ້ງກວ່າໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຢູ່ຂັ້ນທ້ອງຖິ່ນ. ໝາກຜົນດັ່ງກ່າວກໍ່ເປັນການຢັ້ງຢືນແຜນນະໂຍບາຍການສ້າງຕັ້ງ ຄະນະຊີ້ນຳຂັ້ນແຂວງແມ່ນຖືກຕ້ອງ, ຈຳເປັນ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນຕົວຈິງ, ສະແດງໃຫ້ເຫັນຄວາມຈັດສິນໃຈສູງຂອງບັນດາທ້ອງຖິ່ນ, ຄວາມເປັນຈິດໜຶ່ງໃຈດຽວກັນ, ຄວາມເຫັນດີເຫັນພ້ອມຈາກຂັ້ນສູນກາງຕະຫຼອດຮອດທ້ອງຖິ່ນໃນພາລະກິດແຫ່ງການການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ