ການ​ພົວ​ພັນ ຫວຽດ​ນາມ - ໂຮນ​ລັງ ນັບ​ມື້​ນັ​ບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ ແລະ ຮອບ​ດ້ານ​ກ່​ວາເກົ່າ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ Mark Rutte ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 1 – 2 ພະຈິກ. ນີ້ແມ່ນຂີດໝາຍສຳຄັນສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ໂຮນລັງ ມີການພັດທະນາອັນດີງາມ ແລະ ພ້ອມແລ້ວທີ່ຈະກ້າວເຂົ້າສູ່ໄລຍະໃໝ່ທີ່ເລິກເຊິ່ງກ່ວາ.

ການ​ພົວ​ພັນ ຫວຽດ​ນາມ - ໂຮນ​ລັງ ນັບ​ມື້​ນັ​ບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ ແລະ ຮອບ​ດ້ານ​ກ່​ວາເກົ່າ - ảnh 1ທ່ານນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ Mark Rutte (ພາບ: THX/TTXVN)

ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ໂຮນລັງ, Mark Rutte ໄດ້ດຳເນີນໃນຈຸດເວລາທີ່ມີຄວາມໝາຍສຳຄັນ ກັບການພົວພັນສອງປະເທດ ຂະນະທີ່ ຫວຽດນາມ ແລະ ໂຮນລັງ ຈະຈັດຕັ້ງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023) ໃນປີນີ້. ສຳລັບທ່ານນາຍົກລັດຖະມົນຕີ Mark Rutte ແລ້ວ, ນີ້ກໍ່ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທີ 3 ຂອງທ່ານ, ພາຍຫຼັງການຢ້ຽມຢາໃນເດືອນມິຖຸນາ ປີ 2014 ແລະ ເດືອນເມສາ ປີ 2019. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ການຢ້ຽມຢາມຄັ້ງນີ້ຈະດຳເນີນພາຍຫຼັງເວລາບໍ່ຮອດ 1 ປີ ພາຍຫຼັງທີ່ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງຢ້ຽມຢາມ ໂຮນລັງ ຢ່າງເປັນທາງການໃນເດືອນທັນວາ ປີ 2022.

ການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳຄືແນວນີ້ ແມ່ນພະຍານຫຼັກຖານລະອຽດທີ່ສຸດໃຫ້ແກ່ການພົວພັນພວມພັດທະນາຢ່າງດີງາມກ່ຽວກັບຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ໂຮນລັງ, ແມ່ນການສະແດງໃຫ້ເຫັນເລື່ອງ ສອງປະເທດ ພ້ອມແລ້ວທີ່ຈະເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ.

ແບບຢ່າງທີ່ດີຂອງການພົວພັນທີ່ຂະຫຍັນຂັນເຄື່ອນ, ມີປະສິດທິຜົນ

ຫວຽດນາມ ແລະ ໂຮນລັງ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ນັບແຕ່ປີ 1973, ແຕ່ບັນດາການພົບປະຄັ້ງທຳອິດລະຫວ່າງ ສອງປະເທດໄດ້ດຳເນີນເມື່ອກ່ອນນີ້  400 ກ່ວາປີ, ເມື່ອບັນດາກຳປັ່ນການຄ້າລຳທຳອິດຂອງ ໂຮນລັງ ເຂົ້າທຽບທ່າຢູ່ ໂຮ້ຍອານ (ແຂວງ ກວ໋າງນາມ).

ໃນໄລຍະ 50 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບຮູ້ການພັດທະນາຢ່າງກະໂດດຂັ້ນ. ຈາກຄູ່ຮ່ວມມືພັດທະນາ, ໜູນຊ່ວຍ ຫວຽດນາມ ໃນບາງກິດຈະກຳຄື: ສ້າງໂຮງຮຽນມັດທະຍົມລົງເລິກວິຊາ ຮ່າໂນ້ຍ - Amsterdam, ໂຮງໝໍຕາ ຫຼື ກໍ່ສ້າງພື້ນຖານໂຄງລ່າງສະໜອງນ້ຳປະປາ, ປັດຈຸບັນ ໂຮນລັງ ໄດ້ກາຍເປັນຄູ່ຮ່ວມມືການຄ້າ ແລະ ລົງທຶນແຖວໜ້າຂອງ ຫວຽດນາມ ຢູ່ເອີລົບ. ທ່ານອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ Christoph Prommersberger ຕີລາຄາວ່າ ການພົວພັນສອງປະເທດໃນຫຼາຍທົດສະວັດຜ່ານມາ ແມ່ນແບບຢ່າງທີ່ດີຂອງການພົວພັນທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນ:

ຫຼາຍປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ແລະ ໂຮນລັງມີການພັດທະນາຢ່າງບໍ່ຢຸດຢັ້ງ ພ້ອມກັບຈັງຫວະ ການພັດທະນາຂອງ ຫວຽດນາມ. ປັດຈຸບັນ ພວກເຮົາມີການພົວພັນທີ່ເປັນຫຼາຍຮູບຫຼາບແບບ ແລະ ມີຄວາມດຸ່ນດ່ຽງ, ອີງຕາມພື້ນຖານຜົນປະໂຫຍດລວມ, ການຄ້າ ແລະ ການລົງທຶນ.

ໄປຄຽງຄູ່ກັບການຄ້າ ແລະ ການລົງທຶນ, ຫວຽດນາມ ແລະ ໂຮນລັງໄດ້ພ້ອມກັນເຊັ່ນເອກະສານຮ່ວມມືຍຸດທະສາດ ສອງສະບັບ ລວມມີ: ຂໍ້ຕົກລົງການຮ່ວມມືຍຸດທະສາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳໃນປີ 2010, ຄູ່ຮ່ວມມືຍຸດທະສາດ ກ່ຽວກັບກະສິກຳ ແລະ ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນປີ 2014. ໂດຍແມ່ນປະເທດທີ່ມີບົດຮຽນປະສົບການ ແລະ ທັກສະໃນການຄຸ້ມຄອງນ້ຳ ທີ່ໄດ້ສະສົມມາເປັນເວລາຫຼາຍສະຕະວັດ, ມີອິດທິພົນຊື່ສຽງແຖວໜ້າຂອງໂລກ, ຫຼາຍປີມານີ້ ໂຮນລັງ ໄດ້ຈັດສົ່ງນັກຊ່ຽວຊານມາຊ່ວຍເຫຼືອ ຫວຽດນາມ ໃນການຜັນຂະຫຍາຍບັນດາໂຄງການຄຸ້ມຄອງແຫຼ່ງນ້ຳ, ຄົ້ນຄ້ວາວິທີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ,  ພິເສດແມ່ນຢູ່ບັນດາເຂດທົ່ງພຽງ ແຄມທະເລ.

ການ​ພົວ​ພັນ ຫວຽດ​ນາມ - ໂຮນ​ລັງ ນັບ​ມື້​ນັ​ບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ ແລະ ຮອບ​ດ້ານ​ກ່​ວາເກົ່າ - ảnh 2ທ່ານເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ Kees van Baar (ພາບ: : VGP)

ໄລຍະພັດທະນາໃໝ່ທີ່ເລິກເຊິ່ງກ່ວາເກົ່າ

ບົນພື້ນຖານຂອງການພົວພັນອັນດີງາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນໄລຍະ 50 ປີຜ່ານມາ, ຫວຽດນາມ ແລະ ໂຮນລັງ ພວມມຸ່ງໄປເຖິງໄລຍະພັດທະນາໃໝ່ໃນການພົວພັນສອງຝ່າຍ, ດ້ວຍບັນດາບຸລິມະສິດໃໝ່ຢູ່ລະດັບສູງກ່ວາ.

ທ່ານເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ Kees van Baar ແບ່ງປັນວ່າ: ໃນປີ 2022, ເມື່ອໄປຢ້ຽມຢາມ ສູນເຕັກໂນໂລຢີ Kees van Baar ເຊິ່ງແມ່ນສະຖານທີ່ເຕົ້າໂຮມບັນດາວິສາຫະກິດເຕັກໂນໂລຢີແຖວໜ້າຂອງ ໂຮນລັງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີຄຳເວົ້າ ເຊິ່ງລັດຖະບານ ໂຮນລັງ ໄດ້ເຫັນດີເຫັນພ້ອມ ນັ້ນແມ່ນ: ການພົວພັນລະຫວ່າງ ຫວຽດນາມ ແລະ ໂຮນລັງ ກ່ອນນີ້ 4 ສະຕະວັດ ເລີ່ມແຕ່ທ່າກຳປັ່ນ (seaport), ມາຮອດສະຕະວັດທີ 20 ຜ່ານທ່າອາກາດສະຍານ(airport)  ແລະ ປັດຈຸບັນ  ຕ້ອງຫັນ ໄປສູ່ລະດັບສູງກ່ວານັ້ນແມ່ນ Brainport, ໝາຍຄວາມວ່າເຕັກໂນໂລຢີສູງ. ທ່ານເອກອັກຄະລັດຖະທູດ ຕີລາຄາວ່າ ສິ່ງນີ້ສະແດງໃຫ້ເຫັນວ່າ ທັງ ຫວຽດນາມ ແລະ ໂຮນລັງລ້ວນແຕ່ມີຄວາມຕັດສິນໃຈ ຫັນເຕັກໂນໂລຢີສູງ ກາຍເປັນເສົາຄ້ຳໃໝ່ໃນການພົວພັນລະຫວ່າງສອງປະເທດ.

ຂະແໜງເຕັກໂນໂລຢີສູງ ຂອງ ໂຮນລັງມີຄວາມສົນໃຈເປັນພິເສດເຖິງ ຫວຽດນາມ ຍ້ອນວ່າ ມີຫຼາຍບໍລິສັດເຕັກໂນໂລຢີສູງ ຢູ່ ຫວຽດນາມ, ນັບທັງບໍລິສັດ ຫວຽດນາມຄື: FPT, CMC… ແລະ ບໍລິສັດຕ່າງປະເທດຄື: Samsung, LG, Foxconn... ນອກຈາກນັ້ນ, ບັນດາບໍລິສັດເຕັກໂນໂລຢີ ໂຮນລັງ ກໍ່ຢາກຊອກຫາສະຖານທີ່ອື່ນ, ນອກຈາກຈີນ ເພື່ອອາດສາມາດຜະລິດບັນດາພາກສ່ວນເຕັກໂນໂລຢີສູງຂອງຕົນ.

ໃນສະພາບການຫວຽດນາມ ພວມຜັນຂະຫຍາຍ 3 ບຸກທະລຸເຕີບໂຕ, ສຸມໃສ່ເຂົ້າເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂຮນລັງ ໃນບັນດາຂົງເຂດບຸລິມະສິດໃໝ່ນີ້ ແມ່ນສຳຄັນທີ່ສຸດ. ໂຮນລັງ ມີວິສາຫະກິດເຕັກໂນໂລຢີຫຼາຍແຫ່ງ ແຖວໜ້າໂລກ ໃນຂົງເຂດເຄິ່ງຊັກນຳໄຟຟ້າ, ໂທລະຄົມມະນາຄົມ, ການຄ້າເອເລັກໂຕນິກຄື: ASML, NXP, Phillips, Adyen… ໃນຂະນະນັ້ນ, ຫວ່າງແລ້ວນີ້ ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືຈຸດນັດພົບໃໝ່ທີ່ມີຄວາມດຶງດູດໃຈ ໃຫ້ແກ່ລະບົບສະໜອງທົ່ວໂລກ , ເປັນຕົ້ນແມ່ນລະບົບສະໜອງເຕັກໂນໂລຢີສູງ.

ເຖິງຢ່າງໃດກໍ່ຕາມ, ບຸລິມະສິດລວມຂອງ ຫວຽດນາມ ແລະ ໂຮນລັງບໍ່ພຽງແຕ່ຢຸດຢູ່ໃນດ້ານເຕັກໂນໂລຢີສູງເທົ່ານັ້ນ ສອງປະເທດມີລັກສະນະພູມສາດທີ່ຄ້າຍຄືກັນ ແມ່ນມີເຂດທົ່ງພຽງທີ່ກວ້າງໃຫຍ່, ຫວຽດນາມ ແລະ ໂຮນລັງ ລ້ວນແຕ່ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ ກ່ຽວກັບນ້ຳ ແລະ ການປ່ຽນແປງດິນຟ້າອາກາດແປງທີ່ຮ້າຍແຮງ, ກໍ່ຜົນສະທ້ອນຢ່າງຍິ່ງໃຫຍ່ຕໍ່ຂະແໜງກະສິກຳ ທີ່ມີການກຳນົດທິດສົ່ງອອກຂອງສອງປະເທດ. ດັ່ງນັ້ນ, ຫວຽດນາມ ແລະ ໂຮນລັງ ຍັງມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງໃນການຮ່ວມມືແກ້ໄຂ ບັນຫານີ້.

ອາດເວົ້າໄດ້ວ່າ, ໃນສະພາບການໂລກ ພວມມີການຫັນປ່ຽນ ຢ່າງແຮງກ່ຽວກັບແຫຼ່ງເງິນລົງທຶນເຕັກໂນໂລຢີ ແລະ ການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍເປັນຕາຍສຳລັບມວນມະນຸດ, ຫວຽດນາມ ແລະ ໂຮນລັງລ້ວນແຕ່ ພວມມີບຸລິມະສິດລວມ, ຄວາມຕັດສິນໃຈລວມ ເພື່ອນຳການພົວພັນສອງຝ່ານ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ທີ່ເລິກເຊິ່ງກ່ວາ, ຕອບສະໜອງຜົນປະໂຫຍດຂອງສອງປະເທດ, ກໍ່ຄືປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ