ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ: ຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະ ເລິກເຊິ່ງ, ກວ້າງຂວາງ

(VOVWORLD) -ວັນທີ 4/5, ທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori  ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນເວລາ 2 ວັນ.

ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ: ຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະ ເລິກເຊິ່ງ, ກວ້າງຂວາງ - ảnh 1 ປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori

ພາບ: baotintuc

ພາຍຫລັງບັນດາການຢ້ຽມຢາມນັບແຕ່ຕົ້ນປີມາຮອດປະຈຸບັນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ  Shinzo Abe, ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ , ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ຄັ້ງນີ້ ແມ່ນບາດກ້າວຫັນເນື້ອໃນຈິດໃຈຂອງການພົວພັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ ອາຊີ” ເປັນລະອຽດ, ພິເສດແມ່ນການພົວພັນທາງການທູດລະຫວ່າງລັດຖະສະພາສອງປະເທດ.

 ຫວຽດນາມ ແລະ ຍີ່ປຸ່ນ ສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1973. ໃນໄລຍະ 40 ປີຜ່ານມາ, ການພົວພັນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ. ການພົວພັນລະຫວ່າງສອງປະເທດໄດ້ຮັບການຕີລາຄາວ່າ ແມ່ນພວມໃນໄລຍະດີງາມທີ່ສຸດ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ.

 ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງ

ປະຈຸບັນ ຍີ່ປຸ່ນແມ່ນຫນຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືດ້ານເສດຖະກິດແຖວຫນ້າຂອງຫວຽດນາມ, ແມ່ນປະເທດອຸປະຖຳແຫລ່ງທຶນ ODA ໃຫຍ່ສຸດໃຫ້ແກ່ຫວຽດນາມ, ແມ່ນນັກລົງທຶນຢືນອັນດັບ 2 ຢູ່ຫວຽດນາມ, ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 4 ຂອງຫວຽດນາມ ດ້ວຍວົງເງິນການຄ້າສອງສົ້ນເພີ່ມຂຶ້ນສະເລ່ຍ 14%/ປີ ແລະ ຄາດວ່າວົງເງິນການຄ້າສອງສົ້ນຈະບັນລຸລະດັບ 60 ຕື້ USD ໃນປີ 2020.

ໃນການຢ້ຽມຢາມຫວຽດນາມ ໄລຍະຕົ້ນປີ, ທ່ານນາຍົກລັດຖະມົນຕີ Shinzo Abe ແລະ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີເປີດກວ້າງການພົວພັນດ້ານການຄ້າ, ການລົງທຶນ ແລະ ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ການດຳເນີນທຸລະກິດ ຫວຽດນາມ - ຍີ່ປຸ່ນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງບັນດາວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການລົງທຶນເຂົ້າໃນຂົງເຂດການເຕີບໂຕຂຽວ, ພັດທະນາພື້ນຖານໂຄງລ່າງມີຄຸນນະພາບສູງ, ຖ່າຍທອດເຕັກໂນໂລຊີ, ບັນດາການບໍລິການມີຄຸນນະພາບສູງຄື: ການເງິນ, ທະນາຄານ, ການທ່ອງທ່ຽວ, ກະສິກຳມີຄຸນນະພາບສູງ, ອຸດສາຫະກຳຜະລິດພິເສດແມ່ນການເຂົ້າຮ່ວມຫັນລັດວິສາຫະກິດເປັນຫຸ້ນສ່ວນ ແລະ ຫນູນຊ່ວຍບັນດາໂຄງການ Starup. ປະຈຸບັນ ມີວິສາຫະກິດຍີ່ປຸ່ນ 1600 ແຫ່ງພວມເຄື່ອນໄຫວຢູ່ຫວຽດນາມ ແລະ ໄລຍະຜ່ານມາ ບັນດາວິສາຫະກິດຍີ່ປຸ່ນ, ດ້ວຍທ່າແຮງກ່ຽວກັບເຕັກໂນໂລຊີສູງ, ມີບົດຮຽນໃນການຜະລິດດຳເນີນທຸລະກິດ, ໄດ້ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພັດທະນາເສດຖະກິດຫວຽດນາມ. ຕາມທ່ານ Ando Kengo, ເລຂານຸການໃຫຍ່ສະຫະສະມາຄົມວິສາຫະກິດ ຍີ່ປຸ່ນ ປະຈຳຫວຽດນາມ, ບັນດາວິສາຫະກິດ ຍີ່ປຸ່ນ ນັບມື້ນັບສົນໃຈເຖິງຕະຫລາດ ຫວຽດນາມ ແລະ ປາດຖະຫນາຢາກສືບຕໍ່ເຄື່ອນໄຫວຍາວນານ, ຮ່ວມມືຢ່າງຕັ້ງຫນ້າກັບບັນດາຄູ່ຮ່ວມມືຂອງຫວຽດນາມ ກວ່າອີກ.

        “ຫວຽດນາມ ມີຄວາມໃກ້ຊິດກັບຍີ່ປຸ່ນ. ຈຳນວນຊາວຫວຽດນາມ ຮຽນພາສາ ຍີ່ປຸ່ນແມ່ນຫລາຍກວ່າໝູ່ໃນຈຳນວນບັນດາປະເທດ ອາຊຽນ ພິເສດ ແມ່ນ ພາສາ ຍີ່ປຸ່ນລະດັບສູງ. ເມື່ອທຽບໃສ່ເກນອາຍຸ ຫວຽດນາມ ມີຈຳນວນພົນລະເມືອງຫລາຍກວ່າ ແລະ ຫນຸ່ມກວ່າຫລາຍເມື່ອທຽບໃສ່ພົນລະເມືອງຍີ່ປຸ່ນ. ແລະ ຍີ່ປຸ່ນ ແມ່ນປະເທດພັດທະນາ ດ້ວຍພື້ນຖານແມ່ນຜະລິດອຸດສາຫະກຳ ສະນັ້ນ ກຳລັງແຮງງານທີ່ມີທັກສະ, ເກນ ອາຍຸຫນຸ່ມ ຂອງຫວຽດນາມ ແມ່ນດູດດື່ມສຳລັບບັນດາບໍລິສັດພວກຂ້າພະເຈົ້າ, ເປັນຕົ້ນໃນຂົງເຂດປຸງແຕ່ງ, ການປະດິດສ້າງ”

      ມີສັນຍານຕັ້ງຫນ້າຫນຶ່ງອີກສຳລັບການພົວພັນຮ່ວມມືດ້ານເສດຖະກິດສອງຝ່າຍ ຫວຽດນາມ ແລະ ຍີ່ປຸ່ນ ໃນເດືອນ 3 ຜ່ານມາ, ນັ້ນແມ່ນ ເປັນຄັ້ງທຳອິດ ໝາກມັງກອນຂອງຫວຽດນາມ ໄດ້ສົ່ງໄປຂາຍຢູ່ຕະຫລາດຍີ່ປຸ່ນ. ພ້ອມກັບບັນດາຜະລິດຕະພັນກະເສດປະເພດອື່ນຄື: ໝາກມ່ວງ, ໝາກກ້ວຍ, ໝາກລີ້ນຈີ່, ບັນດາປະເພດຜັກໝາກໄມ້ອື່ນຂອງຫວຽດນາມ ກໍ່ຈະມີຫລາຍກາລະໂອກາດໄດ້ສຳພັດກັບຕະຫລາດຍີ່ປຸ່ນຕື່ມອີກ. ທ່ານ ຫງວຽນເຈື່ອງເຊີນ, ອຸປະທູດຫວຽດນາມ ປະຈຳ ຍີ່ປຸ່ນ ໃຫ້ຮູ້ວ່າ:
        “ເຖິງວ່າ ຍີ່ປຸ່ນແມ່ນຕະຫລາດຕ້ອງການສິນຄ້າມີຄຸນນະພາບສູງກໍຕາມ ແຕ່ກໍ່ມີຄວາມສາມາດບົ່ມຊ້ອນຫລາຍຢ່າງສຳລັບການສົ່ງອອກສິນຄ້າຂອງຫວຽດນາມ. ໃນໄລຍະຜ່ານມາ ຕະຫລາດຜະລິດຕະພັນກະເສດຂອງຫວຽດນາມ  ມີບາດກ້າວເດີນສຳຄັນໃນການຄອງຕະຫລາດມີຄວາມສາມາດບົ່ມຊ້ອນຂອງຍີ່ປຸ່ນ. ດ້ວຍເລື່ອງສົ່ງໝາກມັງກອນໄປຍັງຕະຫລາດຍີ່ປຸ່ນ ແລະ ສືບຕໍ່ສົ່ງບັນດາຜະລິດຕະພັນກະເສດປະເພດອື່ນເຂົ້າຕະຫລາດນີ້ ຈະເປັນການເປີດບັນດາກາລະໂອກາດໃຫມ່ໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ.”

        ບົນພື້ນຖານຂໍ້ລິເລີ່ມລວມຂອງ ຫວຽດນາມ ແລະ ຍີ່ປຸ່ນ ໄລຍະ 6 ກໍຄືຍຸດທະສາດຫັນເປັນອຸດສາຫະກຳຂອງຫວຽດນາມໃນຂອບເຂດຮ່ວມມື ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ຮອດປີ 2020 ວິໄສທັດປີ 2030, ຫວຽດນາມ ແລະ ຍີ່ປຸ່ນ ພວມຕັ້ງຫນ້າຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ, ນຳການຮ່ວມມືສອງຝ່າຍໃຫ້ພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ.

ຊຸກຍູ້ການພົວພັນດ້ານການທູດ ລະຫວ່າງລັດຖະສະພາ

ພ້ອມກັບການພົວພັນດ້ານການເມືອງອັນດີງາມ, ໃນຊຸມປີຜ່ານມາ, ການພົວພັນທາງການທູດລະຫວ່າງລັດຖະສະພາ ຫວຽດນາມ ແລະ ຍີ່ປຸ່ນ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາອັນດີງາມ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳກໍຄືຄະນະຜູ້ແທນຂັ້ນ ຄະນະກຳມະການວິຊາສະເພາະ ແລະ ບັນດາຄະນະຜູ້ແທນລະຫວ່າງກຸ່ມລັດຖະສະພາມິດຕະພາບຫວຽດນາມ ຍີ່ປຸ່ນ ແລະ ສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ ຫວຽດນາມ. ທີ່ບັນດາເວທີປາໄສລັດຖະສະພາລະຫວ່າງຊາດ ສາກົນ ແລະ ພາກພື້ນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແລະ ຍີ່ປຸ່ນ ມີທັດສະນະ ແລະ ຄຳເຫັນຄ້າຍຄືກັນກ່ຽວກັບການສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອການພັດທະນາໃນພາກພື້ນ ອາຊີ ປາຊີຟີກ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນເປັນປະຈຳໃນທັດສະນະກ່ຽວກັບການແກ້ໄຂບັນດາບັນຫາພາກພື້ນທີ່ມີສ່ວນກ່ຽວຂ້ອງ.

ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1973, ນີ້ແມ່ນຄັ້ງທີ 2 ທີ່ປະທານສະພາຕ່ຳ ຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ. ການຢ້ຽມຢາມແມ່ນສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳຂັ້ນສູງສອງປະເທດ, ສອງສະພາແຫ່ງຊາດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດຕາມເນື້ອໃນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ ຫວຽດນາມ - ຍີ່ປຸ່ນ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ