ການເຄື່ອນໄຫວມິດຕະພາບ 2022: ຊ່ວຍເພື່ອນມິດສາກົນຫຍັບເຂົ້າມາໃກ້ກັບ ຫວຽດນາມ ກວ່າເກົ່າ

(VOVWORLD) -ເຫດການແມ່ນເພື່ອໂຄສະນາພາບພົດ ຮ່າໂນ້ຍ, ຫວຽດນາມ, ຊ່ວຍເພີ່ມທະວີນ້ຳໃຈມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນ.
ການເຄື່ອນໄຫວມິດຕະພາບ 2022: ຊ່ວຍເພື່ອນມິດສາກົນຫຍັບເຂົ້າມາໃກ້ກັບ ຫວຽດນາມ ກວ່າເກົ່າ - ảnh 1ມີຜູ້ແທນກວ່າ 200 ທ່ານພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ
(ພາບ: qdnd.vn)

ລາຍການເຄື່ອນໄຫວມິດຕະພາບ 2022 ໄດ້ດຳເນີນໃນທ້າຍອາທິດຜ່ານມາ ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ສົມທົບກັບພະແນກທ່ອງທ່ຽວ ແລະ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ຈັດຂຶ້ນ. ມີຜູ້ແທນກວ່າ 200 ທ່ານເຊິ່ງແມ່ນເອກອັກຄະລັດຖະທູດ, ອຸປະທູດ, ນັກການທູດ, ເພື່ອນມິດສາກົນ ແລະ ສະມາຊິກບັນດາສະມາຄົມມິດຕະພາບ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ ໄດ້ເຂົ້າຮ່ວມ. ເຫດການແມ່ນເພື່ອໂຄສະນາພາບພົດ ຮ່າໂນ້ຍ, ຫວຽດນາມ, ຊ່ວຍເພີ່ມທະວີນ້ຳໃຈມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນ.

        ລາຍການເຄື່ອນໄຫວມິດຕະພາບ 2022 ນຳມາໃຫ້ພວກຂ້າພະເຈົ້າຄວາມຮູ້ສຶກທີ່ໃໝ່ອ່ຽມ, ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ຫວຽດນາມ ຫຼາຍກວ່າ; ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນຈຸດນັດພົບທີ່ປອດໄພ, ດູດດື່ມ ແລະ ໜ້າປະທັບໃຈສຳລັບພວກຂ້າພະເຈົ້າ. ນັ້ນແມ່ນຄຳແບ່ງປັນຂອງບັນດາຜູ້ແທນສາກົນທີ່ເຂົ້າຮ່ວມລາຍການ.

ແລກປ່ຽນວັດທະນະທຳ - ຂົວເຊື່ອມຕໍ່ມິດຕະພາບ

        ລາຍການເຄື່ອນໄຫວມິດຕະພາບ 2022 ໄດ້ພາບັນດາຜູ້ແທນ, ເພື່ອນມິດສາກົນໄປຢ້ຽມຢາມວັດ ໄທ່ - ເຊິ່ງແມ່ນສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານທີ່ມີຊື່ສຽງຢູ່ນະຄອນຫຼວງ ຮ່າໂນ້ຍ, ຢ້ຽມຊົມ ແລະ ພ້ອມກັນເຂົ້າຮ່ວມຊອກຮູ້ຈຸດວັດທະນະທຳທີ່ເປັນມູນເຊື້ອຄື ລະຄອນຕຸກກະຕານ້ຳ, ຊອກຮູ້ວັດທະນະທຳຄ້ອງ, ເຂົ້າຮ່ວມການລະຫຼີ້ນພື້ນເມືອງ ແລະ ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ… ທ່ານ Uchida Shusuke, ຮອງຫົວໜ້າຜູ້ຕາງໜ້າອົງການສົ່ງເສີມການທ່ອງທ່ຽວ ຍີ່ປຸ່ນ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

        “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມລາຍການນີ້ ແລະ ນີ້ກໍ່ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າຊອກຮູ້ພຶດຕິກຳຕົວຈິງວັດທະນະທຳ ຫວຽດນາມ. ຕົວຢ່າງຄື, ເມື່ອໄປຢ້ຽມຢາມວັດ ໄທ່, ຊອກຮູ້ວັດທະນະທຳ, ບັນດາການລະຫຼີ້ນພື້ນເມືອງ… ນັ້ນ, ຂ້າພະເຈົ້າຮູ້ສຶກວ່າ ຫວຽດນາມ ແມ່ນປະເທດທີ່ໜ້າປະທັບໃຈ”.

        ສ່ວນທ່ານນາງ Hastie Brizaida, ທ່ານໝໍຊາວ ກຸຍບາ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ເປັນເວລາ 9 ປີແລ້ວ. ຂ້າພະເຈົ້າມັກຮັກການດຳລົງຊີວິດຢູ່ ຫວຽດນາມ, ໂດຍສະເພາະແມ່ນອາຫານການກິນ. ຊາວ ຫວຽດນາມ ແມ່ນມີຄວາມໃກ້ຊິດສະໜິດສະໜົມ, ຮັກແພງແຂກຄົນ. ຫວຽດນາມ ມີຄວາມປອດໄພທີ່ສຸດ. ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຮັບຊົມລະຄອນຕຸກກະຕານ້ຳ, ຂ້າພະເຈົ້າມັກທີ່ສຸດ ຍ້ອນພວກຂ້າພະເຈົ້າເປັນຊາວຕ່າງປະເທດ ຢາກຊອກຮູ້ກ່ຽວກັບປະຫວັດສາດຂອງ ຫວຽດນາມ.”

        ເລື່ອງຈັດລາຍການ “ເຄື່ອນໄຫວມິດຕະພາບ 2022” ແມ່ນກາລະໂອກາດເພື່ອໃຫ້ນະຄອນຫຼວງ ຮ່າໂນ້ຍ ໂຄສະນາເຖິງເພື່ອນມິດສາກົນ ກ່ຽວກັບພາບພົດ “ນະຄອນແຫ່ງສັນຕິພາບ” ໃກ້ຊິດສະໜິດສະໜົມ, ປອດໄພ, ມີສີສັນຫຼາກຫຼາຍ ແລະ ຄວາມສາມາດບົ່ມຊ້ອນຂອງການຮ່ວມມືພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ. “ການເຄື່ອນໄຫວມິດຕະພາບ 2022” ກໍແມ່ນກາລະໂອກາດທີ່ມີຄວາມໝາຍເພື່ອແນະນຳຈຸດວັດທະນະທຳຂອງຊາວ ຫວຽດນາມ ເຖິງເພື່ອນມິດສາກົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ແມ່ນເວທີປາໄສພົບປະ, ແລກປ່ຽນວັດທະນະທຳ ເພື່ອແນໃສ່ເພີ່ມທະວີນ້ຳໃຈສາມັກຄີ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

        “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ພັກກອມມິນູດ ຫວຽດນາມ ໄດ້ກຳນົດວ່າ ການທູດປະຊາຊົນແມ່ນໜຶ່ງໃນ 3 ເສົ້າຄ້ຳຂອງພື້ນຖານການທູດຮອບດ້ານ ແລະ ທັນສະໄໝ. ຜ່ານການເຄື່ອນໄຫວຄືແນວນີ້, ການທູດປະຊາຊົນໄດ້ຊ່ວຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນບັນດາປະເທດ, ຜ່ານນັ້ນກໍ່ຊ່ວຍປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອໃຫ້ປະເທດພັດທະນາ”.

ການເຄື່ອນໄຫວມິດຕະພາບ 2022: ຊ່ວຍເພື່ອນມິດສາກົນຫຍັບເຂົ້າມາໃກ້ກັບ ຫວຽດນາມ ກວ່າເກົ່າ - ảnh 2

ການຮັບຮູ້ຂອງປະຊາຄົມສາກົນ

        ກ່ອນນີ້ກ່ວາ 20 ປີ, ວັນທີ 17 ກໍລະກົດ 1999, UNESCO ໄດ້ເຊີດຊູ ຮ່າໂນ້ຍ ແມ່ນ “ນະຄອນເພື່ອສັນຕິພາບ”. ນາມມະຍົດນີ້ແມ່ນການຮັບຮູ້ຂອງປະຊາຄົມສາກົນກ່ຽວກັບບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງນະຄອນຫຼວງ ຮ່າໂນ້ຍ ໃນພາລະກິດແຫ່ງການຕໍ່ສູ້ເພື່ອສັນຕິພາບ ກໍຄືໃນພາລະກິດພັດທະນາ, ສ້າງສານະຄອນສັນຕິພາບ. ພາບພົດ ຮ່າໂນ້ຍ ຈຸດນັດພົບ “ປອດໄພ - ສະໜິດສະໜົມ”, ນັບນື້ນັບໄດ້ແນະນຳ, ໂຄສະນາຢ່າງກວ້າງຂວາງ ແລະ ໄດ້ຮັບຕີລາຄາສູງຈາກຫຼາຍອົງການຈັດຕັ້ງສາກົນ. ທ່ານນາງ Tatiana Pugh Moreno, ເອກອັກຄະລັດຖະທູດ ເວເລຊູເອລາ, ປະຈຳ ຫວຽດນາມ ແບ່ງປັນວ່າ:

        “ຮ່າໂນ້ຍ ໄດ້ກາຍເປັນເຮືອນຫຼັງໜຶ່ງ, ເປັນນະຄອນທີ່ມີການປະສົມປະສານ ລະຫວ່າງມູນເຊື້ອ ແລະ ຄວາມທັນສະໄໝ. ນີ້ແມ່ນນະຄອນທີ່ຟົດຟື້ນ ແລະ ພວມພັດທະນາຢ່າງແຮງ, ເປັນເຂດດິນແດນທີ່ມີບັນດາຄວາມສາມາດບົ່ມຊ້ອນທາງດ້ານການຄ້າ, ທ່ອງທ່ຽວ ແລະ ວັດທະນະທຳ. ປະຫວັດສາດ, ວັດທະນະທຳ ແລະ ສະຖາປັດຕະຍາກຳຂອງນະຄອນໄດ້ສ້າງຄວາມປະທັບໃຈຕໍ່ພວກຂ້າພະເຈົ້າ. ແຕ່ສິ່ງດີງາມທີ່ສຸດຂອງ ຮ່າໂນ້ຍ ນັ້ນແມ່ນຜູ້ຄົນທີ່ຢູ່ທີ່ນີ້”.

        ອີກເທື່ອໜຶ່ງລາຍການ “ເຄື່ອນໄຫວມິດຕະພາບ 2022” ໄດ້ປະກອບສ່ວນຊຸກຍູ້ນ້ຳໃຈຂອງເພື່ອນມິດສາກົນທີ່ມີຕໍ່ ຮ່າໂນ້ຍ, ຫວຽດນາມ, ໂຄສະນາບັນດາຜົນງານໃນພາລະກິດແຫ່ງການປ່ຽນແປງໃໝ່ຂອງນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ ແລະ ປະເທດ ຫວຽດນາມ ເວົ້າລວມ ເຖິງເພື່ອນມິດຢູ່ 5 ທະວີບໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ