ການເລືອກຕັ້ງກາງສະໄໝຢູ່ອາເມລິກາ

ການເລືອກຕັ້ງກາງສະໄໝຢູ່ອາເມລິກາ - ảnh 1
ປະທານາທິບໍດີ Barack Obama ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ຢູ່ Illinois ໃນ​ວັນ​ທີ 20/10
 (ພາບ: Reuters)

(vovworld) - ວັນ​ທີ 4/11, ຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ ກ​ວ່າ 100 ລ້ານ​ຄົນ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ຜູ້ຕາງໜ້າ​ຢູ່​ຫໍສະພາ​ແຫ່ງ​ຊາດສະຫະລັດ. ເຖິງວ່າບໍ່ມີລັກສະນະຕັດສິນກໍ່ຕາມ, ແຕ່ຜົນການເລືອກຕັ້ງກາງສະໄໝຄັ້ງ​ນີ້​ມີ​ຜົນ​ສະທ້ອນ​ເຖິງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ 2 ປີ​ຈະ​ມາ​ເຖິງ. ບັນດາ​ນັກ​ສັງ​ເກດ​ການດ້ານການ​​ເມືອງຖື​ວ່າ, ໃນ 2 ປີ ທ້າຍ​ອາຍຸ​ການ​ຂອງ​ຕົນ. ປະທານາທິບໍດີ Barack Obama ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​.

        ນີ້​ແມ່ນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​, ເພາະວ່າ​ມັນ​ຖືກ​ຈັດ​ຕັ້ງ​ໃນ​ກາງ​ອາຍຸ​ການ 4 ປີ ຂອງ​ປະທານາທິບໍດີ, ​ເຖິງ​ວ່າ​ບັດ​ເລືອກ​ຕັ້ງ​ແມ່ນ​ເລືອກທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ (ສສຊ) ນັບ​ທັງ​ສະພາ​ຕຳ່ ​ແລະ ສະພາ​ສູງ ​ແລະ ທີ່​ນັ່ງ​ຂອງ​ຜູ້​ວ່າການ​ລັດຈຳນວນ​ໜຶ່ງ. ​ໃນ​ສະພາ​ແຫ່ງ​ຊາດ​, ສະມາ​ຊິກ​ສະພາ​ຕຳ່​ທັງ​ໝົດ 435 ທ່ານ, ລ້ວນ​ແຕ່​ຕ້ອງ​ປະ​ເຊີນ​ໜ້າກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, 2 ປີ/​ເທື່ອ​ໜຶ່ງກໍ່ຕາມ​. ​ແຕ່​ມີ​ພຽງ 1/3 ​ໃນ​ຈຳນວນ​ 100 ທີ່​ນັ່ງ​ໃນ​ສະພາ​ສູງ​ ແມ່ນ​ຕ້ອງ​ອອກ​ສະໝັກ​ເລືອກ​ຕັ້ງ​ໃນ​ແຕ່ລະ​ເທື່ອ. ປີ​ນີ້, ມີ 37 ທີ່​ນັ່ງ​ໃນ​ສະພາ​ສູງ​ ​ໄດ້ຮັບ​ການອອກ​ສະໝັກ​ເລືອກ​ຕັ້ງ ​ແລະ ມີ 37 ທີ່​ນັ່ງ​ຜູ້​ວ່າການ​ລັດ​ ແມ່ນ​ເພື່ອ​ໃຫ້​ຜູ້​ສະໝັກ​ເລືອກ​ຕັ້ງ​ປ່ອນ​ບັດ.

        ​ເປັນ​ຫຍັງ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ມີ​ຄວາມ​ສຳຄັນ​ ?

        ກ່ອນ​ອື່ນ​ໝົດ, ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ​ແມ່ນ​ການ​ຊ່ວງ​ເສັງ​ທີ່​ມີ​ລັກສະນະ​ເປັນຕາ​ຍ, ດ້ວຍ​ນະ​ໂຍບາຍ​ຂອງ​ພັກ​ຕ່າງໆ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ​ໃນ 2 ປີ​ຕໍ່ໜ້າ. ​ໂດຍ​ອີງ​ໃສ່​ຜົນ​ຂອງ​ການ​ເລືອກ​ຕັ້ງ, ບັນດາ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ຂອງ​ສອງ​ພັກ​ຄື: ​ພັກສາ​ທາ​ລະນະ ​ແລະ ພັກ​ປະຊາທິປະ​ໄຕ ທີ່​ໄດ້​ຮັບສະ​ເໜີ​ອອກສະໝັກ​ຮັບ​ເລືອກ​ຕັ້ງ​ເພື່ອ​ກາຍ​ເປັນ​ຜູ້ນຳ​ຂອງ​ປະ​ເທດນັ້ນ ຈະ​ຕ້ອງພິຈາລະນາຫຼັກ​ໝັ້ນ, ທັດສະນະ​ດ້ານ​ການ​ເມືອງ​ຂອງ​ຕົນ, ກໍ່​ຄື​ປັບປຸງ​ແນວທາງ​ເຄື່ອນ​ໄຫວ, ​ແຜນການ​ອອກ​ສະໝັກ​ເລືອກ​ຕັ້ງ ​ເພື່ອ​​ສົມ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ. ຜົນ​ຂອງ​ການ​ເລືອກ​ຕັ້ງ​ຜູ້​ວ່າການ​ລັດ​ ຢູ່​ລັດ​ຈຳນວນ​ໜຶ່ງ​ກໍ່​ຕົກລົງ​ລາຍ​ຊື່​ບັນດາ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ທີ່​ສາມາດ​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ໄດ້.

ປະຈຸ​ບັນ, ພັກ​ປະຊາທິປະ​ໄຕກວມ​ອັດຕາ​ສ່ວນ​ຫຼາຍ​ໃນ​ສະພາ​ສູງ ດ້ວຍ 53 ທີ່​ນັ່ງ, ​ເມື່ອ​ທຽບ​ໃສ່ 45 ທີ່​ນັ່ງ​ຂອງ​ພັກສາ​ທາ​ລະນະ ​ແລະ 2 ທີ່​ນັ່ງ​ເປັນ​ເອກະລາດ. ສ່ວນ​ຢູ່​ສະພາ​ຕຳ່, ພັກສາ​ທາ​ລະນະ ​ພັດ​ກວມ​ອັດຕາ​ສ່ວນ​ຫຼາຍ​ດ້ວຍ 233 ທີ່​ນັ່ງ ​ເມື່ອ​ທຽບ​ໃສ່ 199 ທີ່​ນັ່ງ​ຂອງ​ພັກ​ປະຊາທິປະ​ໄຕ. ທັງ​ສອງ​ພັກ​ລ້ວນ​ແຕ່​ຫວັງ​ຈະ​ໄດ້​ຮັບ​ອັດຕາ​ສ່ວນ​ຫຼາຍ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້. ​ເພາະວ່າ​ພັກ​ໃດ​ໄດ້​ຮັບ​ບັດ​ສະໜັບສະໜູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ກວ່າ, ພັກ​ນັ້ນ​ຈະ​ມີ​ສິດ​ຄວບ​ຄຸມ​ທັງ​ສະພາ​ຕຳ່ ​ແລະ ສະພາ​ສູງ, ​ເປັນ​ຜູ້​ຊີ້​ນຳ​ນຳພາທັງ​ອຳນາດບໍລິຫານ, ​ທັງອຳນາດ​ນິຕິບັນຍັດ​ໂດຍ​ກົງ.

ຕັ້ງຄວາມ​ເຊື່ອ​ໝັ້ນຕໍ່​ພັກສາ​ທາ​ລະນະ​ ​ຫຼື​ພັກ​ປະຊາທິປະ​ໄຕ

ນີ້​ແມ່ນ​ຄວາມ​ເປັນ​ຫ່ວງ​ກັງວົນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເກືອບ​ທັງ​ໝົດ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້. ​ເພາະວ່າ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 113 ​ໃນ​ປະຈຸ​ບັນ​ ໄດ້​ຮັບ​ຕຳ​ໜິຕິຕຽນ​ວ່າ​ ເຄື່ອນ​ໄຫວບໍ່​ມີ​ປະສິດທິ​ຜົນ​ທີ່​ສຸດ​ໃນ​ປະຫວັດສາດ. ທ່າ​ຟື້ນ​ຟູ​ຂອງ​ພື້ນຖານ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​ຂອງ​ໂລກ​ຍັງ​ຄົງ​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ. ຕະຫຼາດ​ແຮງ​ງານ, ​ເຖິງ​ວ່າ​ໄດ້​ຮັບ​ການ​ປັບປຸງ​ແລ້ວ​ກໍ່ຕາມ, ​ແຕ່​ອັດຕາ​ສ່ວນ​ຜູ້​ຫວ່າງ​ງານ​ໄລ່​ຮອດ​ເດືອນ 10 ຍັງ​ຢູ່​ໃນ​ລະດັບ​ສູງ​ຢູ່​ ແມ່ນ 5,9% ​ເມື່ອ​ທຽບ​ໃສ່​ຄາດໝາຍ 5% ​ເຊິ່ງທະນາຄານ​ສະ​ສົມ​ສະຫະລັດ​ອາ​ເມ​ລິ​ກາ (FED) ​ໄດ້​ວາງ​ອອກ.

ສະພາບ​ການ​ເມືອງ​ໃນ​ໄລຍະ 6 ປີ ທີ່​ທ່ານ Barack Obama ​ເປັນ​ປະທານາທິບໍດີ, ຍາມ​ໃດ​ກໍ່​ຕົກ​ຢູ່​ໃນ​ສະພາບ​ຍາກ​ທີ່​ຈະ​ແກ້​ໄຂ​ບັນດາ​ບັນຫາ​ຄື: ການ​ໃຊ້​ຈ່າຍ​ງົບປະມານ, ການ​ປະຕິ​ຮູບ​ກົດໝາຍ​ວ່າ​ດ້ວຍ​ເຂົ້າ​ອາໄສ, ການ​ຄວບ​ຄຸມ​ປືນ, ລູກປືນ, ການ​ປະຕິ​ຮູບ​ລະບົບ​ປະກັນ​ໄພ ​ແລະ ສົ່ງ​ເສີມ​ສຸຂະພາບ…​ເຖິງ​ວ່າ​ໄດ້​ຮັບ​ຜົນງານ​ໃນ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຖອນ​ທະຫານ​ອອກ​ຈາກ​ສະໜາມຮົບ​ອີ​ຣັກ ​ແລະ ອາບ​ກາ​ນິສະຖານ​ກໍ່ຕາມ, ​ແຕ່​ປະ​ເທດ​ອາ​ເມ​ລິ​ກາ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ປະທານາທິບໍດີ Barack Obama, ພັດ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັ້ນ​ຮົບ​ຕ້ານ​ຄືນ​ກຸ່ມ​ປະກອບ​ອາວຸດ ລັດ​ອິດສະ​ລາມ (IS) ຢູ່​ອີຣັກ ​ແລະ ຊີຣີ, ​ເຊິ່ງບໍ່​ທັນ​ຮູ້​ຈະ​ແກ່ຍາວ​ຮອດ​ເວລາ​ໃດ. ຂະ​ບວນການ “ລະດູບານ​ໃໝ່​ອາຣັບ“ ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ເໜືອ, ຄິດ​ວ່າ​ຈະ​ນຳ​ມາ​ເຊິ່ງພື້ນຖານ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ບັນດາ​ປະ​ເທດ​ເຫຼົ່າ​ນັ້ນ​ຍັງ​ຄົງ​ຢູ່​ໃນ​ສະພາບ​ສັບສົນ​ຢູ່. ວິວັດທະນາ​ການ​ສັນຕິພາບລະຫວ່າງ​ປາ​ແລດ​ສະຕີ​ນ ​ແລະ ອິດສະຣາ​ແອນ ບໍ່​ມີ​ຄວາມ​ຄືບ​ໜ້າ, ຊຳ້​ບໍ່​ໜຳ​ພັດ​ຕົກ​ຢູ່​ໃນ​ສະພາບ​ບໍ່​ມີ​ທາງ​ອອກ. ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ​ໃນ​ປະຈຸ​ບັນ​ມີ​ໄພ​ຈະ​ກັບ​ຄືນ​ສູ່​ໄລຍະ​ສົງຄາມ​ເຢັນ. ຄຽງ​ຄູ່​ກັນ​ນັ້ນ, ອາ​ເມ​ລິ​ກາ​ຕ້ອງ​ຈ່າຍ​​ຊັບ​ສິນ​ເງິນ​ທອງ ກໍ່​ຄື​ຊັບພະຍາກອນ​ມະນຸດ​​ໃຫ້​ແກ່​ໂລກ​ພະຍາດ​ Ebola ທີ່​ພວມ​ແຜ່​ລະບາດ​ເຂົ້າປະ​ເທດ​ນີ້ຫຼາຍອີກ.

ການ​ທ້າ​ທາຍ​ສຳລັບ​ປະທານາທິບໍດີ Barack Obama

​ໃນ​ສະພາບ​ການ​ດັ່ງກ່າວ, ວົງ​ການ​ນັກ​ໄຈ້​ແຍກ​ຄາດ​ຄະ​ເນ​ວ່າ, ພັກ​ສາທາລະນະ​ອາດ​ຈະ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ, ຍ້ອນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສ່ວນ​ໜຶ່ງ​ສະ​ແດງ​ຄວາມ​ເສຍ​ຫວັງ​ຕໍ່​ບັນດາ​ລັດຖະນະ​ໂຍບາຍ​ຂອງ​ອຳນາດ​ການ​ປົກຄອງ. ຕາມຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງກ່ອນ​ການ​ເລືອກ​ຕັ້ງ​ແລ້ວ, 50% ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະໜັບສະໜູນ​ພັກສາ​ທາ​ລະນະ​ ​ແລະ 44% ​ແມ່ນ​ສະໜັບສະໜູນ​ພັກ​ປະຊາທິປະ​ໄຕ. ກາລະ​ໂອກາດ​ໄດ້​ຮັບ​ໄຊຊະນະ​ຂອງພັກສາທາລະນະ​ຢູ່​ສະພາ​ສູງ​ໃນ​ປະຈຸ​ບັນ​ແມ່ນ 62,3%, ​ໃນ​ຂະນະ​ນັ້ນ, ກາລະ​ໂອກາດ​ຂອງ​ພັກ​ປະຊາທິປະ​ໄຕບັນລຸ​ພຽງ 37.7%. ຖ້າ​ຫາກ​ວ່າ​ສິ່ງ​ດັ່ງກ່າວ​ປະກົດ​ຜົນ​ເປັນ​ຈິງ, ປະທານາທິບໍດີ ພັກ​ປະຊາທິປະ​ໄຕ Barack Obama ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ໄລຍະ 2 ປີ​ສຸດ​ທ້າຍ​ຂອງ​ອາຍຸ​ການ.

ປະຫວັດ​ດ້ານ​ການ​ເມືອງ​ຂອງ​ອາ​ເມ​ລິ​ກາສະ​ແດງ​ໃຫ້​ເຫັນ​ວ່າ, ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ​ແມ່ນ​ການ​ເລືອກ​ຕັ້ງ​ເຊິ່ງປະຊາຊົນ​ໃຊ້​ບັດ​ເລືອກ​ຕັ້ງ​ເພື່ອ​ສະ​ແດງ​ທັດສະນະ​ຂອງ​ຕົນ​ທີ່​ມີ​ຕໍ່​ປະທານາທິບໍດີ ​ແລະ ພັກ​ຂອງ​ປະທານາທິບໍດີ. ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Barack Obama ພວມ​ຕົກ​ຢູ່​ໃນ​ກຳມື​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ສະພາ​ຕຳ່​ຍັງ​ຄົງ​ຂຶ້ນ​ກັບ​ຝ່າຍ​ສາທາລະນະ. ກົງກັນຂ້າມ, ສະພາ​ສູງ​​ເຊິ່ງປະຈຸ​ບັນພວມ​ຂຶ້ນ​ກັບ​ຝ່າຍ​ປະຊາທິປະ​ໄຕນັ້ນ, ກຳລັງ​ມີ​ໄພ​ຫັນ​ໄປ​ສູ່​ພັກ​ຝ່າຍ​ຄ້ານ. ປະຈຸ​ບັນ​ບໍ່​ທັນ​ຮູ້​ໝາກຜົນ​ແມ່ນ​ຄື​ແນວ​ໃດ, ​ແຕ່​ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ, ອາຍຸ​ການ​ທີ່​ຍັງ​ເຫຼືອ​ຂອງ​ປະທານາທິບໍດີ Barack Obama ຈະ​ສິ້ນ​ສຸດ​ລົງ​ໃນ​ຄວາມ​ຫຍຸ້ງຍາກ. ມີ​ຮ່າງກົດໝາຍ​ສຳ​ຄັນຫຼາຍ​ສະບັບ​ອາດ​ຈະ​ບໍ່​ປະກົດ​ຜົນ​ເປັນ​ຈິງ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະໜັບສະໜູນ​ພັກສາ​ທາ​ລະນະ​ສາມາດ​ໃຊ້​ບັດ​ເລືອກ​ຕັ້ງ​ຂອງ​ຕົນ​ເພື່ອ​ຊ່ວຍ​ພັກ​ນີ້​ຮັກສາ​ທີ່​ຕັ້ງ​ຢູ່​ສະພາ​ສູງ​ຢ່າງ​ໝັ້ນຄົງ, ​ແລະ ​ເປີດ​ສາກ​ໃຫ້​ຄາດໝາຍ​ຍາດ​ໄດ້​ທີ່​ນັ່ງ​ປະທານາທິບໍດີ​ເພື່ອ​ຊີ້​ນຳ​ນຳພາ​ອຳນາດ​ບໍລິຫານ​ໃນ​ປີ 2016.


ຕອບກັບ

ຂ່າວ/ບົດ​ອື່ນ