ການໄປປະຕິບັດງານເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ສຳພັນທະມິດເອີລົບ

(vovworld)- ທ່ານ Mike Pence, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຫາກໍ່​ໄປ​​ປະ​ຕິ​ບັດ​ງານ​ຢູ່ ເອີ​ລົບ ເປັນ​ຄັ້ງ​ທຳ​ອິດ​ໃນ​ຖາ​ນະ​ຕຳ​ແຫນ່ງ​ໃຫມ່ ໃນ​ສະ​ພາບ​ການ​ເອ​ີ​ລົບ ​ຂາດ​ຄວາມ​ສະ​ຫງົບ​ຕໍ່​ຄຳ​ຖະ​ແຫລງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຫວ່າງ​ແລ້ວນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ພາບ​ການ​​ມີ​ຄວາມ​ສະ​ຫງົບ​ຊົ່ວ​ຄາວ ເມື່ອໝາກ​ຜົນ​ຢ້ຽມ​ຢາມ​ເອີ​ລົບ​ຂອງ ທ່ານ Mike Pence ໄດ້​ຊີ້​ແຈ້ງ​​ຫລັກ​ໝັ້ນ​ສ່ວນ​ໃດ​ຫນຶ່ງ​​ຂອງ ເອີ​ລົບ ຍັງ​ຄົງ​ແມ່ນ “ຄູ່​ຮ່​ວມ​ມື​ທີ່​ຂາດບໍ່​ໄດ້” ຂອງ ອາ​ເມ​ລິ​ກາ, ລົບ​ລ້າງ​ບັນ​ດາ​ຄວາມ​ສົງ​ໃສ​ຂອງ ເອີ​ລົບ ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ພາຍ​ໃຕ້​ອຳ​ນາດ​ການ​ປົກ​ຄອງຂອງ​ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump.

ການໄປປະຕິບັດງານເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ສຳພັນທະມິດເອີລົບ - ảnh 1
ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ກ່າວ​ຄຳ​ເຫັນ​ທີ່​
ການ​ປະ​ຊຸມ​ຂ່າວ​ຢູ່ ວໍ​ຊິງ​ຕັນ DC
ພາບ:AFP/TTXVN

        ຄວາມບໍ່​ລົງ​ລອຍ​ກັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ EU, NATO ກັບ ອາ​ເມ​ລິ​ກາ ຮ້າຍ​ແຮງ​ຂຶ້ນ ພາຍ​ຫລັງ​ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຍົກ​ອອກ​ບັນ​ດາ​ຄຳ​ຖະ​ແຫລງ​ເມື່ອ​ເດືອນ 1/2017 ວ່າ: NATO ໄດ້​ຕົກ​ເຂົ້າ​ສູ່​ໄລ​ຍະ​ຫລ້າ​ຫລັງ​ແລ້ວ ແລະ ບັນ​ດາ​ປະ​ເທດ ເອີ​ລົບ ບໍ່​ແບກ​ຫາບ​ແຫລ່ງ​ລາຍ​ຈ່າຍ​ໃຫ້​ກຸ່ມ. ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ກໍ​ຕຳ​ຫນິ​ຕິ​ຕຽນ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ Angela Merkel ຍ້ອນ​ນະ​ໂຍ​ບາຍ​ເຂົ້າ​ເມືອງ​ສະ​ດວກ​ສະ​ບາຍ​ທີ່​ສຸດ, ເຮັດ​ໃຫ້​ຫລາຍ​ປະ​ເທດ​ເອີ​ລົບ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ສ່ຽງ​ກໍ່​ການ​ຮ້າຍ​ຈາກ​ອົງ​ການ​ລັດ​ອິດ​ສະ​ລາມ​ຂະ​ຫນານ​ນາມ​ເອງ (IS). ເປັນ​ຫນ້າ​ສົນ​ໃຈ, ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖື​ວ່າ : “ Brexit ແມ່ນ​ສິ່ງ​ດີ​ເລີດ” ແລະ ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ລະ​ຫວ່າງ ສະ​ຫະ​ພາບ​ເອີ​ລົບ - ອ​ັງ​ກິດ ຈະ “ເປັນ​ສິ່ງ​ທີ່​ດີ​ໃຫ້​ທັງ​ສອງ​ຝ່າຍ”. ບັນ​ດາ​ຄຳ​ຖະ​ແຫລງ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖືກ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ຫລາຍ​ປະ​ເທດ​ຂຶ້ນ​ກັບ EU, ເຮັດ​ໃຫ້ ເອີ​ລົບ ມີ​ຄວາມ​ວິ​ຕົກ​ກັງ​ວົນ​​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ເມ​ລິ​ກາ ໃນ​ພາກ​ພື້ນ.

        ກ່ອນ​ຫນ້ານັ້ນ ໃນ​ໄລ​ຍະ​ຫາ​ສຽງ​ເລືອກ​ຕັ້ງ, ທ່ານ Donald Trump ໄດ້​ຕຳ​ຫນິ​ຕິ​ຕຽນ​ຫລາຍ​ຄັ້ງ​ຕໍ່​ເລື່ອງ​ຫລາຍ​ປະ​ເທດ NATO ບໍ່​ປະ​ກອບ​ລະ​ດັບ​ລາຍ​ຈ່າຍ​ການ​ທະ​ຫານ​ຢ່າງ​ພຽງ​ພໍ​ຄື​ໃນ​ຄຳ​ໝັ້ນ​ສັນ​ຍາ, ໃນ​ຂະ​ນະ​ນັ້ນ ອາ​ເມ​ລິ​ກາ ປະ​ກອບ​ລາຍ​ຈ່າຍ​ເປັນ​ສ່ວນ​ໃຫຍ່​ໃຫ​້​ແກ່​ສຳ​ພັນ​ທະ​ມິດນີ້. ຊ່້ຳ​ບໍ່​ໜຳ ທ່ານ Donald Trump ຍັງ​ນາບ​ຂູ່​ວ່າ​ຈະ​ພິ​ຈາ​ລະ​ນາ​ຄືນ​ສາຍ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ​ກຸ່ມນີ້.

EU ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂາດບໍ່​ໄດ້​ຂອງ​ອາ​ເມ​ລິ​ກາ

        ​ໄລ​່​ມາ​ຮອດ​ຈຸດ​ເວ​ລານີ້, ທ່ານ Mike Pence, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແມ່ນ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ສຸດ​ໃນ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ Donald Trump ໄປ​ຢ້ຽມ​ຢາມ​ເອີ​ລົບ. ຮ່ວມ​ເດີນ​ທາງ​ກັບ​ທ່ານ Mike Pence ມີ​ລັດ​ຖະ​ມົນ​ຕີ​ຫລັກ​ແຫລ່ງ 3 ທ່ານ​ຄື: ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Rex Tillerson, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ James Mattis, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ John Kelly.

        ໃນ​ການ​ຢ້ຽມ​ຢາມ​ຄັ້ງນີ້, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ເຂົ້າ​ຮ່ວມກອງ​ປະ​ຊຸມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່ Munich (ເຢ​ຍ​ລະ​ມັນ), ຖັດ​ມາ​ແມ່ນ​ຢ້ຽມ​ຢາມ ບ​ຣຸກ​ແຊນ ປະ​ເທດ​ແບນ​ຊີກ, ຊື່ງ​ແມ່ນ​ສະ​ຖານ​ທີ່​ມີ​ສຳ​ນັກ​ງານ​ຂອງ ສະ​ຫະ​ພາບ​ເອີ​ລົບ ແລະ NATO. ເລື່ອງຢັ້ງ​ຢືນ​ຫລັກ​ໝັ້ນ​ຂອງ EU ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂາດບໍ່​ໄດ້​ຂອງ ອາ​ເມ​ລິ​ກາ ໂດຍ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ປະ​ກາດ​ທີ່​ເວ​ທີ​ປາ​ໄສ​ຂອງກອງ​ປະ​ຊຸມ​ປ້ອງ​ກັນ​ຄວາມ​ສະ​ຫງົບ Munich ກໍ​ຄື​ໃນ​ການ​ເຈ​ລະ​ຈາ, ການ​ພົບ​ປະ​ກັບ​ການ​ນຳ​ສະ​ຫະ​ພາບ​ເອີ​ລົບ. ທ່ານ​ຊີ້​ແຈ້ງວ່າ ອາ​ເມ​ລິ​ກາ ຖື​ເປັນ​ສຳ​ຄັນ ແລະ ສືບ​ຕໍ່​ຮັກ​ສາ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ຄວາມ​ໝັ້​ນ​ຄົງ​ກ່ອນນີ້ກັບ ເອີ​ລົບ. ອາ​ເມ​ລິ​ກາ ຈະ​ແບ່ງ​ປັນ​ກັບ​ເອີ​ລົບ​ບັນ​ດາ​ຄຸນ​ຄ່າ​ເສ​ລີ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ ອຳ​ນາດ​ນິ​ຕິ​ບັນ​ຍັດ. ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ຍັງ​ເນັ້ນ​ຫນັກ​ວ່າ ເຖິງວ່າ​ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ ແຕ່​ສອງ​ຝ່າຍ​ ໄດ້​ມີ​ມໍ​ລະ​ດົກ​ຮ່ວ​ມ, ບັນ​ດາ​ຄຸນ​ຄ່າ​ຮ່ວມ ແລະ ຍິ່ງກວ່ານັ້ນ​ມີ​ເຈດ​ຈຳ​ນົງ​ດຽວ​ໃນ​ການ​ຊຸກ​ຍູ້​ພື້ນ​ຖານ​ສັນ​ຕິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ທັງ​ສອງ​ຝັ່ງ​ມະ​ຫາ​ສະ​ມຸດ​ອັດ​ລັງ​ຕີກ. ດ້ວຍ​ຄຳ​ຢັ້ງ​ຢືນວ່າ “ຊາ​ຕະ​ກຳ​ຂອງ ອາ​ເມ​ລິ​ກາ ແລະ ເອີ​ລົບ ຍາມ​ໃດ​ກໍ​ຄຽງ​ຄູ່​ກັນ, ຄວາມ​ຫຍຸ້ງ​ຍາກ​ຂອງ ເອີ​ລົບ ກໍ​ແມ່ນ​ຄວາມ​ຫຍຸ້ງ​ຍາກ​ຂອງ ອາ​ເມ​ລິ​ກາ”, ວໍ​ຊີ​ງ​ຕັນ ໄດ້​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ ເອີ​ລົບ​ເຂົ້າ​ຮ່ວມກອງ​ປະ​ຊຸມ Munich ຫລຸດ​ຜ່ອນ​ຄວາມ​ວິ​ຕົກ​ກັງ​ວົນ​ກວ່າ.

        ໃນ​ຂະ​ນະ​ນັ້ນ, ເມື່ອ​ເຕື້ອງ​ເຖິງ​ການ​ພົວ​ພັນ​ກັບ NATO, ທ່ານ​​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ກໍ່​ໄດ້​ເນັ້ນ​ຫນັກ​ເຖິງ​ຄຳ​ໝັ້​ນ​ສັນ​ຍາບໍ່​ມີ​ຫຍັງ​ປ່ຽ​ນ​ແ​ທນ​ໄດ້​ຂອງ​ອາ​ເມ​ລິ​ກາ ສຳ​ລັບ NATO. ​ທ່ານ ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ຕີ​ລາ​ຄາ​ວ່າ ອົງ​ການນີ້​ແມ່ນ​ປະ​ຖົມ​ປັດ​ໄຈ ຮັບ​ປະ​ກັນ​ໃຫ້​ໂລກ​ມີ​ຄວາ​ມ​ປອດ​ໄພ​ກວ່າ ແລະ ສວມ​ບົດ​ບາດ​ສຳ​ຄັນ​ໃຫ້​ພື້ນ​ຖານ​ສັນ​ຕ​ິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ໂລກ.

        ບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສະ​ຫນັບ​ສະ​ຫນູນ NATO ເທົ່າ​ນັ້​ນ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ຍັງ​ຍົກ​ອອກ​ສານ​ຈຳ​ນວນ​ຫນຶ່ງ​ເພື່ອ​ເລັ່ງ​ໃສ່ ລັດ​ເຊຍ, ໃນ​ສະ​ພາບ​ການ​ຫລາຍ​ປະ​ເທດ ເອີ​ລົບ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ອາ​ເມ​ລິ​ກາ ອາດ​ຈະ​ຫລຸດ​ຜ່ອນ​ຫລັກ​ໝັ້ນ​ກັບ​ລັດ​ເຊຍ. ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ຖະ​ແຫລງວ່າ ອາ​ເມ​ລິ​ກາ ຈະ​ບັງ​ຄັບ​ໃຫ້​ລັດ​ເຊຍ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ບັນ​ຫາ ຢູ​ແກຼ​ນ, ຮຽກ​ຮ້ອງ​ລັດ​ເຊຍ ຕ້ອງ​ເຄົາ​ລົບ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ Mink ຊື່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2015 ແລະ ຢຸດ​ຕິ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ແກຼນ.

ປະ​ຕິ​ກິ​ລິ​ຍາ​ຈາກ ເອີ​ລົບ

        ຄຳ​ຖະ​ແຫລງວ່າ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ຮ່ວມ​​ເດີ​ນ​ທາງ​ພ້ອມກັບ NATO ແລະ ເອີ​ລົບ ຂອງ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ສ່ວນ​ຫນຶ່ງ​ໄດ້​ເຮັດ​ໃຫ້​ການ​ນຳ​ບັນ​ດາ​ປະ​ເທດ ເອີ​ລົບ ມີ​ຄວາມ​ພຶງ​ພໍ​ໃຈ​ສ່ວນ​ໃດ​ຫນຶ່ງ. ຕອບ​ຄືນ​ຄຳ​ຮຽກ​ຮ້ອງ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງ​ບັນ​ດາ​ປະ​ເທ​ດ​ສຳ​ພັນ​ທະ​ມິດ​ຄວນ​ມີ​ການ​ແບ່ງ​ປັນ​ຢ່າງ​ຍຸ​ຕິ​ທຳ​ໃນ​ການ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ NATO, ທີ່ກອ​ງ​ປະ​ຊຸມ​ປ​້ອງ​ກັນ​ຄວາມ​ສະ​ຫງົບ Munich, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ໄດ້​ຢືນ​ຢັນ​ວ່າ: ລັດ​ຖະ​ບານປະ​ເທດນີ້ ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​​ເພື່ອ​ຕອບ​ສະ​ຫນອງ​ຄາດ​ໝາຍ​ລາຍ​ຈ່າຍ 2% ຍອດ​ GDP ໃຫ້​ແກ່ການ​ປ້ອງ​ກັນ​ຊາດ​ຮອດ​ປີ 2024. ທ່ານ​ນາງ Angela Merkel ກໍ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທ​ດ​ພ້ອມ​ກັນ​ຮັບ​ມື​ກັບ​ບັນ​ດາ​ການ​ນາບ​ຂູ່​ທົ່ວ​ໂລກ ແລະ ຖື​ວ່າ ເອີ​ລົບ ຍັງ​​ມີ​ຄວາມຕ້ອງ​ການ​ອາ​ເມ​ລິ​ກາ​ໃນ​ການ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍ​ຢູ່.

        ເຖິງວ່າ​ມີ​ຄວາມ​ພຶງ​ພໍ​ໃຈ ຕໍ່​ຫລັກ​ໝັ້ນຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ເອີ​ລົບ ແລະ NATO ກໍ​ຕາມ ແຕ່​ມີ​ເຈົ້າ​ຫນ້າ​ເອີ​ລົບ ​ຫລາຍ​ທ່ານ ຍັງ​ຄົງເນັ້ນ​ຫນັກວ່າ: ອາ​ເມ​ລິ​ກາ ຕ້ອງ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ປະ​ກາດ. ປະ​ທານ​ສະ​ພາ​ເອີ​ລົບ Donald Tusk ຖື​ວ່າ : ອາ​ເມ​ລິ​ກາ ແລະ ເອີ​ລົບ ຄວນ​ປະ​ຕິ​ບັດ​ທຸກສິ່ງ​ທີ່​ຕົນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ, ພ້ອມ​ທັງ​ເນັ້ນ​ຫນັກ​ເຖິງ​ຄວາມ​ຈິງວ່າ ໂລກ​ຈະ​ຕົກ​ເຂົ້າ​ສູ່​ສະ​ພາບ​ຊົ່ວ​ຮ້າຍ ຖ້າ​ຫາກ ເອີ​ລົບ​ຖືກ​ແບ່ງ​ແຍກ. ທ່ານ Tusk ກໍ່ຮູ້​ສຶກ​ເສຍ​ດາຍ ຍ້ອນ​ມີ​ຫລາຍ​ສິ່ງ​ທີ​່​ເກີດ​ຂຶ້ນ​ໃນ​ສອງ​ສາມ​ເດືອນ​ຜ່ານ​ມາ ເພື່ອ​ອາດ​ຈະ​ຖື​ວ່າ ທຸກ​ສິ່ງ​ທ​ຸກ​ຢ່າງ​ຍັງ​ຈົບ​ງາມ​ຄື​​ມີ​ຢູ່​ແລ້ວ.”. ໃນ​ຂະ​ນະ​ນັ້ນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ Jean Claude Juncker ​ຍັງຖະ​ແຫລງວ່າ ປະ​ເທດ​ອາ​ເມ​ລິ​ກາ ຢາກ​​ໃຫ້ ເອີ​ລົບ​ມີ​ຄວາມ​ເຂັ້ມ​ແຂງ ແລະ ເປັນ​ເອ​ກະ​ພາບ​ໃນ​ທຸກ​ບັນ​ຫາ, ເປັນ​ຕົ້ນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ. ທ່ານ Juncker ເນັ້ນ​ຫນັກ​ເປັນ​ພິ​ເສດ​ວ່າ ປະ​ຈຸ​ບັນ ບໍ່​ແມ່ນ​ຈຸດ​ເວ​ລາ​ເພື່ອ​ແບ່ງ​ແຍກ​ເອີ​ລົບ.

        ບັນ​ດາ​ປະ​ເທດ ເອີ​ລົບ ແລະ NATO ເຄີຍ​ລໍ​ຖ້າ​ການ​​ໄປ​ປະ​ຕິ​ບັດ​ງານ ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence, ປະ​ຈຸ​ບັນ ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ກວ່າ​ຕໍ່​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ທຳ​ນຽບ​ຂາວ. ເຖິງ​ວ່າ ຍັງ​ບໍ່​ທັນ​ຟື້ນ​ຟູ​ການ​ພົວ​ພັນ​ອັນ​ດີ​ງາມ​ຄື​ກ່ອນນີ້​ກໍ​ຕາມ ແຕ່ ອາ​ເມ​ລິ​ກາ ແລະ EU ໄດ້​ຫຍັບ​ມໍ່​ໃກ້​ກັນ​ກວ່າສ່ວນ​ໃດ​ສ່ວນ​ຫນຶ່ງ, ຫັນ​ຄຳ​ໝັ້ນ​ສັນ​ຍາ​ຄູ່​ຮ່ວມ​ມື​ທີ່​ຂາດບໍ່​ໄດ້​ຂອງ​ກັນ​ໃນ​ຫລາຍ​ຂົງ​ເຂດ​​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງເທື່ອ​ລະ​ກ້າວ.


ຕອບກັບ

ຂ່າວ/ບົດ​ອື່ນ