ຄວາມ​ມີ​ໄຫວ​ພິບ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຟຶື້ນຟູພື້ນຖານ​ເສດຖະກິດ

(VOVWORLD) -ວັນທີ 15 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ສິ້ນສຸດການປຶກສາຫາລືທີ່ແກ່ຍາວເປັນເວລາ 2 ວັນ ຢູ່ທີ່ກອງປະຊຸມກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ປີ 2019, 6 ເດືອນຕົ້ນປີ 2020. ມີມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ຫຼາຍປະການ ໂດຍບັນດາສະມາຊິກສະພາແຫ່ງຊາດໄດ້ເຕື້ອງເຖິງ ບົນເນື້ອໃນຈິດໃຈທີ່ວ່າ ຕ້ອງຍາດແຍ່ງທ່າໄດ້ປຽບໃນການຄວບຄຸມໂລກລະບາດໂຄວິດໄດ້ຢ່າງທັນທີ, ຮັບເອົາບັນດາກະແສຟອງຫັນປ່ຽນການລົງທຶນ, ເປັນເຈົ້າການຊຸກຍູ້ເສດຖະກິດດີີຈີຕອນ.

 

        ຈຸດພົ້ນເດັ່ນທະລຸໃນຫຼາຍເນື້ອໃນທີ່ໄດ້ນໍາມາປຶກສາຫາລືຢູ່ກອງປະຊຸມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ສະພາແຫ່ງຊາດ ຍາມໃດກໍຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງພ້ອມກັບລັດຖະບານ ໃນການຊອກຫາມາດຕະການທີ່ມີປະສິດທິຜົນ, ທັນການ ແລະ ແຂງແຮງຢ່າງພຽງພໍ ເພື່ອຊ່ວຍນໍາພື້ນຖານເສດຖະກິດ, ປະຊາຄົມວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນ ແລະ ໃນຊຸມປີຈະມາເຖິງ.

ຄວາມ​ມີ​ໄຫວ​ພິບ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຟຶື້ນຟູພື້ນຖານ​ເສດຖະກິດ - ảnh 1 (ພາບ: tapchitaichinh.vn)

ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ແກ້ໄຂສະພາບຕັດຕອນຂອງລະບົບການຜະລິດ.

        ໂລກລະບາດໂຄວິດ -19 ໄດ້ເຮັດໃຫ້ລະບົບການຜະລິດຖືກຕັດຕອນ, ອາດຈະແກ່ຍາວເປັນເວລາຫຼາຍປີ. ເພື່ອແກ້ໄຂຊ່ອງຫວ່າງຂອງລະບົບການຜະລິດນັ້ນ, ຕາມສະມາຊິກສະພາແຫ່ງຊາດຫຼາຍທ່ານແລ້ວ, ນອກຈາກການດຶງດູດ, ຄັດເລືອກເງິນລົງທຶນຈາກຕ່າງປະເທດແລ້ວ, ການພັດທະນາເສດຖະກິດພາກເອກະຊົນ ກໍຕ້ອງຄິດໄລ່ເຖິງບົດບາດຫຼັກແຫຼ່ງຂອງພື້ນຖານເສດຖະກິດຂອງປະເທດຊາດ ຕາມຂໍ້ກໍານົດຂອງລັດຖະທໍາມະນູນ, ພິເສດແມ່ນບັນດາລັດວິສາຫະກິດຖືກຕ້ອງຕາມທິດນໍາທີ່ວ່າ ລົງທຶນເຂົ້າຂົງເຂດເຊິ່ງບັນດາພາກສ່ວນເສດຖະກິດອື່ນບໍ່ເຮັດ ຍ້ອນບໍ່ນໍາມາເຊິ່ງປະສິດທິຜົນ ຫຼື ບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ຕ້ອງການມີແຫຼ່ງເງິນລົງທຶນກ້ອນໃຫຍ່. ເພື່ອປະຕິບັດໄດ້ສິ່ງດັ່ງກ່າວ, ສະມາຊິກສະພາແຫ່ງຊາດ ຮວ່າງກວາງຮ່າມ ຖືວ່າ:

        “ຕ້ອງເບິ່ງຄືນລັດວິສາຫະກິດ ເຊິ່ງເປັນພາກສ່ວນຕົ້ນຕໍຂອງພື້ນຖານເສດຖະກິດຂອງປະເທດຊາດ ຢູ່  2 ແງ່ມູມ. ທີໜຶ່ງແມ່ນ, ຍ້ອນຕ້ອງລົງທຶນເຂົ້າບັນດາຂົງເຂດ ເຊິ່ງພາກສ່ວນເສດຖະກິດອື່ນບໍ່ເຮັດ ສະນັ້ນປະສິດທິຜົນການລົງທຶນຂອງລັດວິສາຫະກິດບໍ່ສາມາດຮຽກຮ້ອງໃຫ້ມີຜົນກໍາໄລ, ລະດັບການນໍາໃຊ້ທຶນຄືກັບບັນດາເງື່ອນໄຂທໍາມະດາອື່ນໆ. ທີສອງແມ່ນ, ການຫັນລັດວິສາຫະກິດເປັນຫຸ້ນສ່ວນ ແລະ ການຖອນທຶນຂອງລັດ ຕ້ອງໄດ້ຮັບຖືວ່າ ແມ່ນການສ້າງໂຄງປະກອບສາລະບານທີ່ລັດ ລົງທຶນຄືນໃໝ່, ສະນັ້ນ ເງິນທີ່ເກັບມາໄດ້ນອກຈາກການມອບພັນທະເຂົ້າງົບປະມານ ເພື່ອໃຊ້ຈ່າຍແກ່ການລົງທຶນນັ້ນ ຕ້ອງສະຫງວນແຫຼ່ງເງິນລົງທຶນ, ເປີດກວ້າງລັດວິສາຫະກິດ, ນັບທັງລັດວິສາຫະກິດສ້າງຕັ້ງໃໝ່ ເພື່ອເຄື່ອນໄຫວໃນບັນດາຂົງເຂດ ເຊິ່ງບັນດາພາກສ່ວນເສດຖະກິດບໍ່ເຮັດ. ນີ້ແມ່່ນບັນຫາທີ່ຕ້ອງແກ້ໄຂ ເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ແກ້ໄຂສະພາບຕັດຕອນຂອງລະບົບຜະລິດ ແລະ ພັດທະນາແບບຍືນຍົງໃນໄລຍະຍາວນານ”.

        ຊຸມເດືອນຕົ້ນປີ 2020, ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ສະນັ້ນ, ລັດຖະບານ ໄດ້ປະກາດບັນດານະໂຍບາຍ ເພື່ອໜູນຊ່ວຍວິສາຫະກິດ, ຄອບຄົວດໍາເນີນທຸລະກິດ, ຊາວຜູ້ອອກແຮງງານ. ເຖິງຢ່າງໃດກໍຕາມ, ຕ້ອງຍູ້ໄວວິວັດການປະຕິບັດບັນດານະໂຍບາຍດັ່ງກ່າວ, ໂດຍສະເພາະແມ່ນສຸມໃສ່ການແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ, ເພາະວ່າ ວິສາຫະກິດໄດ້ຮັບຖືວ່າ ແມ່ນກະດູກສັນຫຼັງຂອງພື້ນຖານເສດຖະກິດ. ທ່ານ ຫງວຽນຍືຊໍ, ສະມາຊິກສະພາແຫ່ງຊາດແຂວງ ບັກນິງ ຖືວ່າ:

        “ຍູ້ແຮງນະໂຍບາຍສົກປີການເງິນກ່ຽວກັບເງິນຕາ, ໃນນັ້ນ ເອົາໃຈໃສ່ເຖິງນະໂຍບາຍກະແສເງິນ ເພື່ອໃຫ້ວິສາຫະກິດໄດ້ສໍາຜັດກັບກະແສເງິນຈິງ, ຕ້ອງມີບ້ວງເງິນກູ້ຢືມທີ່ມີອັດຕາດອກເບ້ຍຕໍາກວ່າຕື່ມອີກຫຼາຍບ້ວງ, ບຸລິມະສິດໂຄງສ້າງ ແລະ ຕໍ່ກໍານົດໃຫ້ແກ່ບ້ວງເງິນກູ້ຢືມຕ່າງໆ. ຕ້ອງມີບາດກ້າວບຸກທະລຸໃນການປະຕິຮູບລະບຽບການດໍາເນີນທຸລະກິດ, ຊຸກຍູ້ລະບຽບການບໍລິຫານບົນພື້ນຖານດີຈີຕອນ ເພື່ອປະຢັດເວລາ, ຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ. ມີນະໂຍບາຍພິເສດສະເພາະເພື່ອດຶງດູດວິສາຫະກິດເຂົ້າຮ່ວມຂອດປຸງແຕ່ງຜະລິດຕະພັນກະເສດ ເພື່ອຈັດຕັ້ງຕະຫຼາດພາຍໃນປະເທດ”.

        ສ້າງກໍາລັງຄວາມສາມາດຜະລິດແຫ່ງຊາດເທື່ອລະກ້າວ

        ເສດຖະກິດດີຈີຕອນ ແມ່ນທ່າໄດ້ປຽບເພື່ອພັດທະນາເສດຖະກິດ, ສັງຄົມ, ໂດຍໄດ້ຮັບຖືວ່າ ແມ່ນມາດຕະການສໍາຄັນເພື່ອຟື້ນຟູພື້ນຖານເສດຖະກິດພາຍຫຼັງ ໂຄວິດ - 19. ນອກຈາກການສ້າງລະບອບລະບຽບການ, ກົນໄກຄຸ້ມຄອງໃຫ້ສົມບູນແບບ, ເໝາະສົມກັບສະພາບແວດລ້ອມດໍາເນີນທຸລະກິດດີຈີຕອນ, ເອື້ອອໍານວຍຄວາມສະດວກໃຫ້ແກ່ການປ່ຽນແປງໃໝ່ແລ້ວ, ຫວຽດນາມ ຕ້ອງມີບັນດານະໂຍບາຍ ແລະ ຂໍ້ກໍານົດລຸລວງ ເພື່ອກໍານົດພື້ນຖານເສດຖະກິດດີຈີຕອນ. ທ່ານນາງ ເລທູຮ່າ, ສະມາຊິກສະພາແຫ່ງຊາດແຂວງລາວກາຍ ຖືວ່າ:

        “ຫວຽດນາມ ຕ້ອງເປັນເຈົ້າການເຂົ້າຮ່ວມບັນດາຂອບນິຕິກໍາຂອງພາກພື້ນ ແລະ ທົ່ວໂລກ ເພື່ອພັດທະນາເສດຖະກິດດີຈີຕອນ, ມີນະໂຍບາຍສົ່ງເສີມການພັດທະນາ, ໜູນຊ່ວຍວິສາຫະກິດຖ່າຍທອດ ແລະ ໝູນໃຊ້ເຕັກໂນໂລຢີໃໝ່, ເອົາໃຈໃສ່ເປັນພິເສດເຖິງບັນດານະໂຍບາຍສໍາຜັດຮູບແບບຊໍາລະທີ່ປອດໄພ.ພັດທະນາໂຄງສ້າງພື້ນຖານທີ່ຈໍາເປັນໃຫ້ຄົບຊຸດ ເຊິ່ງລວມທັງລະບົບສະໜອງການບໍລິການອິນເຕີເນັດທີ່ມີຄຸນນະພາບສູງໃນຂອບເຂດທົ່ວປະເທດ, ກໍ່ສ້າງ ແລະ ພັດທະນາພື້ນຖານຖານຂໍ້ມູນແຫ່ງຊາດຢ່າງຄົບຊຸດ, ສຸມໃສ່ການພັດທະນາບັນດາຂະແໜງທີ່ມີລະດັບຄວາມພ້ອມສູງຄື ເຕັກໂນໂລຢີຂໍ້ມູນຂ່າວສານ,  ເອເລັກໂຕນິກໂທລະຄົມມະນາຄົມ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ...”.

        ເພື່ອບັນລຸໄດ້ຄວາມເປັນເອກະພາບ, ສ້າງທ່າບຸກທະລຸ, ນໍາພື້ນຖານເສດຖະກິດພັດທະນາແບບຍືນຍົງ, ບໍ່ມີຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງນັ້ນ, ລັດຖະບານຕ້ອງມີແຜນນະໂຍບາຍ “ບໍ່ມີແຂວງໃດຖືກປະໄວ້ຢູ່ເບື້ອງຫຼັງ”. ທ່ານ ຫງວຽນງອັກເຟືອງ ສະມາຊິກສະພາແຫ່ງຊາດແຂວງກວ໋າງບິ່ງ ຖືວ່າ:

        “ລັດຖະບານ, ບັນດາກະຊວງ, ຂະແໜງການຕ້ອງເອົາໃຈໃສ່, ດັດປັບບັນດາການກໍານົດທິດທີ່ດຶງດູດນັກລົງທຶນເຂົ້າມາລົງທຶນຢູ່ແຂວງຕ່າງໆທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ສ້າງເງື່ອນໄຂໃຫ້ບັນດາແຂວງພັດທະນາເສດຖະກິດ - ສັງຄົມ, ປະຕິບັດວຽກງານຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລົງທຶນຕ່າງປະເທດຮອດປີ 2030 ໃຫ້ເປັນຢ່າງດີ, ກໍານົດຂະແໜງ, ຂົງເຂດທີ່ໄດ້ຮັບບຸລິມະສິ ແນໃສ່ດຶງດູດນັກລົງທຶນເຂົ້າເຂດ, ແຂວງຕ່າງໆທີ່ປະສົບກັບຄວາມຫຍຸ້ງຍາກ”.

        ຫວຽດນາມ ໄດ້ຮັບຄວາມນັບຖືຈາກປະຊາຄົມສາກົນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ສິ່ງດັ່ງກ່າວ ແມ່ນຍ້ອນມີຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ຂອງປະຊາຊົນ ແລະ ການນໍາຂັ້ນຕ່າງໆ. ຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈດັ່ງກ່າວ ແມ່ນມີຄວາມຕ້ອງການທີ່ສຸດ ເພື່ອເສີມຂະຫຍາຍການຟື້ນຟູເສດຖະກິດ ເພື່ອຫວຽດນາມ ສາມາດຟື້ນຟູທ່າເຕີບໂຕໄດ້ໂດຍໄວ./.

ຕອບກັບ

ຂ່າວ/ບົດ​ອື່ນ